ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 606
18 ເດືອນສິງຫາ 2025
ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແມ່ນຜູ້ທີ່ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຜູ້ຄົນທີ່ສາມາດຢືນຢ່າງເດັດດ່ຽວໃນການເປັນພະຍານຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງແທ້ຈິງແມ່ນຜູ້ທີ່ເຕັມໃຈຮັບເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ສາມາດຢືນຢູ່ຂ້າງຄວາມຈິງຢ່າງແທ້ຈິງ. ຜູ້ຄົນທີ່ອາໄສເລ່ກົນ ແລະ ຄວາມບໍ່ຍຸຕິທໍາແມ່ນລ້ວນແລ້ວແຕ່ຂາດຄວາມຈິງ ແລະ ພວກເຂົານໍາເອົາຄວາມອັບອາຍມາສູ່ພຣະເຈົ້າ. ຜູ້ທີ່ສ້າງຄວາມຂັດແຍ້ງໃນຄຣິສຕະຈັກແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານ. ຄົນດັ່ງກ່າວແມ່ນຊົ່ວຮ້າຍຫຼາຍ. ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ສາມາດຢືນຢູ່ຂ້າງຄວາມຈິງລ້ວນແລ້ວແຕ່ເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ ແລະ ທໍາລາຍຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຕົວແທນຂອງຊາຕານໂດຍທາດແທ້. ພວກເຂົາແມ່ນເກີນກວ່າທີ່ຈະໄຖ່ບາບໄດ້ ແລະ ກໍຈະຖືກກໍາຈັດໂດຍທໍາມະຊາດ. ຄອບຄົວຂອງພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງຍັງຄົງເຫຼືອຢູ່ ຫຼື ບໍ່ອະນຸຍາດໃຫ້ຜູ້ຄົນທີ່ຮື້ມ້າງຄຣິສຕະຈັກໂດຍເຈດຕະນາຄົງເຫຼືອຢູ່. ຢ່າງໃດກໍຕາມ, ຕອນນີ້ບໍ່ແມ່ນເວລາທີ່ຈະເຮັດພາລະກິດຂັບໄລ່; ໃນທີ່ສຸດ ຜູ້ຄົນດັ່ງກ່າວແມ່ນຈະຖືກເປີດໂປງ ແລະ ກໍາຈັດຢູ່ດີ. ຈະບໍ່ມີການເຮັດພາລະກິດທີ່ບໍ່ມີປະໂຫຍດກັບຄົນເຫຼົ່ານີ້; ຜູ້ທີ່ເປັນຄົນຂອງຊາຕານບໍ່ສາມາດຢືນຢູ່ຂ້າງຄວາມຈິງ ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະສາມາດຢືນຢູ່ຂ້າງຄວາມຈິງໄດ້. ຜູ້ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ຄູ່ຄວນທີ່ຈະໄດ້ຍິນວິທີທາງແຫ່ງຄວາມຈິງ ແລະ ບໍ່ຄູ່ຄວນໃນການເປັນພະຍານຕໍ່ຄວາມຈິງ. ຄວາມຈິງບໍ່ແມ່ນມີໄວ້ເພື່ອຫູຂອງພວກເຂົາຟັງເທົ່ານັ້ນ; ໃນທາງກົງກັນຂ້າມ, ມັນແມ່ນມີໄວ້ເພື່ອໃຫ້ຄົນທີ່ປະຕິບັດຄວາມຈິງ. ກ່ອນທີ່ຈຸດຈົບຂອງທຸກຄົນຈະຖືກເປີດເຜີຍ, ຜູ້ທີ່ລົບກວນຄຣິສຕະຈັກ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ຕອນນີ້ ແມ່ນຈະຖືກຈັດແຈງໄວ້ທາງຂ້າງກ່ອນ ເພື່ອຈະໄດ້ຈັດການພວກເຂົານໍາພາຍຫຼັງ. ເມື່ອພາລະກິດສໍາເລັດແລ້ວ, ຜູ້ຄົນເຫຼົ່ານີ້ຈະຖືກເປີດໂປງເທື່ອລະຄົນ ແລະ ຫຼັງຈາກນັ້ນກໍຈະຖືກກໍາຈັດ. ສໍາລັບຕອນນີ້, ພວກເຂົາຈະຖືກເບິ່ງຂ້າມໄປກ່ອນ ໃນຂະນະທີ່ມີການສະໜອງຄວາມຈິງ. ເມື່ອຄວາມຈິງທັງໝົດຖືກເປີດເຜີຍຕໍ່ມວນມະນຸດແລ້ວ, ຜູ້ຄົນເຫຼົ່ານັ້ນຈະໄດ້ຖືກກໍາຈັດ; ນັ້ນຈະເປັນເວລາທີ່ທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ເນື່ອງຈາກຄວາມສະຫຼາດໜ້ອຍດຽວຂອງພວກເຂົາ, ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະຈະພິນາດດ້ວຍມືຂອງຄົນທີ່ຊົ່ວຮ້າຍ, ພວກເຂົາຈະຖືກຫຼອກລວງອອກໄປໂດຍຄົນຊົ່ວຮ້າຍນັ້ນ ເຊິ່ງຈະບໍ່ສາມາດກັບຄືນມາໄດ້. ການປະຕິບັດດັ່ງກ່າວຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນວ່າ ພວກເຂົາບໍ່ຮັກຄວາມຈິງ, ຍ້ອນວ່າ ພວກເຂົາບໍ່ສາມາດຢືນຢູ່ຂ້າງຄວາມຈິງ, ຍ້ອນວ່າ ພວກເຂົາຕິດຕາມຄົນທີ່ຊົ່ວຮ້າຍ ແລະ ຢືນຢູ່ຂ້າງຄົນທີ່ຊົ່ວຮ້າຍ ແລະ ຍ້ອນວ່າ ພວກເຂົາສົມຮູ້ຮ່ວມຄິດກັບຄົນທີ່ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາຮູ້ດີວ່າ ຜູ້ຄົນທີ່ຊົ່ວຮ້າຍເຫຼົ່ານັ້ນແຜ່ລັດສະໝີຂອງຄວາມຊົ່ວຮ້າຍ ແຕ່ພວກເຂົາເຮັດໃຫ້ຫົວໃຈຂອງພວກເຂົາແຂງກະດ້າງ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຄວາມຈິງທີ່ຕິດຕາມພວກເຂົາ. ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງ ແຕ່ເຮັດໃນສິ່ງທີ່ກໍ່ເກີດຄວາມພິນາດ ແລະ ໜ້າກຽດຊັງ ແມ່ນບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍບໍ? ເຖິງແມ່ນວ່າ ຈະມີຄົນເຫຼົ່ານັ້ນໃນທ່າມກາງພວກເຂົາທີ່ເອີ້ນໂຕເອງວ່າ ພະລາຊາ ແລະ ຜູ້ອື່ນທີ່ຕິດຕາມພວກເຂົາ ແຕ່ທໍາມະຊາດຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າບໍ່ຄືກັນທັງໝົດບໍ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊອບທໍາ? ມັນບໍ່ແມ່ນຄວາມຊົ່ວຮ້າຍຂອງພວກເຂົາເອງບໍ ທີ່ທໍາລາຍພວກເຂົາ? ບໍ່ແມ່ນຄວາມກະບົດຂອງພວກເຂົາບໍ ທີ່ດຶງພວກເຂົາລົງໄປສູ່ນະຮົກ? ໃນທີ່ສຸດ ຜູ້ຄົນທີ່ປະຕິບັດຄວາມຈິງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນຍ້ອນຄວາມຈິງ. ໃນທີ່ສຸດ ຜູ້ທີ່ບໍ່ປະຕິບັດຄວາມຈິງຈະດຶງຄວາມພິນາດມາສູ່ພວກເຂົາຍ້ອນຄວາມຈິງ. ສິ່ງເຫຼົ່ານີ້ແມ່ນຈຸດຈົບທີ່ລໍຖ້າຜູ້ທີ່ປະຕິບັດຄວາມຈິງ ແລະ ຜູ້ທີ່ບໍ່ປະຕິບັດຄວາມຈິງ. ເຮົາຂໍແນະນໍາຜູ້ທີ່ບໍ່ມີແຜນປະຕິບັດຄວາມຈິງໃຫ້ອອກຈາກຄຣິສຕະຈັກໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອຫຼີກເວັ້ນການເຮັດບາບຫຼາຍກວ່ານີ້. ເມື່ອເວລານັ້ນມາເຖິງ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ໂດຍສະເພາະ ຜູ້ທີ່ສ້າງພັກສ້າງພວກ ແລະ ສ້າງຄວາມແຕກແຍກ ແລະ ຄົນພາຍໃນຄຣິສຕະຈັກທີ່ມັກຂົ່ມເຫັງຄົນອື່ນຕ້ອງໜີອອກໄປໄວໆ. ຜູ້ຄົນດັ່ງກ່າວທີ່ມີທາດແທ້ຂອງໝາປ່າທີ່ຊົ່ວຮ້າຍແມ່ນບໍ່ສາມາດປ່ຽນແປງໄດ້. ມັນຈະດີກວ່າ ຖ້າພວກເຂົາອອກຈາກຄຣິສຕະຈັກໃຫ້ໄວທີ່ສຸດ ໂດຍທີ່ບໍ່ລົບກວນຊີວິດປົກກະຕິຂອງອ້າຍເອື້ອຍນ້ອງອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ກໍເປັນການຫຼີກເວັ້ນການລົງໂທດຂອງພຣະເຈົ້າ. ພວກເຈົ້າທີ່ເຫັນດີນໍາພວກເຂົາຄວນຖືເອົາໂອກາດນີ້ທົບທວນເບິ່ງຕົວເອງ ເພາະມັນຈະເປັນຜົນດີສໍາລັບພວກເຈົ້າເອງ. ພວກເຈົ້າທີ່ຕິດຕາມໄປກັບພວກເຂົາກໍເຮັດໃຫ້ດີໃນການໃຊ້ປະໂຫຍດຈາກໂອກາດນີ້ເພື່ອໄຕ່ຕອງກ່ຽວກັບຕົນເອງ. ເຈົ້າຈະອອກຈາກຄຣິສຕະຈັກພ້ອມກັບຄົນຊົ່ວຮ້າຍ ຫຼື ຈະຍັງຢູ່ ແລະ ຕິດຕາມຢ່າງເຊື່ອຟັງບໍ? ເຈົ້າຕ້ອງພິຈາລະນາເລື່ອງນີ້ໃຫ້ດີ. ເຮົາຂໍມອບໂອກາດນີ້ໃຫ້ພວກເຈົ້າເລືອກອີກຄັ້ງ; ແລ້ວເຮົາຈະລໍຖ້າຄໍາຕອບຂອງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ