ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 314
22 ເດືອນທັນວາ 2025
ໃນປັດຈຸບັນນີ້, ສິ່ງທີ່ພວກເຈົ້າໄດ້ເຂົ້າໃຈແມ່ນສູງສົ່ງກວ່າບຸກຄົນໃດໜຶ່ງທົ່ວທັງປະຫວັດສາດ ຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ. ບໍ່ວ່າຈະເປັນຄວາມຮູ້ກ່ຽວກັບການທົດລອງຂອງພວກເຈົ້າ ຫຼື ຄວາມເຊື່ອໃນພຣະເຈົ້າ, ມັນກໍລ້ວນແລ້ວແຕ່ສູງສົ່ງກວ່າຂອງຜູ້ເຊື່ອຄົນອື່ນໃນພຣະເຈົ້າ. ສິ່ງຕ່າງໆທີ່ພວກເຈົ້າເຂົ້າໃຈແມ່ນສິ່ງທີ່ພວກເຈົ້າໄດ້ຮູ້ຈັກກ່ອນທີ່ພວກເຈົ້າຈະຜະເຊີນກັບການທົດລອງຈາກສິ່ງແວດລ້ອມ, ແຕ່ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າບໍ່ສາມາດເຂົ້າກັບສິ່ງເຫຼົ່ານັ້ນໄດ້ຢ່າງສົມບູນ. ສິ່ງທີ່ພວກເຈົ້າຮູ້ແມ່ນສູງສົ່ງກວ່າສິ່ງທີ່ພວກເຈົ້ານໍາເຂົ້າສູ່ການປະຕິບັດ. ເຖິງວ່າພວກເຈົ້າຈະເວົ້າວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນຮັກພຣະເຈົ້າ ແລະ ບໍ່ຄວນດີ້ນຮົນພະຍາຍາມຫາພອນ ແຕ່ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າເທົ່ານັ້ນ, ສິ່ງທີ່ສະແດງອອກໃນຊີວິດຂອງພວກເຈົ້າແມ່ນໄກຈາກສິ່ງນີ້ຫຼາຍ ແລະ ເປິເປື້ອນຫຼາຍ. ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ສັນຕິສຸກ ແລະ ຜົນປະໂຫຍດຢ່າງອື່ນ. ເຈົ້າຈະບໍ່ເຊື່ອໃນພຣະເຈົ້າ ຖ້າມັນບໍ່ແມ່ນຍ້ອນຜົນປະໂຫຍດຂອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບເອົາຄວາມກະລຸນາຂອງພຣະເຈົ້າໄດ້, ເຈົ້າກໍນ້ອຍໃຈ. ສິ່ງທີ່ເຈົ້າເວົ້າຈະເປັນວຸດທິພາວະທີ່ແທ້ຈິງຂອງເຈົ້າໄດ້ແນວໃດ? ເມື່ອມີເຫດການໃນຄອບຄົວທີ່ບໍ່ສາມາດຫຼີກເວັ້ນໄດ້ເກີດຂຶ້ນ ເຊັ່ນ: ລູກໆບໍ່ສະບາຍ, ຄົນຮັກເຂົ້າໂຮງໝໍ, ພືດຜົນຜະລິດໄດ້ໜ້ອຍ ແລະ ການຂົ່ມເຫັງໂດຍສະມາຊິກຄອບຄົວ, ແມ່ນແຕ່ບັນຫາທີ່ເກີດຂຶ້ນເລື້ອຍໆ ແລະ ເປັນປະຈຳເຫຼົ່ານີ້ກໍໜັກເກີນໄປສຳລັບເຈົ້າແລ້ວ. ເມື່ອສິ່ງດັ່ງກ່າວເກີດຂຶ້ນ, ເຈົ້າກໍຕື່ນຕົກໃຈ, ເຈົ້າບໍ່ຮູ້ຈັກວ່າຈະເຮັດຫຍັງຕໍ່ ແລະ ສ່ວນໃຫຍ່ແລ້ວ ເຈົ້າຈະຕໍ່ວ່າພຣະເຈົ້າ. ເຈົ້າຕໍ່ວ່າໆ ພຣະທໍາຂອງພຣະເຈົ້າລໍ້ລວງເຈົ້າ, ພາລະກິດຂອງພຣະເຈົ້າເຍາະເຍີ້ຍເຈົ້າ. ພວກເຈົ້າບໍ່ໄດ້ມີຄວາມຄິດແບບນັ້ນບໍ? ເຈົ້າຄິດວ່າສິ່ງດັ່ງກ່າວບໍ່ຄ່ອຍເກີດຂຶ້ນທ່າມກາງພວກເຈົ້າບໍ? ພວກເຈົ້າໃຊ້ເວລາທຸກມື້ເພື່ອດຳລົງຊີວິດໃນທ່າມກາງເຫດການດັ່ງກ່າວ. ເຈົ້າບໍ່ໃສ່ໃຈໃນຄວາມສຳເລັດຂອງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ວິທີທີ່ຈະຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າແມ່ນຕໍ່າຫຼາຍ, ຕໍ່າກວ່າວຸດທິພາວະຂອງໄກ່ນ້ອຍອີກ. ເມື່ອທຸລະກິດຄອບຄົວຂອງເຈົ້າສູນເສຍເງິນ ເຈົ້າກໍຕໍ່ວ່າພຣະເຈົ້າ, ເມື່ອເຈົ້າພົບວ່າຕົນເອງຕົກຢູ່ໃນສະພາບແວດລ້ອມທີ່ບໍ່ມີການປົກປ້ອງຂອງພຣະເຈົ້າ ເຈົ້າກໍຍັງຕໍ່ວ່າພຣະເຈົ້າ ແລະ ເຈົ້າຕໍ່ວ່າແມ່ນແຕ່ເມື່ອໄກ່ນ້ອຍໂຕໜຶ່ງຂອງເຈົ້າຕາຍ ຫຼື ງົວເຖົ້າທີ່ຢູ່ໃນຄອກຂອງເຈົ້າລົ້ມປ່ວຍ. ເຈົ້າຕໍ່ວ່າເມື່ອເຖິງເວລາທີ່ລູກຊາຍຂອງເຈົ້າຈະແຕ່ງງານ ແຕ່ຄອບຄົວຂອງເຈົ້າບໍ່ມີເງິນພໍ; ເຈົ້າຕ້ອງການເຮັດໜ້າທີ່ເປັນເຈົ້າພາບ ແຕ່ບໍ່ສາມາດຈ່າຍມັນໄດ້ ແລະ ຫຼັງຈາກນັ້ນ ເຈົ້າກໍຍັງຕໍ່ວ່າ. ເຈົ້າເຕັມລົ້ນໄປດ້ວຍຄຳຕໍ່ວ່າ ແລະ ບາງຄັ້ງ ຍ້ອນສິ່ງນີ້ ເຈົ້າຈຶ່ງບໍ່ໄດ້ເຂົ້າຮ່ວມການຊຸມນຸມ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບາງເທື່ອກໍຄິດລົບເປັນເວລາຍາວນານ. ບໍ່ມີຫຍັງທີ່ເກີດຂຶ້ນກັບເຈົ້າໃນມື້ນີ້ກ່ຽວຂ້ອງກັບອະນາຄົດ ຫຼື ຊະຕາກໍາຂອງເຈົ້າເລີຍ; ສິ່ງເຫຼົ່ານີ້ຈະຍັງເກີດຂຶ້ນເຖິງແມ່ນເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ, ແຕ່ໃນປັດຈຸບັນ ເຈົ້າໄດ້ສົ່ງມອບຄວາມຮັບຜິດຊອບນັ້ນໃຫ້ກັບພຣະເຈົ້າ ແລະ ສືບຕໍ່ເວົ້າວ່າພຣະເຈົ້າໄດ້ກຳຈັດເຈົ້າອອກແລ້ວ. ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າເດ? ເຈົ້າໄດ້ຖວາຍຊີວິດຂອງເຈົ້າຢ່າງແທ້ຈິງບໍ? ຖ້າພວກເຈົ້າໄດ້ປະສົບກັບການທົດລອງແບບດຽວກັນກັບໂຢບ, ບໍ່ມີໃຜທ່າມກາງພວກເຈົ້າທີ່ຕິດຕາມພຣະເຈົ້າໃນປັດຈຸບັນຈະສາມາດຕັ້ງໝັ້ນໄດ້, ພວກເຈົ້າທຸກຄົນຈະລົ້ມລົງ. ນັ້ນຄືໂລກທີ່ແຕກຕ່າງກັນພໍສົມຄວນລະຫວ່າງພວກເຈົ້າ ແລະ ໂຢບ. ໃນປັດຈຸບັນ ຖ້າເຄິ່ງໜຶ່ງຂອງຊັບສິນຂອງພວກເຈົ້າຖືກຍຶດ ພວກເຈົ້າກໍຈະປະຕິເສດການເປັນຢູ່ຂອງພຣະເຈົ້າ; ຖ້າລູກຊາຍ ຫຼື ລູກສາວຂອງພວກເຈົ້າຖືກລັກພາຕົວໄປຈາກພວກເຈົ້າ, ພວກເຈົ້າກໍຈະແລ່ນຮ້ອງໄຫ້ໂວຍວາຍໄປຕາມຖະໜົນ; ຖ້າຫົນທາງດຽວໃນການຫາລ້ຽງຊີບຂອງເຈົ້າສິ້ນສຸດລົງ, ເຈົ້າກໍຈະພະຍາຍາມ ແລະ ນໍາມັນມາລົມກັບພຣະເຈົ້າ; ເຈົ້າຈະຖາມວ່າ ເປັນຫຍັງເຮົາຈຶ່ງກ່າວພຣະທຳຫຼາຍຂໍ້ໃນເບື້ອງຕົ້ນເພື່ອເຮັດໃຫ້ເຈົ້າຢ້ານກົວ. ບໍ່ມີຫຍັງທີ່ພວກເຈົ້າຈະບໍ່ກ້າເຮັດໃນເວລາດັ່ງກ່າວ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈຢ່າງແທ້ຈິງເລີຍ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ສະນັ້ນ ການທົດລອງໃນຕົວພວກເຈົ້າຈຶ່ງໜັກເກີນໄປ, ຍ້ອນພວກເຈົ້າຮູ້ຫຼາຍເກີນໄປ, ແຕ່ສິ່ງທີ່ພວກເຈົ້າເຂົ້າໃຈແທ້ໆນັ້ນ ບໍ່ມີຮອດໜຶ່ງສ່ວນພັນຂອງສິ່ງທີ່ພວກເຈົ້າຮູ້ເລີຍ. ຈົ່ງຢ່າຢຸດຢູ່ທີ່ຄວາມເຂົ້າໃຈ ແລະ ຄວາມເຂົ້າໃຈເທົ່ານັ້ນ; ມັນຈະດີທີ່ສຸດຖ້າເຈົ້າຕ້ອງເບິ່ງວ່າເຈົ້າສາມາດນໍາເຂົ້າສູ່ການປະຕິບັດຢ່າງແທ້ຈິງໄດ້ຫຼາຍສໍ່າໃດ, ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດຜ່ານເຫື່ອແຮງ ແລະ ການເຮັດວຽກໜັກຂອງເຈົ້າເອງຫຼາຍສໍ່າໃດ ແລະ ມີການປະຕິບັດຫຼາຍສໍ່າໃດຂອງເຈົ້າທີ່ເຮັດໃຫ້ເຈົ້າໄດ້ຮູ້ເຖິງຄວາມຕັ້ງໃຈຂອງເຈົ້າເອງ. ເຈົ້າຄວນຈິງຈັງກັບວຸດທິພາວະ ແລະ ປະຕິບັດຢ່າງຈິງຈັງ. ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ, ເຈົ້າບໍ່ຄວນພະຍາຍາມທຳທ່າເຮັດພຽງເພື່ອຄົນອື່ນເທົ່ານັ້ນ, ເຈົ້າຈະສາມາດຮັບເອົາຄວາມຈິງ ແລະ ຊີວິດ ຫຼື ບໍ່ ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າເອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (3)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ