ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 313

27 ເດືອນກໍລະກົດ 2025

ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງຈຸດປະສົງຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ສົນໃຈໃນການຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາຕໍ່ໄປອີກ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນທີ່ເອີ້ນໃນປັດຈຸບັນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ແລ້ວຈຸດໝາຍປາຍທາງ ແລະ ອະນາຄົດຂອງເນື້ອໜັງຈະເປັນແນວໃດ? ມັນຈະເປັນການເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວຂ້ອງກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດເຊິ່ງໃຜກໍຕາມທີ່ຢູ່ໃນກະແສປັດຈຸບັນນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິໃສ່ໃຈຫຼາຍທີ່ສຸດບໍ? (ໃນນີ້, ຄວາມທຸກທໍລະມານໝາຍເຖິງການໄດ້ຮັບພອນ; ໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ທີ່ເຮັດໃຫ້ເຂົ້າໃຈຜິດ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານຂອງບຸກຄົນດັ່ງກ່າວ). ເຖິງແມ່ນວ່າມະນຸດມີເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນທີ່ພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ. ພວກເຂົາທັງໝົດຄວນມີຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ໂດຍສະເພາະແລ້ວ ພວກເຂົາຄວນຄົ້ນຫາສິ່ງທີ່ຄວນເຂົ້າສູ່ໃນລະຫວ່າງການທົນທຸກລຳບາກ (ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມໃນເຕົາຫຼໍ່) ແລະ ສິ່ງທີ່ພວກເຂົາຄວນປະກອບມີໃນລະຫວ່າງການທົດລອງແຫ່ງແປວໄຟ. ຢ່າຮັບໃຊ້ພໍ່ແມ່ຂອງເຈົ້າຢູ່ສະເໝີ (ໝາຍເຖິງເນື້ອໜັງ) ຜູ້ເຊິ່ງເປັນຄືກັບໝູ ແລະ ໝາ ແລະ ຮ້າຍຍິ່ງກວ່າມົດ ແລະ ແມງໄມ້. ເຫດຜົນຫຍັງທີ່ຈະຕ້ອງໄປທໍລະມານໃຈກັບສິ່ງນັ້ນ, ຕ້ອງໄປຄິດໜັກ ແລະ ທໍລະມານສະໝອງຕົນເອງກັບສິ່ງນັ້ນ? ເນື້ອໜັງບໍ່ໄດ້ເປັນຂອງເຈົ້າ, ແຕ່ຢູ່ໃນກໍາມືຂອງພຣະເຈົ້າ ແລະ ພຣະອົງບໍ່ພຽງຄວບຄຸມເຈົ້າເທົ່ານັ້ນ ແຕ່ຍັງບັນຊາການຊາຕານອີກດ້ວຍ. (ດັ່ງເດີມ ໝາຍຄວາມວ່າ ມັນເປັນຂອງຊາຕານ. ສາມາດເວົ້າແບບນັ້ນໄດ້ ກໍເພາະວ່າ ຊາຕານກໍຢູ່ໃນກໍາມືຂອງພຣະເຈົ້າເຊັ່ນກັນ. ເພາະວ່າ ການເວົ້າແບບນັ້ນມັນໜ້າເຊື່ອກວ່າ ເຊິ່ງມັນຊີ້ໃຫ້ເຫັນວ່າ ມະນຸດບໍ່ໄດ້ຢູ່ພາຍໃຕ້ອຳນາດຂອງຊາຕານໂດຍສິ້ນເຊີງ, ແຕ່ຢູ່ໃນກໍາມືຂອງພຣະເຈົ້າ). ເຈົ້າກຳລັງດຳລົງຊີວິດຢູ່ພາຍໃຕ້ຄວາມທົນທຸກທໍລະມານຂອງເນື້ອໜັງ, ແຕ່ເນື້ອໜັງເປັນຂອງເຈົ້າບໍ? ມັນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າບໍ? ເປັນຫຍັງຈຶ່ງຕ້ອງພະຍາຍາມຄິດຢ່າງໜັກກ່ຽວກັບມັນດ້ວຍ? ເປັນຫຍັງຈຶ່ງຕ້ອງຂໍຮ້ອງພຣະເຈົ້າຢ່າງບ້າປ່ວງເພື່ອເນື້ອໜັງທີ່ເໜົ່າເໝັນຂອງເຈົ້າ ເຊິ່ງຖືກປະນາມ, ສາບແຊ່ງ ແລະ ເສື່ອມຊາມໂດຍຈິດວິນຍານທີ່ສົກກະປົກເປັນເວລາດົນນານມາແລ້ວ? ເປັນຫຍັງຈຶ່ງຕ້ອງເອົາພັກພວກຂອງຊາຕານມາຢູ່ໃກ້ຫົວໃຈຂອງເຈົ້າດ້ວຍ? ເຈົ້າບໍ່ກັງວົນບໍວ່າ ເນື້ອໜັງຈະທຳລາຍອະນາຄົດທີ່ແທ້ຈິງຂອງເຈົ້າ, ທໍາລາຍຄວາມຫວັງອັນງົດງາມຂອງເຈົ້າ ແລະ ຈຸດໝາຍປາຍທາງທີ່ແທ້ຈິງສຳລັບຊີວິດຂອງເຈົ້າ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຈຸດປະສົງໃນການຄຸ້ມຄອງມະນຸດຊາດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ