ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 303

11 ກຸມພາ 2026

ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງມີຄວາມຮູ້ສຶກທາງເນື້ອໜັງ ຫຼື ຍ້ອນພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ ແຕ່ຍ້ອນມະນຸດບໍ່ຕ້ອງການຮັບເອົາພຣະເຈົ້າ ແລະ ເປັນຍ້ອນມະນຸດບໍ່ໄດ້ສະແຫວງຫາພຣະອົງດ້ວຍໃຈທີ່ຮ້ອນຮົນ. ບຸກຄົນທີ່ສະແຫວງຫາພຣະເຈົ້າດ້ວຍໃຈຈິງຈະຖືກສາບແຊ່ງໂດຍພຣະອົງໄດ້ແນວໃດ? ຜູ້ທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມີສາມັນສໍານຶກທີ່ດີຈະຖືກພຣະເຈົ້າສາບແຊ່ງໄດ້ແນວໃດ? ຜູ້ທີ່ນະມັດສະການ ແລະ ຮັບໃຊ້ພຣະເຈົ້າດ້ວຍໃຈຈິງຈະຖືກໄຟແຫ່ງຄວາມໂກດຮ້າຍຂອງພຣະອົງເຜົາໄໝ້ໄດ້ຢ່າງໃດ? ຜູ້ທີ່ເຕັມໃຈອ່ອນນ້ອມຕໍ່ພຣະເຈົ້າຈະຖືກເຕະອອກຈາກເຮືອນຂອງພຣະອົງໄດ້ແນວໃດ? ຜູ້ທີ່ບໍ່ສາມາດຢຸດຮັກພຣະອົງຈະຕົກຢູ່ໃນການລົງໂທດຂອງພຣະອົງໄດ້ແນວໃດ? ຜູ້ທີ່ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອພຣະອົງຈະຖືກປ່ອຍປະໃຫ້ສູນເສຍທຸກສິ່ງໄດ້ແນວໃດ? ມະນຸດບໍ່ເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ, ບໍ່ເຕັມໃຈທີ່ຈະສະຫຼະຊັບສິນຂອງຕົນເພື່ອພຣະເຈົ້າ, ບໍ່ເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດເພື່ອພຣະເຈົ້າ ແຕ່ກົງກັນຂ້າມພາກັນເວົ້າວ່າພຣະອົງກະທໍາເກີນໄປ, ສິ່ງທີ່ພຣະເຈົ້າເຮັດເກີນໄປແມ່ນບໍ່ກົງກັບແນວຄິດຂອງມະນຸດ. ດ້ວຍຄວາມເປັນມະນຸດແບບນີ້, ເຖິງແມ່ນວ່າພວກເຈົ້າທຸ້ມເທໃນຄວາມພະຍາຍາມຂອງພວກເຈົ້າ ພວກເຈົ້າກໍຍັງຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ, ແຮງໄກຖ້າພວກເຈົ້າບໍ່ສະແຫວງຫາພຣະເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນຜົນຜະລິດທີ່ມີຂໍ້ບົກຜ່ອງຂອງມະນຸດຊາດ? ພວກເຈົ້າບໍ່ຮູ້ບໍວ່າ ບໍ່ມີຄວາມເປັນມະນຸດໃດທີ່ຕໍ່າຊ້າກວ່າຄວາມເປັນມະນຸດຂອງພວກເຈົ້າ? ພວກເຈົ້າບໍ່ຮູ້ບໍວ່າແມ່ນຫຍັງທີ່ຄົນອື່ນເອີ້ນພວກເຈົ້າ? ຜູ້ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເອີ້ນພວກເຈົ້າວ່າ ບິດາຂອງໝາປ່າ, ມານດາຂອງໝາປ່າ, ບຸດຂອງໝາປ່າ ແລະ ລູກຫຼານຂອງໝາປ່າ; ພວກເຈົ້າແມ່ນທາຍາດຂອງໝາປ່າ, ຜູ້ຄົນຂອງໝາປ່າ ແລະ ພວກເຈົ້າຄວນຮູ້ຈັກຕົວຕົນຂອງພວກເຈົ້າເອງ ແລະ ຢ່າໄດ້ລືມມັນ. ຢ່າໄດ້ຄິດວ່າ ພວກເຈົ້າເປັນສິ່ງທີ່ສູງສົ່ງ: ພວກເຈົ້າເປັນກຸ່ມທີ່ບໍ່ແມ່ນມະນຸດທີ່ຊົ່ວຮ້າຍທີ່ສຸດໃນທ່າມກາງມະນຸດຊາດ. ພວກເຈົ້າບໍ່ຮູ້ສິ່ງນີ້ເລີຍບໍ? ພວກເຈົ້າຮູ້ບໍວ່າ ເຮົາຕ້ອງສ່ຽງເທົ່າໃດໂດຍການເຮັດພາລະກິດທ່າມກາງພວກເຈົ້າ? ຖ້າຄວາມຮູ້ສຶກນຶກຄິດຂອງພວກເຈົ້າບໍ່ສາມາດກັບມາເປັນປົກກະຕິອີກຄັ້ງ ແລະ ສາມັນສໍານຶກຂອງພວກເຈົ້າບໍ່ສາມາດເຮັດວຽກເປັນປົກກະຕິ, ແລ້ວພວກເຈົ້າກໍຈະບໍ່ມີວັນຫຼຸດພົ້ນອອກຈາກສາຍານາມ “ໝາປ່າ” ໄດ້, ພວກເຈົ້າຈະບໍ່ມີທາງໜີພົ້ນວັນແຫ່ງການສາບແຊ່ງໄດ້ ແລະ ຈະບໍ່ມີທາງໜີພົ້ນວັນແຫ່ງການລົງໂທດຂອງພວກເຈົ້າໄດ້. ພວກເຈົ້າເກີດມາຕໍ່າຕ້ອຍ ແລະ ເປັນສິ່ງທີ່ບໍ່ມີຄ່າ. ໂດຍທໍາມະຊາດແລ້ວ ພວກເຈົ້າຄືຝູງໝາປ່າທີ່ຫິວໂຫຍ, ເປັນສິ່ງເສດເຫຼືອ ແລະ ກອງຂີ້ເຫຍື້ອ ແລະ ບໍ່ຄືພວກເຈົ້າ ເຮົາບໍ່ໄດ້ເຮັດພາລະກິດຕໍ່ພວກເຈົ້າເພື່ອຮັບຄວາມນິຍົມຊົມຊອບ ແຕ່ຍ້ອນມີຄວາມຈໍາເປັນຕ້ອງເຮັດພາລະກິດ. ຖ້າພວກເຈົ້າຍັງສືບຕໍ່ກະບົດແບບນີ້, ເຮົາຈະຢຸດພາລະກິດຂອງເຮົາ ແລະ ຈະບໍ່ເຮັດພາລະກິດຕໍ່ພວກເຈົ້າອີກ; ໃນທາງກົງກັນຂ້າມ, ເຮົາຈະໂອນພາລະກິດຂອງເຮົາໃຫ້ກັບກຸ່ມອື່ນທີ່ເຮັດໃຫ້ເຮົາພໍໃຈ ແລະ ດ້ວຍວິທີນີ້ ກໍຈະປະຖິ້ມພວກເຈົ້າຕະຫຼອດໄປ ເພາະວ່າເຮົາບໍ່ເຕັມໃຈເຝົ້າເບິ່ງຜູ້ຄົນທີ່ເປັນປໍລະປັກກັບເຮົາ. ສະນັ້ນ, ພວກເຈົ້າປາດຖະໜາທີ່ເຂົ້າກັບເຮົາໃຫ້ໄດ້ບໍ ຫຼື ເປັນປໍລະປັກກັບເຮົາ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ