ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 333

04 ເດືອນກັນຍາ 2025

ຖ້າຫາກຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ ຖ້າເຮົາບໍ່ໄດ້ກ່າວໂທດພວກເຈົ້າສຳລັບການຕັດສິນໃຈຂອງພວກເຈົ້າ, ແລ້ວຄົນສ່ວນໃຫຍ່ກໍຈະເລືອກເງິນ ແລະ ປະຖິ້ມຄວາມຈິງ. ຜູ້ທີ່ດີແດ່ໃນບັນດາພວກເຈົ້າກໍອາດຈະສະຫຼະເງິນ ແລະ ເລືອກຄວາມຈິງຢ່າງບໍ່ເຕັມໃຈ, ໃນຂະນະທີ່ ຜູ້ທີ່ຢູ່ໃນລະຫວ່າງກາງກໍຈະຄວ້າເອົາເງິນໄວ້ໃນມືຂ້າງໜຶ່ງ ແລະ ຄວາມຈິງໄວ້ອີກຂ້າງ. ເມື່ອເປັນເຊັ່ນນີ້ ທາດແທ້ຂອງພວກເຈົ້າຈະບໍ່ຊັດເຈນໃນຕົວມັນເອງບໍ? ເມື່ອກຳລັງເລືອກລະຫວ່າງຄວາມຈິງ ແລະ ສິ່ງໃດໜຶ່ງທີ່ພວກເຈົ້າຕ້ອງຈົງຮັກພັກດີ, ພວກເຈົ້າທຸກຄົນກໍຈະຕັດສິນໃຈໄປໃນທໍານອງນັ້ນ ແລະ ທ່າທີຂອງພວກເຈົ້າກໍຈະຍັງຄືເກົ່າ. ມັນບໍ່ແມ່ນແບບນັ້ນບໍ? ບໍ່ໄດ້ມີຫຼາຍ ຄົນໃນບັນດາພວກເຈົ້າບໍທີ່ສັບໄປສັບມາລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນການແຂ່ງຂັນລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ສີດໍາ ແລະ ສີຂາວ, ແນ່ນອນ ພວກເຈົ້າຈະຮູ້ຈັກເຖິງທາງເລືອກທີ່ພວກເຈົ້າໄດ້ຕັດສິນໃຈລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ສັນຕິສຸກ ແລະ ຄວາມແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຍາກ, ສະຖານະ ແລະ ຄວາມສາມັນທຳມະດາ, ການຖືກສະໜັບສະໜູນ ແລະ ການຖືກປະຖິ້ມ ແລະ ອື່ນໆ. ລະຫວ່າງຄອບຄົວທີ່ມີສັນຕິສຸດ ແລະ ຄອບຄົວທີ່ແຕກແຍກ, ພວກເຈົ້າກໍເລືອກອັນທີ່ຢູ່ກ່ອນໜ້າ ແລະ ເຈົ້າເລືອກໂດຍບໍ່ລັງເລໃຈ; ລະຫວ່າງຄວາມຮັ່ງມີ ແລະ ໜ້າທີ່, ພວກເຈົ້າກໍເລືອກສິ່ງທີ່ມາກ່ອນໜ້າ ເຖິງກັບຂາດຄວາມເຕັມໃຈທີ່ຈະກັບຄືນຝັ່ງ[ກ]; ລະຫວ່າງຄວາມຫຼູຫຼາ ແລະ ຄວາມທຸກຍາກ, ພວກເຈົ້າກໍເລືອກອັນກ່ອນໜ້າ; ແລະ ລະຫວ່າງລູກຊາຍ, ລູກສາວ, ເມຍ ແລະ ຜົວ ແລະ ເຮົາ, ພວກເຈົ້າກໍເລືອກສິ່ງທີ່ຢູ່ກ່ອນໜ້າ; ແລະ ລະຫວ່າງແນວຄິດ ແລະ ຄວາມຈິງ, ພວກເຈົ້າກໍຈະເລືອກອັນກ່ອນໜ້າອີກ. ເມື່ອພົບພໍ້ກັບການກະທໍາອັນຊົ່ວຮ້າຍທຸກຮູບແບບຂອງພວກເຈົ້າ, ເຮົາພຽງແຕ່ແມ່ນໝົດສັດທາໃນຕົວຂອງພວກເຈົ້າ. ມັນພຽງແຕ່ເຮັດໃຫ້ເຮົາປະຫຼາດໃຈວ່າ ຫົວໃຈຂອງພວກເຈົ້ານັ້ນຕໍ່ຕ້ານທີ່ຈະຖືກເຮັດໃຫ້ອ່ອນໂຍນ. ການອຸທິດ ແລະ ຄວາມພະຍາຍາມເປັນເວລາຫຼາຍປີບໍ່ໄດ້ນໍາຫຍັງເລີຍມາເຖິງເຮົາ ນອກຈາກການປະຖິ້ມ ແລະ ຄວາມສິ້ນຫວັງຂອງພວກເຈົ້າ, ແຕ່ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ ເພາະມື້ຂອງເຮົາໄດ້ຖືກເປີດເຜີຍຕໍ່ໜ້າທຸກຄົນໝົດແລ້ວ. ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງສືບຕໍ່ສະແຫວງຫາສິ່ງທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ປະຕິເສດທີ່ຈະປ່ອຍວາງພວກມັນ. ດັ່ງນັ້ນ ຜົນໄດ້ຮັບຂອງພວກເຈົ້າຈະເປັນແນວໃດ? ພວກເຈົ້າໄດ້ພິຈາລະນາສິ່ງນີ້ຢ່າງລະອຽດກ່ອນແລ້ວບໍ? ຖ້າໃຫ້ພວກເຈົ້າເລືອກອີກຄັ້ງ, ແລ້ວຕໍາແໜ່ງຂອງພວກເຈົ້າຈະແມ່ນຫຍັງ? ພວກເຈົ້າຍັງຈະເລືອກອັນກ່ອນໜ້າຢູ່ບໍ? ພວກເຈົ້າຍັງຈະນໍາຄວາມຜິດຫວັງ ແລະ ຄວາມເສົ້າເສຍໃຈທີ່ເປັນຕາໜ້າສົມເພດມາສູ່ເຮົາຢູ່ບໍ? ຫົວໃຈຂອງພວກເຈົ້າຍັງຈະມີຄວາມອົບອຸ່ນພຽງເລັກນ້ອຍຢູ່ບໍ? ພວກເຈົ້າຈະຍັງບໍ່ຮູ້ຈັກສິ່ງທີ່ຈະຕ້ອງເຮັດເພື່ອເຮັດໃຫ້ເຮົາສະບາຍໃຈຢູ່ບໍ? ໃນຊ່ວງເວລານີ້ ພວກເຈົ້າຈະເລືອກຫຍັງ? ພວກເຈົ້າຈະຍອມຕໍ່ພຣະທໍາຂອງເຮົາ ຫຼື ບໍ່ມັກມັນ? ມື້ຂອງເຮົາໄດ້ຖືກວາງອອກຕໍ່ສາຍຕາຂອງພວກເຈົ້າທຸກຄົນແລ້ວ ແລະ ສິ່ງທີ່ພວກເຈົ້າເຫັນກໍຄືຊີວິດໃໝ່ ແລະ ຈຸດເລີ່ມຕົ້ນໃໝ່. ຢ່າງໃດກໍຕາມ ເຮົາຕ້ອງບອກພວກເຈົ້າວ່າ ຈຸດເລີ່ມຕົ້ນໃໝ່ນີ້ບໍ່ແມ່ນການເລີ່ມຕົ້ນຂອງພາລະກິດໃໝ່ຈາກອະດີດ ແຕ່ເປັນການສິ້ນສຸດພາລະກິດເກົ່າ. ນັ້ນໝາຍຄວາມວ່າ ນີ້ແມ່ນການກະທຳຄັ້ງສຸດທ້າຍ. ເຮົາຄິດວ່າ ພວກເຈົ້າທຸກຄົນຈະເຂົ້າໃຈໃນສິ່ງທີ່ບໍ່ເປັນປົກກະຕິກ່ຽວກັບຈຸດເລີ່ມຕົ້ນນີ້. ເຖິງຢ່າງໃດກໍຕາມ ໃນມື້ໜຶ່ງອີກບໍ່ດົນ ພວກເຈົ້າຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຈຸດເລີ່ມຕົ້ນນີ້, ສະນັ້ນ ພວກເຮົາຜ່ານຜ່າມັນໄປຮ່ວມກັນ ແລະ ຕ້ອນຮັບຕອນສຸດທ້າຍທີ່ຈະມາເຖິງ! ແນວໃດກໍຕາມ ສິ່ງທີ່ສືບຕໍ່ເຮັດໃຫ້ເຮົາເປັນກັງວົນກ່ຽວກັບພວກເຈົ້າກໍຄື ເມື່ອຜະເຊີນກັບຄວາມບໍ່ຍຸຕິທໍາ ແລະ ຄວາມຍຸຕິທໍາ, ພວກເຈົ້າເລືອກອັນກ່ອນໜ້າຢູ່ສະເໝີ. ເຖິງແນວໃດກໍຕາມ ສິ່ງນັ້ນລ້ວນແລ້ວແຕ່ຢູ່ໃນອະດີດຂອງພວກເຈົ້າ. ເຮົາກໍຫວັງເຊັ່ນກັນວ່າ ຈະລືມທຸກສິ່ງໃນອະດີດຂອງພວກເຈົ້າ, ເຖິງວ່າສິ່ງນີ້ຈະເຮັດໄດ້ຍາກ. ເຖິງຢ່າງໃດກໍຕາມ ເຮົາກໍມີວິທີການທີ່ດີທີ່ຈະເຮັດໃຫ້ມັນສໍາເລັດ: ໃຫ້ອະນາຄົດມາທົດແທນອະດີດ ແລະ ປ່ອຍໃຫ້ເງົາມືດໃນອະດີດຂອງພວກເຈົ້າຖືກປັດເປົ່າອອກໄປເພື່ອແລກປ່ຽນກັບຕົວຕົນທີ່ແທ້ຈິງຂອງພວກເຈົ້າໃນມື້ນີ້. ດັ່ງນັ້ນ ເຮົາຕ້ອງລົບກວນໃຫ້ພວກເຈົ້າຕັດສິນໃຈອີກຄັ້ງ: ແລ້ວພວກເຈົ້າຈົງຮັກພັກດີຕໍ່ໃຜແທ້ໆ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໝາຍເຫດ:

ກ. ກັບຄືນຝັ່ງ: ເປັນສໍານວນຂອງພາສາຈີນ, ເຊິ່ງໝາຍເຖິງ “ກັບຕົວຈາກຫົນທາງທີ່ຊົ່ວຮ້າຍຂອງຜູ້ໃດຜູ້ໜຶ່ງ”.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ