ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 282

14 ເດືອນກໍລະກົດ 2025

ໃນການເຊື່ອພຣະເຈົ້າ ຄົນໆໜຶ່ງຄວນຮູ້ຈັກພຣະເຈົ້າແນວໃດ? ຄົນໆໜຶ່ງຄວນມາຮູ້ຈັກພຣະເຈົ້າໂດຍອີງໃສ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ມີຄວາມບ່ຽງເບນ ຫຼື ມີຄວາມເຊື່ອທີ່ບໍ່ຖືກຕ້ອງ ແລະ ກ່ອນອື່ນໝົດ ຄົນໆໜຶ່ງຄວນຮູ້ຈັກພາລະກິດຂອງພຣະເຈົ້າ. ນີ້ຄືພື້ນຖານຂອງການຮູ້ຈັກພຣະເຈົ້າ. ທຸກຄວາມເຊື່ອທີ່ຫຼາກຫຼາຍ ແລະ ບໍ່ຖືກຕ້ອງເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈກ່ຽວກັບພຣະທຳທີ່ບໍລິສຸດຂອງພຣະເຈົ້າແມ່ນແນວຄວາມຄິດທາງສາສະໜາ ເຊິ່ງເປັນຄວາມເຂົ້າໃຈທີ່ບິດເບືອນ. ທັກສະທີ່ຍິ່ງໃຫຍ່ທີ່ສຸດຂອງບຸກຄົນທາງສາສະໜາຄືການນໍາເອົາພຣະທຳຂອງພຣະເຈົ້າທີ່ຖືກເຂົ້າໃຈໃນອະດີດ ແລ້ວວັດແທກຂໍ້ພຣະທໍານັ້ນໂດຍອີງໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍແສງສະຫວ່າງຂອງພຣະອົງໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີການຂັດຂວາງ ແລະ ການປະຕິບັດຂອງເຈົ້າກໍຈະຫຼ້າສະໄໝ ເຊິ່ງເປັນພຽງພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ທ່າມກາງຄຸນສົມບັດອື່ນໆ ແລະ ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ; ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. ປະໂຫຍກ “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ຫຼ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການ ເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະຂັດຂວາງພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດຫຍັງກັບມະນຸດເລີຍ. ຖ້າຜູ້ຄົນບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນອອກຈາກຕົວພວກເຂົາ ທີ່ເປັນແນວຄວາມຄິດທາງສາສະໜາ ແລ້ວສິ່ງເຫຼົ່ານີ້ກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງພວກເຂົາ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ້າຊ້າໃນໜຶ່ງບາດກ້າວ, ຈາກນັ້ນກໍ່ເປັນສອງບາດກ້າວ. ນີ້ກໍ່ຍ້ອນວ່າ ແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າບາງສິ່ງຫຼ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າແທ້ໆບໍ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ຖ້າຜູ້ຄົນສາມາດປະຖິ້ມແນວຄວາມຄິດທາງສາສະໜາ, ພວກເຂົາຈະບໍ່ນໍາໃຊ້ຄວາມຄິດຂອງຕົນເອງເພື່ອປະເມີນພຣະທຳ ແລະ ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແຕ່ຈະອ່ອນນ້ອມໂດຍກົງ. ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ່ຄືກັບພາລະກິດໃນອະດີດຢ່າງຊັດເຈນ, ແຕ່ເຈົ້າກໍ່ຍັງສາມາດປະຖິ້ມຄວາມຄິດເຫັນໃນອະດີດ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນໄດ້ໂດຍກົງ. ຖ້າເຈົ້າສາມາດເຂົ້າໃຈວ່າເຈົ້າຕ້ອງມີຄວາມພາກພູມໃຈຕໍ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ໂດຍບໍ່ສົນໃຈວ່າພຣະເຈົ້າປະຕິບັດພາລະກິດໃນອະດີດແນວໃດ, ເຈົ້າກໍເປັນຄົນທີ່ປະຖິ້ມແນວຄວາມຄິດຂອງຕົນແລ້ວ, ເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນຄົນທີ່ສາມາດອ່ອນນ້ອມຕໍ່ພາລະກິດ ແລະ ພຣະທຳຂອງພຣະເຈົ້າ ແລະ ເດີນຕາມບາດກ້າວຂອງພຣະອົງ. ດ້ວຍວິທີນີ້ ເຈົ້າຈະເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ເຈົ້າບໍ່ໄດ້ວິເຄາະ ຫຼື ກວດສອບພາລະກິດຂອງພຣະເຈົ້າ. ໃນເມື່ອພຣະເຈົ້າໄດ້ລືມພາລະກິດໃນອະດີດຂອງພຣະອົງ ເຈົ້າກໍໄດ້ລືມມັນເຊັ່ນດຽວກັນ. ປັດຈຸບັນຄືປັດຈຸບັນ ແລະ ອະດີດກໍຄືອະດີດ ແລະ ນັບແຕ່ມື້ນີ້ໄປພຣະເຈົ້າໄດ້ປ່ອຍປະສິ່ງທີ່ພຣະອົງກະທຳໃນອະດີດແລ້ວ ເຈົ້າກໍບໍ່ຄວນຍຶດຕິດຢູ່ກັບມັນ. ເມື່ອເຈົ້າບໍ່ຍຶດຕິດກັບມັນມີພຽງແຕ່ຄົນແບບນັ້ນທີ່ເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ ແລະ ປະຖິ້ມແນວຄວາມຄິດທາງສາສະໜາຂອງຕົນຢ່າງສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ