ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 404
18 ເດືອນກໍລະກົດ 2025
ເມື່ອພຣະທໍາຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍ່ຄວນຮັບເອົາພວກມັນໃນທັນທີ ແລ້ວກິນ ແລະ ດື່ມພຣະທໍາເຫຼົ່ານັ້ນ. ບໍ່ວ່າເຈົ້າຈະເຂົ້າໃຈພຣະທໍາເຫຼົ່ານັ້ນຫຼາຍສໍ່າໃດ, ໜຶ່ງມຸມມອງທີ່ເຈົ້າຕ້ອງຍຶດໝັ້ນກໍ່ຄືການກິນ ແລະ ດື່ມ, ການຮູ້ຈັກ ແລະ ການປະຕິບັດພຣະທຳຂອງພຣະອົງ. ນີ້ແມ່ນສິ່ງທີ່ເຈົ້າຄວນສາມາດເຮັດໄດ້. ບໍ່ຕ້ອງກັງວົນວ່າວຸດທິພາວະຂອງເຈົ້າອາດມີຫຼາຍສໍ່າໃດ; ພຽງແຕ່ໃສ່ໃຈກັບການກິນ ແລະ ດື່ມພຣະທໍາຂອງພຣະອົງ. ນີ້ຄືສິ່ງທີ່ມະນຸດຄວນໃຫ້ການຮ່ວມມື. ຊີວິດຝ່າຍວິນຍານຂອງເຈົ້າຄືການພະຍາຍາມເຂົ້າສູ່ຄວາມເປັນຈິງໃນການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເປັນຫຼັກ ແລະ ນໍາພຣະທໍາເຫຼົ່ານັ້ນໄປປະຕິບັດ. ມັນບໍ່ແມ່ນທຸລະຂອງເຈົ້າທີ່ຈະໄປໃສ່ໃຈກັບສິ່ງອື່ນ. ຜູ້ນໍາຄຣິສຕະຈັກຄວນທີ່ຈະສາມາດຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາທຸກຄົນ ເພື່ອວ່າພວກເຂົາຈະໄດ້ຮູ້ຈັກວິທີກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ. ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກແຕ່ລະຄົນ. ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ທຸກຄົນຄວນຖືເອົາການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເປັນສິ່ງທີ່ສໍາຄັນຫຼາຍ ແລະ ຄວນຮັກສາພຣະທໍານັ້ນໄວ້ໃນຫົວໃຈຂອງພວກເຂົາ. ການເຂົ້າສູ່ຄວາມເປັນຈິງນີ້ ໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ຄົນສ່ວນໃຫຍ່ຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ຮູ້ສຶກວ່າພຣະທໍາຂອງພຣະອົງແມ່ນສົດໃໝ່ ບໍ່ວ່າຈະເປັນເວລາໃດກໍ່ຕາມ. ນີ້ໝາຍຄວາມວ່າ ພວກເຂົາກຳລັງເລີ່ມກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າໄດ້ໃຊ້ພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ສະໜອງໃຫ້ແກ່ມະນຸດ. ເມື່ອທຸກຄົນປາຖະໜາ ແລະ ຫິວກະຫາຍຫາພຣະທໍາຂອງພຣະເຈົ້າ, ມະນຸດຊາດກໍ່ຈະເຂົ້າສູ່ໂລກແຫ່ງພຣະທໍາຂອງພຣະອົງ.
ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ. ເຈົ້າຮູ້ຫຼາຍສໍ່າໃດ? ເຈົ້າໄດ້ນໍາໄປປະຕິບັດຫຼາຍສໍ່າໃດ? ຖ້າຜູ້ນໍາຄຣິສຕະຈັກທີ່ບໍ່ໄດ້ຊີ້ນໍາອ້າຍເອື້ອຍນ້ອງຂອງພວກເຂົາເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ແລ້ວພວກເຂົາກໍ່ໄດ້ປະລະໜ້າທີ່ຂອງພວກເຂົາ ແລະ ລົ້ມເຫຼວໃນການປະຕິບັດຕໍ່ຄວາມຮັບຜິດຊອບຂອງພວກເຂົາ! ບໍ່ວ່າຄວາມເຂົ້າໃຈຂອງເຈົ້າຈະເລິກເຊິ່ງ ຫຼື ມີພຽງແຕ່ຜິວເຜີນ, ບໍ່ວ່າ ເຈົ້າຈະມີຄວາມເຂົ້າໃຈໃນລະດັບໃດກໍ່ຕາມ, ເຈົ້າຕ້ອງຮູ້ວິທີກິນ ແລະ ດື່ມພຣະທໍາຂອງພຣະອົງ, ເຈົ້າຕ້ອງເອົາໃຈໃສ່ຫຼາຍຕໍ່ພຣະທໍາຂອງພຣະອົງ ແລະ ເຂົ້າໃຈຄວາມສໍາຄັນ ແລະ ຄວາມຈໍາເປັນໃນການກິນ ແລະ ການດື່ມພຣະທໍາເຫຼົ່ານັ້ນ. ພຣະເຈົ້າໄດ້ກ່າວມາຫຼາຍແລ້ວ, ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ຫຼື ພະຍາຍາມສະແຫວງຫາ ຫຼື ນໍາເອົາພຣະທໍາຂອງພຣະອົງໄປປະຕິບັດ, ນີ້ກໍ່ບໍ່ສາມາດເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ, ຜະເຊີນກັບພຣະທໍາຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທໍາຂອງພຣະອົງ. ມີພຽງແຕ່ສິ່ງນີ້ຈຶ່ງສາມາດເອີ້ນໄດ້ວ່າເປັນການເຊື່ອໃນພຣະເຈົ້າ! ຖ້າເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າດ້ວຍປາກຂອງເຈົ້າ ແຕ່ຍັງບໍ່ສາມາດນໍາພຣະທໍາຂໍ້ໃດຂອງພຣະອົງໄປປະຕິບັດ ຫຼື ກໍ່ໃຫ້ເກີດຄວາມເປັນຈິງໃດເລີຍ, ສິ່ງນີ້ບໍ່ເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ກົງກັນຂ້າມ, ມັນຄື “ການຊອກຫາກິນເຂົ້າຈີ່ຈົນອີ່ມ”. ການເວົ້າເຖິງຄຳພະຍານຕື້ນໆ, ສິ່ງທີ່ບໍ່ມີປະໂຫຍດ ແລະ ເລື່ອງຜິວເຜີນເທົ່ານັ້ນ ໂດຍບໍ່ມີຄວາມເປັນຈິງແມ່ນແຕ່ໜ້ອຍດຽວ: ສິ່ງເຫຼົ່ານີ້ບໍ່ໄດ້ປະກອບເປັນຄວາມເຊື່ອໃນພຣະເຈົ້າ ແລະ ເຈົ້າບໍ່ໄດ້ເຂົ້າໃຈວິທີທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ໄດ້ຫຼາຍເທົ່າທີ່ເປັນໄປໄດ້? ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ແຕ່ ສະແຫວງຫາພຽງແຕ່ເພື່ອຂຶ້ນສະຫວັນ, ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ແມ່ນຫຍັງຄືຂັ້ນຕອນທໍາອິດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຮັດ? ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍເສັ້ນທາງໃດ? ເຈົ້າສາມາດຖືກເຮັດໃຫ້ສົມບູນ ໂດຍບໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າບໍ? ເຈົ້າສາມາດຖືວ່າເປັນປະຊາຊົນໃນອານາຈັກ ໂດຍບໍ່ມີພຣະທໍາຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຄວາມເປັນຈິງຂອງເຈົ້າບໍ? ຄວາມເຊື່ອໃນພຣະເຈົ້າແມ່ນໝາຍເຖິງຫຍັງແທ້ໆ? ຢ່າງໜ້ອຍທີ່ສຸດ, ຜູ້ເຊື່ອໃນພຣະເຈົ້າຄວນປະພຶດດີໃນພາຍນອກ; ສິ່ງທີ່ສໍາຄັນທີ່ສຸດກໍ່ຄື ການມີພຣະທໍາຂອງພຣະເຈົ້າ. ບໍ່ວ່າດ້ວຍຫຍັງກໍ່ຕາມ ເຈົ້າບໍ່ສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້. ການຮູ້ຈັກພຣະເຈົ້າ ແລະ ການຕອບສະໜອງຕໍ່ເຈດຕະນາຂອງພຣະອົງລ້ວນແລ້ວແຕ່ຖືກບັນລຸຜ່ານພຣະທໍາຂອງພຣະອົງ. ໃນອະນາຄົດ, ທຸກຊາດ, ທຸກນິກາຍ, ທຸກສາສະໜາ ແລະ ທຸກພາກສ່ວນຈະຖືກເອົາຊະນະຜ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າຈະກ່າວໂດຍກົງ ແລະ ທຸກຄົນຈະຮັບເອົາພຣະທໍາຂອງພຣະອົງໄວ້ໃນມືຂອງພວກເຂົາ ແລະ ດ້ວຍວິທີນີ້, ມະນຸດຊາດກໍ່ຈະຖືກເຮັດໃຫ້ສົມບູນ. ພຣະທໍາຂອງພຣະເຈົ້າຈະເຜີຍແຜ່ໄປທົ່ວທັງພາຍໃນ ແລະ ພາຍນອກ: ມະນຸດຊາດຈະກ່າວພຣະທໍາຂອງພຣະເຈົ້າດ້ວຍປາກຂອງພວກເຂົາ, ປະຕິບັດຕາມພຣະທໍາຂອງພຣະເຈົ້າ ແລະ ຮັກສາພຣະທໍາຂອງພຣະອົງໄວ້ພາຍໃນ, ຍັງຄົງແຊ່ໃນພຣະທຳຂອງພຣະເຈົ້າທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ມະນຸດຊາດຈຶ່ງຈະຖືກເຮັດໃຫ້ສົມບູນ. ຄົນທີ່ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງ, ຄົນເຫຼົ່ານີ້ຄືຄົນທີ່ມີພຣະທໍາຂອງພຣະເຈົ້າເປັນຄວາມເປັນຈິງຂອງພວກເຂົາ.
ການເຂົ້າສູ່ຍຸກແຫ່ງພຣະທໍາ ນັ້ນກໍ່ຄື ຍຸກແຫ່ງອານາຈັກພັນປີ ຄືພາລະກິດທີ່ກໍາລັງສໍາເລັດໃນປັດຈຸບັນ. ນັບຕັ້ງແຕ່ນີ້ຕໍ່ໄປ, ໃຫ້ປະຕິບັດການສົນທະນາກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີການກິນ ແລະ ດື່ມ ພ້ອມທັງການຜະເຊີນກັບພຣະທໍາຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ. ເຈົ້າຕ້ອງກໍ່ໃຫ້ເກີດປະສົບການຕົວຈິງບາງຢ່າງເພື່ອທີ່ຈະຊັກຈູງຄົນອື່ນ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ບໍ່ມີຜູ້ໃດຈະຖືກຊັກຈູງໃຫ້ເຊື່ອໄດ້! ທຸກຄົນທີ່ຖືກພຣະເຈົ້າໃຊ້ກໍ່ສາມາດດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ສາມາດກໍ່ໃຫ້ເກີດຄວາມເປັນຈິງນີ້ໄດ້ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ນີ້ກໍ່ສະແດງວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍບໍ່ໄດ້ຖືກເຮັດໃຫ້ສົມບູນ. ນີ້ຄືຄວາມສໍາຄັນໃນພຣະທໍາຂອງພຣະເຈົ້າ. ເຈົ້າມີຫົວໃຈທີ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າບໍ? ຄົນທີ່ຫິວກະຫາຍຫາພຣະທໍາຂອງພຣະເຈົ້າກໍ່ຫິວກະຫາຍຫາຄວາມຈິງ ແລະ ມີພຽງແຕ່ຄົນແບບນັ້ນຈຶ່ງຈະໄດ້ຮັບພອນຈາກພຣະເຈົ້າ. ໃນອະນາຄົດ, ມັນຈະມີພຣະທໍາອີກຫຼາຍຂໍ້ທີ່ພຣະເຈົ້າຈະກ່າວຕໍ່ທຸກສາສະໜາ ແລະ ທຸກນິກາຍຕ່າງໆ. ພຣະອົງກ່າວກ່ອນ ແລະ ເປັ່ງສຽງຂອງພຣະອົງທ່າມກາງພວກເຈົ້າເພື່ອເຮັດໃຫ້ພວກເຈົ້າສົມບູນ ກ່ອນທີ່ຈະສືບຕໍ່ກ່າວ ແລະ ເປັ່ງສຽງຂອງພຣະອົງທ່າມກາງຄົນຕ່າງຊາດເພື່ອເອົາຊະນະພວກເຂົາ. ຜ່ານພຣະທໍາຂອງພຣະອົງ, ທຸກຄົນຈະເຊື່ອໝັ້ນຢ່າງຈິງໃຈ ແລະ ຢ່າງສິ້ນເຊີງ. ຜ່ານພຣະທໍາຂອງພຣະເຈົ້າ ແລະ ການເປີດເຜີຍຂອງພຣະອົງ, ອຸປະນິໄສທີ່ເສື່ອມຊາມຂອງມະນຸດຈະຫາຍໄປ, ເຂົາຈະຮັບເອົາລັກສະນະຂອງມະນຸດ ແລະ ອຸປະນິໄສທີ່ກະບົດຂອງເຂົາກໍ່ຈະຫຼຸດລົງ. ພຣະທໍາປະຕິບັດພາລະກິດຕໍ່ມະນຸດດ້ວຍສິດອໍານາດ ແລະ ເອົາຊະນະມະນຸດດ້ວຍແສງສະຫວ່າງຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າເຮັດໃນຍຸກປັດຈຸບັນ ພ້ອມດ້ວຍຈຸດປ່ຽນແປງໃນພາລະກິດຂອງພຣະອົງ, ລ້ວນແລ້ວແຕ່ສາມາດຖືກຄົ້ນພົບໃນພຣະທໍາຂອງພຣະອົງ. ຖ້າເຈົ້າບໍ່ອ່ານພຣະທໍາຂອງພຣະອົງ, ເຈົ້າກໍ່ຈະບໍ່ເຂົ້າໃຈຫຍັງ. ຜ່ານການກິນ ແລະ ການດື່ມພຣະທໍາຂອງພຣະອົງດ້ວຍຕົວເຈົ້າເອງ ແລະ ຜ່ານການມີສ່ວນສົນທະນາກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ປະສົບການຕົວຈິງຂອງເຈົ້າ, ເຈົ້າຈະໄດ້ຮັບຄວາມຮູ້ທີ່ສົມບູນກ່ຽວກັບພຣະທໍາຂອງພຣະເຈົ້າ. ມີພຽງແຕ່ເມື່ອນັ້ນ, ເຈົ້າຈຶ່ງຈະສາມາດໃຊ້ຊີວິດຕາມຄວາມເປັນຈິງຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ