ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 297
19 ເດືອນສິງຫາ 2025
ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ ພາລະກິດທີ່ແຕ່ລະພຣະອົງປະຕິບັດແມ່ນບໍ່ຄືກັນ. ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າສາມພຣະພາກມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ແກ່ນແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານັ້ນ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ “ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ”. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ແກ່ນແທ້ຂອງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດທີ່ພວກເຈົ້າເຊື່ອກໍ່ເປັນແກ່ນແທ້ຂອງພຣະວິນຍານບໍລິສຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນພຣະວິນຍານ, ແຕ່ພຣະອົງສາມາດກາຍເປັນເນື້ອໜັງ ແລະ ດຳລົງຊີວິດທ່າມກາງມະນຸດ ພ້ອມທັງຢູ່ເໜືອສິ່ງທັງປວງ. ພຣະວິນຍານຂອງພຣະອົງປົກຄຸມທຸກສິ່ງ ແລະ ຢູ່ທຸກຫົນທຸກແຫ່ງ. ພຣະອົງສາມາດຢູ່ໃນເນື້ອໜັງ ແລະ ຢູ່ທົ່ວທັງຈັກກະວານໃນເວລາດຽວກັນ. ໃນເມື່ອທຸກຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າໜຶ່ງດຽວທີ່ແທ້ຈິງ, ດັ່ງນັ້ນກໍຈະມີພຽງພຣະເຈົ້າໜຶ່ງດຽວ ເຊິ່ງບໍ່ມີໃຜສາມາດແບ່ງແຍກອອກໄດ້ຕາມອຳເພີໃຈ! ພຣະເຈົ້າເປັນພຣະວິນຍານໜຶ່ງດຽວເທົ່ານັ້ນ ແລະ ມີອົງດຽວເທົ່ານັ້ນ; ແລະ ນັ້ນກໍແມ່ນພຣະວິນຍານຂອງພຣະເຈົ້າ. ຖ້າເປັນຄືດັ່ງເຈົ້າເວົ້າວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ແລ້ວພວກອົງທັງສາມບໍ່ແມ່ນພຣະເຈົ້າສາມອົງບໍ? ພຣະວິນຍານບໍລິສຸດເປັນເລື່ອງໜຶ່ງ, ພຣະບຸດອີກເລື່ອງໜຶ່ງ ແລະ ພຣະບິດາກໍເປັນອີກເລື່ອງໜຶ່ງ. ຕົວຕົນຂອງທັງສາມພຣະອົງແມ່ນແຕກຕ່າງກັນ ແລະ ແກ່ນແທ້ຂອງພຣະອົງທັງສາມກໍ່ແຕກຕ່າງກັນ. ແລ້ວທັງສາມພຣະອົງຈະເປັນສ່ວນໜຶ່ງຂອງພຣະເຈົ້າໜຶ່ງດຽວໄດ້ແນວໃດ? ພຣະວິນຍານບໍລິສຸດເປັນພຣະວິນຍານ; ສິ່ງນີ້ງ່າຍສຳລັບມະນຸດທີ່ຈະເຂົ້າໃຈ. ຖ້າເປັນແບບນີ້, ແລ້ວພຣະບິດາກໍຍິ່ງເປັນພຣະວິນຍານຫຼາຍກວ່າ. ພຣະອົງບໍ່ເຄີຍລົງມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍກາຍເປັນເນື້ອໜັງຈັກເທື່ອ; ພຣະອົງເປັນພຣະເຈົ້າເຢໂຮວາທີ່ຢູ່ໃນຫົວໃຈຂອງມະນຸດ ແລະ ພຣະອົງເປັນພຣະວິນຍານເຊັ່ນກັນຢ່າງແນ່ນອນ. ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະອົງ ແລະ ພຣະວິນຍານບໍລິສຸດ? ມັນແມ່ນຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດບໍ? ຫຼື ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະວິນຍານບໍລິສຸດ ແລະ ພຣະວິນຍານຂອງພຣະບິດາບໍ? ແກ່ນແທ້ຂອງພຣະວິນຍານແຕ່ລະອົງຄືກັນບໍ? ຫຼື ພຣະວິນຍານບໍລິສຸດແມ່ນເຄື່ອງມືຂອງພຣະບິດາບໍ? ຈະສາມາດອະທິບາຍສິ່ງນີ້ໄດ້ແນວໃດ? ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະບຸດ ແລະ ພຣະວິນຍານບໍລິສຸດ? ມັນເປັນຄວາມສຳພັນລະຫວ່າງພຣະວິນຍານສອງອົງບໍ ຫຼື ຄວາມສຳພັນລະຫວ່າງມະນຸດ ແລະ ພຣະວິນຍານ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ບໍ່ມີຄຳອະທິບາຍ! ຖ້າທັງສາມພຣະອົງລ້ວນແລ້ວແຕ່ເປັນພຣະວິນຍານໜຶ່ງດຽວ, ແລ້ວຈະບໍ່ມີການເວົ້າເຖິງສາມຕົວຕົນ, ຍ້ອນທັງສາມພຣະອົງມີພຣະວິນຍານໜຶ່ງດຽວ. ຖ້າທັງສາມພຣະອົງມີຕົວຕົນທີ່ແຕກຕ່າງກັນ, ແລ້ວພຣະວິນຍານຂອງທັງສາມພຣະອົງກໍຈະມີກຳລັງທີ່ຫຼາກຫຼາຍ ແລະ ທັງສາມພຣະອົງແມ່ນຈະບໍ່ສາມາດເປັນພຣະວິນຍານໜຶ່ງດຽວໄດ້. ແນວຄິດທີ່ວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນບໍ່ສົມເຫດສົມຜົນທີ່ສຸດ! ສິ່ງນີ້ເປັນການແບ່ງພຣະເຈົ້າ ແລະ ແຍກພຣະອົງອອກເປັນສາມຕົວຕົນ ເຊິ່ງແຕ່ລະຕົວຕົນກໍມີສະຖານະ ແລະ ພຣະວິນຍານ; ແລ້ວພຣະອົງຈະຍັງສາມາດເປັນພຣະວິນຍານໜຶ່ງດຽວ ແລະ ພຣະເຈົ້າໜຶ່ງດຽວໄດ້ແນວໃດ? ໃຫ້ບອກເຮົາເບິ່ງ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ແມ່ນຖືກສ້າງໂດຍພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດແທ້ໆບໍ? ບາງຄົນເວົ້າວ່າທັງສາມພຣະອົງສ້າງທຸກສິ່ງນໍາກັນ. ແລ້ວແມ່ນໃຜໄຖ່ບາບມະນຸດຊາດ? ພຣະວິນຍານບໍລິສຸດ, ພຣະບຸດ ຫຼື ພຣະບິດາ? ບາງຄົນເວົ້າວ່າ ພຣະບຸດຄືຜູ້ໄຖ່ບາບມະນຸດຊາດ. ແລ້ວແມ່ນໃຜເປັນພຣະບຸດທີ່ຢູ່ໃນແກ່ນແທ້? ພຣະອົງບໍ່ແມ່ນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າບໍ? ການບັງເກີດເປັນມະນຸດເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນ ໂດຍນາມຂອງພຣະບິດາຈາກທັດສະນະຂອງມະນຸດທີ່ຖືກສ້າງ. ເຈົ້າບໍ່ຮູ້ບໍວ່າ ພຣະເຢຊູເກີດຈາກການປະຕິສົນທິຂອງພຣະວິນຍານບໍລິສຸດ? ພາຍໃນພຣະອົງແມ່ນພຣະວິນຍານບໍລິສຸດ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພຣະອົງກໍຍັງເປັນຜູ້ດຽວກັບພຣະເຈົ້າທີ່ຢູ່ໃນສະຫວັນ, ຍ້ອນວ່າ ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ. ແນວຄິດນີ້ກ່ຽວກັບພຣະບຸດແມ່ນບໍ່ເປັນຈິງແທ້ໆ. ມີພຣະວິນຍານໜຶ່ງດຽວທີ່ປະຕິບັດພາລະກິດທຸກຢ່າງ; ມີພຽງພຣະເຈົ້າເອງ ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ. ແມ່ນໃຜຄືພຣະວິນຍານຂອງພຣະເຈົ້າ? ມັນບໍ່ແມ່ນພຣະວິນຍານບໍລິສຸດບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍ ທີ່ປະຕິບັດພາລະກິດໃນພຣະເຢຊູ? ຖ້າພາລະກິດບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າ), ແລ້ວພາລະກິດຂອງພຣະອົງຈະສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ “ບຸດມະນຸດ” ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ. ພວກເຈົ້າຍັງຈື່ຄຳອະທິຖານຂອງພຣະຜູ້ເປັນເຈົ້າທີ່ພຣະເຢຊູສອນພວກເຈົ້າໃຫ້ທ່ອງຈຳບໍ? “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ...”. ພຣະອົງຂໍໃຫ້ມະນຸດທຸກຄົນເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມຂອງພຣະບິດາ. ແລ້ວໃນເມື່ອພຣະເຢຊູກໍເອີ້ນພຣະອົງວ່າພຣະບິດາເຊັ່ນກັນ, ພຣະອົງເອີ້ນຈາກທັດສະນະຂອງຄົນໜຶ່ງທີ່ມີຖານະເທົ່າທຽມກັບພວກເຈົ້າ. ແລ້ວຍ້ອນພວກເຈົ້າເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມພຣະບິດາ, ພຣະເຢຊູກໍ່ເຫັນພຣະອົງເອງມີຖານະເທົ່າກັບພວກເຈົ້າ ແລະ ໃນຖານະມະນຸດເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ເລືອກໄວ້ (ນັ້ນກໍຄື ພຣະບຸດຂອງພຣະເຈົ້າ). ຖ້າພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ, ນີ້ບໍ່ແມ່ນຍ້ອນວ່າ ພວກເຈົ້າເປັນສິ່ງຖືກສ້າງບໍ? ບໍ່ວ່າສິດອຳນາດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກນັ້ນຈະຍິ່ງໃຫຍ່ພຽງໃດກໍຕາມ, ກ່ອນທີ່ຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະອົງກໍເປັນພຽງບຸດມະນຸດຄົນໜຶ່ງເທົ່ານັ້ນ ເຊິ່ງປົກຄອງໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະເຈົ້າ) ແລະ ເປັນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນໃນແຜ່ນດິນໂລກ, ຍ້ອນວ່າ ພຣະອົງຍັງບໍ່ໄດ້ເຮັດສໍາເລັດພາລະກິດຂອງພຣະອົງເທື່ອ. ສະນັ້ນ, ການທີ່ພຣະອົງເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນວ່າ ພຣະບິດາ ກໍເປັນຄວາມຖ່ອມຕົນ ແລະ ຄວາມອ່ອນນ້ອມຂອງພຣະອົງເທົ່ານັ້ນ. ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ! ກ່ອນທີ່ພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະເຢຊູເປັນບຸດມະນຸດທີ່ຖືກຜູກມັດດ້ວຍຂໍ້ຈຳກັດຕ່າງໆຂອງເນື້ອໜັງ ແລະ ພຣະອົງບໍ່ໄດ້ມີສິດອຳນາດຂອງພຣະວິນຍານຢ່າງສົມບູນ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງສາມາດສະແຫວງຫາເຈດຕະນາຂອງພຣະເຈົ້າພຣະບິດາຈາກທັດສະນະຂອງສິ່ງຖືກສ້າງ. ມັນເປັນດັ່ງທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເຊມາເນວ່າ: “ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ກ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ພຣະອົງເປັນພຽງກະສັດຂອງຊາວຢິວ; ພຣະອົງເປັນພຣະຄຣິດ, ບຸດມະນຸດ ແລະ ບໍ່ແມ່ນບຸກຄົນທີ່ມີສະຫງ່າລາສີ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງເອີ້ນພຣະເຈົ້າວ່າພຣະບິດາ ຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ບັດນີ້ ເຈົ້າບໍ່ສາມາດເວົ້າວ່າ ທຸກຄົນທີ່ເອີ້ນພຣະເຈົ້າວ່າພຣະບິດາແມ່ນພຣະບຸດ. ຖ້າເປັນແບບນີ້, ແລ້ວພວກເຈົ້າທຸກຄົນຈະບໍ່ກາຍມາເປັນພຣະບຸດບໍ ຫຼັງຈາກທີ່ພຣະເຢຊູໄດ້ສອນພວກເຈົ້າກ່ຽວກັບຄຳອະທິຖານຂອງພຣະຜູ້ເປັນເຈົ້າ? ຖ້າພວກເຈົ້າຍັງບໍ່ເຊື່ອອີກ, ແລ້ວຈົ່ງບອກເຮົາໄດ້ບໍວ່າ ແມ່ນໃຜຄືຜູ້ທີ່ພວກເຈົ້າເອີ້ນວ່າ ພຣະບິດາ? ຖ້າພວກເຈົ້າກຳລັງໝາຍເຖິງພຣະເຢຊູ, ແລ້ວແມ່ນໃຜເປັນພຣະບິດາຂອງພຣະເຢຊູສຳລັບພວກເຈົ້າ? ຫຼັງຈາກທີ່ພຣະເຢຊູຈາກໄປ, ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດກໍບໍ່ມີຢູ່ອີກ. ແນວຄິດນີ້ພຽງແຕ່ເໝາະສົມໃນປີທີ່ພຣະເຢຊູກາຍມາເປັນເນື້ອໜັງ; ພາຍໃຕ້ທຸກກໍລະນີ, ຄວາມສຳພັນແມ່ນຄວາມສຳພັນລະຫວ່າງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ສິ່ງຖືກສ້າງ ເມື່ອພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ. ບໍ່ມີເມື່ອໃດທີ່ແນວຄິດນີ້ກ່ຽວກັບພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດສາມາດເປັນຈິງໄດ້; ມັນເປັນຄວາມເຊື່ອຜິດທີ່ບໍ່ຄ່ອຍເຫັນໃນຍຸກຕ່າງໆ ແລະ ມັນບໍ່ມີຢູ່ຈິງ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ