ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 403
18 ເດືອນກໍລະກົດ 2025
ໂດຍກ້າວໄປຂ້າງໜ້າ, ການເວົ້າເຖິງພຣະທໍາຂອງພຣະເຈົ້າຄວນເປັນຫຼັກການທີ່ເຈົ້າເວົ້າ. ໂດຍປົກກະຕິແລ້ວ ເມື່ອພວກເຈົ້າມາຢູ່ຮ່ວມກັນ ພວກເຈົ້າຄວນໂອ້ລົມກັນກ່ຽວກັບພຣະທໍາຂອງພຣະເຈົ້າ, ເອົາພຣະທໍາຂອງພຣະເຈົ້າເປັນເນື້ອໃນໃຈຄວາມໃນການພົວພັນຂອງພວກເຈົ້າ, ເວົ້າກ່ຽວກັບສິ່ງທີ່ພວກເຈົ້າຮູ້ກ່ຽວກັບພຣະທໍາເຫຼົ່ານີ້, ວິທີທີ່ພວກເຈົ້າຈະນໍາພຣະທໍາໄປປະຕິບັດ ແລະ ວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ຕາບໃດທີ່ເຈົ້າສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ພຣະວິນຍານບໍລິສຸດຈະເຍືອງທາງໃຫ້ແກ່ເຈົ້າ. ການສ້າງໂລກແຫ່ງພຣະທໍາຂອງພຣະເຈົ້າໃຫ້ສຳເລັດແມ່ນຕ້ອງໄດ້ອາໄສການຮ່ວມມືຈາກມະນຸດ. ຖ້າເຈົ້າບໍ່ເຂົ້າສູ່ສິ່ງນີ້, ພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໄດ້; ຖ້າເຈົ້າຫຸບປາກຂອງເຈົ້າໄວ້ ແລະ ບໍ່ເວົ້າກ່ຽວກັບພຣະທໍາຂອງພຣະອົງ, ພຣະອົງກໍ່ຈະບໍ່ມີທາງທີ່ຈະເຍືອງທາງໃຫ້ແກ່ເຈົ້າ. ເມື່ອໃດກໍ່ຕາມທີ່ເຈົ້າບໍ່ຄາວຽກ, ໃຫ້ເວົ້າກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ຢ່າພຽງແຕ່ເຂົ້າຮ່ວມໃນການໂອ້ລົມກ່ຽວກັບເລື່ອງໄຮ້ສາລະ! ໃຫ້ຊີວິດຂອງເຈົ້າເຕັມໄປດ້ວຍພຣະທໍາຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຜູ້ເຊື່ອທີ່ເຫຼື້ອມໃສ. ມັນບໍ່ກ່ຽວກັບວ່າການສົນທະນາຂອງເຈົ້າເປັນພຽງເລື່ອງຜິວເຜີນ ຫຼື ບໍ່. ຖ້າປາສະຈາກຄວາມຕື້ນກໍ່ບໍ່ສາມາດມີຄວາມເລິກ. ມັນຕ້ອງຜ່ານຂະບວນການ. ຜ່ານການຝຶກຝົນຂອງເຈົ້າ, ເຈົ້າໄດ້ເຂົ້າໃຈການເຍືອງທາງຂອງພຣະວິນຍານບໍລິສຸດຕໍ່ເຈົ້າ ແລະ ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢ່າງມີປະສິດທິພາບ. ຫຼັງຈາກຊ່ວງເວລາຂອງການກວດສອບ, ເຈົ້າຈະເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ. ພຽງແຕ່ຖ້າເຈົ້າຕັ້ງໃຈຮ່ວມມື, ເຈົ້າຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ.
ໃນຫຼັກການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໜຶ່ງຢ່າງແມ່ນກ່ຽວຂ້ອງກັບຄວາມຮູ້ ແລະ ອີກໜຶ່ງຢ່າງແມ່ນກ່ຽວກັບການເຂົ້າປະຕິບັດ. ເຈົ້າຄວນຮູ້ພຣະທຳອັນໃດ? ເຈົ້າຄວນມາຮູ້ຈັກພຣະທໍາທີ່ກ່ຽວຂ້ອງກັບນິມິດ (ເຊັ່ນ: ພຣະທຳທີ່ກ່ຽວຂ້ອງກັບວ່າພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ຍຸກໃດໃນຕອນນີ້, ພຣະເຈົ້າຕ້ອງການບັນລຸຜົນຫຍັງໃນຕອນນີ້, ການບັງເກີດເປັນມະນຸດແມ່ນຫຍັງ ແລະ ອື່ນໆອີກ; ທັງໝົດນີ້ແມ່ນກ່ຽວກັບນິມິດ). ເສັ້ນທາງທີ່ມະນຸດຄວນເຂົ້າໝາຍເຖິງຫຍັງ? ສິ່ງນີ້ໝາຍເຖິງພຣະທໍາຂອງພຣະເຈົ້າທີ່ມະນຸດຄວນປະຕິບັດຕາມ ແລະ ເຂົ້າປະຕິບັດ. ສິ່ງທີ່ໄດ້ກ່າວມາຂ້າງເທິງແມ່ນລັກສະນະສອງຢ່າງຂອງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ. ນັບຈາກນີ້ໄປ, ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃນລັກສະນະນີ້. ຖ້າເຈົ້າມີຄວາມເຂົ້າໃຈທີ່ຊັດເຈນໃນພຣະທໍາຂອງພຣະເຈົ້າທີ່ກ່ຽວກັບນິມິດ, ແລ້ວມັນກໍ່ບໍ່ຈຳເປັນຕ້ອງສືບຕໍ່ອ່ານພວກມັນຕະຫຼອດເວລາ. ສິ່ງທີ່ສໍາຄັນຫຼັກໆກໍ່ຄືການກິນ ແລະ ດື່ມພຣະທໍາກ່ຽວກັບການເຂົ້າປະຕິບັດໃຫ້ຫຼາຍຂຶ້ນ ເຊັ່ນ: ວິທີການຫັນຫົວໃຈຂອງເຈົ້າເຂົ້າຫາພຣະເຈົ້າ, ວິທີສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ວິທີການກະບົດຕໍ່ເນື້ອໜັງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນນໍາໄປປະຕິບັດ. ຖ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ການສົນທະນາທີ່ແທ້ຈິງກໍ່ຈະເປັນໄປບໍ່ໄດ້. ຫຼັງຈາກທີ່ເຈົ້າຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ, ເມື່ອເຈົ້າເຂົ້າໃຈວ່າແມ່ນຫຍັງຄືສິ່ງສຳຄັນ, ການສົນທະນາກໍ່ຈະເປີດກວ້າງຂຶ້ນ ແລະ ສຳລັບບັນຫາຫຍັງກໍ່ຕາມທີ່ເກີດຂຶ້ນ ເຈົ້າກໍ່ຈະສາມາດສົນທະນາ ແລະ ເຂົ້າໃຈຄວາມເປັນຈິງ. ເມື່ອກຳລັງສົນທະນາກ່ຽວກັບພຣະທຳຂອງພຣະເຈົ້າ, ຖ້າເຈົ້າບໍ່ມີຄວາມເປັນຈິງ, ແລ້ວເຈົ້າກໍ່ບໍ່ໄດ້ເຂົ້າໃຈວ່າແມ່ນຫຍັງຄືສິ່ງສຳຄັນ, ເຊິ່ງສະແດງໃຫ້ເຫັນວ່າ ເຈົ້າບໍ່ຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ບາງຄົນອາດຮູ້ສຶກເມື່ອຍເມື່ອກຳລັງອ່ານພຣະທໍາຂອງພຣະເຈົ້າ ເຊິ່ງບໍ່ແມ່ນສະພາວະທີ່ປົກກະຕິ. ສິ່ງທີ່ປົກກະຕິກໍ່ຄືການບໍ່ຮູ້ສຶກເມື່ອຍໃນການອ່ານພຣະທຳຂອງພຣະເຈົ້າຈັກເທື່ອ ແລະ ເຫັນພຣະທໍາຂອງພຣະເຈົ້າເປັນສິ່ງທີ່ດີຢູ່ສະເໝີ. ນີ້ແມ່ນວິທີການທີ່ຄົນທີ່ໄດ້ເຂົ້າສູ່ພຣະທໍາໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ເມື່ອເຈົ້າຮູ້ສຶກວ່າ ພຣະທໍາຂອງພຣະເຈົ້າເປັນຈິງຫຼາຍຂຶ້ນ ແລະ ເປັນສິ່ງທີ່ມະນຸດຄວນປະຕິບັດແທ້ໆ; ເມື່ອເຈົ້າຮູ້ສຶກວ່າພຣະທໍາຂອງພຣະອົງສາມາດຊ່ວຍເຫຼືອ ແລະ ເປັນປະໂຫຍດຕໍ່ມະນຸດຢ່າງຍິ່ງ ແລະ ພວກມັນຄືການສະໜອງໃຫ້ແກ່ຊີວິດຂອງມະນຸດ, ນັ້ນກໍ່ຄືພຣະວິນຍານບໍລິສຸດທີ່ໄດ້ມອບຄວາມຮູ້ສຶກນີ້ໃຫ້ແກ່ເຈົ້າ ແລະ ເປັນພຣະວິນຍານບໍລິສຸດທີ່ດົນບັນດານເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດໃນຕົວເຈົ້າ ແລະ ພຣະເຈົ້າບໍ່ໄດ້ຫັນໜີຈາກເຈົ້າ. ເມື່ອເຫັນວ່າພຣະເຈົ້າມີແຕ່ກ່າວພຣະທໍາຢູ່ສະເໝີ, ບາງຄົນກໍ່ເລີ່ມເມື່ອຍກັບພຣະທຳຂອງພຣະອົງ ແລະ ຄິດວ່າບໍ່ມີຜົນຫຍັງ ບໍ່ວ່າພວກເຂົາຈະອ່ານພຣະທໍາ ຫຼື ບໍ່, ເຊິ່ງບໍ່ແມ່ນສະພາວະທີ່ປົກກະຕິ. ພວກເຂົາຂາດຫົວໃຈທີ່ຫິວກະຫາຍເພື່ອເຂົ້າສູ່ຄວາມເປັນຈິງ ແລະ ຄົນແບບນັ້ນບໍ່ຫິວກະຫາຍ ຫຼື ໃຫ້ຄວາມສໍາຄັນແກ່ການຖືກເຮັດໃຫ້ສົມບູນ. ເມື່ອໃດກໍ່ຕາມທີ່ເຈົ້າເຫັນວ່າເຈົ້າບໍ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ, ສິ່ງນີ້ກໍ່ສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ປົກກະຕິ. ໃນອະດີດ, ການທີ່ພຣະເຈົ້າຫັນໜີຈາກເຈົ້າ ຫຼື ບໍ່ ແມ່ນສາມາດກຳນົດໄດ້ໂດຍການທີ່ເຈົ້າມີຄວາມສະຫງົບພາຍໃນ ຫຼື ບໍ່ ແລະ ເຈົ້າມີຄວາມສຸກ ຫຼື ບໍ່. ຕອນນີ້, ສິ່ງສໍາຄັນກໍ່ຄື ເຈົ້າຫິວກະຫາຍຫາພຣະທໍາຂອງພຣະເຈົ້າ ຫຼື ບໍ່, ພຣະທໍາຂອງພຣະອົງຄືຄວາມເປັນຈິງຂອງເຈົ້າ ຫຼື ບໍ່, ເຈົ້າມີຄວາມເຊື່ອ ຫຼື ບໍ່ ແລະ ເຈົ້າສາມາດເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອພຣະເຈົ້າ ຫຼື ບໍ່. ເວົ້າອີກຢ່າງໜຶ່ງກໍ່ຄື ມະນຸດຖືກຕັດສິນໂດຍຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ພຣະເຈົ້າຊີ້ນໍາພຣະທໍາຂອງພຣະອົງຕໍ່ມະນຸດຊາດທັງປວງ. ຖ້າເຈົ້າເຕັມໃຈອ່ານພຣະທໍາ, ພຣະອົງກໍ່ຈະສ່ອງແສງໃຫ້ແກ່ເຈົ້າ, ແຕ່ຖ້າເຈົ້າບໍ່ເຕັມໃຈ ພຣະອົງກໍ່ຈະບໍ່ສ່ອງແສງໃຫ້ແກ່ເຈົ້າ. ພຣະເຈົ້າສ່ອງແສງສະຫວ່າງແກ່ຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທໍາ ແລະ ພຣະອົງສ່ອງແສງສະຫວ່າງໃຫ້ແກ່ຄົນທີ່ສະແຫວງຫາພຣະອົງ. ບາງຄົນເວົ້າວ່າ ພຣະເຈົ້າບໍ່ໄດ້ສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ ເຖິງແມ່ນຫຼັງຈາກທີ່ພວກເຂົາອ່ານພຣະທໍາຂອງພຣະອົງ. ແຕ່ເຈົ້າອ່ານພຣະທໍາເຫຼົ່ານີ້ໃນລັກສະນະໃດ? ຖ້າເຈົ້າອ່ານພຣະທໍາຂອງພຣະອົງໃນລັກສະນະທີ່ມະນຸດທີ່ນັ່ງຢູ່ເທິງຫຼັງມ້າແນມເບິ່ງດອກໄມ້ ແລະ ບໍ່ໃຫ້ຄວາມສໍາຄັນແກ່ຄວາມເປັນຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ແກ່ເຈົ້າໄດ້ແນວໃດ? ຄົນທີ່ບໍ່ເຊີດຊູພຣະທໍາຂອງພຣະເຈົ້າຈະຖືກພຣະອົງເຮັດໃຫ້ສົມບູນໄດ້ແນວໃດ? ຖ້າເຈົ້າບໍ່ເຊີດຊູພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຄວາມຈິງ ແລະ ຄວາມເປັນຈິງ. ຖ້າເຈົ້າເຊີດຊູພຣະທໍາຂອງພຣະອົງ, ແລ້ວເຈົ້າຈະສາມາດນໍາຄວາມຈິງໄປປະຕິບັດ ແລະ ມີແຕ່ໃນເມື່ອນັ້ນ ເຈົ້າຈຶ່ງຈະມີຄວາມເປັນຈິງ. ນີ້ຄືເຫດຜົນທີ່ເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຢູ່ຕະຫຼອດເວລາ ບໍ່ວ່າເຈົ້າຈະຄາວຽກ ຫຼື ບໍ່, ບໍ່ວ່າສະຖານະການຈະດີ ຫຼື ບໍ່ ແລະ ບໍ່ວ່າເຈົ້າກໍາລັງຖືກທົດລອງ ຫຼື ບໍ່. ສະຫຼຸບກໍ່ຄືພຣະທໍາຂອງພຣະເຈົ້າຄືພື້ນຖານຂອງການມີຢູ່ຂອງມະນຸດ. ບໍ່ມີໃຜສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້, ແຕ່ຕ້ອງກິນພຣະທໍາຂອງພຣະອົງດັ່ງທີ່ພວກເຂົາກິນເຂົ້າສາມຄາບຕໍ່ມື້. ການຖືກເຮັດໃຫ້ສົມບູນ ແລະ ການຖືກຮັບເອົາໂດຍພຣະເຈົ້າເປັນເລື່ອງງ່າຍແບບນັ້ນບໍ? ບໍ່ວ່າເຈົ້າຈະເຂົ້າໃຈໃນປັດຈຸບັນ ຫຼື ບໍ່ ແລະ ບໍ່ວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ບໍ່, ເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ນີ້ຄືການເຂົ້າສູ່ຫົນທາງທີ່ຫ້າວຫັນ. ຫຼັງຈາກທີ່ໄດ້ອ່ານພຣະທໍາຂອງພຣະເຈົ້າ, ໃຫ້ຟ້າວປະຕິບັດສິ່ງທີ່ເຈົ້າສາມາດປະຕິບັດໄດ້ ແລະ ປ່ອຍວາງສິ່ງທີ່ເຈົ້າບໍ່ສາມາດປະຕິບັດໄດ້ກ່ອນ. ອາດຈະມີພຣະທໍາຂອງພຣະເຈົ້າຫຼາຍຂໍ້ທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້ໃນຕອນຕົ້ນ, ແຕ່ຫຼັງຈາກນັ້ນສອງ ຫຼື ສາມເດືອນ, ບາງເທື່ອກໍ່ໜຶ່ງປີ, ເຈົ້າກໍ່ຈະເຂົ້າໃຈ. ມັນເປັນແບບນີ້ໄດ້ແນວໃດ? ມັນເປັນເພາະພຣະເຈົ້າບໍ່ສາມາດເຮັດໃຫ້ມະນຸດສົມບູນໄດ້ພຽງມື້ໜຶ່ງ ຫຼື ສອງມື້. ໃນເວລາສ່ວນໃຫຍ່ ເມື່ອເຈົ້າອ່ານພຣະທໍາຂອງພຣະອົງ, ເຈົ້າອາດບໍ່ເຂົ້າໃຈໃນທັນທີ. ໃນເວລານັ້ນ ມັນອາດເບິ່ງຄືກັບວ່າເປັນໜັງສືທໍາມະດາ; ເຈົ້າຕ້ອງມີປະສົບການກັບພຣະທຳເຫຼົ່ານັ້ນໃນໄລຍະໜຶ່ງກ່ອນທີ່ເຈົ້າຈະສາມາດເຂົ້າໃຈພວກມັນໄດ້. ຍ້ອນພຣະເຈົ້າໄດ້ກ່າວພຣະທໍາໄວ້ຢ່າງຫຼວງຫຼາຍ, ເຈົ້າຄວນພະຍາຍາມສຸດຄວາມສາມາດຂອງເຈົ້າເພື່ອກິນ ແລະ ດື່ມພຣະທໍາຂອງພຣະອົງ ແລ້ວຫຼັງຈາກນັ້ນ ເຈົ້າຈະເຂົ້າໃຈໂດຍທີ່ເຈົ້າບໍ່ຮູ້ຕົວ ແລະ ພຣະວິນຍານບໍລິສຸດຈະສ່ອງແສງສະຫວ່າງໃຫ້ແກ່ເຈົ້າໂດຍທີ່ເຈົ້າບໍ່ຮູ້ຕົວ. ເມື່ອເວລາພຣະວິນຍານບໍລິສຸດສ່ອງແສງສະຫວ່າງໃຫ້ແກ່ມະນຸດ, ມັນກໍ່ມັກເກີດຂຶ້ນໂດຍທີ່ມະນຸດບໍ່ຮູ້ຕົວ. ພຣະອົງສ່ອງແສງສະຫວ່າງ ແລະ ຊີ້ນໍາເຈົ້າ ເມື່ອເຈົ້າຫິວກະຫາຍ ແລະ ສະແຫວງຫາ. ຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດແມ່ນອີງໃສ່ພຣະທໍາຂອງພຣະເຈົ້າທີ່ເຈົ້າກິນ ແລະ ດື່ມ. ທຸກຄົນທີ່ບໍ່ໃຫ້ຄວາມສໍາຄັນຕໍ່ພຣະທໍາຂອງພຣະເຈົ້າ ແລະ ມີທ່າທີ່ໆແຕກຕ່າງຕໍ່ພຣະທໍາຂອງພຣະອົງ ແລ້ວເຊື່ອໃນຄວາມຄິດທີ່ງົມງວາຍຂອງພວກເຂົາວ່າ ມັນບໍ່ໄດ້ແຕກຕ່າງເຖິງວ່າພວກເຂົາຈະອ່ານພຣະທຳຂອງພຣະອົງ ຫຼື ບໍ່, ຄົນເຫຼົ່ານີ້ເປັນຄົນທີ່ບໍ່ມີຄວາມເປັນຈິງ. ພາລະກິດຂອງພຣະວິນຍານບໍລິສຸດ ຫຼື ແສງສະຫວ່າງຂອງພຣະອົງບໍ່ສາມາດປາກົດເຫັນໃນຄົນດັ່ງກ່າວ. ຄົນແບບນີ້ພຽງແຕ່ໃຊ້ຊີວິດຢ່າງໄຮ້ຄ່າ ແລະ ເປັນຄົນທຳທ່າເຮັດໂດຍທີ່ບໍ່ມີຄຸນສົມບັດຢ່າງແທ້ຈິງຄືກັນກັບ ທ້າວ ນາງກົວໃນຄໍາອຸປະມາ[ກ].
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ໝາຍເຫດ:
ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ໃນຄໍາອຸປະມາ”.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ