ວິດີໂອຄຳພະຍານຂອງຊາວຄຣິດ “ການຫຼົບໜີຈາກກັງຫັນແຫ່ງຂ່າວລື”

29 ເດືອນເມສາ 2023

ວິວລຽມທີ່ເປັນຊາວຄຣິດ ໄດ້ບັງເອີນຮູ້ຈັກຂອງອ້າຍເອື້ອຍນ້ອງບາງຄົນຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜ່ານການເຕົ້າໂຮມ ແລະ ການສົນທະນາກັບພວກເຂົາ, ລາວໄດ້ຮຽນຮູ້ຄວາມຈິງ ແລະ ຄວາມເລິກລັບຫຼາຍຢ່າງທີ່ລາວບໍ່ເຄີຍເຂົ້າໃຈມາກ່ອນໃນຄວາມເຊື່ອຂອງລາວ ແລະ ຮູ້ສຶກວ່າໄດ້ຮັບການລ້ຽງດູຫຼາຍໃນຝ່າຍວິນຍານ. ແຕ່ຫຼັງຈາກນັ້ນ ລາວກໍພົບກັບຂ່າວລືບາງຢ່າງໃນອອນລາຍທີ່ເຮັດໃຫ້ລາວຮູ້ສຶກບໍ່ສະບາຍໃຈ ແລະ ສັບສົນ: ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສາມາດເປັນຄືກັບສິ່ງທີ່ມີການເວົ້າໃນອອນລາຍແທ້ໆບໍ? ລາວຄວນສືບຕໍ່ພິຈາລະນາເບິ່ງມັນບໍ? ແລ້ວຖ້າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນພຣະຜູ້ເປັນເຈົ້າທີ່ກັບຄືນມາຢ່າງແທ້ຈິງ, ລາວຈະບໍ່ສູນເສຍໂອກາດຂອງລາວທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າບໍ ຖ້າລາວບໍ່ໄດ້ສືບຄົ້ນຫາມັນ? ພາຍໃຕ້ການຊີ້ນໍາທີ່ອັດສະຈັນຂອງພຣະເຈົ້າ, ລາວຕັດສິນໃຈທີ່ຈະປ່ອຍວາງແນວຄິດຂອງລາວ ແລະ ສືບຕໍ່ພິຈາລະນາເບິ່ງມັນ. ລາວເລີ່ມເຂົ້າໃຈຫຼັກການໃນການສືບຄົ້ນຫາຫົນທາງທີ່ແທ້ຈິງຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ລາວໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄຳເວົ້າຕົວະ ແລະ ແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນອົງພຣະເຢຊູເຈົ້າທີ່ກັບຄືນມາ. ຫຼັງຈາກນັ້ນ ລາວກໍຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປິຕິຍິນດີ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ