ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 307

13 ເດືອນກໍລະກົດ 2025

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ, ພຣະທຳຫຼາຍຂໍ້ຂອງພຣະເຈົ້າຈຶ່ງບໍ່ສາມາດປັກຮາກຖານໄດ້. ມີຫຼາກຫຼາຍເຫດຜົນສຳລັບຄວາມສາມາດຕໍ່າເຊັ່ນນີ້ ເຊັ່ນ: ຄວາມເສື່ອມຊາມຂອງຄວາມຄິດ ແລະ ສິນທຳຂອງມະນຸດ ແລະ ການຂາດການສັ່ງສອນທີ່ຖືກຕ້ອງ; ຄວາມເຊື່ອງົມງວາຍແບບສັກດີນາທີ່ໄດ້ເຂົ້າຍຶດຫົວໃຈຂອງມະນຸດຢ່າງຮ້າຍແຮງ; ວິທີຊີວິດທີ່ຊົ່ວຊ້າ ແລະ ເສື່ອມໂຊມທີ່ໄດ້ຝັງຄວາມຊົ່ວຫຼາຍຢ່າງຢູ່ໃນມຸມເລິກທີ່ສຸດຂອງຫົວໃຈມະນຸດ; ຄວາມເຂົ້າໃຈໜັງສືກ່ຽວກັບວັດທະນະທຳແບບຜິວເຜີນ ເຊິ່ງຄົນເກືອບເກົ້າສິບແປດເປີເຊັນແມ່ນຂາດການສຶກສາໃນເລື່ອງໜັງສືວັດທະນະທຳ ແລະ ຍິ່ງໄປກວ່ານັ້ນ ມີຄົນຈຳນວນໜ້ອຍຫຼາຍທີ່ໄດ້ຮັບການສຶກສາກ່ຽວກັບວັດທະນະທຳໃນລະດັບສູງ. ສະນັ້ນ ໂດຍພື້ນຖານແລ້ວຜູ້ຄົນແມ່ນບໍ່ຮູ້ຈັກວ່າ ພຣະເຈົ້າ ຫຼື ພຣະວິນຍານໝາຍເຖິງຫຍັງ, ພວກເຂົາມີພຽງພາບລັກສະນະທີ່ເລື່ອນລອຍ ແລະ ບໍ່ຊັດເຈນກ່ຽວກັບພຣະເຈົ້າ ເຊິ່ງໄດ້ຮັບມາຈາກຄວາມເຊື່ອງົມງວາຍແບບສັກດີນາ. ອິດທິພົນທີ່ເປັນອັນຕະລາຍຫຼາຍພັນປີຂອງ “ວິນຍານແຫ່ງຊາດນິຍົມຢ່າງສູງ” ທີ່ໄດ້ຝັງເລິກເຂົ້າໃນຫົວໃຈມະນຸດ ພ້ອມກັບຄວາມຄິດແບບສັກດີນາທີ່ຜູກມັດ ແລະ ລ່າມໂສ້ຜູ້ຄົນໂດຍບໍ່ມີອິດສະຫຼະແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມປະສົງທີ່ຈະສະແຫວງຫາ ຫຼື ຄວາມພາກພຽນ, ບໍ່ມີຄວາມປາຖະໜາທີ່ຈະກ້າວໜ້າ, ແຕ່ກົງກັນຂ້າມ ຍັງເປັນຄົນຄິດລົບ ແລະ ຖອຍຫຼັງ, ຍຶດຕິດໃນຄວາມຄິດທາງດ້ານຂ້າທາດ ແລະ ອື່ນໆອີກ, ປັດໄຈແທ້ຈິງເຫຼົ່ານີ້ໄດ້ຖ່າຍທອດແບບພິມຂອງຄວາມສົກກະປົກ ແລະ ຂີ້ຮ້າຍທີ່ລຶບບໍ່ອອກ ໃຫ້ກັບທັດສະນະຕາມອຸດົມຄະຕິ, ອຸດົມການ, ສິນທຳ ແລະ ອຸປະນິໄສຂອງມະນຸດ. ມັນເບິ່ງຄືກັບວ່າ ມະນຸດກຳລັງດຳລົງຊີວິດຢູ່ໃນໂລກຂອງຜູ້ກໍ່ການຮ້າຍທີ່ມືດມົວ ເຊິ່ງບໍ່ມີຜູ້ໃດທ່າມກາງພວກເຂົາສະແຫວງຫາຢູ່ເໜືອມັນ ແລະ ບໍ່ມີຜູ້ໃດທ່າມກາງພວກເຂົາຄິດຍ້າຍໄປຢູ່ໂລກອຸດົມຄະຕິ; ກົງກັນຂ້າມ ພວກເຂົາພໍໃຈກັບໂຊກຊະຕາໃນຊີວິດຂອງພວກເຂົາ, ໃຊ້ເວລາແຕ່ລະມື້ຂອງພວກເຂົາເພື່ອເກີດ ແລະ ລ້ຽງລູກຫຼານ, ດີ້ນຮົນ, ໃຊ້ເຫື່ອແຮງ, ໝົກມຸ້ນຢູ່ກັບວຽກເຮືອນຂອງພວກເຂົາ, ຝັນຢາກມີຄອບຄົວທີ່ສະບາຍ ແລະ ມີຄວາມສຸກ, ຄວາມຮັກໃນຊີວິດຄູ່, ລູກຫຼານທີ່ກະຕັນຍູ, ຄວາມສຸກໃນບັ້ນປາຍຊີວິດທີ່ພວກເຂົາຈະໄດ້ດຳລົງຊີວິດຂອງພວກເຂົາຢ່າງສະຫງົບສຸກ... ເປັນເວລາຫຼາຍສິບ, ຫຼາຍພັນ, ຫຼາຍໝື່ນປີຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເສຍເວລາຂອງພວກເຂົາໃນລັກສະນະນີ້ ໂດຍບໍ່ມີໃຜສ້າງຊີວິດທີ່ສົມບູນ, ທຸກຄົນພຽງແຕ່ເຈດຕະນາເຂັນຂ້າກັນໃນໂລກທີ່ມືດມົວນີ້, ແຂ່ງຂັນເພື່ອຊື່ສຽງ ແລະ ຊັບສິນ ແລະ ເຈດຕະນາວາງແຜນທໍາລາຍເຊິ່ງກັນແລະກັນ. ມີໃຜແດ່ທີ່ເຄີຍສະແຫວງຫາເຈດຕະນາຂອງພຣະເຈົ້າ? ມີໃຜແດ່ທີ່ເຄີຍໃສ່ໃຈພາລະກິດຂອງພຣະເຈົ້າ? ທຸກພາກສ່ວນຂອງມະນຸດຊາດທີ່ຖືກຄອບງຳໂດຍອິດທິພົນແຫ່ງຄວາມມືດໄດ້ກາຍເປັນທຳມະຊາດຂອງມະນຸດຕັ້ງແຕ່ໃດມາ ແລະ ດ້ວຍເຫດນັ້ນ ມັນຈຶ່ງຍາກທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ ແລະ ນອກນັ້ນ ຜູ້ຄົນກໍຍິ່ງບໍ່ມີຈິດໃຈທີ່ຈະສົນໃຈຕໍ່ສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບພວກເຂົາໃນປັດຈຸບັນ. ຢ່າງໃດກໍຕາມ, ເຮົາເຊື່ອວ່າຜູ້ຄົນຈະບໍ່ຂັດຂ້ອງທີ່ເຮົາກ່າວພຣະທຳເຫຼົ່ານີ້ ເພາະວ່າສິ່ງທີ່ເຮົາກຳລັງເວົ້າແມ່ນກ່ຽວກັບປະຫວັດສາດພັນປີ. ການກ່າວເຖິງປະຫວັດສາດໝາຍເຖິງຄວາມຈິງ ແລະ ຍິ່ງໄປກວ່ານັ້ນກໍເປັນເລື່ອງອັບອາຍຂາຍໜ້າທີ່ທຸກຄົນສາມາດເຫັນໄດ້ຢ່າງຊັດເຈນ, ແລ້ວແມ່ນຫຍັງຄືຜົນຂອງການເວົ້າໃນສິ່ງທີ່ກົງກັນຂ້າມກັບຄວາມຈິງ? ເຖິງຢ່າງໃດກໍຕາມ ເຮົາຍັງເຊື່ອວ່າຜູ້ຄົນທີ່ມີເຫດຜົນ ເມື່ອໄດ້ເຫັນພຣະທຳເຫຼົ່ານີ້ແລ້ວ ຈະຕື່ນຂຶ້ນ ແລະ ພະຍາຍາມກ້າວໄປຂ້າງໜ້າ. ພຣະເຈົ້າຫວັງວ່າ ມະນຸດຈະສາມາດດຳລົງຊີວິດ ແລະ ປະຕິບັດພາລະກິດຢ່າງສະຫງົບ ແລະ ດ້ວຍຄວາມພໍໃຈ ໃນຂະນະດຽວກັນກໍສາມາດຮັກພຣະເຈົ້າເຊັ່ນກັນ. ມັນຄືເຈດຕະນາຂອງພຣະເຈົ້າທີ່ຈະໃຫ້ມະນຸດຊາດທຸກຄົນເຂົ້າສູ່ການພັກຜ່ອນ; ຍິ່ງໄປກວ່ານີ້ ການເຮັດໃຫ້ແຜ່ນດິນໂລກທັງໝົດເຕັມໄປດ້ວຍຄວາມສະຫງ່າລາສີຂອງພຣະເຈົ້າກໍຄືຄວາມປາຖະໜາທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ມັນເປັນເລື່ອງທີ່ອັບອາຍຫຼາຍທີ່ມະນຸດຍັງຈົມຢູ່ກັບການຂາດສະຕິ ແລະ ບໍ່ຕື່ນຕົວ, ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ຈົນປັດຈຸບັນ ພວກເຂົາແມ່ນບໍ່ມີລັກສະນະຂອງມະນຸດອີກແລ້ວ. ສະນັ້ນ ຄວາມຄິດຂອງມະນຸດ, ສິນທຳ ແລະ ການສຶກສາແມ່ນໂສ້ສຳຄັນອັນໜຶ່ງ ແລະ ການຝຶກຝົນຮຽນຮູ້ກ່ຽວກັບໜັງສືວັດທະນະທຳແມ່ນອີກໂສ້ໜຶ່ງ ທີ່ດີກວ່າໃນການເພີ່ມຄວາມສາມາດກ່ຽວກັບວັດທະນະທຳຂອງມະນຸດ ແລະ ປ່ຽນແປງທັດສະນະຝ່າຍວິນຍານຂອງພວກເຂົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (3)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ