ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 392
19 ເດືອນສິງຫາ 2025
ໃນອະດີດຜ່ານມາ, ຫຼາຍຄົນໄດ້ສະແຫວງຫາຄວາມທະເຍີທະຍານ ແລະ ຄວາມຄິດທີ່ຕື່ນເຕັ້ນ, ພວກເຂົາສະແຫວງຫາ ເນື່ອງຈາກມັນເປັນຄວາມຫວັງຂອງພວກເຂົາເອງ. ໃຫ້ເຮົາວາງບັນຫາດັ່ງກ່າວໄວ້ກ່ອນໃນຂະນະນີ້. ໃນປັດຈຸບັນ, ສິ່ງສຳຄັນຫຼັກແມ່ນການຊອກຫາວິທີທາງປະຕິບັດ ເພື່ອຊ່ວຍພວກເຈົ້າແຕ່ລະຄົນ ໃຫ້ສາມາດຮັກສາສະພາບອັນປົກກະຕິຕອນຢູ່ຕໍ່ໜ້າພຣະເຈົ້າ ແລ້ວຈຶ່ງຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ເພື່ອວ່າ ພວກເຈົ້າຈະໄດ້ຖືກຮັບເອົາໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ໃນໂລກ ຕາມທີ່ພຣະເຈົ້າຮ້ອງຂໍຈາກເຈົ້າ. ພຽງທາງນີ້ເທົ່ານັ້ນທີ່ເຈົ້າຈະສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້. ຫຼາຍຄົນເຊື່ອໃນພຣະເຈົ້າ, ແຕ່ກໍຍັງບໍ່ທັນຮູ້ວ່າ ພຣະເຈົ້າປະສົງສິ່ງໃດ ຫຼື ຊາຕານຕ້ອງການຫຍັງ. ພວກເຂົາເຊື່ອຢ່າງສັບສົນ, ພຽງແຕ່ໄຫຼໄປຕາມກະແສ ແລະ ຈຶ່ງບໍ່ເຄີຍໄດ້ມີຊີວິດປົກກະຕິແບບຊາວຄຣິສຕຽນ; ມີສິ່ງໃດເພີ່ມເຕີມອີກ, ພວກເຂົາບໍ່ເຄີຍໄດ້ມີຄວາມສຳພັນສ່ວນຕົວແບບປົກກະຕິ, ຍິ່ງໄກທີ່ຈະມີຄວາມສຳພັນກັບພຣະເຈົ້າ. ຈາກນີ້ ມັນສາມາດເຫັນໄດ້ວ່າ ບັນຫາ ແລະ ຄວາມຜິດພາດຂອງມະນຸດ ແລະ ປັດໃຈອື່ນໆ ທີ່ຂັດຂວາງຕໍ່ຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີຫຼາຍ. ນີ້ແມ່ນພຽງພໍແລ້ວ ທີ່ຈະພິສູດວ່າ ມະນຸດຍັງບໍ່ໄດ້ຢູ່ໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າທີ່ຖືກຕ້ອງ ຫຼື ຍັງບໍ່ໄດ້ເຂົ້າໄປໃນປະສົບການທີ່ແທ້ຈິງຂອງຊີວິດມະນຸດ. ດັ່ງນັ້ນ, ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງແມ່ນຫຍັງ? ການວາງຕົນຢູ່ໃນເສັ້ນທາງທີ່ຖືກຕ້ອງ ໝາຍຄວາມວ່າ ເຈົ້າສາມາດເຮັດໃຫ້ຈິດໃຈສະຫງົບເວລາຢູ່ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ແລະ ເພີດເພີນໃນການສົນທະນາກັບພຣະເຈົ້າປົກກະຕິ, ແລ້ວຄ່ອຍໆເຂົ້າມາຮູ້ຈັກວ່າ ມະນຸດຍັງຂາດຫຍັງ ແລະ ຮັບເອົາຄວາມຮູ້ອັນເລິກເຊິ່ງຂອງພຣະເຈົ້າຢ່າງຊ້າໆ. ຈາກນີ້ໄປ, ວິນຍານຂອງເຈົ້າຈະໄດ້ຮັບຄວາມຮູ້ໃໝ່ ແລະ ແສງສະຫວ່າງໃໝ່ທຸກມື້. ກໍຈະເຫັນສິ່ງໃໝ່ໆໃນແຕ່ລະວັນ ແລະ ຮູ້ແຈ້ງຕໍ່ວິນຍານຂອງເຈົ້າ; ເຈົ້າສະແຫວງຫາຫຼາຍຍິ່ງຂຶ້ນ ແລະ ຫຼາຍຍິ່ງຂຶ້ນ ເພື່ອເຂົ້າເຖິງຄວາມຈິງ. ໃນແຕ່ລະວັນ, ຈະມີແສງສະຫວ່າງໃໝ່ ແລະ ຄວາມເຂົ້າໃຈອັນໃໝ່. ຜ່ານເສັ້ນທາງນີ້, ເຈົ້າກໍຈະຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ ແລະ ຊີວິດຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນກວ່າເກົ່າ. ມະນຸດຜູ້ທີ່ເປັນດັ່ງນີ້ແມ່ນໄດ້ເຂົ້າມາສູ່ເສັ້ນທາງທີ່ຖືກຕ້ອງ. ປະເມີນປະສົບການຕົວຈິງຂອງເຈົ້າ ແລະ ພິຈາລະນາເສັ້ນທາງທີ່ເຈົ້າໄດ້ເລືອກໃນຄວາມເຊື່ອຂອງເຈົ້າ: ເມື່ອເຈົ້າຍົກສິ່ງເຫຼົ່ານັ້ນເພື່ອທຽບໃສ່ສິ່ງທີ່ຖືກອະທິບາຍຢູ່ຂ້າງເທິງ, ເຈົ້າເຫັນວ່າຕົນເອງຢູ່ເທິງເສັ້ນທາງທີ່ຖືກຕ້ອງບໍ? ໃນກໍລະນີໃດທີ່ເຈົ້າໄດ້ຫຼຸດພົ້ນອອກຈາກໂສ້ຂອງຊາຕານ ແລະ ຈາກອິດທິພົນຂອງຊາຕານ? ຖ້າຫາກເຈົ້າຍັງບໍ່ທັນໄດ້ວາງຕົນໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ, ສາຍພົວພັນຂອງເຈົ້າກັບຊາຕານກໍ່ຍັງບໍ່ໄດ້ຖືກຕັດຂາດ. ດັ່ງນັ້ນ, ການສະແຫວງຫາຄວາມຮັກຕໍ່ພຣະເຈົ້າ ຈະສາມາດສົ່ງຜົນໃຫ້ເກີດຄວາມຮັກທີ່ແທ້ຈິງ, ມີການທຸ້ມເທ ແລະ ບໍລິສຸດໄດ້ບໍ? ເຈົ້າບອກວ່າ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້ານັ້ນ ບໍ່ປ່ຽນແປງ ແລະ ຈິງໃຈ, ແຕ່ເຈົ້າກໍຍັງບໍ່ທັນຫຼຸດພົ້ນອອກຈາກໂສ້ຂອງຊາຕານ. ບໍ່ແມ່ນວ່າ ເຈົ້າກຳລັງຫຼອກລວງພຣະເຈົ້າບໍ? ຖ້າຫາກເຈົ້າປະສົງທີ່ຈະບັນລຸສະຖານະທີ່ຄວາມຮັກຂອງເຈົ້າສໍາລັບພຣະເຈົ້າປາສະຈາກສິ່ງປົນເປື້ອນ ແລະ ເຈົ້າກໍຫວັງທີ່ຈະຖືກຮັບເອົາໂດຍພຣະເຈົ້າຢ່າງສົມບູນ ແລະ ກາຍມາເປັນປະຊາຊົນຢູ່ໃນອານາຈັກ, ເຈົ້າກໍຕ້ອງວາງຕົນເອງໃຫ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ເຊື່ອຄວນມີມຸມມອງແບບໃດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ