ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 296

26 ກຸມພາ 2026

ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ. ພວກເຈົ້າໄດ້ຮັບເອົາແນວຄິດຕາມປະເພນີຂອງສາສະໜາຫຼາຍເກີນໄປ ແລະ ພິດນີ້ກໍໄດ້ຊຶມລົງເລິກເຂົ້າພາຍໃນຕົວພວກເຈົ້າ. ສະນັ້ນ, ໃນເລື່ອງນີ້ເຊັ່ນກັນ ພວກເຈົ້າແມ່ນໄດ້ຍອມຈໍານົນຕໍ່ອິດທິພົນທີ່ເປັນອັນຕະລາຍນີ້, ຍ້ອນພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງແທ້ໆ. ນັ້ນກໍຄື ພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດນັ້ນບໍ່ມີຢູ່ຈິງແທ້ໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຕາມປະເພນີຂອງມະນຸດ ແລະ ຄວາມເຊື່ອທີ່ບໍ່ຖືກຕ້ອງຂອງມະນຸດ. ຕະຫຼອດຫຼາຍສະຕະວັດ, ມະນຸດໄດ້ເຊື່ອໃນພຣະເຈົ້າຕຣີເອການຸພາບນີ້, ເນລະມິດຂຶ້ນຈາກແນວຄິດທີ່ຢູ່ໃນຄວາມຄິດຂອງມະນຸດ, ປັ້ນແຕ່ງຂຶ້ນໂດຍມະນຸດ ແລະ ເປັນສິ່ງທີ່ມະນຸດບໍ່ເຄີຍເຫັນມາກ່ອນ. ຕະຫຼອດເວລາຫຼາຍປີທີ່ຜ່ານມາ, ມີຜູ້ອະທິບາຍພຣະຄຳພີຫຼາຍຄົນທີ່ໄດ້ອະທິບາຍ “ຄວາມໝາຍແທ້ຈິງ” ຂອງພຣະເຈົ້າຕຣີເອການຸພາບ, ແຕ່ການອະທິບາຍດັ່ງກ່າວກ່ຽວກັບພຣະເຈົ້າຕຣີເອການຸພາບວ່າມີຕົວຕົນສາມຢ່າງທີ່ແຕກຕ່າງກັນໃນຮ່າງກາຍດຽວແມ່ນບໍ່ແນ່ນອນ ແລະ ບໍ່ຊັດເຈນ ແລະ ຜູ້ຄົນລ້ວນແລ້ວແຕ່ສັບສົນກັບ “ໂຄງສ້າງ” ຂອງພຣະເຈົ້າ. ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດເຄີຍອະທິບາຍໄດ້ຢ່າງລະອຽດ; ການອະທິບາຍສ່ວນໃຫຍ່ແມ່ນພຽງຜ່ານມາດຕະຖານໃນເລື່ອງຂອງການໃຫ້ເຫດຜົນ ແລະ ບົດຄວາມ, ແຕ່ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍນີ້ໄດ້ຢ່າງຊັດເຈນສົມບູນ. ນີ້ກໍຍ້ອນວ່າ ພຣະເຈົ້າຕຣີເອການຸພາບທີ່ຍິ່ງໃຫຍ່ ຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນບໍ່ມີຈິງແທ້ໆ. ຍ້ອນວ່າ ບໍ່ມີໃຜເຄີຍເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ໂຊກດີພໍທີ່ຈະຂຶ້ນໄປຢ້ຽມຢາມບ່ອນຢູ່ອາໄສຂອງພຣະເຈົ້າເພື່ອກວດສອບສິ່ງທີ່ມີຢູ່ໃນບ່ອນທີ່ພຣະເຈົ້ານອນ, ເພື່ອສໍາຫຼວດເບິ່ງວ່າມີຈັກສິບພັນຄົນ ຫຼື ມີຈັກຮ້ອຍລ້ານຮຸ່ນຄົນອາໄສຢູ່ “ເຮືອນຂອງພຣະເຈົ້າ” ຫຼື ສືບສວນວ່າ ມີເທົ່າໃດພາກສ່ວນທີ່ປະກອບເຂົ້າເປັນໂຄງສ້າງໂດຍທຳມະຊາດຂອງພຣະເຈົ້າ. ສິ່ງຫຼັກໆທີ່ຕ້ອງການກວດສອບຄືສິ່ງນີ້: ອາຍຸຂອງພຣະບິດາ ແລະ ພຣະບຸດ ພ້ອມທັງພຣະວິນຍານບໍລິສຸດ; ການປາກົດຕົວຂອງແຕ່ລະຕົວຕົນ; ທັງສາມພຣະອົງແຍກອອກຈາກກັນແນວໃດແທ້ໆ ແລະ ພຣະອົງທັງສາມຖືກເຮັດໃຫ້ກາຍເປັນໜຶ່ງໄດ້ແນວໃດ. ຊ່າງໂຊກບໍ່ດີແທ້ໆ, ໃນຕະຫຼອດຫຼາຍປີເຫຼົ່ານີ້, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເຄີຍສາມາດກຳນົດຄວາມຈິງຂອງເລື່ອງເຫຼົ່ານີ້ໄດ້. ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນການເດົາເທົ່ານັ້ນ ຍ້ອນບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເຄີຍຂຶ້ນໄປຢ້ຽມຢາມສະຫວັນ ແລະ ກັບມາພ້ອມກັບ “ບົດລາຍງານສືບສວນ” ເພື່ອໃຫ້ມະນຸດຊາດທັງປວງໄດ້ລາຍງານເຖິງຄວາມຈິງກ່ຽວກັບບັນຫານີ້ຕໍ່ຜູ້ເຊື່ອສາສະໜາທຸກຄົນທີ່ຮ້ອນຮົນ ແລະ ມີສັດທາແຮງກ້າກ່ຽວກັບພຣະເຈົ້າຕຣີເອການຸພາບ. ແນ່ນອນ, ບໍ່ສາມາດກ່າວໂທດມະນຸດທີ່ມີແນວຄິດແບບນັ້ນ ຍ້ອນວ່າ ເປັນຫຍັງພຣະເຢໂຮວາ ພຣະບິດາຈຶ່ງບໍ່ໃຫ້ພຣະເຢຊູພຣະບຸດຢູ່ກັບພຣະອົງ ເມື່ອພຣະອົງສ້າງມະນຸດຊາດ? ໃນຕອນເລີ່ມຕົ້ນ ຖ້າທຸກສິ່ງດຳເນີນໄປດ້ວຍນາມຂອງພຣະເຢໂຮວາ, ມັນກໍຈະດີກວ່ານີ້. ຖ້າຕ້ອງກ່າວໂທດ, ໃຫ້ກ່າວໂທດໃສ່ການລະເລີຍຊົ່ວໄລຍະໜຶ່ງຂອງພຣະເຈົ້າເຢໂຮວາ ທີ່ພຣະອົງບໍ່ເອີ້ນພຣະບຸດ ແລະ ພຣະວິນຍານບໍລິສຸດໃຫ້ມາຢູ່ຕໍ່ໜ້າພຣະອົງໃນເວລາແຫ່ງການເນລະມິດສ້າງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດຂອງພຣະອົງພຽງຜູ້ດຽວ. ຖ້າພຣະອົງທັງສາມລ້ວນແລ້ວແຕ່ປະຕິບັດພາລະກິດໃນເວລາດຽວກັນ, ແລ້ວພຣະອົງທັງສາມຈະບໍ່ກາຍເປັນໜຶ່ງບໍ? ຕັ້ງແຕ່ຕົ້ນຈົນຈົບ, ຖ້າມີພຽງແຕ່ນາມຂອງພຣະເຢໂຮວາ ແລະ ບໍ່ມີນາມຂອງພຣະເຢຊູຈາກຍຸກແຫ່ງພຣະຄຸນ ຫຼື ຖ້າພຣະອົງຍັງຖືກເອີ້ນວ່າພຣະເຢໂຮວາ, ແລ້ວພຣະເຈົ້າຈະບໍ່ໄດ້ຖືກຫຼີກເວັ້ນຈາກການທົນທຸກກັບການແບ່ງແຍກໂດຍມະນຸດຊາດບໍ? ເພື່ອໃຫ້ແນ່ໃຈ ພຣະເຢໂຮວາຈະບໍ່ຖືກກ່າວໂທດຍ້ອນສິ່ງນີ້ທັງໝົດ; ຖ້າຕ້ອງກ່າວໂທດ, ກໍຕ້ອງກ່າວໂທດໃສ່ພຣະວິນຍານບໍລິສຸດ ຜູ້ທີ່ສືບຕໍ່ພາລະກິດຂອງພຣະອົງເປັນເວລາຫຼາຍພັນປີດ້ວຍໃນນາມຂອງພຣະເຢໂຮວາ, ຂອງພຣະເຢຊູ ແລະ ແມ່ນແຕ່ຂອງພຣະວິນຍານບໍລິສຸດ, ເຮັດໃຫ້ມະນຸດມຶນງົງ ແລະ ສັບສົນ ຈົນມະນຸດບໍ່ຮູ້ຈັກວ່າແມ່ນໃຜຄືພຣະເຈົ້າກັນແທ້. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍພຣະອົງເອງໂດຍປາສະຈາກຮູບຮ່າງ ຫຼື ລັກສະນະ ແລະ ຍິ່ງໄປກວ່ານັ້ນ ໂດຍປາສະຈາກຊື່ ເຊັ່ນ: ພຣະເຢຊູ ແລະ ມະນຸດບໍ່ສາມາດສຳຜັດໄດ້ ຫຼື ເຫັນພຣະອົງ, ພຽງແຕ່ໄດ້ຍິນສຽງຟ້າຮ້ອງ, ແລ້ວພາລະກິດປະເພດນີ້ຈະບໍ່ເປັນປະໂຫຍດຕໍ່ມະນຸດຊາດຫຼາຍກວ່າບໍ? ແລ້ວຈະສາມາດເຮັດຫຍັງໄດ້ແດ່ໃນຕອນນີ້? ແນວຄິດຂອງມະນຸດໄດ້ສະສົມສູງສໍ່າພູເຂົາ ແລະ ກວ້າງສໍ່າທະເລ, ຈົນເຖິງຂັ້ນທີ່ວ່າ ພຣະເຈົ້າແຫ່ງປັດຈຸບັນບໍ່ອົດທົນຕໍ່ແນວຄິດເຫຼົ່ານັ້ນອີກຕໍ່ໄປ ແລະ ເຮັດຫຍັງບໍ່ຖືກເລີຍ. ໃນອະດີດ ເມື່ອມີພຣະເຢໂຮວາ, ພຣະເຢຊູ ແລະ ມີພຣະວິນຍານບໍລິສຸດທີ່ຢູ່ໃນທ່າມກາງຂອງສອງພຣະອົງ, ມະນຸດແມ່ນເຮັດຫຍັງບໍ່ຖືກກ່ຽວກັບວິທີຮັບມື ແລະ ປັດຈຸບັນ ພັດມີອົງຊົງລິດທານຸພາບສູງສຸດເພິ່ມອີກ ຜູ້ທີ່ເວົ້າໄດ້ວ່າເປັນສ່ວນໜຶ່ງຂອງພຣະເຈົ້າອີກຄົນ. ແມ່ນໃຜແດ່ທີ່ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ພຣະອົງໄດ້ປະປົນກັບຕົວຕົນໃດຂອງພຣະເຈົ້າຕຣີເອການຸພາບ ຫຼື ໄດ້ລີ້ຢູ່ພາຍໃນເປັນເວລາຈັກປີ? ມະນຸດຈະສາມາດແບກຮັບສິ່ງນີ້ໄດ້ແນວໃດ? ພຣະເຈົ້າຕຣີເອການຸພາບຢ່າງດຽວແມ່ນພຽງພໍທີ່ຈະເຮັດໃຫ້ມະນຸດໃຊ້ທັງຊີວິດເພື່ອອະທິບາຍ, ແຕ່ປັດຈຸບັນນີ້ ມີ “ພຣະເຈົ້າໜຶ່ງອົງໃນສີ່ຕົວຕົນ”. ແລ້ວຈະອະທິບາຍສິ່ງນີ້ໄດ້ແນວໃດ? ເຈົ້າສາມາດອະທິບາຍສິ່ງນີ້ບໍ? ອ້າຍເອື້ອຍນ້ອງເອີຍ! ພວກເຈົ້າເຊື່ອໃນພຣະເຈົ້າປະເພດດັ່ງກ່າວຈົນເຖິງປັດຈຸບັນໄດ້ແນວໃດ? ເຮົາຊື່ນຊົມພວກເຈົ້າຫຼາຍ. ພຣະເຈົ້າຕຣີເອການຸພາບກໍພໍທີ່ຈະຮັບໄດ້; ພວກເຈົ້າຈະສາມາດສືບຕໍ່ມີຄວາມເຊື່ອຢ່າງໝັ້ນຄົງໃນພຣະເຈົ້າໜຶ່ງອົງໃນສີ່ຕົວຕົນໄດ້ແນວໃດ? ພວກເຈົ້າຖືກຜັກດັນໃຫ້ອອກໄປ, ແຕ່ພວກເຈົ້າປະຕິເສດ. ຊ່າງເຫຼືອເຊື່ອ! ພວກເຈົ້າຈັງແມ່ນຄັກຫຼາຍ! ບຸກຄົນໜຶ່ງເຖິງກັບເຊື່ອໃນພຣະເຈົ້າສີ່ອົງ ແລະ ບໍ່ເຂົ້າໃຈໃນສິ່ງນັ້ນເລີຍ; ພວກເຈົ້າບໍ່ຄິດບໍວ່າ ນີ້ຄືສິ່ງອັດສະຈັນ? ເມື່ອຫຼຽວເບິ່ງເຈົ້າ, ບໍ່ມີຜູ້ໃດຈະຮູ້ວ່າພວກເຈົ້າສາມາດເຮັດການອັດສະຈັນທີ່ຍິ່ງໃຫຍ່ແບບນັ້ນໄດ້! ຕາມຄວາມຈິງແລ້ວ ເຮົາຂໍບອກພວກເຈົ້າວ່າ ພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງບໍ່ວ່າຢູ່ບ່ອນໃດກໍຕາມໃນຈັກກະວານນີ້. ພຣະເຈົ້າບໍ່ມີພຣະບິດາ ແລະ ບໍ່ມີພຣະບຸດ, ແຮງໄກທີ່ຈະມີແນວຄິດທີ່ພຣະບິດາ ແລະ ພຣະບຸດຮ່ວມກັນໃຊ້ພຣະວິນຍານບໍລິສຸດເປັນເຄື່ອງມື. ທຸກສິ່ງເຫຼົ່ານີ້ແມ່ນຄວາມເຊື່ອທີ່ຜິດທີ່ສຸດໃນໂລກນີ້ ແລະ ພຽງແຕ່ບໍ່ມີຢູ່ຈິງ! ເຖິງຢ່າງໃດກໍຕາມ ຄວາມເຊື່ອທີ່ຜິດແມ່ນມີຕົ້ນກຳເນີດຂອງມັນ ແລະ ບໍ່ແມ່ນວ່າບໍ່ມີພື້ນຖານຫຍັງທັງໝົດ, ຍ້ອນວ່າ ຄວາມຄິດຂອງພວກເຈົ້າບໍ່ທຳມະດາ ແລະ ຄວາມຄິດຂອງພວກເຈົ້າບໍ່ໄດ້ປາສະຈາກເຫດຜົນ. ກົງກັນຂ້າມ, ພວກມັນຂ້ອນຂ້າງເໝາະສົມ ແລະ ສະຫຼາດພໍສົມຄວນ ຈົນພວກມັນສາມາດຕໍ່ຕ້ານແມ່ນແຕ່ກັບຊາຕານ. ໜ້າເວດທະນາກໍຄື ຄວາມຄິດເຫຼົ່ານີ້ແມ່ນຄວາມຄິດຜິດທັງໝົດ ແລະ ບໍ່ມີຢູ່ຈິງແທ້ໆ! ພວກເຈົ້າບໍ່ໄດ້ເຫັນຄວາມຈິງທີ່ແທ້ຈິງເລີຍ; ພວກເຈົ້າພຽງແຕ່ສ້າງການຄາດເດົາ ແລະ ຈິນຕະນາການຂຶ້ນ, ແລ້ວກໍປັ້ນແຕ່ງມັນໃຫ້ເປັນເລື່ອງລາວເພື່ອຫຼອກລວງເອົາຄວາມໄວ້ວາງໃຈຂອງຄົນອື່ນ ແລະ ເພື່ອມີອຳນາດເໜືອມະນຸດທີ່ໂງ່ຈ້າ ທີ່ສຸດ ທີ່ຂາດສະຕິປັນຍາ ຫຼື ເຫດຜົນ, ເພື່ອວ່າພວກເຂົາຈະເຊື່ອໃນ “ຄຳສັ່ງສອນອັນຊ່ຽວຊານ” ທີ່ຍິ່ງໃຫຍ່ ແລະ ມີຊື່ສຽງຂອງພວກເຈົ້າ. ນີ້ແມ່ນຄວາມຈິງບໍ? ນີ້ແມ່ນຫົນທາງແຫ່ງຊີວິດທີ່ມະນຸດເຂົ້າໃຈບໍ? ມັນໄຮ້ສາລະທັງໝົດ! ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເໝາະສົມ! ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າຖືກພວກເຈົ້າແຍກອອກໃນລັກສະນະນີ້, ຖືກແຍກອອກໃຫ້ໄກອອກໄປເລື້ອຍໆໃນແຕ່ລະຮຸ່ນຄົນ, ຈົນເຖິງຂັ້ນທີ່ວ່າພຣະເຈົ້າອົງດຽວຖືກແບ່ງອອກເປັນພຣະເຈົ້າສາມອົງຢ່າງເປີດເຜີຍ. ແລ້ວບັດນີ້ ມັນກໍເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະລວມພຣະເຈົ້າໃຫ້ເຂົ້າເປັນໜຶ່ງດຽວ, ຍ້ອນພວກເຈົ້າໄດ້ແຍກພຣະອົງອອກດີເກີນໄປ! ຖ້າບໍ່ແມ່ນເພື່ອພາລະກິດອັນຮີບດ່ວນຂອງເຮົາ ກ່ອນທີ່ມັນຈະຊ້າເກີນໄປ, ມັນຍາກທີ່ຈະເວົ້າໄດ້ວ່າ ອີກດົນປານໃດພວກເຈົ້າຈະສືບຕໍ່ປະຕິບັດແບບນີ້ຢ່າງບໍ່ມີຢາງອາຍ! ຖ້າຈະສືບຕໍ່ແຍກພຣະເຈົ້າອອກໃນລັກສະນະນີ້, ພຣະອົງຈະຍັງເປັນພຣະເຈົ້າຂອງພວກເຈົ້າຢູ່ບໍ? ພວກເຈົ້າຍັງຈະຮັບຮູ້ພຣະເຈົ້າຢູ່ບໍ? ພວກເຈົ້າຍັງຈະພົບເຫັນຕົ້ນກຳເນີດຂອງພຣະອົງຢູ່ບໍ? ຖ້າເຮົາມາເຖິງຊ້າກວ່ານີ້, ມັນເປັນໄປໄດ້ທີ່ພວກເຈົ້າຈະສົ່ງ “ພຣະບິດາ ແລະ ພຣະບຸດ”, ພຣະເຢໂຮວາ ແລະ ພຣະເຢຊູກັບຄືນສູ່ອິດສະຣາເອນ ແລະ ອ້າງວ່າ ພວກເຈົ້າເອງເປັນສ່ວນໜຶ່ງຂອງພຣະເຈົ້າ. ຍັງໂຊກດີ, ປັດຈຸບັນນີ້ ຄືຍຸກສຸດທ້າຍ. ໃນທີ່ສຸດ, ມື້ທີ່ເຮົາໄດ້ລໍຖ້າມາດົນກໍມາເຖິງແລ້ວ ແລະ ພຽງແຕ່ຫຼັງຈາກທີ່ເຮົາປະຕິບັດພາລະກິດຂັ້ນຕອນນີ້ດ້ວຍມືຂອງເຮົາເອງ ການທີ່ພວກເຈົ້າແຍກພຣະເຈົ້າເອງອອກກໍຈະຢຸດ. ຖ້າບໍ່ແມ່ນຍ້ອນສິ່ງນີ້, ພວກເຈົ້າກໍຈະຮ້າຍແຮງຂຶ້ນ ເຖິງກັບຍົກຊາຕານທຸກຕົນຢູ່ທ່າມກາງພວກເຈົ້າຂຶ້ນເທິງໂຕະເພື່ອນະມັດສະການ. ນີ້ແມ່ນອຸບາຍຂອງພວກເຈົ້າ! ນີ້ແມ່ນວິທີການທີ່ພວກເຈົ້າແຍກພຣະເຈົ້າ! ພວກເຈົ້າຈະສືບຕໍ່ເຮັດແບບນັ້ນຢູ່ບໍໃນຕອນນີ້? ໃຫ້ເຮົາຖາມພວກເຈົ້າວ່າ: ມີພຣະເຈົ້າຈັກອົງ? ພຣະເຈົ້າອົງໃດທີ່ຈະນໍາຄວາມລອດພົ້ນມາສູ່ພວກເຈົ້າ? ເປັນພຣະເຈົ້າອົງທຳອິດ, ອົງທີສອງ ຫຼື ອົງທີສາມທີ່ພວກເຈົ້າອະທິຖານຫາຢູ່ສະເໝີ? ພວກເຈົ້າເຊື່ອໃນພຣະເຈົ້າອົງໃດຢູ່ຕະຫຼອດເວລາ? ເປັນພຣະບິດາບໍ? ຫຼື ພຣະບຸດ? ຫຼື ເປັນພຣະວິນຍານບໍລິສຸດ? ໃຫ້ບອກເຮົາແດ່ວ່າແມ່ນໃຜທີ່ເຈົ້າເຊື່ອ. ເຖິງແມ່ນດ້ວຍເຈົ້າເວົ້າທຸກຄຳວ່າເຈົ້າເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຈົ້າເຊື່ອແທ້ໆແມ່ນສະໝອງຂອງພວກເຈົ້າເອງ! ພວກເຈົ້າແມ່ນບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າແທ້ໆ! ແຕ່ ໃນຄວາມຄິດຂອງພວກເຈົ້າແມ່ນມີ ພຣະເຈົ້າຕຣີເອການຸພາບ ຢູ່ຢ່າງຫຼວງຫຼາຍ! ພວກເຈົ້າບໍ່ເຫັນດີນໍາບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ