ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 335
13 ເດືອນກໍລະກົດ 2025
ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ພວກເຈົ້າກໍໄດ້ທໍາລາຍຄວາມເຊື່ອຂອງຕົນເອງ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະຫຼະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ເປັນຈິງ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມພ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະຫຼະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ. ໃນປັດຈຸບັນນີ້ ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາບໍ່ມັກຫຼາຍສໍ່າໃດ? ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາມັກຫຼາຍສໍ່າໃດ? ມັນເປັນໄປໄດ້ບໍວ່າບໍ່ມີຜູ້ໃດເລີຍໃນບັນດາພວກເຈົ້າທີ່ສຳນຶກເຖິງການສຳແດງອອກເຖິງຄວາມໜ້າລັງກຽດຕ່າງໆທີ່ເຈົ້າໄດ້ສະແດງອອກມາເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ?
ໃນຫົວໃຈຂອງເຮົາ, ເຮົາບໍ່ປາຖະໜາທີ່ຈະທໍາລາຍຫົວໃຈຂອງຜູ້ຄົນທີ່ເປັນບວກ ແລະ ໄດ້ຮັບແຮງຈູງໃຈ, ໂດຍສະເພາະແລ້ວ ເຮົາບໍ່ປາຖະໜາທີ່ຈະເຮັດໃຫ້ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຊື່ສັດນັ້ນໝົດກໍາລັງໃຈ; ຢ່າງໃດກໍຕາມ ເຮົາຕ້ອງເຕືອນພວກເຈົ້າແຕ່ລະຄົນໄວ້ກ່ອນກ່ຽວກັບຄວາມບົກຜ່ອງຂອງພວກເຈົ້າ ແລະ ຈິດວິນຍານສົກກະປົກທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ. ຈຸດປະສົງໃນການເຮັດແບບນີ້ກໍຫວັງວ່າ ພວກເຈົ້າຈະສາມາດຖວາຍຫົວໃຈທີ່ແທ້ຈິງເພື່ອຜະເຊີນກັບພຣະທຳຂອງເຮົາ ເພາະວ່າ ສິ່ງທີ່ເຮົາກຽດຊັງທີ່ສຸດກໍຄືການຫຼອກລວງຂອງຜູ້ຄົນ. ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ. ພາລະກິດຂອງເຮົາເປັນປະໂຫຍດໃຫ້ກັບພວກເຈົ້າຫຼາຍ; ສິ່ງທີ່ເຮົາຫວັງໄດ້ຮັບຈາກພວກເຈົ້າກໍຄືຫົວໃຈທີ່ຊື່ສັດ ແລະ ມີຄວາມປາຖະໜາສູງ, ແຕ່ຈົນຮອດປັດຈຸບັນນີ້ ມືຂອງເຮົາກໍຍັງວ່າງເປົ່າເໝືອນເດີມ. ໃຫ້ລອງຄິດກ່ຽວກັບສິ່ງນີ້ເບິ່ງ: ຖ້າມື້ໜຶ່ງ ເຮົາຍັງຄົງເສຍໃຈເໜືອຄຳບັນຍາຍແບບນີ້ ທ່າທີຂອງເຮົາທີ່ມີຕໍ່ພວກເຈົ້າຈະເປັນແນວໃດ? ເຮົາຈະຍັງເປັນມິດຢູ່ບໍ່? ຫົວໃຈຂອງເຮົາຈະມີສັນຕິສຸກຢູ່ບໍ? ພວກເຈົ້າເຂົ້າໃຈເຖິງຄວາມຮູ້ສຶກຂອງຄົນທີ່ປູກເຂົ້າຢ່າງພາກພຽນ ແຕ່ບໍ່ໄດ້ເກັບກ່ຽວເມັດເຂົ້າແມ່ນແຕ່ເມັດດຽວບໍ່? ພວກເຈົ້າເຂົ້າໃຈບໍ່ວ່າ ຄວາມເຈັບປວດຂອງບາງຄົນທີ່ຖືກຕີຢ່າງໜັກເປັນແນວໃດ? ພວກເຈົ້າສາມາດຊີມລົດຊາດແຫ່ງຄວາມເຈັບປວດຂອງຄົນທີ່ເຕັມໄປດ້ວຍຄວາມຫວັງ ຜູ້ເຊິ່ງຕ້ອງຈາກບາງຄົນໄປບົນເງື່ອນໄຂທີ່ບໍ່ຈົບງາມບໍ? ພວກເຈົ້າເຄີຍເຫັນຄວາມໂກດຮ້າຍຂອງຄົນທີ່ຖືກເຮັດໃຫ້ໃຈຮ້າຍບໍ? ພວກເຈົ້າສາມາດຮູ້ຈັກເຖິງຄວາມຮູ້ສຶກຮີບດ່ວນໃນການຕ້ອງການແກ້ແຄ້ນຂອງຄົນທີ່ຖືກປະຕິບັດນໍາດ້ວຍຄວາມໂຫດຮ້າຍ ແລະ ຫຼອກລວງບໍ? ຖ້າພວກເຈົ້າເຂົ້າໃຈເຖິງຄວາມຄິດຂອງຄົນເຫຼົ່ານີ້, ເຮົາຄິດວ່າ ມັນກໍບໍ່ຍາກທີ່ພວກເຈົ້າຈະຈິນຕະນາການເຖິງທ່າທີຂອງພຣະເຈົ້າໃນເວລາແຫ່ງການແກ້ແຄ້ນຂອງພຣະອົງ. ສຸດທ້າຍນີ້ ເຮົາຫວັງໃຫ້ພວກເຈົ້າທຸກຄົນພະຍາຍາມຢ່າງຈິງຈັງເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າເອງ; ຢ່າງໃດກໍຕາມ, ພວກເຈົ້າບໍ່ຄວນນໍາໃຊ້ວິທີທີ່ຫຼອກລວງເຂົ້າໃນຄວາມພະຍາຍາມຂອງພວກເຈົ້າ ຫຼື ບໍ່ດັ່ງນັ້ນ ໃນຫົວໃຈຂອງເຮົາກໍຍັງຄົງຜິດຫວັງກັບພວກເຈົ້າ. ຄວາມຜິດຫວັງດັ່ງກ່າວຈະນໍາໄປສູ່ສິ່ງໃດ? ພວກເຈົ້າບໍ່ໄດ້ກຳລັງຫຼອກລວງຕົນເອງບໍ? ຄົນທີ່ຄິດເພື່ອຈຸດໝາຍປາຍທາງຂອງພວກເຂົາ ແຕ່ທຳລາຍມັນ ຄືຄົນຢ່າງໜ້ອຍແມ່ນບໍ່ສາມາດໄດ້ຮັບຄວາມລອດພົ້ນ. ເຖິງແມ່ນຜູ້ຄົນດັ່ງກ່າວຈະໂກດຮ້າຍພຽງໃດ, ແລ້ວມີໃຜຈະເຫັນອົກເຫັນໃຈພວກເຂົາ? ສະຫຼຸບແລ້ວ ເຮົາຍັງເຕັມໃຈທີ່ຈະປາຖະໜາໃຫ້ພວກເຈົ້າມີຈຸດໝາຍປາຍທາງທີ່ເໝາະສົມ ແລະ ດີ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ຈະບໍ່ມີຜູ້ໃດໃນພວກເຈົ້າປະສົບກັບຄວາມພິນາດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ