ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 393

11 ເດືອນກໍລະກົດ 2025

ບັນຫາທົ່ວໄປທີ່ເກີດຂຶ້ນກັບທຸກຄົນກໍຄື ພວກເຂົາເຂົ້າໃຈຄວາມຈິງ ແຕ່ລົ້ມເຫຼວໃນການນຳມັນເຂົ້າສູ່ການປະຕິບັດ. ດ້ານໜຶ່ງກໍ່ຍ້ອນວ່າ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ອີກຢ່າງກໍຍ້ອນຄວາມເຂົ້າໃຈຂອງພວກເຂົາມີບໍ່ພຽງພໍເກີນໄປ; ພວກເຂົາຈຶ່ງບໍ່ສາມາດເບິ່ງຜ່ານຄວາມຍາກລຳບາກຫຼາຍຢ່າງໃນຊີວິດປະຈຳວັນສຳລັບສິ່ງທີ່ພວກເຂົາເປັນ ແລະ ບໍ່ຮູ້ວິທີປະຕິບັດຢ່າງເໝາະສົມ. ຍ້ອນວ່າປະສົບການຂອງມະນຸດນັ້ນຕື້ນເກີນໄປ, ຄວາມສາມາດຕໍ່າເກີນໄປ ແລະ ລະດັບຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາກໍ່ຈຳກັດ ພວກເຂົາບໍ່ມີທາງແກ້ໄຂຄວາມຍາກລຳບາກທີ່ພວກເຂົາຜະເຊີນໃນຊີວິດປະຈຳວັນໄດ້. ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ໃນຄຳເວົ້າເທົ່ານັ້ນ ແລະ ບໍ່ສາມາດນໍາພຣະເຈົ້າເຂົ້າໄປໃນຊີວິດປະຈຳວັນຂອງພວກເຂົາໄດ້. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຄືພຣະເຈົ້າ, ຊີວິດກໍຄືຊີວິດ ແລະ ຄືກັບວ່າ ໃນຊີວິດຂອງເຂົາ, ຜູ້ຄົນບໍ່ມີຄວາມສຳພັນຫຍັງກັບພຣະເຈົ້າເລີຍ. ນັ້ນຄືສິ່ງທີ່ທຸກຄົນຄິດ. ໃນຄວາມເປັນຈິງ ການເຊື່ອພຣະເຈົ້າໃນລັກສະນະນັ້ນ ຈະບໍ່ເຮັດໃຫ້ຜູ້ຄົນຖືກຮັບ ແລະ ເຮັດໃຫ້ສົມບູນໂດຍພຣະອົງ. ແທ້ຈິງແລ້ວ ບໍ່ແມ່ນເປັນຍ້ອນພຣະທໍາຂອງພຣະເຈົ້າບໍ່ເປັນທີ່ຮູ້ຈັກຢ່າງສົມບູນ ແຕ່ເປັນຍ້ອນຄວາມສາມາດໃນການເຂົ້າໃຈຂອງຜູ້ຄົນບໍ່ພຽງພໍ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ເກືອບບໍ່ມີຄົນໃດເລີຍທີ່ເຮັດຕາມຄວາມປາດຖະໜາເດີມຂອງພຣະເຈົ້າ; ກົງກັນຂ້າມ ຄວາມເຊື່ອຂອງພວກເຂົາທີ່ຢູ່ໃນພຣະເຈົ້າແມ່ນຂຶ້ນກັບຄວາມປາດຖະໜາຂອງພວກເຂົາເອງ, ຄວາມຄິດເຫັນກ່ຽວກັບສາດສະໜາທີ່ພວກເຂົາມີໃນອະດີດ ແລະ ວິທີການເຮັດສິ່ງຕ່າງໆຂອງພວກເຂົາ. ມີພຽງໜ້ອຍຄົນທີ່ຮັບການປ່ຽນແປງຫຼັງຈາກທີ່ຮັບເອົາພຣະທໍາຂອງພຣະເຈົ້າ ແລະ ເລີ່ມຕົ້ນເຮັດຕາມເຈດຕະນາຂອງພຣະອົງ. ກົງກັນຂ້າມ ພວກເຂົາຍຶດໝັ້ນໃນຄວາມເຊື່ອທີ່ຜິດຂອງພວກເຂົາ. ເມື່ອຜູ້ຄົນເລີ່ມຕົ້ນເຊື່ອໃນພຣະເຈົ້າ ພວກເຂົາພຽງແຕ່ເຊື່ອອີງຕາມລະບຽບປະເພນີຂອງສາສະໜາ ແລະ ພວກເຂົາດຳລົງຊີວິດ ແລະ ມີປະຕິສຳພັນຕໍ່ກັບຄົນອື່ນໂດຍອີງໃສ່ຮາກຖານປັດຊະຍາກ່ຽວກັບຄວາມສໍາພັນທາງໂລກຂອງພວກເຂົາເອງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ກໍລະນີເຊັ່ນນີ້ແມ່ນເກີດຂຶ້ນສຳລັບເກົ້າຄົນໃນທຸກໆສິບຄົນ. ມີພຽງໜ້ອຍຄົນທີ່ກຳນົດແຜນອື່ນ ແລະ ເລີ່ມຕົ້ນຊີວິດໃໝ່ຫຼັງຈາກທີ່ເລີ່ມຕົ້ນເຊື່ອໃນພຣະເຈົ້າ. ມະນຸດລົ້ມເຫຼວໃນການເຮັດຕາມພຣະທໍາຂອງພຣະເຈົ້າທີ່ເປັນຄວາມຈິງ ຫຼື ຖືວ່າມັນເປັນຄວາມຈິງ, ປະຕິບັດຕາມມັນ.

ຕົວຢ່າງເຊັ່ນ ການເຊື່ອໃນພຣະເຢຊູ. ບໍ່ວ່າຄົນໆໜຶ່ງຫາກໍ່ເລີ່ມເຊື່ອ ຫຼື ເຊື່ອມາເປັນເວລາດົນແລ້ວກໍຕາມ ທຸກຄົນພຽງແຕ່ນໍາໃຊ້ “ພອນສະຫວັນ” ທີ່ພວກເຂົາມີ ແລະ ສະແດງໃຫ້ເຫັນເຖິງ “ທັກສະ” ທີ່ພວກເຂົາມີ. ຜູ້ຄົນພຽງແຕ່ເພີ່ມ “ຄວາມເຊື່ອໃນພຣະເຈົ້າ”, ເຊິ່ງເປັນຄຳສັບຫ້າຄຳ ເຂົ້າໃນຊີວິດປະຈຳວັນຂອງພວກເຂົາ, ແຕ່ບໍ່ໄດ້ສ້າງຄວາມປ່ຽນແປງຫຍັງໃຫ້ກັບອຸປະນິໄສຂອງພວກເຂົາ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເຕີບໂຕແມ່ນແຕ່ໜ້ອຍດຽວ. ການສະແຫວງຫາຂອງພວກເຂົາບໍ່ເຢັນບໍ່ຮ້ອນ. ພວກເຂົາບໍ່ໄດ້ເວົ້າວ່າ ພວກເຂົາຈະປະຖິ້ມຄວາມເຊື່ອຂອງພວກເຂົາ, ແຕ່ພວກເຂົາກໍ່ບໍ່ໄດ້ອຸທິດຕົນໃຫ້ກັບພຣະເຈົ້າທັງໝົດ. ພວກເຂົາບໍ່ເຄີຍຮັກພຣະເຈົ້າຢ່າງແທ້ຈິງ ຫຼື ອ່ອນນ້ອມຕໍ່ພຣະອົງ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນການປະສົມປະສານລະຫວ່າງຈິງໃຈ ແລະ ແກ້ງເຮັດໄປພ້ອມໆກັນ; ພວກເຂົາຫຍັບເຂົ້າໃກ້ມັນດ້ວຍຕາຂ້າງໜຶ່ງເປີດ ແລະ ຕາອີກຂ້າງປິດຢູ່ ແລະ ບໍ່ຈິງຈັງໃນການປະຕິບັດຄວາມເຊື່ອຂອງພວກເຂົາ. ພວກເຂົາສືບຕໍ່ຢູ່ໃນສະພາວະສັບສົນເຊັ່ນນີ້ ແລະ ຕາຍຢ່າງປິດສະໜາ. ແມ່ນຫຍັງຄືປະເດັນຂອງທຸກສິ່ງເຫຼົ່ານັ້ນ? ວັນນີ້ ເພື່ອເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງວາງຕີນບົນ ເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ ສະແຫວງຫາເພື່ອຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການສ່ອງສະຫວ່າງຂອງພຣະອົງ ແລະ ຜ່ານການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈສ່ວນເລິກຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ແລະ ບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຢູ່ໃນການຄອບຄອງຂອງພຣະເຈົ້າແລ້ວ ແລະ ບໍ່ມີສິ່ງອື່ນອີກທີ່ສາມາດຄອບຄອງເຈົ້າໄດ້. ຜ່ານປະສົບການຂອງເຈົ້າ, ຜ່ານຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ຜ່ານພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ ແລະ ເມື່ອເຈົ້າເຮັດໄດ້ເຊັ່ນນັ້ນ, ເຈົ້າຈະເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຈະມາດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດເວົ້າໄດ້ວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີພວກເຈົ້າຄົນໃດທີ່ຄວນພໍໃຈກັບສະພາບການປັດຈຸບັນຂອງເລື່ອງຕ່າງໆ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ເຈົ້າບໍ່ສາມາດຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອໃດກໍ່ຕາມທີ່ພວກເຈົ້າກ່າວ ຫຼື ກະທຳ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ເມື່ອນັ້ນ ເຈົ້າຈຶ່ງຈະສາມາດສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ