ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 408

27 ເດືອນສິງຫາ 2020

ຖ້າເຈົ້າຢາກມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ເມື່ອປະຕິບັດຕາມເງື່ອນໄຂນີ້ ເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ເຖິງວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາໃນໝູ່ຄົນດ້ວຍວິທີ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ຜູ້ຄົນຍົກຍໍຊົມເຊີຍເຈົ້າ, ແຕ່ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າເພື່ອສ້າງຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນຂອງເຈົ້າກັບທຸກຄົນກໍຈະເປັນປົກກະຕິ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ອີງໃສ່ຝ່າຍເນື້ອໜັງ ແຕ່ອີງໃສ່ຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດອີງໃສ່ຝ່າຍເນື້ອໜັງ ແຕ່ໃນຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານຈິດໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ. ເຈົ້າຍິນດີທີ່ຈະເຊີດຊູຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ບໍ? ເຈົ້າຍິນດີທີ່ຈະມອບໃຈທັງໝົດໃຫ້ພຣະເຈົ້າບໍ ແລະ ບໍ່ເປັນຫວ່ງນໍາຕໍາແໜ່ງໜ້າຕາໃນໂລກນີ້ບໍ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນເທົ່າທຽມກັນບໍ? ຄວາມສໍາພັນທີ່ເຈົ້າມີຕໍ່ຄົນອື່ນອີງໃສ່ປັດຊະຍາແຫ່ງຊີວິດ ຫຼື ວ່າ ອີງໃສ່ຄວາມຮັກຂອງພຣະເຈົ້າ? ເມື່ອຜູ້ໃດຜູ້ໜຶ່ງບໍ່ມອບໃຈໃຫ້ພຣະເຈົ້າ ຊີວິດທາງຈິດວິນຍານຂອງລາວກໍເສົ້າໝອງ, ມຶນຊາ ແລະ ບໍ່ມີສະຕິ. ຄົນປະເພດນີ້ຈະບໍ່ມີວັນເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ຈະບໍ່ມີວັນມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ; ຄົນປະເພດນີ້ຈະບໍ່ມີວັນປ່ຽນແປງນິໄສ. ການປ່ຽນແປງນິໄສຂອງຄົນຜູ້ໜຶ່ງເກີດຂຶ້ນກໍຕໍ່ເມື່ອຄົນນັ້ນມອບໃຈທັງໝົດໃຫ້ພຣະເຈົ້າ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າເປີດໃຫ້ທຸກຄົນເຂົ້າຮ່ວມຢ່າງຫ້າວຫັນ ພ້ອມທັງຊ່ວຍຄົນໃຫ້ສາມາດປະຖິ້ມສິ່ງລົບ ພາຍຫຼັງໄດ້ຮັບຄວາມຮູ້. ເມື່ອເຈົ້າສາມາດມອບໃຈໃຫ້ພຣະເຈົ້າ ເຈົ້າຈະສາມາດສັງເກດເຫັນທຸກການປ່ຽນແປງໃນຊີວິດທາງຈິດວິນຍານຂອງເຈົ້າ ແລະ ເຈົ້າຈະຮູ້ຄວາມສະຫວ່າງ ແລະ ແສງເຍືອງທາງທຸກຢ່າງຈາກພຣະເຈົ້າ. ຍຶດໝັ້ນໃນສິ່ງນີ້ ແລະ ເຈົ້າກໍຈະ ກ້າວເຂົ້າສູ່ຫົນທາງແຫ່ງຄວາມສົມບູນຂອງພຣະວິນຍານບໍລິສຸດໂດຍເທື່ອລະກ້າວ. ຍິ່ງໃຈຂອງເຈົ້າສາມາດສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ ຈິດວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ ແລະ ຈິດວິນຍານຂອງເຈົ້າກໍ່ຈະສາມາດສໍາພັດການເຄື່ອນໄຫວທຸກຢ່າງຂອງພຣະວິນຍານບໍລິສຸດ ແລ້ວຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງຜູ້ຄົນແມ່ນເກີດຈາກບົນພື້ນຖານຂອງການມອບຫົວໃຈໃຫ້ກັບພຣະເຈົ້າ ເຊິ່ງບໍ່ໄດ້ເກີດຂຶ້ນຍ້ອນຄວາມພະຍາຍາມຂອງມະນຸດ. ຖ້າພວກເຂົາບໍ່ມີພຣະເຈົ້າໃນຈິດໃຈ ຄວາມສໍາພັນກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງ. ຄວາມສໍາພັນເຫຼົ່ານັ້ນບໍ່ປົກກະຕິ ແຕ່ເປັນການໝົກໝົ້ນໃນກິເລດ ເປັນຄວາມສໍາພັນທີ່ພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ. ຖ້າເຈົ້າເວົ້າວ່າຈິດວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າຢາກຄົບຫາແຕ່ຜູ້ທີ່ເຈົ້າຖືກໃຈ ຫຼື ຄົນທີ່ເຈົ້ານັບຖືເທົ່ານັ້ນ ແລະ ເມື່ອມີຜູ້ທີ່ບໍ່ຖືກໃຈເຈົ້າ, ຜູ້ທີ່ເຈົ້າລຳອຽງໃສ່ ແລ້ວເຈົ້າບໍ່ຢາກຄົບຫາ ນີ້ເປັນຫຼັກຖານບົ່ງບອກວ່າ ເຈົ້າເປັນຄົນເອົາຄວາມຮູ້ສຶກເປັນຫຼັກ ແລະ ເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າເລີຍ. ເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າ. ເຖິງວ່າເຈົ້າຈະສາມາດແບ່ງປັນຄວາມເຂົ້າໃຈ ແຕ່ເຈົ້າມີເຈຕະນາທີ່ຜິດ ທຸກສິ່ງທີ່ເຈົ້າເຮັດແມ່ນດີສະເພາະມາດຕະຖານຂອງມະນຸດເທົ່ານັ້ນ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ ເພາະວ່າເຈົ້າປະຕິບັດຕາມທາງເນື້ອໜັງ ບໍ່ແມ່ນຕາມທາງຂອງພຣະເຈົ້າ. ຖ້າເຈົ້າສາມາດສະຫງົບໃຈຕໍ່ໜ້າພຣະເຈົ້າ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະເຈົ້າ ເມື່ອນັ້ນເຈົ້າຈິ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້. ໂດຍວິທີນີ້ ບໍ່ວ່າເຈົ້າຈະຄົບຫາກັບຄົນອື່ນໃນລັກສະນະໃດກໍຕາມ ກໍຈະບໍ່ຖືວ່າອີງຕາມປັດຊະຍາຂອງມະນຸດ ແຕ່ເປັນການດໍາລົງຢູ່ຕໍ່ໜ້າພຣະເຈົ້າ ແລະ ເອົາໃຈໃສ່ພາລະກິດຂອງພຣະອົງ. ທ່າມກາງພວກເຈົ້າມີຄົນລັກສະນະນີ້ຈັກຄົນ? ຄວາມສໍາພັນຂອງເຈົ້າກັບຄົນອື່ນປົກກະຕິແທ້ໆບໍ? ຄວາມສໍາພັນເຫຼົ່ານັ້ນສ້າງຂຶ້ນບົນພື້ນຖານຫຍັງ? ໃນໂຕເຈົ້າມີປັດຊະຍາແຫ່ງຊີວິດຈັກປະການ? ເຈົ້າໄດ້ປະຖິ້ມແລ້ວບໍ? ຖ້າໃຈຂອງເຈົ້າບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ ເຈົ້າກໍບໍ່ແມ່ນເກີດຈາກພຣະເຈົ້າ ແຕ່ເກີດຈາກຊາຕານ ແລະ ໃນທີ່ສຸດກໍຈະກັບໄປຫາຊາຕານ. ເຈົ້າບໍ່ສົມຄວນເປັນຄົນຂອງພຣະເຈົ້າ. ສິ່ງທັງໝົດນີ້ເຈົ້າຕ້ອງໄດ້ພິຈາລະນາຢ່າງລະອຽດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນທີ່ສຸດທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ