ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 293

17 ເດືອນກໍລະກົດ 2025

ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ ຄູ່ປໍລະປັກກັບພຣະເຈົ້າ. ຄູ່ປໍລະປັກຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ, ຄົນທີ່ຮັບຮູ້ພຣະເຈົ້າດ້ວຍຮີມສົບຂອງພວກເຂົາ ແຕ່ບໍ່ຮູ້ຈັກພຣະອົງ, ຄົນທີ່ຕິດຕາມພຣະເຈົ້າ ແຕ່ບໍ່ອ່ອນນ້ອມຕໍ່ພຣະອົງ ແລະ ຄົນທີ່ມ່ວນຊື່ນໃນຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ. ຖ້າບໍ່ມີຄວາມເຂົ້າໃຈກ່ຽວກັບຈຸດປະສົງໃນພາລະກິດຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນມະນຸດ, ເຂົາກໍ່ບໍ່ສາມາດເຮັດຕາມເຈດຕະນາຂອງພຣະເຈົ້າ ຫຼື ເຂົາບໍ່ສາມາດຢືນເປັນພະຍານໃຫ້ກັບພຣະເຈົ້າ. ໃນດ້ານໜຶ່ງ, ເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງຕໍ່ຕ້ານພຣະເຈົ້າແມ່ນເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ໃນອີກດ້ານໜຶ່ງ ມັນກໍ່ມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈກ່ຽວກັບຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ກ່ຽວກັບເຈດຕະນາຂອງພຣະອົງສຳລັບມະນຸດ. ທັງສອງລັກສະນະນີ້ເມື່ອນໍາມາໃສ່ກັນໄດ້ປະກອບເປັນປະຫວັດສາດທີ່ມະນຸດຕໍ່ຕ້ານພຣະເຈົ້າ. ຜູ້ເຊື່ອໃໝ່ຕໍ່ຕ້ານພຣະເຈົ້າ ເພາະການຕໍ່ຕ້ານດັ່ງກ່າວນອນຢູ່ພາຍໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າຂອງຄົນທີ່ມີຄວາມເຊື່ອຫຼາຍປີແມ່ນມີຜົນມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະອົງ ນອກຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນເວລາກ່ອນທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ການວັດແທກວ່າມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນອີງໃສ່ວ່າເຂົາຮັກສາບົດບັນຍັດທີ່ພຣະເຈົ້າໃນສະຫວັນໄດ້ກຳນົດໄວ້ ຫຼື ບໍ່. ຕົວຢ່າງ: ໃນຍຸກແຫ່ງພຣະບັນຍັດ, ຜູ້ໃດກໍ່ຕາມທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາກໍ່ຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ; ຜູ້ໃດກໍ່ຕາມທີ່ລັກຈາກເຄື່ອງຖວາຍໃຫ້ແກ່ພຣະເຢໂຮວາ ຫຼື ຜູ້ໃດກໍ່ຕາມທີ່ຕໍ່ຕ້ານຄົນທີ່ພຣະເຢໂຮວາໂປດປານກໍ່ຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ຈະຖືກແກວ່ງກ້ອນຫີນໃສ່ຈົນຕາຍ; ຜູ້ໃດກໍ່ຕາມທີ່ບໍ່ເຄົາລົບບິດາ ແລະ ມານດາຂອງເຂົາ ແລະ ຜູ້ໃດກໍ່ຕາມທີ່ໂຈມຕີ ຫຼື ສາບແຊ່ງຄົນອື່ນກໍ່ຖືວ່າເປັນຄົນທີ່ບໍ່ຮັກສາພຣະບັນຍັດ. ແລ້ວທຸກຄົນທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາກໍ່ຖືວ່າກຳລັງຢືນຕໍ່ຕ້ານພຣະອົງ. ສິ່ງນີ້ບໍ່ໄດ້ເປັນແບບນັ້ນໃນຍຸກແຫ່ງພຣະຄຸນ, ເມື່ອຜູ້ໃດກໍ່ຕາມທີ່ຢືນຕໍ່ຕ້ານພຣະເຢຊູຈະຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ຜູ້ໃດກໍ່ຕາມທີ່ບໍ່ອ່ອນນ້ອມຕໍ່ພຣະທຳທີ່ພຣະເຢຊູໄດ້ກ່າວອອກກໍ່ຖືວ່າເປັນຄົນທີ່ຢືນຕໍ່ຕ້ານພຣະເຈົ້າ. ໃນເວລານີ້, ລັກສະນະທີ່ກຳນົດການຕໍ່ຕ້ານພຣະເຈົ້າໄດ້ເລີ່ມຖືກຕ້ອງ ແລະ ເປັນຈິງຍິ່ງຂຶ້ນ. ໃນເວລາທີ່ພຣະເຈົ້າຍັງບໍ່ທັນໄດ້ກາຍມາເປັນເນື້ອໜັງ, ການວັດແທກທີ່ວ່າມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນອີງໃສ່ວ່າມະນຸດນະມັດສະການ ແລະ ເຄົາລົບພຣະເຈົ້າທີ່ບໍ່ສາມາດເບິ່ງເຫັນໄດ້ໃນສະຫວັນ ຫຼື ບໍ່. ລັກສະນະທີ່ກຳນົດການຕໍ່ຕ້ານພຣະເຈົ້າໃນເວລານັ້ນບໍ່ໄດ້ເປັນຈິງເລີຍ, ຍ້ອນມະນຸດບໍ່ສາມາດເຫັນພຣະເຈົ້າ ຫຼື ເຂົາບໍ່ຮູ້ວ່າພາບລັກຂອງພຣະເຈົ້າເປັນແນວໃດ ຫຼື ພຣະອົງປະຕິບັດພາລະກິດ ແລະ ກ່າວແນວໃດ. ມະນຸດບໍ່ມີແນວຄິດກ່ຽວກັບພຣະເຈົ້າ ແລະ ເຂົາເຊື່ອໃນພຣະເຈົ້າໂດຍບໍ່ແຈ່ມແຈ້ງ, ເພາະພຣະເຈົ້າບໍ່ທັນປາກົດຕົວຕໍ່ມະນຸດ. ສະນັ້ນ, ບໍ່ວ່າມະນຸດຈະເຊື່ອໃນພຣະເຈົ້າແນວໃດກໍ່ຕາມໃນຈິນຕະນາການຂອງເຂົາ, ພຣະເຈົ້າບໍ່ໄດ້ປະນາມມະນຸດ ຫຼື ຮຽກຮ້ອງຈາກເຂົາຫຼາຍເກີນໄປ, ເພາະມະນຸດບໍ່ສາມາດເຫັນພຣະເຈົ້າແທ້ໆ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ແລະ ມາເຮັດພາລະກິດທ່າມກາງມະນຸດ, ທຸກຄົນກໍ່ເບິ່ງເຫັນພຣະອົງ ແລະ ໄດ້ຍິນພຣະທຳຂອງພຣະອົງ ແລະ ທຸກຄົນໄດ້ເຫັນເຖິງການກະທຳທີ່ພຣະເຈົ້າເຮັດພາລະກິດພາຍໃນຮ່າງກາຍເນື້ອໜັງຂອງພຣະອົງ. ໃນຊ່ວງເວລານັ້ນ, ແນວຄິດທັງໝົດຂອງມະນຸດໄດ້ກາຍມາເປັນຟອງສະບູ່. ສຳລັບຄົນທີ່ເຫັນພຣະເຈົ້າປາກົດຕົວໃນເນື້ອໜັງ, ພວກເຂົາຈະບໍ່ຖືກປະນາມ ຖ້າພວກເຂົາເຕັມໃຈອ່ອນນ້ອມຕໍ່ພຣະອົງ, ໃນຂະນະທີ່ຄົນທີ່ຢືນຕໍ່ຕ້ານພຣະອົງໂດຍຕັ້ງໃຈຈະຖືກປະນາມດັ່ງຄູ່ປໍລະປັກຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຜູ້ຕໍ່ຕ້ານພຣະຄຣິດ, ສັດຕູທີ່ຕັ້ງໃຈຢືນຕໍ່ຕ້ານພຣະເຈົ້າ. ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າ ແຕ່ຍັງກຽມພ້ອມ ແລະ ເຕັມໃຈທີ່ຈະອ່ອນນ້ອມຕໍ່ພຣະອົງກໍ່ຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດບົນພື້ນຖານເຈດຕະນາ ແລະ ການກະທຳຂອງມະນຸດ, ບໍ່ແມ່ນສຳລັບຄວາມຄິດ ແລະ ແນວຄິດຂອງເຂົາ. ຖ້າພຣະອົງຕ້ອງປະນາມມະນຸດບົນພື້ນຖານຄວາມຄິດ ແລະ ແນວຄິດຂອງເຂົາ, ແລ້ວບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດໜີລອດຈາກມືທີ່ໂຫດຮ້າຍຂອງພຣະເຈົ້າ. ຄົນທີ່ເຕັມໃຈຢືນຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດກໍ່ຈະຖືກລົງໂທດສຳລັບການຂາດຄວາມອ່ອນນ້ອມຂອງພວກເຂົາ. ກ່ຽວກັບຄົນເຫຼົ່ານີ້ທີ່ເຕັມໃຈຕໍ່ຕ້ານພຣະເຈົ້າ, ອຸປະນິໄສຂອງພວກເຂົາເກີດມາຈາກຂໍ້ແທ້ຈິງທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີການກະທຳທີ່ລົບກວນພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ຕັ້ງໃຈຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ມີແນວຄິດກ່ຽວກັບພຣະເຈົ້າ, ແຕ່ພວກເຂົາຍັງມີສ່ວນຮ່ວມໃນກິດຈະກຳທີ່ລົບກວນພາລະກິດຂອງພຣະອົງ ແລະ ດ້ວຍເຫດຜົນນີ້ ຄົນປະເພດນີ້ຈຶ່ງຖືກປະນາມ. ຄົນທີ່ບໍ່ຕັ້ງໃຈລົບກວນພາລະກິດຂອງພຣະເຈົ້າກໍ່ຈະບໍ່ຖືກປະນາມດັ່ງຜູ້ເຮັດບາບ, ເພາະພວກເຂົາສາມາດຕັ້ງໃຈອ່ອນນ້ອມ ແລະ ບໍ່ມີສ່ວນຮ່ວມໃນກິດຈະກຳທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຄົນແບບນີ້ຈະບໍ່ຖືກປະນາມ. ເຖິງຢ່າງໃດກໍ່ຕາມ, ເມື່ອຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ, ຖ້າພວກເຂົາສືບຕໍ່ມີແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດຮູ້ຈັກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ວ່າພວກເຂົາໄດ້ປະສົບກັບພາລະກິດຂອງພຣະອົງເປັນເທົ່າໃດປີກໍ່ຕາມ ຖ້າພວກເຂົາສືບຕໍ່ເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດມາຮູ້ຈັກພຣະອົງໄດ້, ແລ້ວເຖິງແມ່ນວ່າພວກເຂົາບໍ່ໄດ້ມີສ່ວນຮ່ວມໃນກິດຈະກຳທີ່ລົບກວນ, ເຖິງແນວໃດກໍ່ຕາມ ຫົວໃຈຂອງພວກເຂົາແມ່ນເຕັມໄປດ້ວຍແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າ ແລະ ເຖິງແມ່ນວ່າແນວຄິດເຫຼົ່ານີ້ບໍ່ໄດ້ຊັດແຈ້ງ, ຄົນແບບນີ້ກໍ່ບໍ່ມີປະໂຫຍດຫຍັງຕໍ່ພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າ ຫຼື ຢືນເປັນພະຍານໃຫ້ກັບພຣະອົງ. ຄົນແບບນີ້ບໍ່ມີຫຍັງດີ ແລະ ເປັນຄົນໂງ່. ເພາະພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງຢ່າງສິ້ນເຊີງ, ສະນັ້ນ ພວກເຂົາຈຶ່ງຖືກປະນາມ. ມັນສາມາດເວົ້າໄດ້ແບບນີ້: ມັນເປັນເລື່ອງປົກກະຕິທີ່ຜູ້ເຊື່ອໃໝ່ຈະມີແນວຄິດກ່ຽວກັບພຣະເຈົ້າ ຫຼື ບໍ່ຮູ້ຫຍັງກ່ຽວກັບພຣະອົງ, ແຕ່ສຳລັບຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ປະສົບກັບພາລະກິດຂອງພຣະອົງຢ່າງຫຼວງຫຼາຍ, ມັນບໍ່ແມ່ນເລື່ອງປົກກະຕິທີ່ຄົນແບບນັ້ນຈະສືບຕໍ່ມີແນວຄິດ ແລະ ມັນເຖິງກັບເປັນເລື່ອງປົກກະຕິໜ້ອຍລົງທີ່ຄົນແບບນີ້ຈະບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ. ມັນເປັນເພາະນີ້ບໍ່ແມ່ນສະພາວະປົກກະຕິ, ພວກເຂົາຈຶ່ງຖືກປະນາມ. ຄົນທີ່ບໍ່ປົກກະຕິເຫຼົ່ານີ້ລ້ວນແລ້ວແຕ່ເປັນຂີ້ເຫຍື້ອ; ພວກເຂົາເປັນຄົນທີ່ຕໍ່ຕ້ານພຣະເຈົ້າທີ່ສຸດ ແລະ ຄົນທີ່ໄດ້ຮັບຄວາມກະລຸນາຂອງພຣະເຈົ້າຢ່າງເສຍລ້າ. ທຸກຄົນທີ່ເປັນແບບນັ້ນຈະຖືກກຳຈັດໃນທີ່ສຸດ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ