ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 310
18 ເດືອນທັນວາ 2025
ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ ເຊິ່ງເຮັດໃຫ້ພວກເຂົາໜຽວແໜນ ແລະ ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ[1]. ມະນຸດດໍາລົງຊີວິດຢູ່ໃນວົງຈອນສິບແປດຂອງນະຮົກ ຄືກັບວ່າ ພວກເຂົາຖືກພຣະເຈົ້າຂັບໄລ່ໃຫ້ໄປຢູ່ຄຸກໃຕ້ດິນ ໂດຍບໍ່ໃຫ້ເຫັນແສງສະຫວ່າງອີກເລີຍ. ຄວາມຄິດແບບສັກດີນາໄດ້ກົດຂີ່ຜູ້ຄົນຈົນພວກເຂົາເກືອບບໍ່ສາມາດຫາຍໃຈ ແລະ ຫາຍໃຈບໍ່ໄດ້. ພວກເຂົາບໍ່ມີເຫື່ອແຮງແມ່ນແຕ່ໜ້ອຍດຽວທີ່ຈະຕໍ່ຕ້ານ; ພວກເຂົາໄດ້ແຕ່ອົດທົນ ແລະ ອົດກັ້ນຢ່າງງຽບໆ... ບໍ່ເຄີຍມີຜູ້ໃດກ້າທີ່ຈະຕໍ່ສູ້ ຫຼື ລຸກຂຶ້ນສູ້ເພື່ອຄວາມຍຸຕິທໍາ ແລະ ຄວາມທ່ຽງທໍາ; ແຕ່ລະມື້ ແລະ ແຕ່ລະປີຜູ້ຄົນດໍາລົງຊີວິດຢູ່ຮ້າຍກວ່າສັດ ພາຍໃຕ້ການທໍາຮ້າຍ ແລະ ການຂົ່ມເຫັງຂອງຫຼັກການສັກດີນາ. ພວກເຂົາບໍ່ເຄີຍຄິດທີ່ຈະສະແຫວງຫາພຣະເຈົ້າ ເພື່ອມີຄວາມສຸກຢູ່ໃນໂລກມະນຸດ. ມັນຄືກັບວ່າ ຜູ້ຄົນຖືກຕີລົງຈົນເຖິງຈຸດທີ່ວ່າພວກເຂົາຄືກັບໃບໄມ້ຫຼົ່ນໃນລະດູໃບໄມ້ຫຼົ່ນ, ແຫ່ວແຫ້ງ, ຫ່ຽວ ແລະ ເຫຼືອງ-ສີນໍ້າຕານ. ຜູ້ຄົນໄດ້ສູນເສຍຄວາມຊົງຈໍາຂອງພວກເຂົາແຕ່ດົນນານ; ພວກເຂົາດໍາລົງຊີວິດໃນນະຮົກ ຢ່າງສິ້ນຫວັງທີ່ເອີ້ນວ່າ ໂລກມະນຸດ, ລໍຖ້າການມາເຖິງຂອງຍຸກສຸດທ້າຍ ເພື່ອວ່າ ພວກເຂົາອາດຈະດັບສູນໄປພ້ອມກັນກັບນະຮົກນີ້ ຄືກັບວ່າ ຍຸກສຸດທ້າຍທີ່ພວກເຂົາປາດຖະໜາແມ່ນມື້ທີ່ມະນຸດຈະໄດ້ຮັບຄວາມສະຫງົບຢ່າງມີຄວາມສຸກ. ຫຼັກການຂອງສັກດີນາ ແມ່ນໄດ້ນໍາເອົາຊີວິດມະນຸດໄປສູ່ “ແດນມໍລະນາ” ເຮັດໃຫ້ກໍາລັງຕໍ່ຕ້ານຂອງມະນຸດອ່ອນແອລົງ. ການກົດຂີ່ທຸກຮູບແບບໄດ້ຍູ້ມະນຸດຕົກລົງສູ່ແດນມໍລະນາເລິກຍິ່ງຂຶ້ນເລື້ອຍໆ ແລະ ຫ່າງໄກອອກຈາກພຣະເຈົ້າເທື່ອລະກ້າວ. ຈົນເຖິງປັດຈຸບັນນີ້ ເຂົາໄດ້ກາຍເປັນຄົນແປກໜ້າຕໍ່ພຣະເຈົ້າຢ່າງສິ້ນເຊີງ ແລະ ຟ້າວລົບຫຼີກພຣະອົງເວລາພວກເຂົາພົບກັນ. ມະນຸດບໍ່ສົນໃຈພຣະອົງ ແລະ ປ່ອຍໃຫ້ພຣະອົງຢືນຢູ່ຂ້າງໜຶ່ງຜູ້ດຽວ ຄືກັບວ່າ ມະນຸດບໍ່ເຄີຍຮູ້ຈັກພຣະອົງ ແລະ ບໍ່ເຄີຍພົບເຫັນພຣະອົງມາກ່ອນ. ເຖິງຢ່າງໃດກໍຕາມ ພຣະເຈົ້າໄດ້ລໍຖ້າມະນຸດຜ່ານການເດີນທາງອັນຍາວໄກຂອງຊີວິດມະນຸດ, ບໍ່ເຄີຍໂຍນຄວາມໂມໂຫທີ່ບໍ່ສາມາດຄວບຄຸມໄດ້ຂອງພຣະອົງໃສ່ມະນຸດ. ພຣະອົງພຽງແຕ່ລໍຖ້າຢ່າງງຽບໆ ເພື່ອໃຫ້ມະນຸດສໍານຶກຜິດ ແລະ ເລີ່ມຕົ້ນໃໝ່. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ. ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ. ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ຄວາມທຸກທໍລະມານຂອງຄວາມສົກກະປົກໃນໂລກມະນຸດ ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ, ພຣະອົງປະສົບກັບຄວາມທຸກທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການຂອງມະນຸດຊາດອີກດ້ວຍ. ຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ລັກເອົາມະນຸດຢ່າງລັບໆຈາກການສະຖິດຂອງພຣະເຈົ້າ ແລະ ມອບເຂົາໃຫ້ແກ່ກະສັດຂອງພວກຜີຮ້າຍ ແລະ ລູກຫຼານຂອງມັນ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5[ກ] ໄດ້ເອົາຄວາມຄິດ ແລະ ແນວຄວາມຄິດຂອງມະນຸດເຂົ້າສູ່ອີກຍຸກແຫ່ງການກະບົດ ເຮັດໃຫ້ມະນຸດເຊີດຊູຜູ້ທີ່ຂຽນໜັງສື ແລະ ວັນນະຄະດີຊັ້ນຍອດຂອງສາລະບັນເພີ່ມຍິ່ງຂຶ້ນ ແລະ ຜົນຕາມມາກໍຄື ເຮັດໃຫ້ແນວຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າຮ້າຍແຮງຂຶ້ນກວ່າເກົ່າ. ກະສັດຂອງພວກຜີຮ້າຍໄດ້ໂຍນພຣະເຈົ້າອອກຈາກຫົວໃຈຂອງມະນຸດຢ່າງໄຮ້ຄວາມປານີ ໂດຍທີ່ພວກເຂົາບໍ່ຮູ້ຕົວ ແລະ ຫຼັງຈາກນັ້ນ ມັນເອງກໍມາຢູ່ໃນຫົວໃຈຂອງມະນຸດດ້ວຍຄວາມດີອົກດີໃຈຢ່າງມີໄຊຊະນະ. ນັບແຕ່ເວລານັ້ນມາ ມະນຸດແມ່ນຖືກຄອບງຳໂດຍວິນຍານທີ່ຂີ້ເຮິ ແລະ ດ້ວຍໃບໜ້າຂອງກະສັດຂອງພວກຜີຮ້າຍ. ຄວາມກຽດຊັງພຣະເຈົ້າເຕັມຢູ່ໃນເອິກຂອງເຂົາ ແລະ ຄວາມປອງຮ້າຍຢ່າງຊົ່ວຊ້າຂອງກະສັດຂອງພວກຜີຮ້າຍກໍແຜ່ລ່າມພາຍໃນມະນຸດແຕ່ລະມື້ ຈົນເຂົາຖືກກືນກິນຢ່າງສົມບູນ. ມະນຸດບໍ່ມີອິດສະຫຼະອີກຕໍ່ໄປ ແລະ ບໍ່ມີທາງຫຼຸດພົ້ນອອກຈາກການພົວພັນຢ່າງແໜ້ນຂອງກະສັດຂອງພວກຜີຮ້າຍໄດ້. ມະນຸດບໍ່ມີທາງເລືອກນອກຈາກຖືກຈັບກຸມຢູ່ກັບບ່ອນ, ຍອມຈໍານົນຕໍ່ມັນ ແລະ ລົ້ມລົງຍອມອ່ອນນ້ອມຢູ່ຕໍ່ໜ້າມັນ. ດົນນານມາແລ້ວ ເມື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດຍັງຢູ່ໃນໄວເດັກ, ກະສັດຂອງພວກຜີຮ້າຍໄດ້ປູກເມັດພືດຂອງກ້ອນເນື້ອແຫ່ງລັດທິເທວະນິຍົມໃສ່ໃນຫົວໃຈ ແລະ ຈິດວິນຍານຂອງເຂົາ, ສອນຄວາມຄິດຜິດໆໃຫ້ກັບເຂົາເຊັ່ນ: “ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ; ຮັບຮູ້ນະໂຍບາຍ 4 ທັນສະໄໝ; ແລະ ໃນໂລກນີ້ບໍ່ມີພຣະເຈົ້າ”. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງປະກາດຊໍ້າແລ້ວຊໍ້າອີກວ່າ: “ໃຫ້ພວກເຮົາອາໄສແຮງງານອັນດຸໝັ່ນຂອງພວກເຮົາເພື່ອສ້າງບ້ານເກີດເມືອງນອນທີ່ສວຍງາມ” ໂດຍຮ້ອງຂໍໃຫ້ທຸກຄົນກຽມພ້ອມແຕ່ໄວເດັກ ເພື່ອຮັບໃຊ້ປະເທດຊາດຂອງພວກເຂົາຢ່າງຊື່ສັດ. ມະນຸດຖືກນໍາມາຢູ່ຕໍ່ໜ້າມັນໂດຍທີ່ບໍ່ຮູ້ຕົວ ເຊິ່ງມັນແອບອ້າງສິດເອົາຄວາມດີຄວາມຊອບໃຫ້ກັບຕົວເອງໂດຍບໍ່ລັງເລໃຈ (ໝາຍເຖິງຄວາມດີຄວາມຊອບຂອງພຣະເຈົ້າສໍາລັບການຖືມະນຸດຊາດທັງໝົດຢູ່ໃນມືຂອງພຣະອົງ). ມັນບໍ່ເຄີຍມີຄວາມຮູ້ສຶກລະອາຍໃຈ. ຍິ່ງໄປກວ່ານັ້ນ, ມັນຍັງໄດ້ຈັບກຸມເອົາຄົນຂອງພຣະເຈົ້າ ແລະ ລາກພວກເຂົາກັບໄປເຮືອນຂອງມັນ ໂດຍບໍ່ລະອາຍໃຈ, ກົງກັນຂ້າມມັນໂດດຂຶ້ນໂຕະຄືກັບໂຕໜູ ແລະ ໃຫ້ມະນຸດບູຊາມັນຄືກັບພຣະເຈົ້າ. ຈັ່ງແມ່ນມັນຊ່າງສິ້ນຄິດແທ້ໆ! ມັນຮ້ອງຢ່າງອັບປະຍົດທີ່ໜ້າຕົກໃຈອອກມາວ່າ: “ບໍ່ມີພຣະເຈົ້າໃນໂລກ. ລົມມາຈາກການວິວັດທະນາການອີງຕາມກົດເກນທາງທໍາມະຊາດ; ຝົນຕົກເມື່ອມີອາຍນໍ້າທີ່ປະທະກັບຄວາມເຢັນ ແລ້ວກັ່ນເປັນລະອອງນໍ້າທີ່ຕົກລົງສູ່ແຜ່ນດິນໂລກ; ແຜ່ນດິນໄຫວແມ່ນການສັ່ນສະເທືອນຂອງພື້ນແຜ່ນດິນໂລກຍ້ອນການປ່ຽນແປງທາງພູມສາດ; ຄວາມແຫ້ງແລ້ງແມ່ນມາຈາກຄວາມແຫ້ງໃນອາກາດທີ່ເກີດຈາກການແຕກຂອງພະລັງປະລະມະນູໃນໜ້າພື້ນຂອງດວງຕາເວັນ. ນີ້ແມ່ນປະກົດການທາງທໍາມະຊາດ. ແລ້ວໃນທຸກສິ່ງນີ້ ມີສ່ວນໃດທີ່ເປັນການກະທໍາຂອງພຣະເຈົ້າບໍ?” ມີຜູ້ຄົນເຖິງກັບຮ້ອງອອກເປັນຄໍາຖະແຫຼງການຄືກັບຄໍາຖະແຫຼງການດັ່ງຕໍ່ໄປນີ້ທີ່ບໍ່ຄວນຮ້ອງອອກມາ ວ່າ: “ໃນບູຮານຕະການມາ ມະນຸດແມ່ນວິວັດທະນາການມາຈາກທະນີ ແລະ ໂລກໃນປັດຈຸບັນແມ່ນສືບທອດມາຈາກສັງຄົມບູຮານປະມານພັນລ້ານປີຜ່ານມາ. ປະເທດຊາດຈະຮຸ່ງເຮືອງ ຫຼື ລົ້ມຈົມ ທັງໝົດແມ່ນອາໄສມືຂອງປະຊາຊົນ”. ໃນເບື້ອງຫຼັງແລ້ວ ມັນເຮັດໃຫ້ມະນຸດຫ້ອຍມັນໄວ້ຢູ່ເທິງຝາ ແລະ ວາງມັນໄວ້ເທິງໂຕະ ເພື່ອບູຊາ ແລະ ຖວາຍເຄື່ອງບູຊາໃຫ້ກັບມັນ. ໃນຂະນະດຽວກັນມັນກໍຮ້ອງວ່າ: “ບໍ່ມີພຣະເຈົ້າ”, ມັນແຕ່ງຕັ້ງມັນເອງເປັນພຣະເຈົ້າ ໂດຍ ຍູ້ພຣະເຈົ້າອອກຈາກຂອບເຂດຂອງແຜ່ນດິນໂລກບໍ່ມີພິທີລີຕອງ ໃນຂະນະທີ່ຢືນຢູ່ບ່ອນຂອງພຣະເຈົ້າ ແລະ ຮັບໜ້າທີ່ເປັນກະສັດຂອງພວກຜີຮ້າຍ. ຈັ່ງແມ່ນໄຮ້ເຫດຜົນແທ້ໆ! ມັນເຮັດໃຫ້ຄົນກຽດຊັງມັນຈົນເຂົ້າກະດູກດໍາ. ເບິ່ງຄືກັບວ່າ ພຣະເຈົ້າ ແລະ ມັນຄືຄູ່ສັດຕູສາບານກັນ ແລະ ທັງສອງບໍ່ສາມາດຢູ່ຮ່ວມກັນໄດ້. ມັນວາງອຸບາຍຂັບໄລ່ພຣະເຈົ້າໜີ ໃນຂະນະທີ່ມັນໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ[2]. ຈັ່ງແມ່ນມັນເປັນກະສັດຂອງພວກຜີຮ້າຍແທ້ໆ! ຈະສາມາດອົດທົນຕໍ່ການມີຢູ່ຂອງມັນໄດ້ແນວໃດ? ມັນຈະບໍ່ເຊົາຈົນກວ່າມັນໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າພິນາດລົງ ແລະ ປ່ອຍໃຫ້ພາລະກິດທັງໝົດນັ້ນຢູ່ໃນຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ[3] ຄືກັບວ່າ ມັນຕ້ອງການຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ ຈົນກວ່າວ່າ ປາຈະຕາຍ ຫຼື ແຫຈະຂາດ, ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າຢ່າງຕັ້ງໃຈ ແລະ ຫຍັບເຂົ້າໃກ້ພຣະອົງຫຼາຍຂຶ້ນ. ໃບໜ້າທີ່ເປັນຕາຊັງຂອງມັນ ແມ່ນຖືກຖອດໜ້າກາກອອກຢ່າງສິ້ນເຊີງແຕ່ດົນນານແລ້ວ, ຕອນນີ້ ມັນມີຮອຍຊໍ້າ ແລະ ຖືກຕີ[4] ແລະ ໃນສະພາບທີ່ໂສກເສົ້າເສຍໃຈ ມັນກໍຍັງບໍ່ລົດລະຄວາມກຽດຊັງຂອງມັນຕໍ່ພຣະເຈົ້າ ຄືກັບວ່າ ໂດຍກືນກິນພຣະເຈົ້າພຽງໃນຄໍາດຽວ ມັນກໍຈະສາມາດບັນເທົາຄວາມກຽດຊັງທີ່ຂັງຢູ່ໃນໃຈຂອງມັນໄດ້ແລ້ວ. ພວກເຮົາຈະສາມາດອົດທົນກັບມັນຜູ້ເປັນສັດຕູທີ່ເປັນຕາຊັງຂອງພຣະເຈົ້ານີ້ໄດ້ແນວໃດ! ມີແຕ່ການກໍາຈັດ ແລະ ການທໍາລາຍລ້າງມັນຢ່າງສິ້ນເຊີງເທົ່ານັ້ນທີ່ຈະເຮັດໃຫ້ຄວາມປາດຖະໜາຂອງຊີວິດພວກເຮົາເກີດໝາກຜົນ. ມັນໄດ້ຮັບອະນຸຍາດໃຫ້ແລ່ນອາລະວາດໄດ້ແນວໃດ? ມັນໄດ້ເຮັດໃຫ້ມະນຸດເສື່ອຊາມຈົນເຖິງລະດັບທີ່ວ່າ ມະນຸດບໍ່ຮູ້ຈັກຕາເວັນແຫ່ງສະຫວັນ ແລະ ໄດ້ກາຍເປັນຄົນຕາຍດ້ານ ແລະ ຂາດຄວາມຮູ້ສຶກ. ມະນຸດໄດ້ສູນເສຍເຫດຜົນຂອງມະນຸດປົກກະຕິ. ເປັນຫຍັງຈຶ່ງບໍ່ເສຍສະຫຼະຊີວິດທັງໝົດຂອງພວກເຮົາເພື່ອທໍາລາຍ ແລະ ຈູດເຜົາມັນ ເພື່ອກໍາຈັດຄວາມກັງວົນໃນອະນາຄົດ ແລະ ເຮັດໃຫ້ພາລະກິດຂອງພຣະເຈົ້າໄປເຖິງຈຸດແຫ່ງຄວາມງົດງາມທີ່ບໍ່ເຄີຍເກີດຂຶ້ນມາກ່ອນໄວຂຶ້ນ? ກຸ່ມຄົນຊົ່ວດັ່ງກ່າວນີ້ໄດ້ມາຢູ່ທ່າມກາງໂລກມະນຸດ ແລະ ເຮັດໃຫ້ມີຄວາມວຸ້ນວາຍ. ພວກເຂົາໄດ້ນໍາເອົາມະນຸດທຸກຄົນໄປໄວ້ຢູ່ເທິງໜ້າຜາ ແລະ ວາງກົນອຸບາຍຢ່າງລັບໆ ເພື່ອຍູ້ພວກເຂົາລົງໃຫ້ແຕກຫັກເປັນເສດສ່ວນ ແລະ ກິນຊາກສົບຂອງພວກເຂົາ. ພວກເຂົາຫວັງຢ່າງໄຮ້ປະໂຫຍດທີ່ຈະມ້າງເພແຜນການຂອງພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງ ໂດຍເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ[5]. ສິ່ງນີ້ບໍ່ໄດ້ງ່າຍເລີຍ! ຄວາມຈິງແລ້ວ, ໄມ້ກາງແຂນໄດ້ກຽມໄວ້ແລ້ວສໍາລັບກະສັດຂອງພວກຜີຮ້າຍທີ່ມີຄວາມຜິດອາຊະຍາກໍາທີ່ຮ້າຍແຮງທີ່ສຸດ. ພຣະເຈົ້າບໍ່ໄດ້ຢູ່ກັບໄມ້ກາງແຂນ, ພຣະອົງໄດ້ໂຍນຖິ້ມມັນໄວ້ທາງຂ້າງເພື່ອຜີຮ້າຍແລ້ວ. ພຣະເຈົ້າໄດ້ຮັບໄຊຊະນະແຕ່ດົນມາແລ້ວ ແລະ ບໍ່ໄດ້ຮູ້ສຶກໂສກເສົ້າກັບຄວາມບາບຂອງມະນຸດຊາດອີກຕໍ່ໄປ, ແຕ່ພຣະອົງຈະນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (7)
ໝາຍເຫດ:
1. “ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ” ແມ່ນມີເຈດຕະນາເຍາະເຍີ້ຍ ເຊິ່ງໝາຍຄວາມວ່າ ຜູ້ຄົນມີຄວາມເຂັ້ມງວດໃນດ້ານຄວາມຮູ້, ວັດທະນະທໍາ ແລະ ທັດສະນະຄະຕິທາງດ້ານຈິດວິນຍານຂອງພວກເຂົາ.
2. “ໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ” ບົ່ງບອກວ່າ ຜີຮ້າຍແມ່ນເປັນບ້າ ແລະ ແລ່ນອາລະວາດ.
3. “ຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ” ໝາຍເຖິງການປະພຶດຢ່າງໂຫດຮ້າຍຂອງຜີຮ້າຍແມ່ນສິ່ງທີ່ທົນບໍ່ໄດ້.
4. “ຮອຍຊໍ້າ ແລະ ຖືກຕີ” ໝາຍເຖິງໃບໜ້າທີ່ຂີ້ຮ້າຍຂອງກະສັດຂອງພວກຜີຮ້າຍ.
5. “ເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ” ໝາຍເຖິງການທຸ້ມເງິນທັງໝົດຂອງບຸກຄົນໃສ່ການພະນັນບາດດຽວເພື່ອຫວັງຈະເອົາຊະນະໃນທີ່ສຸດ. ນີ້ແມ່ນຄໍາອຸປະມາສໍາລັບແຜນອຸບາຍທີ່ຮ້າຍກາດ ແລະ ຊົ່ວຊ້າຂອງຜີຮ້າຍ. ສໍານວນນີ້ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ.
ກ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5 ແມ່ນໜັງສືແຫ່ງລັດທິຂົງຈື້ໃນປະເທດຈີນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ