ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 329
05 ມີນາ 2026
ໃນເມື່ອກ່ອນ, ເວລາທີ່ພຣະເຈົ້າຍັງຊົງປະທັບຢູ່ເທິງສະຫວັນນັ້ນ ຄົນພົວພັນກັບພຣະເຈົ້າພໍເປັນພິທີໃນການກະທຳຂອງພວກເຂົາ. ປັດຈຸບັນ ພຣະເຈົ້າແມ່ນຢູ່ໃນທ່າມກາງມະນຸດ. ບໍ່ມີໃຜຮູ້ວ່າດົນປານໃດແລ້ວ. ແຕ່ເຖິງຢ່າງນັ້ນກໍຕາມ ໃນການກະທໍາສິ່ງຕ່າງໆ ຄົນຍັງເຮັດພໍເປັນພິທີໃນການທີ່ພວກເຂົາພົວພັນກັບພຣະອົງ. ຄວາມຄິດຂອງມະນຸດບໍ່ແມ່ນຫຼ້າຫຼັງເກີນໄປບໍ? ມັນຄືກັນກັບຄົນຢູດາ; ກ່ອນທີ່ພຣະເຢຊູຈະສະເດັດລົງມາ, ຄົນຢູດາຈະເວົ້າຕົວະເພື່ອຫຼອກລວງອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ເຖິງແມ່ນວ່າ ພາຍຫຼັງທີ່ພຣະເຢຊູໄດ້ສະເດັດລົງມາ ແລ້ວ ພວກເຂົາກໍຍັງບໍ່ໄດ້ມີການປ່ຽນແປງ; ພວກເຂົາບໍ່ຮູ້ຈັກພຣະເຢຊູແມ່ນແຕ່ໜ້ອຍດຽວ ແລະ ໃນທີ່ສຸດພວກເຂົາກໍໄດ້ທໍລະຍົດຕໍ່ພຣະອົງ. ສິ່ງນີ້ເປັນຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າບໍ? ໃນປັດຈຸບັນນີ້, ຖ້າພວກເຈົ້າຍັງບໍ່ຮູ້ຈັກພຣະເຈົ້າ, ເປັນໄປໄດ້ວ່າພວກເຈົ້າກໍອາດຈະກາຍເປັນຄົນຢູດາເຊັ່ນກັນ ແລະ ຖ້າເປັນດັ່ງນັ້ນ ເຫດການທີ່ເສົ້າສະຫຼົດໃຈຂອງການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນຂອງພຣະເຢຊູໃນຍຸກແຫ່ງພຣະຄຸນເມື່ອສອງພັນປີກ່ອນນັ້ນ ກໍຈະເກີດຂຶ້ນອີກ. ພວກເຈົ້າບໍ່ເຊື່ອໃນສິ່ງນີ້ບໍ? ນີ້ແມ່ນຄວາມຈິງ! ປັດຈຸບັນນີ້, ຜູ້ຄົນສ່ວນຫຼາຍແມ່ນຕົກຢູ່ໃນສະພາບຄ້າຍຄືກັນນີ້; ເຮົາອາດຈະເວົ້າສິ່ງດັ່ງກ່າວນີ້ໄວເກີນໄປ ແລະ ຄົນດັ່ງກ່າວແມ່ນສະແດງບົດບາດເປັນຄົນຢູດາກັນທັງໝົດ. ເຮົາບໍ່ໄດ້ເວົ້າແບບໄຮ້ເຫດຜົນ, ແຕ່ເວົ້າຕາມຄວາມຈິງ ແລະ ເຈົ້າຕ້ອງເຊື່ອ. ເຖິງວ່າຫຼາຍຄົນຈະທໍາທ່າເປັນຄົນຖ່ອມຕົນ, ແຕ່ໃນຈິດໃຈຂອງພວກເຂົາແມ່ນບໍ່ມີຫຍັງນອກຈາກສະນໍ້າທີ່ເປິເປື້ອນ ແລະ ຮ່ອງນໍ້າທີ່ເໝັນເນົ່າ. ປັດຈຸບັນນີ້ ຫຼາຍຄົນທີ່ຢູ່ໃນຄຣິສຕະຈັກແມ່ນເປັນແບບນີ້ ແລະ ພວກເຈົ້າຄິດວ່າເຮົາບໍ່ຮູ້ຫຍັງທັງສິ້ນບໍ? ທຸກມື້ນີ້ ພຣະວິນຍານຂອງເຮົາແມ່ນໄດ້ຕັດສິນໃຈເພື່ອເຮົາ ແລະ ເປັນພະຍານໃຫ້ແກ່ເຮົາແລ້ວ. ເຈົ້າຄິດວ່າເຮົາບໍ່ຮູ້ຫຍັງບໍ? ເຈົ້າຄິດວ່າເຮົາບໍ່ເຂົ້າໃຈຄວາມຄິດທີ່ບໍ່ຊື່ສັດພາຍໃນຈິດໃຈຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເກັບໄວ້ໃນໃຈບໍ? ພຣະເຈົ້າຈະຖືກຫຼອກລວງໄດ້ຢ່າງງ່າຍດາຍປານນັ້ນພຸ້ນບໍ? ເຈົ້າຄິດວ່າເຈົ້າສາມາດປະຕິບັດແນວໃດກໍໄດ້ຕໍ່ພຣະອົງຕາມທີ່ເຈົ້າມັກບໍ? ໃນອະດີດນັ້ນ ເຮົາເປັນຫ່ວງ ຢ້ານວ່າພວກເຈົ້າຖືກຄວບຄຸມ ແລະ ດ້ວຍເຫດນີ້ ເຮົາຈຶ່ງໄດ້ປ່ອຍໃຫ້ພວກເຈົ້າເປັນອິດສະຫຼະ ແຕ່ມະນຸດບໍ່ສາມາດບອກໄດ້ເລີຍວ່າເຮົາກະທໍາດີກັບພວກເຂົາ. ເວລາເຮົາເອົາຄືບໃຫ້ພວກເຂົາ ແລະ ພວກເຂົາພັດເອົາສອກ. ໃຫ້ຖາມກັນເອງເບິ່ງ: ເຮົາເກືອບຈະບໍ່ໄດ້ລິຮານຜູ້ໃດ ແລະ ເກືອບຈະບໍ່ເຄີຍຕໍານິຜູ້ໃດເລີຍ. ແຕ່ເຖິງຢ່າງນັ້ນກໍຕາມ ເຮົາຮູ້ຢ່າງຈະແຈ້ງກ່ຽວກັບແຮງຈູງໃຈ ແລະ ແນວຄວາມຄິດຂອງມະນຸດ. ເຈົ້າຄິດວ່າພຣະເຈົ້າ ທີ່ເປັນພະຍານ ແມ່ນພຣະເຈົ້າທີ່ໂງ່ຈ້າບໍ? ໃນກໍລະນີນັ້ນ ເຮົາກໍ່ຂໍເວົ້າວ່າເຈົ້າຕາບອດຫຼາຍ! ເຮົາຈະບໍ່ເປີດໂປງເຈົ້າ, ແຕ່ໃຫ້ພວກເຮົາລອງເບິ່ງວ່າເຈົ້າຈະສາມາດເປັນຄົນຊົ່ວຊ້າໄດ້ສໍ່າໃດ. ລອງເບິ່ງວ່າກົນອຸບາຍອັນສະຫຼາດຫຼັກແຫຼມນ້ອຍໆຂອງເຈົ້າຈະສາມາດຊ່ວຍເຈົ້າໄດ້ ຫຼື ບໍ່ ຫຼື ວ່າການທີ່ເຈົ້າພະຍາຍາມຢ່າງສຸດຄວາມສາມາດເພື່ອທີ່ຈະຮັກພຣະເຈົ້າຈະສາມາດຊ່ວຍເຈົ້າໄດ້ ຫຼື ບໍ່. ມື້ນີ້, ເຮົາຈະບໍ່ປະນາມເຈົ້າ ແຕ່ຈະລໍຖ້າຈົນເຖິງເວລາຂອງພຣະເຈົ້າ ເພື່ອເບິ່ງວ່າພຣະອົງຈະມອບຜົນກໍາຕາມສະໜອງໃຫ້ແກ່ເຈົ້າແນວໃດ. ເຮົາບໍ່ມີເວລາມາໂອ້ລົມໂດຍບໍ່ມີປະໂຫຍດກັບເຈົ້າໃນເວລານີ້ ແລະ ເຮົາບໍ່ເຕັມໃຈທີ່ຈະເຮັດໃຫ້ພາລະກິດອັນຍິ່ງໃຫຍ່ຂອງເຮົາຕ້ອງມີຄວາມຊັກຊ້າເພື່ອຜົນປະໂຫຍດຂອງເຈົ້າ. ໂຕໜອນຄືເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າເສຍເວລາຂອງພຣະອົງ ເພື່ອລິຮານເຈົ້າ. ສະນັ້ນ, ໃຫ້ລອງເບິ່ງວ່າເຈົ້າຈະສາມາດເສື່ອມໂຊມໄດ້ສໍ່າໃດ. ຄົນແບບນີ້ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ ຫຼື ພວກເຂົາບໍ່ມີຫົວໃຈທີ່ຮັກພຣະເຈົ້າແມ່ນແຕ່ໜ້ອຍດຽວ, ແຕ່ເຖິງຢ່າງນັ້ນ ພວກເຂົາກໍຍັງປາຖະໜາທີ່ຈະໃຫ້ພຣະເຈົ້າເອີ້ນພວກເຂົາວ່າເປັນຄົນທີ່ມີຄວາມຊອບທຳ. ນີ້ບໍ່ແມ່ນເລື່ອງຕະຫຼົກບໍ? ເນື່ອງຈາກວ່າ ທີ່ຈິງແລ້ວ ຍັງມີຄົນຈໍານວນໜຶ່ງທີ່ຊື່ສັດ, ສະນັ້ນເຮົາຈະສືບຕໍ່ພຽງໃສ່ໃຈໃນການສະໜອງຊີວິດໃຫ້ແກ່ມະນຸດເທົ່ານັ້ນ. ເຮົາຈະເຮັດສິ່ງທີ່ເຮົາຄວນເຮັດໃນປັດຈຸບັນເທົ່ານັ້ນ, ແຕ່ໃນອະນາຄົດເຮົາຈະນໍາເອົາຜົນກໍາຕາມສະໜອງມາສູ່ແຕ່ລະຄົນຕາມສິ່ງທີ່ຂອງພວກເຂົາໄດ້ກະທໍາໄວ້. ເຮົາໄດ້ເວົ້າທຸກສິ່ງໄປໝົດແລ້ວ ຍ້ອນວ່າ ນີ້ແມ່ນພາລະກິດທີ່ເຮົາກະທໍາ. ເຮົາເຮັດແຕ່ໃນສິ່ງທີ່ເຮົາຄວນເຮັດເທົ່ານັ້ນ ແລະ ບໍ່ເຮັດໃນສິ່ງທີ່ບໍ່ຄວນເຮັດ, ເຖິງຢ່າງໃດກໍຕາມ ເຮົາຫວັງວ່າພວກເຈົ້າຈະໃຊ້ເວລາເພີ່ມເຕີມເພື່ອໄຕ່ຕອງວ່າ: ຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າແມ່ນແທ້ຈິງຫຼາຍສໍ່າໃດ? ເຈົ້າແມ່ນບຸກຄົນທີ່ຈະຕອກພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງບໍ? ຄໍາເວົ້າສຸດທ້າຍຂອງເຮົາກໍຄື: ຈົ່ງວິບັດແກ່ຜູ້ທີ່ຄຶງພຣະເຈົ້າໃສ່ໄມ້ກາງແຂນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ