ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 330
22 ເດືອນທັນວາ 2025
ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົມບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງເຄາະຮ້າຍໂດຍບັງເອີນ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ ທີ່ເຮົາບໍ່ຍຸຕິທໍາຕໍ່ມະນຸດຂະໜາດນັ້ນ? ເຮົາເຮັດໃຫ້ມັນເປັນວຽກຂອງເຮົາບໍ ເພື່ອຊອກຫາຂໍ້ບົກຜ່ອງໃນຕົວເຈົ້າ? ເຖິງວ່າ ບັນຫາດ້ານຄວາມຄິດຂອງເຈົ້າອາດບໍ່ຮ້າຍແຮງຕາມທີ່ເຮົາໄດ້ພັນລະນາ ແຕ່ຜ່ານຄວາມສະຫງົບພາຍນອກຂອງເຈົ້າ, ເຈົ້າໄດ້ແຕ້ມຮູບພາບທີ່ສົມບູນຂອງໂລກພາຍໃນຂອງເຈົ້າແຕ່ດົນນານແລ້ວ. ບໍ່ຈໍາເປັນຕ້ອງໃຫ້ເຮົາບອກເຈົ້າວ່າ ສິ່ງດຽວທີ່ເຊື່ອງຢູ່ໃນສ່ວນເລິກຂອງຫົວໃຈເຈົ້າແມ່ນຄໍາຫຍາບຄາຍທີ່ບໍ່ມີເຫດຜົນ ແລະ ຮ່ອງຮອຍບາງຢ່າງຂອງຄວາມໂສກເສົ້າທີ່ຄົນອື່ນເກືອບບໍ່ສາມາດແຍກແຍະອອກໄດ້. ຍ້ອນເຈົ້າຮູ້ສຶກວ່າ ມັນບໍ່ຍຸຕິທໍາຫຼາຍທີ່ຈະທົນທຸກກັບການທົດລອງດັ່ງກ່າວ ເຈົ້າຈຶ່ງປ້ອຍດ່າ; ແລະ ຍ້ອນການທົດລອງເຫຼົ່ານີ້ເຮັດໃຫ້ເຈົ້າຮູ້ສຶກເຖິງຄວາມໂດດດ່ຽວຂອງໂລກ ເຈົ້າຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ. ເຈົ້າບໍ່ພຽງແຕ່ບໍ່ເບິ່ງການໂຈມຕີ ແລະ ການກະທໍາທາງວິໄນເຫຼົ່ານີ້ຊໍ້າແລ້ວຊໍ້າອີກວ່າ ເປັນການປົກປ້ອງທີ່ດີທີ່ສຸດ, ເຈົ້າຍັງເຫັນວ່າ ສິ່ງເຫຼົ່ານັ້ນເປັນການສ້າງຄວາມວຸ້ນວາຍຢ່າງໄຮ້ຄວາມຄິດຂອງສະຫວັນ ຫຼື ບໍ່ດັ່ງນັ້ນ ກໍເປັນຜົນກໍາສະໜອງທີ່ເໝາະສົມສໍາລັບເຈົ້າ. ເຈົ້າຈັ່ງແມ່ນໂງ່ຈ້າຫຼາຍ! ເຈົ້າຈໍາກັດຂອບເຂດເວລາທີ່ດີໄວ້ຢູ່ໃນຄວາມມືດຢ່າງໄຮ້ຄວາມເມດຕາ; ເຈົ້າເຫັນການທົດລອງ ແລະ ການກະທໍາທາງວິໄນທີ່ມະຫັດສະຈັນເປັນການໂຈມຕີຈາກສັດຕູຂອງເຈົ້າຢ່າງຊໍ້າແລ້ວຊໍ້າອີກ. ເຈົ້າບໍ່ຮູ້ຈັກວິທີປັບຕົວເຂົ້າກັບສະພາບແວດລ້ອມຂອງເຈົ້າ ແລະ ເຈົ້າເຖິງກັບບໍ່ເຕັມໃຈທີ່ຈະພະຍາຍາມເຮັດເຊັ່ນນັ້ນ, ເພາະວ່າເຈົ້າບໍ່ເຕັມໃຈທີ່ຈະຮັບເອົາສິ່ງໃດໆຈາກການຂ້ຽນຕີທີ່ມີຊໍ້າແລ້ວຊໍ້າອີກນັ້ນ, ເຊິ່ງເປັນສິ່ງທີ່ເຈົ້າຖືວ່າໂຫດຮ້າຍ. ເຈົ້າກໍບໍ່ສະແຫວງຫາ ຫຼື ສໍາຫຼວດຫາ ແລະ ພຽງແຕ່ຍອມຮັບຊະຕາກໍາຂອງຕົວເອງ ແລະ ຍອມໄປບ່ອນໃດກໍຕາມທີ່ມັນນໍາພາເຈົ້າໄປ. ສິ່ງທີ່ເຈົ້າອາດເບິ່ງຄືກັບວ່າ ເປັນການກະທໍາຈາກການຂ້ຽນຕີທີ່ປ່າເຖື່ອນແມ່ນບໍ່ໄດ້ປ່ຽນແປງຫົວໃຈຂອງເຈົ້າ ແລະ ສິ່ງເຫຼົ່ານັ້ນບໍ່ໄດ້ຄວບຄຸມຫົວໃຈຂອງເຈົ້າ; ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນແທງຫົວໃຈຂອງເຈົ້າ. ເຈົ້າເຫັນ “ການຂ້ຽນຕີທີ່ໂຫດຮ້າຍ” ນີ້ເປັນພຽງສັດຕູໃນຊີວິດນີ້ເທົ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ໄດ້ຮັບຫຍັງເລີຍ. ເຈົ້າຄິດວ່າຕົວເອງເປັນຝ່າຍຖືກທີ່ສຸດ! ມີໜ້ອຍຄັ້ງທີ່ເຈົ້າເຊື່ອວ່າ ເຈົ້າທົນທຸກກັບການທົດລອງດັ່ງກ່າວຍ້ອນການໝິ່ນປະໝາດຂອງຕົວເຈົ້າເອງ; ກົງກັນຂ້າມ, ເຈົ້າຖືວ່າ ຕົວເອງໂຊກຮ້າຍ ເຊິ່ງຍິ່ງໄປກວ່ານັ້ນ ກໍເວົ້າວ່າ ເຮົາຊອກຫາຈັບຜິດເຈົ້າຕະຫຼອດ. ແລ້ວຕອນນີ້ ສິ່ງຕ່າງໆກໍໄດ້ມາຮອດທາງຜ່ານນີ້ແລ້ວ, ເຈົ້າຮູ້ຈັກສິ່ງທີ່ເຮົາກ່າວ ແລະ ປະຕິບັດແທ້ຫຼາຍສໍ່າໃດ? ຈົ່ງຢ່າຄິດວ່າ ເຈົ້າແມ່ນອັດສະລິຍະຕັ້ງແຕ່ເກີດ ທີ່ຕໍ່າກວ່າສະຫວັນໜ້ອຍໜຶ່ງ ແຕ່ສູງກວ່າແຜ່ນດິນໂລກຫຼາຍ. ເຈົ້າບໍ່ໄດ້ສະຫຼາດໄປກວ່າຄົນອື່ນ ແລະ ສາມາດເວົ້າໄດ້ວ່າ ມັນເປັນພຽງສິ່ງທີ່ໜ້າຮັກເທົ່ານັ້ນ ທີ່ເຈົ້າບ້າຫຼາຍສໍ່າໃດໄປກວ່າຄົນຢູ່ເທິງແຜ່ນດິນໂລກທີ່ມີເຫດຜົນ ເພາະວ່າ ເຈົ້າຄິດວ່າ ຕົວເອງສູງສົ່ງຫຼາຍ ແລະ ບໍ່ເຄີຍມີຄວາມຮູ້ສຶກດ້ອຍ ຄືກັບວ່າ ເຈົ້າສາມາດເຫັນທະລຸການກະທໍາຂອງເຮົາຢ່າງລາຍລະອຽດທີ່ສຸດ. ທີ່ຈິງແລ້ວ, ເຈົ້າແມ່ນຄົນທີ່ຂາດເຫດຜົນຫຼາຍ ຍ້ອນວ່າ ເຈົ້າບໍ່ມີຄວາມຄິດ ກ່ຽວກັບສິ່ງທີ່ເຮົາຕ້ອງການປະຕິບັດ ແລະ ເຈົ້າເຖິງກັບບໍ່ຮູ້ວ່າເຮົາກໍາລັງປະຕິບັດຫຍັງໃນຕອນນີ້. ສະນັ້ນ ເຮົາຈຶ່ງກ່າວວ່າ ເຈົ້າແມ່ນບໍ່ສາມາດປຽບທຽບແມ່ນແຕ່ກັບຊາວນາເຖົ້າ ທີ່ເຮັດວຽກໜັກ, ເຊິ່ງເປັນຊາວນາທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບຊີວິດມະນຸດແມ່ນແຕ່ໜ້ອຍດຽວ ແຕ່ຍັງມອບຄວາມໄວ້ວາງໃຈທັງໝົດຂອງລາວໄວ້ກັບພອນຂອງສະຫວັນ ໃນຂະນະທີ່ລາວປູກຝັງຢູ່ໃນດິນ. ເຈົ້າບໍ່ຄິດກ່ຽວກັບຊີວິດຂອງເຈົ້າເລີຍ, ເຈົ້າບໍ່ຮູ້ຈັກສິ່ງທີ່ມີຊື່ສຽງ ແລ້ວແຮງໄກທີ່ເຈົ້າຈະມີຄວາມຮູ້ກ່ຽວກັບຕົວເອງ. ເຈົ້າຈັ່ງແມ່ນ “ເໜືອທຸກສິ່ງ”!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ