ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 283
14 ເດືອນກໍລະກົດ 2025
ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ. ພາລະກິດປະເພດຕ່າງໆເຫຼົ່ານີ້, ທັງເກົ່າ ແລະ ໃໝ່ບໍ່ໄດ້ຂັດແຍ້ງກັນ ແຕ່ເກື້ອກູນກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດ ແລະ ທຸກຮູບແບບໃນຈິດໃຈຂອງມະນຸດ. ທີ່ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນຢ່າງສົມບູນ ຄຽງຄູ່ກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີນັ້ນ ແມ່ນເປັນປະໂຫຍດຫຼາຍຕໍ່ການສ້າງແນວຄິດດັ່ງກ່າວຂອງມະນຸດ. ອາດເວົ້າໄດ້ວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມເຂົ້າໃຈຕາມແນວຄິດທຸກປະເພດກ່ຽວກັບພຣະເຈົ້າໃນຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນທາງສາສະໜາຫຼາຍຄົນທີ່ຮັບໃຊ້ພຣະເຈົ້າກາຍມາເປັນສັດຕູຂອງພຣະອົງ. ດັ່ງນັ້ນ ຍິ່ງແນວຄວາມຄິດທາງສາສະໜາຂອງຄົນໜັກແໜ້ນຂຶ້ນຫຼາຍເທົ່າໃດ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ຖືກເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ການປະຕິບັດພາລະກິດໃນລັກສະນະນີ້ແມ່ນເປັນການສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸການຄຸ້ມຄອງຂອງພຣະອົງ. ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້ ມະນຸດຈະບໍ່ປ່ຽນແປງ ຫຼື ສາມາດຮູ້ຈັກພຣະເຈົ້າໄດ້ ແລະ ຊາຕານກໍຈະບໍ່ປະລາໄຊ. ດ້ວຍເຫດນີ້ ພາລະກິດຂອງພຣະອົງຈຶ່ງມີການປ່ຽນແປງເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເບິ່ງຄືວ່າບໍ່ເປັນປົກກະຕິ ແຕ່ແທ້ຈິງແລ້ວ ແມ່ນເປັນປົກກະຕິດີ. ເຖິງຢ່າງໃດກໍຕາມ ວິທີທີ່ມະນຸດເຊື່ອໃນພຣະເຈົ້າແຕກຕ່າງກັນພໍສົມຄວນ. ເຂົາຍຶດຕິດກັບທິດສະດີ ແລະ ລະບົບເກົ່າແກ່ທີ່ຕົນລຶ້ງເຄີຍ ແລະ ຍິ່ງສິ່ງເຫຼົ່ານັ້ນເກົ່າຫຼາຍສໍ່າໃດ ຍິ່ງຖືກໃຈເຂົາຫຼາຍສໍ່ານັ້ນ. ຄວາມຄິດທີ່ໂງ່ຈ້າຂອງມະນຸດ, ຈິດໃຈເໝືອນດັ່ງກ້ອນຫີນທີ່ບໍ່ຍອມອ່ອນນ້ອມ ຈະສາມາດຍອມຮັບພາລະກິດ ແລະ ພຣະທໍາໃໝ່ຂອງພຣະເຈົ້າຢ່າງເລິກເຊິ່ງໄດ້ແນວໃດ? ມະນຸດມັກຈະກຽດຊັງພຣະເຈົ້າທີ່ໃໝ່ ແລະ ບໍ່ເຄີຍເກົ່າສະເໝີ; ເຂົາພຽງແຕ່ມັກພຣະເຈົ້າອົງເດີມ, ຜູ້ທີ່ມີແຂ້ວຍາວ, ຜົມສີຂາວ ແລະ ຢູ່ກັບທີ່. ເພາະສະນັ້ນ, ຍ້ອນວ່າ ພຣະເຈົ້າ ແລະ ມະນຸດມີຄວາມມັກສ່ວນຕົວທີ່ແຕກຕ່າງກັນ, ມະນຸດຈຶ່ງໄດ້ກາຍເປັນສັດຕູຂອງພຣະເຈົ້າ. ຂໍ້ຂັດແຍ້ງຕ່າງໆເຫຼົ່ານີ້ມີມາຕັ້ງແຕ່ພຣະເຈົ້າເລີ່ມປະຕິບັດພາລະກິດໃໝ່ຂອງພຣະອົງໄດ້ເກືອບຫົກພັນປີ ແລະ ໃນປັດຈຸບັນນີ້ຂໍ້ຂັດແຍ້ງດັ່ງກ່າວກໍຍັງມີຢູ່. ມະນຸດແມ່ນເກີນທີ່ຈະໄດ້ຮັບການແກ້ໄຂແລ້ວ. ບາງເທື່ອ ເປັນຍ້ອນຄວາມດື້ດ້ານຂອງມະນຸດ ຫຼື ເປັນຍ້ອນຂໍ້ບັນຍັດການຈັດການຂອງພຣະເຈົ້າທີ່ມະນຸດບໍ່ສາມາດຝ່າຝືນໄດ້ ທີ່ເປັນຕົ້ນເຫດເຮັດໃຫ້ຄູສອນສາສະໜາ ແລະ ຜູ້ຍິງເຫຼົ່ານັ້ນຍັງຍຶດຕິດກັບໜັງສື ແລະ ປື້ມເກົ່າແກ່ທີ່ຂາດຄຸນນະພາບ, ໃນຂະນະທີ່ພຣະເຈົ້າສືບຕໍ່ປະຕິບັດພາລະກິດການຄຸ້ມຄອງຂອງພຣະອົງທີ່ຍັງບໍ່ສຳເລັດນັ້ນ ເບິ່ງຄືວ່າບໍ່ມີໃຜຢູ່ຄຽງຂ້າງພຣະອົງເລີຍ. ເຖິງແມ່ນຂໍ້ຂັດແຍ້ງເຫຼົ່ານີ້ເຮັດໃຫ້ມະນຸດເປັນສັດຕູກັບພຣະເຈົ້າ ແລະ ເຖິງແມ່ນວ່າ ຂໍ້ຂັດແຍ້ງດັ່ງກ່າວຈະບໍ່ສາມາດແກ້ໄຂໄດ້ ພຣະເຈົ້າກໍບໍ່ໃສ່ໃຈໃນສິ່ງເຫຼົ່ານັ້ນ, ພຣະອົງບໍ່ສົນໃຈຂໍ້ຂັດແຍ້ງໃດໆທັງສິ້ນ ບໍ່ວ່າຈະມີ ຫຼື ບໍ່ມີ. ເຖິງຢ່າງໃດກໍຕາມ ມະນຸດຍັງຍຶດຖືໃນຄວາມເຊື່ອ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ເຄີຍປະຖິ້ມຄວາມເຊື່ອ ແລະ ແນວຄວາມຄິດນັ້ນເລີຍ. ແຕ່ມີສິ່ງໜຶ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນກໍຄື: ເຖິງແມ່ນວ່າ ມະນຸດຈະບໍ່ຜິດພ້ຽນໄປຈາກຈຸດຢືນຂອງຕົນ, ແຕ່ບາດກ້າວຂອງພຣະເຈົ້າແມ່ນເຄື່ອນຍ້າຍເປັນປະຈຳ ແລະ ພຣະອົງປ່ຽນແປງທ່າທີຂອງພຣະອົງຕາມສະພາບແວດລ້ອມຢູ່ສະເໝີ. ໃນທີ່ສຸດກໍຈະແມ່ນມະນຸດເອງທີ່ໄດ້ຮັບການພ່າຍແພ້ໂດຍບໍ່ມີການຕໍ່ສູ້. ໃນຂະນະດຽວກັນ ພຣະເຈົ້າແມ່ນສັດຕູຍິ່ງໃຫຍ່ທີ່ສຸດຂອງບັນດາສັດຕູຂອງພຣະອົງທີ່ໄດ້ຖືກເອົາຊະນະ ແລະ ພຣະອົງຍັງເປັນຜູ້ຊະນະເລີດຂອງມະນຸດຊາດທັງປວງໄດ້ຖືກເອົາຊະນະ ແລະ ຜູ້ທີ່ບໍ່ໄດ້ຖືກເອົາຊະນະອີກດ້ວຍ. ມີຜູ້ໃດແດ່ທີ່ສາມາດແຂ່ງຂັນກັບພຣະເຈົ້າ ແລະ ໄດ້ຮັບໄຊຊະນະ? ແນວຄວາມຄິດຂອງມະນຸດອາດເບິ່ງຄືວ່າ ມາຈາກພຣະເຈົ້າ ຍ້ອນວ່າ ພວກເຂົາຫຼາຍຄົນເກີດຈາກການລຸກຕື່ນຂຶ້ນຂອງພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະເຈົ້າບໍ່ໄດ້ໃຫ້ອະໄພມະນຸດຍ້ອນສິ່ງນີ້, ຍິ່ງໄປກວ່ານັ້ນ ພຣະອົງຍັງບໍ່ຍົກຍ້ອງມະນຸດທີ່ປະຕິບັດພາລະກິດ “ເພື່ອພຣະເຈົ້າ” ໃນການຕື່ນຂຶ້ນຂອງພາລະກິດຂອງພຣະເຈົ້າເຊິ່ງຢູ່ນອກພາລະກິດຂອງພຣະອົງ. ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດແນວຄວາມຄິດຂອງມະນຸດ ແລະ ຄວາມເຊື່ອທີ່ເກົ່າ ແລະ ບໍ່ມີແມ່ນແຕ່ຄວາມຄິດທີ່ຈະຮັບຮູ້ວັນທີທີ່ແນວຄິດເຫຼົ່ານີ້ປາກົດຂຶ້ນເປັນຄັ້ງທຳອິດ. ພຣະອົງບໍ່ຍອມຮັບເລີຍວ່າ ແນວຄວາມຄິດເຫຼົ່ານີ້ເກີດມາຈາກພາລະກິດຂອງພຣະອົງ ຍ້ອນແນວຄວາມຄິດຂອງມະນຸດແຜ່ຂະຫຍາຍໂດຍມະນຸດ; ແຫຼ່ງກຳເນີດຂອງພວກມັນແມ່ນມາຈາກຄວາມຄິດ ແລະ ຈິດໃຈຂອງມະນຸດເອງ ແລະ ບໍ່ແມ່ນມາຈາກພຣະເຈົ້າ ແຕ່ມາຈາກຊາຕານ. ເຈດຕະນາຂອງພຣະເຈົ້າກໍຄືການເຮັດໃຫ້ພາລະກິດຂອງພຣະອົງໃໝ່ ແລະ ມີຊີວິດຊີວາຢູ່ສະເໝີ ໂດຍບໍ່ແມ່ນການແກ່ເຖົ້າ ແລະ ການຕາຍ ແລະ ສິ່ງທີ່ພຣະອົງໃຫ້ມະນຸດຍຶດຖືນັ້ນແມ່ນຜັນປ່ຽນຕາມຍຸກ ແລະ ສະໄໝ ແລະ ບໍ່ໄດ້ເປັນນິດນິລັນ ແລະ ອໍາມະຕະ. ນີ້ກໍຍ້ອນວ່າ ພຣະອົງແມ່ນພຣະເຈົ້າ ຜູ້ສ້າງມະນຸດໃຫ້ມີຊີວິດ ແລະ ເປັນຄົນໃໝ່ ເຊິ່ງກົງກັນຂ້າມກັບມານຮ້າຍຜູ້ທີ່ເຮັດໃຫ້ມະນຸດຕາຍ ແລະ ເປັນຄົນເກົ່າ. ພວກເຈົ້າຍັງບໍ່ເຂົ້າໃຈໃນສິ່ງນີ້ບໍ? ເຈົ້າມີແນວຄວາມຄິດກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດປະຖິ້ມຄວາມຄິດດັ່ງກ່າວນັ້ນໄດ້ ກໍຍ້ອນເຈົ້າມີຄວາມຄິດຄັບແຄບ. ບໍ່ແມ່ນເປັນຍ້ອນເຫດຜົນທີ່ວ່າ ພາລະກິດຂອງພຣະເຈົ້າເລັກນ້ອຍເກີນໄປ ຫຼື ມັນເປັນຍ້ອນພາລະກິດຂອງພຣະອົງນັ້ນບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ໄດ້ເອົາໃຈໃສ່ໃນໜ້າທີ່ຂອງພຣະອົງ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າກໍຍ້ອນວ່າ ເຈົ້າຂາດຄວາມອ່ອນນ້ອມຫຼາຍເກີນໄປ ແລະ ຍ້ອນເຈົ້າບໍ່ມີລັກສະນະທີ່ຄ້າຍຄືກັບສິ່ງມີຊີວິດແມ່ນແຕ່ໜ້ອຍດຽວ ແລະ ບໍ່ແມ່ນຍ້ອນພຣະເຈົ້າເຮັດໃຫ້ທຸກສິ່ງຢ່າງຫຍຸ້ງຍາກໄປໝົດສຳລັບເຈົ້າ. ເຈົ້າເປັນສາເຫດຂອງສິ່ງທັງໝົດນີ້ ແລະ ມັນບໍ່ກ່ຽວຂ້ອງຫຍັງເລີຍກັບພຣະເຈົ້າ; ຄວາມທົນທຸກທໍລະມານ ແລະ ຄວາມໂຊກຮ້າຍແມ່ນຖືກສ້າງຂຶ້ນໂດຍມະນຸດ. ຄວາມຄິດຂອງພຣະເຈົ້າແມ່ນດີສະເໝີ: ພຣະອົງບໍ່ຕ້ອງການໃຫ້ເຈົ້າມີແນວຄວາມຄິດຕ່າງໆນາໆ ແຕ່ຕ້ອງການໃຫ້ເຈົ້າປ່ຽນແປງ ແລະ ຖືກສ້າງໃໝ່ຕາມຍຸກສະໄໝຂອງທີ່ຜ່ານພົ້ນໄປ. ແຕ່ເຈົ້າບໍ່ຮູ້ວ່າສິ່ງໃດດີສຳລັບເຈົ້າ ແລະ ມີແຕ່ກວດສອບ ຫຼື ວິເຄາະຢູ່ເປັນປະຈຳ. ມັນບໍ່ແມ່ນວ່າ ພຣະເຈົ້າເຮັດໃຫ້ທຸກສິ່ງຫຍຸ້ງຍາກໄປສຳລັບເຈົ້າ ແຕ່ເຈົ້າບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ ແລະ ຄວາມກະບົດຂອງເຈົ້ານັ້ນຍິ່ງໃຫຍ່ເກີນໄປ. ສິ່ງທີ່ມີຊີວິດນ້ອຍໆຄືພວກເຈົ້າຍັງກ້າຮັບເອົາສິ່ງເລັກໆນ້ອຍໆທີ່ພຣະເຈົ້າມອບໃຫ້ພວກເຈົ້າກ່ອນໜ້ານີ້ ແລ້ວຫັນກັບມາ ແລະ ໃຊ້ມັນໂຈມຕີພຣະເຈົ້າ, ນີ້ບໍ່ແມ່ນຄວາມກະບົດຂອງມະນຸດບໍ? ມັນຖືກຕ້ອງແລ້ວທີ່ຈະເວົ້າວ່າ ມະນຸດບໍ່ມີຄຸນສົມບັດແທ້ໆໃນການສະແດງຄວາມຄິດເຫັນຂອງພວກເຂົາຕໍ່ໜ້າພຣະເຈົ້າ ແລະ ແຮງໄກທີ່ພວກເຂົາຈະມີຄຸນສົມບັດທີ່ຈະແຫ່ຂະບວນອ້ອມພາສາທີ່ໄຮ້ຄ່າ, ມີກິ່ນເໝັນ, ເນົ່າເປື່ອຍ, ສວຍງາມຂອງພວກເຂົາ ຕາມທີ່ພວກເຂົາປາຖະໜາ, ບໍ່ຕ້ອງເວົ້າຫຍັງເຖິງເລື່ອງຫຍັງກໍຕາມທີ່ເປັນແນວຄິດເປິເປື້ອນເຫຼົ່ານັ້ນ. ແລ້ວພວກເຂົາບໍ່ແມ່ນໄຮ້ຄ່າຫຼາຍກວ່ານັ້ນອີກບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ