ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 294
17 ເດືອນກໍລະກົດ 2025
ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຍິ່ງຖືວ່າເປັນຄູ່ປໍລະປັກຂອງພຣະເຈົ້າ. ມີຄົນທີ່ອ່ານພຣະຄຳພີໃນຄຣິດຕະຈັກຫຼັງໃຫຍ່ໂຕ ແລະ ທ່ອງຈຳພຣະຄຳພີໝົດມື້ໝົດຄືນ ແຕ່ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ສາມາດຮູ້ຈັກພຣະເຈົ້າ; ແຮງໄກທີ່ຈະມີຜູ້ໃດໃນບັນດາພວກເຂົາເຮັດຕາມເຈດຕະນາຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ໄຮ້ຄ່າ ແລະ ຊົ່ວຮ້າຍ, ແຕ່ລະຄົນກໍ່ຢືນຂຶ້ນສູງເພື່ອສັ່ງສອນ “ພຣະເຈົ້າ”. ພວກເຂົາແມ່ນຄົນທີ່ແບກທຸງຂອງພຣະເຈົ້າ ແຕ່ເຈດຕະນາຕໍ່ຕ້ານພຣະເຈົ້າ ທີ່ແບກປ້າຍກ່ຽວກັບການເຊື່ອໃນພຣະເຈົ້າໃນຂະນະທີ່ກໍາລັງກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຄົນດັ່ງກ່າວຄືຜີຮ້າຍທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຂອງມານຮ້າຍທີ່ຕັ້ງໃຈລົບກວນທາງຄົນທີ່ພະຍາຍາມຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນອຸປະສັກທີ່ກີດຂວາງຄົນທີ່ສະແຫວງຫາພຣະເຈົ້າ. ພວກເຂົາອາດປາກົດວ່າມີ “ລັດຖະທຳມະນູນທີ່ດີ” ແຕ່ຜູ້ຕິດຕາມຂອງພວກເຂົາຮູ້ໄດ້ແນວໃດວ່າພວກເຂົາເປັນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນໃຫ້ຕໍ່ຕ້ານພຣະເຈົ້າ? ຜູ້ຕິດຕາມຂອງພວກເຂົາຈະຮູ້ໄດ້ແນວໃດວ່າພວກເຂົາເປັນມານຮ້າຍທີ່ມີຊີວິດຢູ່ທີ່ອຸທິດຕົນໃຫ້ກັບການກືນກິນວິນຍານຂອງມະນຸດ? ຄົນທີ່ເທີດທູນຕົນເອງຢູ່ສູງຕໍ່ໜ້າພຣະເຈົ້າແມ່ນມະນຸດທີ່ຕໍ່າຊ້າທີ່ສຸດ, ໃນຂະນະທີ່ຄົນທີ່ຖ່ອມຕົນແມ່ນຄົນທີ່ມີກຽດທີ່ສຸດ. ແລ້ວຄົນທີ່ຄິດວ່າພວກເຂົາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ສາມາດປະກາດພາລະກິດຂອງພຣະເຈົ້າໃຫ້ແກ່ຄົນອື່ນດ້ວຍການປ່າວປະກາດໂຄສະນາຢ່າງຍິ່ງໃຫຍ່ຄືກັບວ່າພວກເຂົາຫຼຽວເບິ່ງພຣະອົງໂດຍກົງ, ຄົນເຫຼົ່ານີ້ແມ່ນມະນຸດທີ່ໄຮ້ຄວາມຮູ້ທີ່ສຸດ. ຄົນແບບນັ້ນບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຫຼອກລວງ. ຄົນທີ່ເຊື່ອວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນຈະມີປະສົບການຕົວຈິງ ແລະ ຄວາມຮູ້ຕົວຈິງກ່ຽວກັບພຣະອົງ ແມ່ນຄົນທີ່ພຣະອົງຮັກຫຼາຍທີ່ສຸດ. ມີແຕ່ຄົນແບບນັ້ນຈຶ່ງມີຄຳພະຍານຢ່າງແທ້ຈິງ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າຄືຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແຕ່ບໍ່ປະຕິບັດຄວາມຈິງແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຕໍ່ຕ້ານແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ມີຄວາມຄິດທີ່ຈະມີສ່ວນຮ່ວມໃນການກະບົດ ແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ຕັດສິນພຣະເຈົ້າແມ່ນຄູ່ປໍລະປັກຂອງພຣະເຈົ້າ; ແລະ ຜູ້ໃດກໍ່ຕາມທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເປັນພະຍານໃຫ້ກັບພຣະອົງແມ່ນຄູ່ປໍລະປັກຂອງພຣະເຈົ້າ. ສະນັ້ນ ເຮົາຈຶ່ງຮ້ອງຂໍເຈົ້າວ່າ: ຖ້າເຈົ້າມີຄວາມເຊື່ອແທ້ໆວ່າເຈົ້າສາມາດຍ່າງໃນເສັ້ນທາງນີ້, ແລ້ວກໍ່ໃຫ້ຕິດຕາມມັນຕໍ່. ແຕ່ຖ້າເຈົ້າບໍ່ສາມາດຫ້າມຕົນເອງຈາກການຕໍ່ຕ້ານພຣະເຈົ້າ, ແລ້ວມັນຈະດີທີ່ສຸດຖ້າເຈົ້າຍ່າງອອກໄປກ່ອນທີ່ມັນຈະຊ້າເກີນໄປ. ຖ້າບໍ່ດັ່ງນັ້ນ, ໂອກາດທີ່ສິ່ງຕ່າງໆທີ່ໂຫດຮ້າຍສຳລັບເຈົ້າກໍ່ຈະມີສູງຫຼາຍ ເພາະທຳມະຊາດຂອງເຈົ້າເສື່ອມຊາມເກີນໄປແທ້ໆ. ເມື່ອເວົ້າເຖິງຄວາມຈົງຮັກພັກດີ ຫຼື ຄວາມອ່ອນນ້ອມ ຫຼື ຫົວໃຈທີ່ຫິວກະຫາຍຫາຄວາມຊອບທຳ ແລະ ຄວາມຈິງ ຫຼື ຄວາມຮັກສຳລັບພຣະເຈົ້າ, ເຈົ້າບໍ່ມີພວກມັນແມ່ນແຕ່ໜ້ອຍດຽວເລີຍ. ມັນອາດເວົ້າໄດ້ວ່າສະຖານະການຂອງເຈົ້າຕໍ່ໜ້າພຣະເຈົ້າຄືຄວາມໂກລາຫົນ. ເຈົ້າບໍ່ສາມາດດຳລົງຕາມສິ່ງທີ່ເຈົ້າຄວນດຳລົງຕາມ ແລະ ບໍ່ສາມາດເວົ້າສິ່ງທີ່ຄວນເວົ້າ. ສິ່ງທີ່ເຈົ້າຄວນນໍາໄປປະຕິບັດ, ເຈົ້າກໍ່ລົ້ມເຫຼວທີ່ຈະນໍາໄປປະຕິບັດ; ແລະ ໜ້າທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ບໍ່ສາມາດປະຕິບັດໄດ້. ເຈົ້າບໍ່ມີຄວາມຈົງຮັກພັກດີ, ຄວາມສຳນຶກ, ຄວາມອ່ອນນ້ອມ ຫຼື ຄວາມຕັ້ງທີ່ເຈົ້າຄວນມີ. ເຈົ້າບໍ່ໄດ້ອົດກັ້ນກັບການທົນທຸກທີ່ເຈົ້າຈຳເປັນຕ້ອງທົນທຸກ ແລະ ເຈົ້າບໍ່ມີຄວາມເຊື່ອທີ່ເຈົ້າຄວນມີ. ເວົ້າງ່າຍໆກໍ່ຄື ເຈົ້າຂາດຄຸນງາມຄວາມດີແທ້ໆ: ເຈົ້າບໍ່ອາຍບໍທີ່ຈະສືບຕໍ່ມີຊີວິດແບບນັ້ນ? ໃຫ້ເຮົາຊັກຈູງເຈົ້າເພື່ອວ່າເຈົ້າຈະຫຼັບຕາລົງເພື່ອພັກຜ່ອນຕະຫຼອດການ, ແລ້ວເຮັດໃຫ້ພຣະເຈົ້າບໍ່ກັງວົນກ່ຽວກັບເລື່ອງຂອງເຈົ້າ ແລະ ທົນທຸກເພື່ອເຫັນແກ່ເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກເຈດຕະນາຂອງພຣະອົງ; ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ບໍ່ສາມາດຮັກສາສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ແລະ ເຈົ້າຍັງມີຊີວິດຢູ່ໂດຍບໍ່ມີເປົ້າໝາຍໃຫ້ດີ້ນຮົນ, ບໍ່ມີຄຸນຄ່າໃດໆ, ບໍ່ມີຄວາມໝາຍໃດໆ. ເຈົ້າມີຊີວິດດັ່ງມະນຸດ ແຕ່ຍັງບໍ່ມີຄວາມສຳນຶກ, ຄວາມຊື່ສັດ ຫຼື ຄວາມໜ້າເຊື່ອຖືແມ່ນແຕ່ໜ້ອຍດຽວ, ເຈົ້າຍັງສາມາດເອີ້ນຕົນເອງວ່າມະນຸດບໍ? ເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຫຼອກລວງພຣະອົງ; ຍິ່ງໄປກວ່ານັ້ນ ເຈົ້າເອົາເງິນຂອງພຣະເຈົ້າ ແລະ ກິນເຄື່ອງຖວາຍທີ່ຖືກຈັດໃຫ້ກັບພຣະອົງ. ແລ້ວໃນທີ່ສຸດ ເຈົ້າກໍ່ຍັງລົ້ມເຫຼວທີ່ຈະສະແດງຄວາມຄຳນຶງແມ່ນແຕ່ໜ້ອຍດຽວຕໍ່ຄວາມຮູ້ສຶກຂອງພຣະເຈົ້າ ຫຼື ຄວາມສຳນຶກແມ່ນແຕ່ໜ້ອຍດຽວຕໍ່ພຣະອົງ. ເຈົ້າບໍ່ສາມາດບັນລຸແມ່ນແຕ່ການຮຽກຮ້ອງທີ່ເລັກນ້ອຍທີ່ສຸດຂອງພຣະເຈົ້າ. ເຈົ້າຍັງສາມາດເອີ້ນຕົນເອງວ່າມະນຸດບໍ? ການກິນອາຫານທີ່ພຣະເຈົ້າຈັດກຽມໃຫ້ເຈົ້າ ແລະ ການຫາຍໃຈເອົາອົກຊີແຊນທີ່ພຣະອົງມອບໃຫ້ເຈົ້າ, ການເພີດເພີນກັບຄວາມກະລຸນາຂອງພຣະອົງ ແຕ່ໃນທີ່ສຸດແລ້ວ ເຈົ້າບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ເຈົ້າໄດ້ກາຍມາເປັນຄົນທີ່ບໍ່ມີຫຍັງດີທີ່ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ໄດ້ເຮັດໃຫ້ເຈົ້າເປັນສັດຮ້າຍທີ່ເຖິງກັບຕໍ່າຕ້ອຍກວ່າໝາບໍ? ໃນບັນດາສັດຕ່າງໆ, ມີຫຍັງທີ່ມຸ່ງຮ້າຍກວ່າເຈົ້າບໍ?
ສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນທີ່ຢືນຢູ່ເທິງທຳມາດສູງ ໂດຍສັ່ງສອນຄົນອື່ນ ແມ່ນຄູ່ປໍລະປັກຂອງພຣະເຈົ້າ ແລະ ພັນທະມິດຂອງຊາຕານ; ພວກເຈົ້າທີ່ບໍ່ໄດ້ຢືນຢູ່ເທິງທຳມາດສູງແລ້ວສັ່ງສອນຄົນອື່ນຍິ່ງຈະບໍ່ເປັນຄູ່ປໍລະປັກຂອງພຣະເຈົ້າຫຼາຍກວ່ານັ້ນບໍ? ເຈົ້າບໍ່ໄດ້ຮ່ວມມືກັບຊາຕານຫຼາຍກວ່າພວກເຂົາບໍ? ຄົນທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າກໍ່ບໍ່ຮູ້ຈັກວິທີການເຮັດຕາມເຈດຕະນາຂອງພຣະເຈົ້າ. ແນ່ນອນ, ມັນບໍ່ສາມາດເປັນໄປໄດ້ທີ່ຄົນທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະອົງຈະບໍ່ຮູ້ຈັກວິທີການເຮັດຕາມເຈດຕະນາຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍຜິດພາດຈັກເທື່ອ; ກົງກັນຂ້າມ ມັນຄືການສະແຫວງຫາຂອງມະນຸດທີ່ມີຂໍ້ບົກຜ່ອງ. ຄົນຕໍ່າຊາມເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າບໍ່ໄດ້ເຖິງກັບຊົ່ວຮ້າຍ ແລະ ເປັນອັນຕະລາຍຫຼາຍກວ່າສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນບໍ? ຫຼາຍຄົນເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ແຕ່ໃນບັນດາພວກເຂົາແມ່ນຍັງມີຫຼາຍລັກສະນະແຕກຕ່າງກັນທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ຍ້ອນມີຜູ້ເຊື່ອທຸກຮູບແບບ, ສະນັ້ນ ມັນກໍ່ມີຜູ້ທີ່ຕໍ່ຕ້ານພຣະເຈົ້າທຸກຮູບແບບ, ແຕ່ລະແບບກໍ່ບໍ່ຄືກັນ. ບໍ່ມີແມ່ນແຕ່ຄົນດຽວທີ່ລົ້ມເຫຼວໃນການຮັບຮູ້ຈຸດປະສົງໃນພາລະກິດຂອງພຣະເຈົ້າຢ່າງຊັດເຈນຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ບໍ່ວ່າມະນຸດອາດຕໍ່ຕ້ານພຣະເຈົ້າແນວໃດກໍ່ຕາມໃນອະດີດ, ເມື່ອມະນຸດມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແລະ ອຸທິດຄວາມພະຍາຍາມຂອງເຂົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ພຣະເຈົ້າກໍ່ລົບລ້າງຄວາມຜິດບາບທັງໝົດທີ່ຜ່ານມາຂອງເຂົາ. ຕາບໃດທີ່ມະນຸດສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງ, ພຣະເຈົ້າຈະບໍ່ຈື່ສິ່ງທີ່ເຂົາໄດ້ເຮັດ. ຍິ່ງໄປກວ່ານັ້ນ, ມັນຢູ່ບົນພື້ນຖານການປະຕິບັດຄວາມຈິງຂອງມະນຸດທີ່ພຣະເຈົ້າພິສູດເຂົາ. ນີ້ຄືຄວາມຊອບທຳຂອງພຣະເຈົ້າ. ກ່ອນທີ່ມະນຸດໄດ້ເຫັນພຣະເຈົ້າ ຫຼື ປະສົບກັບພາລະກິດຂອງພຣະອົງ, ບໍ່ວ່າມະນຸດຈະເຮັດແນວໃດກໍ່ຕາມຕໍ່ພຣະເຈົ້າ, ພຣະອົງກໍ່ບໍ່ຈື່ມັນ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກທີ່ມະນຸດໄດ້ເຫັນພຣະເຈົ້າ ແລະ ປະສົບກັບພາລະກິດຂອງພຣະອົງ, ການກະທຳ ແລະ ການປະພຶດທັງໝົດຂອງມະນຸດກໍ່ຖືກພຣະເຈົ້າບັນທຶກໄວ້ໃນ “ຈົດໝາຍເຫດ”, ຍ້ອນມະນຸດໄດ້ເຫັນພຣະເຈົ້າ ແລະ ມີຊີວິດທ່າມກາງພາລະກິດຂອງພຣະອົງ.
ເມື່ອມະນຸດໄດ້ເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນແທ້ໆ, ເມື່ອເຂົາໄດ້ເຫັນເຖິງອຳນາດສູງສຸດຂອງພຣະອົງ ແລະ ເມື່ອເຂົາໄດ້ມາຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍິ່ງໄປກວ່ານັ້ນ ເມື່ອອຸປະນິໄສເດີມຂອງມະນຸດມີການປ່ຽນແປງ, ແລ້ວມະນຸດກໍ່ຈະປະຖິ້ມອຸປະນິໄສກະບົດຂອງເຂົາທີ່ຕໍ່ຕ້ານພຣະເຈົ້າອອກຢ່າງສົມບູນ. ມັນສາມາດເວົ້າໄດ້ວ່າ ທຸກຄົນໄດ້ຕໍ່ຕ້ານພຣະເຈົ້າໃນບາງຄັ້ງ ແລະ ທຸກຄົນໄດ້ກະບົດຕໍ່ພຣະເຈົ້າໃນບາງຄັ້ງ. ເຖິງຢ່າງໃດກໍ່ຕາມ, ຖ້າເຈົ້າເຕັມໃຈອ່ອນນ້ອມຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຈາກຈຸດນີ້ ເຈົ້າເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄວາມຈົງຮັກພັກດີຂອງເຈົ້າ, ປະຕິບັດຄວາມຈິງທີ່ເຈົ້າຄວນປະຕິບັດ, ປະຕິບັດໜ້າທີ່ຂອງເຈົ້າດັ່ງທີ່ເຈົ້າຄວນເຮັດ ແລະ ຮັກສາກົດລະບຽບທີ່ເຈົ້າຄວນຮັກສາ, ແລ້ວເຈົ້າກໍ່ເປັນຄົນທີ່ເຕັມໃຈປະຖິ້ມຄວາມກະບົດຂອງເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປະຕິເສດຢ່າງດື້ດ້ານທີ່ຈະເຫັນຄວາມຜິດພາດຂອງເຈົ້າ ແລະ ບໍ່ມີເຈດຕະນາທີ່ຈະກັບໃຈດ້ວຍຕົນເອງ, ຖ້າເຈົ້າຍັງຢືນຢັນໃນຄວາມປະພຶດທີ່ກະບົດຂອງເຈົ້າໂດຍບໍ່ມີເຈດຕະນາທີ່ຈະຮ່ວມມືກັບພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈແມ່ນແຕ່ໜ້ອຍດຽວ, ແລ້ວຄົນທີ່ດື້ດຶງ ແລະ ບໍ່ສາມາດແກ້ໄຂໄດ້ແບບເຈົ້າກໍ່ຈະຖືກລົງໂທດຢ່າງແນ່ນອນ ແລະ ເປັນຄົນທີ່ບໍ່ຖືກພຣະເຈົ້າເຮັດໃຫ້ສົມບູນຈັກເທື່ອຢ່າງແນ່ນອນ. ເມື່ອເປັນແບບນີ້, ເຈົ້າກໍ່ເປັນສັດຕູຂອງພຣະເຈົ້າໃນມື້ນີ້ ແລະ ມື້ຕໍ່ໄປ ເຈົ້າກໍ່ຍັງຈະເປັນສັດຕູຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍ່ຍັງຈະເປັນສັດຕູຂອງພຣະເຈົ້າໃນມື້ຕໍ່ໄປອີກ; ເຈົ້າຈະເປັນຄູ່ປໍລະປັກຂອງພຣະເຈົ້າ ແລະ ສັດຕູຂອງພຣະເຈົ້າຕະຫຼອດໄປ. ໃນກໍລະນີນັ້ນ, ພຣະເຈົ້າຈະສາມາດປ່ອຍເຈົ້າໄປໄດ້ແນວໃດ? ມັນຄືທຳມະຊາດຂອງມະນຸດທີ່ຕໍ່ຕ້ານພຣະເຈົ້າ, ແຕ່ມະນຸດຕ້ອງບໍ່ຕັ້ງໃຈສະແຫວງຫາ “ຄວາມລັບ” ໃນການຕໍ່ຕ້ານພຣະເຈົ້າ ພຽງແຕ່ເພາະການປ່ຽນແປງທຳມະຊາດຂອງເຂົາເປັນໜ້າວຽກທີ່ເອົາຊະນະບໍ່ໄດ້. ຖ້ານັ້ນຄືຄວາມຈິງ, ແລ້ວມັນຈະດີກວ່າຖ້າເຈົ້າຍ່າງຈາກໄປກ່ອນທີ່ມັນຈະຊ້າເກີນໄປ, ເພື່ອບໍ່ໃຫ້ການຂ້ຽນຕີຂອງເຈົ້າໃນອະນາຄົດຮ້າຍແຮງຍິ່ງຂຶ້ນ ແລະ ເພື່ອບໍ່ໃຫ້ທຳມະຊາດທີ່ໂຫດຮ້າຍຂອງເຈົ້າລະເບີດອອກ ແລະ ບໍ່ສາມາດຄວບຄຸມໄດ້, ຈົນຮ່າງກາຍເນື້ອໜັງຂອງເຈົ້າຖືກປະຖິ້ມໂດຍພຣະເຈົ້າໃນທີ່ສຸດ. ເຈົ້າເຊື່ອໃນພຣະເຈົ້າເພື່ອຮັບພອນ; ແຕ່ຖ້າໃນທີ່ສຸດ ມີພຽງແຕ່ຄວາມໂຊກຮ້າຍທີ່ເກີດຂຶ້ນກັບເຈົ້າ, ນັ້ນຈະບໍ່ເປັນຄວາມອັບອາຍບໍ? ເຮົາຂໍແນະນຳໃຫ້ພວກເຈົ້າວາງແຜນອື່ນທີ່ດີກວ່າ. ແມ່ນຫຍັງກໍ່ຕາມທີ່ເຈົ້າສາມາດເຮັດໄດ້ດີກວ່າການເຊື່ອໃນພຣະເຈົ້າ: ແນ່ນອນ ມັນບໍ່ສາມາດເປັນໄປໄດ້ທີ່ຈະມີແຕ່ເສັ້ນທາງນີ້ເທົ່ານັ້ນ. ເຈົ້າຈະບໍ່ມີຊີວິດລອດບໍ ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ? ເປັນຫຍັງເຈົ້າຈຶ່ງຕ້ອງຂັດກັບພຣະເຈົ້າໃນລັກສະນະນີ້?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ