ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 608

18 ເດືອນສິງຫາ 2025

ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ຮູ້ສຶກຂອບໃຈຕໍ່ຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ, ບໍ່ເຄີຍເອົາພຣະທໍາຂອງເຮົາ ແລະ ເມີນເສີຍຕໍ່ເຮົາ, ເຮົາຂໍບອກພວກເຈົ້າແຕ່ລະຄົນດ້ວຍຄວາມຈິງຈັງແທ້ໆ: ຢ່າເອົາສິ່ງທີ່ເຮົາເວົ້າໄປເຊື່ອມໂຍງກັບປັດຊະຍາ; ຢ່າເອົາສິ່ງທີ່ເຮົາເວົ້າໄປລວມກັນກັບຄໍາຫຼອກລວງຂອງນັກຕົ້ມຕຸນ. ເຈົ້າແຮງບໍ່ຄວນໂຕ້ຕອບພຣະທໍາຂອງເຮົາດ້ວຍການດູຖູກ. ບາງເທື່ອໃນອະນາຄົດອາດຈະບໍ່ມີໃຜສາມາດບອກພວກເຈົ້າໃນສິ່ງທີ່ເຮົາກໍາລັງບອກພວກເຈົ້າຢູ່ ຫຼື ເວົ້າກັບພວກເຈົ້າດ້ວຍຄວາມກະລຸນາ ຫຼື ພາພວກເຈົ້າຍ່າງຜ່ານຈຸດເຫຼົ່ານີ້ດ້ວຍຄວາມອົດທົນເລີຍ. ພວກເຈົ້າຈະໃຊ້ມື້ເຫຼົ່ານັ້ນເພື່ອເອີ້ນເວລາທີ່ດີກັບຄືນມາ ຫຼື ໃນການຮ້ອງໄຫ້ສຽງດັງ ຫຼື ຄວນຄາງດ້ວຍຄວາມເຈັບປວດ ຫຼື ເຈົ້າຈະດໍາລົງຊີວິດຜ່ານກາງຄືນທີ່ຄໍ່າມືດ ໂດຍທີ່ບໍ່ມີຄວາມຈິງ ຫຼື ຊີວິດແມ່ນແຕ່ໜ້ອຍດຽວ ຫຼື ພຽງແຕ່ລໍຖ້າຢ່າງໝົດຫວັງ ຫຼື ຢູ່ໃນຄວາມເສຍໃຈທີ່ຂົມຂື່ນຈົນພວກເຈົ້າສູນເສຍເຫດຜົນທັງໝົດ... ໂດຍແທ້ຈິງແລ້ວ ບໍ່ມີພວກເຈົ້າຄົນໃດທີ່ສາມາດຫຼີກເວັ້ນຈາກຄວາມເປັນໄປໄດ້ເຫຼົ່ານີ້. ເພາະບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຄອບຄອງບ່ອນນັ່ງທີ່ພວກເຈົ້າໃຊ້ນັ່ງເພື່ອນະມັດສະການພຣະເຈົ້າຢ່າງແທ້ຈິງ, ແຕ່ເຮັດໃຫ້ຕົນເອງຈົມຢູ່ໃນໂລກແຫ່ງຕັນຫາ ແລະ ຄວາມຊົ່ວຮ້າຍ, ປະປົນຄວາມເຊື່ອຂອງພວກເຈົ້າ, ເຂົ້າໃສ່ຈິດວິນຍານ, ວິນຍານ ແລະ ຮ່າງກາຍຂອງພວກເຈົ້າ, ຫຼາຍໆສິ່ງທີ່ບໍ່ມີສ່ວນກ່ຽວຂ້ອງກັບຊີວິດ ແລະ ຄວາມຈິງ ແລະ ແທ້ຈິງແລ້ວ ແມ່ນການຕໍ່ຕ້ານສິ່ງເຫຼົ່ານັ້ນ. ສະນັ້ນ ສິ່ງທີ່ເຮົາຄາດຫວັງຈາກພວກເຈົ້າກໍຄືການມີເສັ້ນທາງໃຫ້ພວກເຈົ້າສາມາດຮັບເອົາແສງສະຫວ່າງ. ຄວາມຫວັງຢ່າງດຽວຂອງເຮົາກໍຄືພວກເຈົ້າສາມາດເບິ່ງແຍງຕົວເອງ, ສາມາດລ້ຽງດູຕົວເອງ ແລະ ບໍ່ເນັ້ນໜັກຫຼາຍກັບຈຸດໝາຍປາຍທາງຂອງເຈົ້າເອງ ໃນຂະນະທີ່ເບິ່ງພຶດຕິກໍາ ແລະ ການເຮັດຜິດຂອງຕົວເອງດ້ວຍຄວາມບໍ່ສົນໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ