ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 301
11 ກຸມພາ 2026
ສາເຫດຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມເຊິ່ງເກີດຂຶ້ນໃນມະນຸດຄືການຊີ້ນໍາຢ່າງຜິດໆ, ຄວາມເສື່ອມຊາມ ແລະ ພິດຂອງຊາຕານ. ມະນຸດຖືກຜູກມັດ ແລະ ຖືກຄວບຄຸມໂດຍຊາຕານ ແລະ ເຂົາໄດ້ຮັບຄວາມເສຍຫາຍຊົ່ວຮ້າຍທີ່ຊາຕານກໍ່ໃຫ້ເກີດຂຶ້ນກັບຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ສາມາດຍອມຮັບຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ເກີດໃນດິນແດນທີ່ເສື່ອມຊາມທີ່ສຸດແມ່ນຍິ່ງບໍ່ຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ແມ່ນຫຍັງຄືຄວາມໝາຍໃນການເຊື່ອພຣະເຈົ້າ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ເຖິງການມີຢູ່ຂອງພຣະເຈົ້າໜ້ອຍເທົ່ານັ້ນ ແລະ ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຕໍ່າລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດອ່ອນນ້ອມຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍການອ່ອນນ້ອມຂອງເຂົາ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະສອດຄ່ອງຕາມເຈດຕະນາຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້. “ຄວາມຮູ້ສຶກນຶກຄິດທີ່ປົກກະຕິ” ໝາຍເຖິງການອ່ອນນ້ອມ ແລະ ການສັດຊື່ຕໍ່ພຣະເຈົ້າ, ການສະແຫວງຫາພຣະເຈົ້າ, ການມີຄວາມແນ່ນອນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນໝາຍເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຜິດປົກກະຕິຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີການສະແຫວງຫາພຣະເຈົ້າ, ແຮງໄກທີ່ເຂົາຈະມີສາມັນສໍານຶກຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກວ່ານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນກໍຍັງຕັດສິນພຣະອົງຫຼັບຫຼັງ ມະນຸດບໍ່ມີເຈດຕະນາອ່ອນນ້ອມຕໍ່ພຣະເຈົ້າ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຄົນດັ່ງກ່າວ ນັ້ນກໍຄື ຄົນທີ່ມີຄວາມຮູ້ສຶກນຶກຄິດຜິດປົກກະຕິແມ່ນບໍ່ສາມາດຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການກະບົດຂອງພວກເຂົາ. ຖ້າຜູ້ຄົນສາມາດຮູ້ຈັກຕົນເອງ, ແລ້ວ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນເລັກນ້ອຍ; ຍິ່ງຜູ້ຄົນຕໍ່ຕ້ານພຣະເຈົ້າຫຼາຍເທົ່າໃດ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາກໍຍິ່ງມີຄວາມຮູ້ສຶກນຶກຄິດນ້ອຍເທົ່ານັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ