ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 299

19 ເດືອນສິງຫາ 2025

ແຜນການຄຸ້ມຄອງຂອງພຣະເຈົ້າກວມເວລາຫົກພັນປີ ແລະ ຖືກແບ່ງອອກເປັນສາມຍຸກໂດຍອີງຕາມຄວາມແຕກຕ່າງໃນພາລະກິດຂອງພຣະອົງ: ຍຸກທຳອິດແມ່ນຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ; ຍຸກທີສອງແມ່ນຍຸກແຫ່ງພຣະຄຸນ; ແລະ ຍຸກທີສາມແມ່ນຍຸກສຸດທ້າຍ ນັ້ນກໍຄື ຍຸກແຫ່ງລາຊະອານາຈັກ. ໃນແຕ່ລະຍຸກ ກໍຈະຖືກແທນໃຫ້ດ້ວຍຕົວຕົນທີ່ແຕກຕ່າງກັນ. ນີ້ກໍຍ້ອນຄວາມແຕກຕ່າງກັນໃນພາລະກິດ ນັ້ນກໍຄື ເງື່ອນໄຂຂອງພາລະກິດ. ຂັ້ນຕອນທຳອິດຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະບັນຍັດແມ່ນຖືກປະຕິບັດໃນອິດສະຣາເອນ ແລະ ຍຸກທີສອງໃນການສິ້ນສຸດພາລະກິດແຫ່ງການໄຖ່ບາບແມ່ນຖືກປະຕິບັດໃນຢູດາຍ. ສຳລັບພາລະກິດແຫ່ງການໄຖ່ບາບ, ພຣະເຢຊູກໍາເນີດຈາກການປະຕິສົນທິຜ່ານພຣະວິນຍານບໍລິສຸດ ແລະ ເປັນພຣະບຸດພຽງອົງດຽວ. ທຸກຢ່າງນີ້ເປັນໄປຕາມເງື່ອນໄຂຂອງພາລະກິດ. ໃນຍຸກສຸດທ້າຍ, ພຣະເຈົ້າປາຖະໜາທີ່ຈະຂະຫຍາຍພາລະກິດຂອງພຣະອົງໄປສູ່ຊົນຕ່າງຊາດ ແລະ ເອົາຊະນະຜູ້ຄົນທີ່ຢູ່ໃນນັ້ນ, ເພື່ອວ່ານາມຂອງພຣະອົງອາດຈະຍິ່ງໃຫຍ່ທ່າມກາງພວກເຂົາ. ພຣະອົງປາຖະໜາທີ່ຈະນໍາພາມະນຸດໃນການເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງທຸກປະການ ພາລະກິດທັງໝົດນີ້ແມ່ນຖືກປະຕິບັດໂດຍພຣະວິນຍານອົງດຽວ. ເຖິງແມ່ນວ່າ ພຣະອົງປະຕິບັດຈາກຈຸດຢືນທີ່ແຕກຕ່າງກັນ, ທຳມະຊາດ ແລະ ຫຼັກການຂອງພາລະກິດແມ່ນຍັງຄືກັນ. ຫຼັງຈາກທີ່ເຈົ້າໄດ້ສັງເກດຫຼັກການ ແລະ ທຳມະຊາດຂອງພາລະກິດທີ່ພຣະອົງໄດ້ປະຕິບັດ, ແລ້ວເຈົ້າກໍຈະຮູ້ວ່າ ພາລະກິດທັງໝົດຖືກປະຕິບັດໂດຍພຣະວິນຍານອົງດຽວ. ຍັງມີບາງຄົນອາດເວົ້າວ່າ “ພຣະບິດາກໍຄືພຣະບິດາ; ພຣະບຸດກໍຄືພຣະບຸດ; ພຣະວິນຍານບໍລິສຸດກໍຄືພຣະວິນຍານບໍລິສຸດ ແລະ ໃນທີ່ສຸດ ທັງສາມພຣະອົງກໍຈະຖືກເຮັດໃຫ້ເປັນໜຶ່ງດຽວ”. ແລ້ວເຈົ້າຄວນເຮັດໃຫ້ທັງສາມພຣະອົງເປັນໜຶ່ງດຽວແນວໃດ? ພຣະບິດາ ແລະ ພຣະວິນຍານບໍລິສຸດຈະສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ຖ້າທັງສອງພຣະອົງເປັນພຣະເຈົ້າສອງອົງໂດຍທຳມະຊາດ, ແລ້ວບໍ່ວ່າທັງສອງພຣະອົງຈະຖືກຮ່ວມເຂົ້າກັນແນວໃດກໍຕາມ, ທັງສອງພຣະອົງກໍຈະຍັງບໍ່ເປັນສອງສ່ວນຄືເກົ່າບໍ? ເມື່ອເຈົ້າເວົ້າກ່ຽວກັບການເຮັດໃຫ້ທັງສອງພຣະອົງເປັນໜຶ່ງດຽວກັນ, ນັ້ນບໍ່ແມ່ນເປັນການຮວມສອງພາກສ່ວນທີ່ແຕກຕ່າງກັນເຂົ້າເປັນໜຶ່ງດຽວບໍ? ແຕ່ວ່າ ພຣະອົງທັງສອງບໍ່ແມ່ນສອງພາກສ່ວນ ກ່ອນທີ່ຈະຖືກເຮັດໃຫ້ຄົບຖ້ວນບໍ? ວິນຍານແຕ່ລະຕົນແມ່ນມີແກ່ນແທ້ທີ່ແຕກຕ່າງກັນ ແລະ ວິນຍານສອງຕົນບໍ່ສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້. ວິນຍານບໍ່ແມ່ນວັດຖຸ ແລະ ບໍ່ຄືສິ່ງອື່ນໃດໃນໂລກແຫ່ງວັດຖຸ. ດັ່ງທີ່ມະນຸດເຫັນ, ພຣະບິດາຄືພຣະວິນຍານອົງໜຶ່ງ, ອີກອົງໜຶ່ງແມ່ນພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອີກອົງໜຶ່ງ, ແລ້ວພຣະວິນຍານສາມອົງຈະຮວມເຂົ້າກັນຄືກັບເອົານໍ້າສາມແກ້ວມາຮວມກັນເປັນແກ້ວດຽວ. ແລ້ວນັ້ນບໍ່ແມ່ນການເຮັດໃຫ້ສາມກາຍເປັນໜຶ່ງບໍ? ນີ້ແມ່ນການອະທິບາຍທີ່ບໍ່ຖືກຕ້ອງແທ້ໆ! ນີ້ບໍ່ແມ່ນການແຍກພຣະເຈົ້າອອກຈາກກັນບໍ? ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຈະຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ທັງສາມພຣະອົງບໍ່ແມ່ນສາມສ່ວນ ເຊິ່ງແຕ່ລະສ່ວນມີທຳມະຊາດແຕກຕ່າງກັນບໍ? ຍັງມີຄົນອື່ນໆທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?” ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ “ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ” ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ. ຍ້ອນການປ່ຽນແປງໃນຍຸກຕ່າງໆ, ເງື່ອນໄຂຂອງພາລະກິດປ່ຽນແປງ ແລະ ຂັ້ນຕອນທີ່ແຕກຕ່າງກັນຂອງແຜນການຄຸ້ມຄອງຂອງພຣະອົງ, ນາມທີ່ມະນຸດເອີ້ນພຣະອົງຈຶ່ງແຕກຕ່າງເຊັ່ນກັນ. ເມື່ອພຣະອົງລົງມາປະຕິບັດຂັ້ນຕອນທຳອິດຂອງພາລະກິດ, ພຣະອົງພຽງແຕ່ຖືກເອີ້ນວ່າພຣະເຢໂຮວາເທົ່ານັ້ນ, ເຊິ່ງເປັນຄົນລ້ຽງແກະຂອງຊາວອິດສະຣາເອນ. ໃນຂັ້ນຕອນທີສອງ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ແຕ່ໃນເວລານັ້ນ, ພຣະວິນຍານທີ່ຢູ່ໃນສະຫວັນກໍພຽງກ່າວວ່າ ພຣະອົງເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ໄດ້ກ່າວເຖິງການທີ່ພຣະອົງເປັນພຣະບຸດອົງດຽວຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນແທ້ໆ. ພຣະເຈົ້າຈະສາມາດມີລູກຊາຍພຽງຜູ້ດຽວໄດ້ແນວໃດ? ແລ້ວພຣະເຈົ້າຈະບໍ່ກາຍເປັນມະນຸດບໍ? ຍ້ອນພຣະອົງແມ່ນການບັງເກີດເປັນມະນຸດ, ພຣະອົງຈຶ່ງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ຈາກສິ່ງນີ້ຈຶ່ງເກີດມີຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດ. ທັງໝົດນີ້ແມ່ນເປັນຍ້ອນການແບ່ງແຍກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພຣະເຢຊູອະທິຖານຈາກທັດສະນະຂອງເນື້ອໜັງ. ຍ້ອນວ່າ ພຣະອົງໄດ້ສວມໃສ່ເນື້ອໜັງແຫ່ງຄວາມເປັນມະນຸດທຳມະດາດັ່ງກ່າວ, ມັນມາຈາກທັດສະນະຂອງເນື້ອໜັງທີ່ພຣະອົງກ່າວວ່າ: “ເປືອກນອກຂອງເຮົາແມ່ນເປັນຂອງສິ່ງຖືກສ້າງ. ຍ້ອນເຮົາສວມໃສ່ເນື້ອໜັງເພື່ອເຂົ້າມາສູ່ໂລກນີ້, ບັດນີ້ ເຮົາຈຶ່ງຫ່າງໄກຈາກສະຫວັນຫຼາຍ”. ຍ້ອນເຫດຜົນນີ້, ພຣະອົງຈຶ່ງພຽງແຕ່ສາມາດອະທິຖານຫາພຣະເຈົ້າພຣະບິດາຈາກທັດສະນະຂອງເນື້ອໜັງ. ນີ້ແມ່ນໜ້າທີ່ຂອງພຣະອົງ ແລະ ເປັນສິ່ງທີ່ພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນປະກອບມີ. ມັນບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າຍ້ອນພຣະອົງອະທິຖານຫາພຣະບິດາຈາກທັດສະນະຂອງເນື້ອໜັງເທົ່ານັ້ນ. ເຖິງແມ່ນວ່າ ພຣະອົງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ພຣະອົງກໍຍັງເປັນພຣະເຈົ້າຢູ່ດີ ນັ້ນກໍຍ້ອນວ່າ ພຣະອົງເປັນພຽງການບັງເກີດເປັນມະນຸດຂອງພຣະວິນຍານ ແລະ ແກ່ນແທ້ຂອງພຣະອົງກໍຍັງເປັນພຣະວິນຍານຄືເກົ່າ. ຜູ້ຄົນສົງໄສວ່າ ເປັນຫຍັງພຣະອົງຈຶ່ງອະທິຖານ ຖ້າພຣະອົງເປັນພຣະເຈົ້າເອງ. ນີ້ກໍເພາະວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າທີ່ດຳລົງຊີວິດຢູ່ພາຍໃນເນື້ອໜັງ ແລະ ບໍ່ແມ່ນພຣະວິນຍານທີ່ຢູ່ໃນສະຫວັນ. ຕາມທີ່ມະນຸດເບິ່ງ, ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດລ້ວນແລ້ວແຕ່ເປັນພຣະເຈົ້າ. ມີພຽງແຕ່ສາມພຣະອົງທີ່ຮວມກັນເປັນໜຶ່ງດຽວກັນເທົ່ານັ້ນ ຈຶ່ງຈະສາມາດຖືໄດ້ວ່າເປັນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ ແລະ ໃນວິທີນີ້ ລິດອຳນາດຂອງພຣະອົງຈຶ່ງຍິ່ງໃຫຍ່ເປັນພິເສດ. ມີຄົນທີ່ເວົ້າວ່າ ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງເປັນພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເມື່ອພຣະບຸດອະທິຖານຫຼັງຈາກການມາຂອງພຣະອົງ, ນັ້ນກໍຄື ເປັນພຣະວິນຍານທີ່ພຣະອົງອະທິຖານຫາ. ໃນຄວາມເປັນຈິງແລ້ວ, ພຣະອົງກຳລັງອະທິຖານຈາກທັດສະນະຂອງສິ່ງທີ່ຖືກສ້າງ. ຍ້ອນເນື້ອໜັງບໍ່ຄົບຖ້ວນ, ພຣະອົງຈຶ່ງບໍ່ຄົບຖ້ວນ ແລະ ມີຈຸດອ່ອນຫຼາຍຢ່າງ ເມື່ອພຣະອົງກາຍມາເປັນເນື້ອໜັງ ແລະ ພຣະອົງວຸ້ນວາຍຫຼາຍໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງອະທິຖານຫາພຣະເຈົ້າພຣະບິດາສາມຄັ້ງກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ ພ້ອມທັງອະທິຖານຫຼາຍຄັ້ງກ່ອນໜ້ານັ້ນ. ພຣະອົງອະທິຖານທ່າມກາງສາວົກຂອງພຣະອົງ; ພຣະອົງອະທິຖານຜູ້ດຽວເທິງພູເຂົາ; ພຣະອົງອະທິຖານເມື່ອຢູ່ເທິງເຮືອປະມົງ; ພຣະອົງອະທິຖານທ່າມກາງຝູງຊົນ; ພຣະອົງອະທິຖານເມື່ອກຳລັງຫັກເຂົ້າຈີ່; ແລະ ພຣະອົງອະທິຖານເມື່ອກຳລັງອວຍພອນຄົນອື່ນ. ເປັນຫຍັງພຣະອົງຈຶ່ງເຮັດແບບນັ້ນ? ແມ່ນພຣະວິນຍານທີ່ພຣະອົງກຳລັງອະທິຖານຫາ; ພຣະອົງອະທິຖານຫາພຣະວິນຍານ, ຫາພຣະເຈົ້າທີ່ຢູ່ໃນສະຫວັນ ຈາກທັດສະນະຂອງເນື້ອໜັງ. ສະນັ້ນ ຈາກຈຸດຢືນຂອງມະນຸດ, ພຣະເຢຊູກາຍມາເປັນພຣະບຸດໃນຂັ້ນຕອນນັ້ນຂອງພາລະກິດ. ເຖິງຢ່າງໃດກໍຕາມ ໃນຂັ້ນຕອນນີ້ ພຣະອົງບໍ່ໄດ້ອະທິຖານ. ເປັນຫຍັງຈຶ່ງເປັນແບບນີ້? ນີ້ກໍຍ້ອນວ່າ ສິ່ງທີ່ພຣະອົງນໍາອອກມາແມ່ນພາລະກິດແຫ່ງພຣະທຳ ແລະ ການພິພາກສາ ແລະ ການຕີສອນຂອງພຣະທຳ. ພຣະອົງບໍ່ຈຳເປັນຕ້ອງອະທິຖານ ແລະ ພັນທະກິດຂອງພຣະອົງແມ່ນເພື່ອກ່າວພຣະທໍາ. ພຣະອົງບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ ແລະ ພຣະອົງບໍ່ໄດ້ຖືກມະນຸດສົ່ງມອບພຣະອົງໃຫ້ກັບຄົນທີ່ມີອຳນາດ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ. ໃນເວລາທີ່ພຣະເຢຊູອະທິຖານ, ພຣະອົງອະທິຖານຫາພຣະເຈົ້າພຣະບິດາເພື່ອການລົງມາຂອງອານາຈັກສະຫວັນ, ເພື່ອຄວາມປະສົງຂອງພຣະບິດາຈະຖືກເຮັດໃຫ້ສຳເລັດ ແລະ ເພື່ອພາລະກິດທີ່ຈະມາ. ໃນຂັ້ນຕອນນີ້, ອານາຈັກສະຫວັນໄດ້ລົງມາແລ້ວ, ສະນັ້ນ ພຣະອົງຍັງຈຳເປັນຕ້ອງອະທິຖານຢູ່ບໍ? ພາລະກິດຂອງພຣະອົງແມ່ນເພື່ອນໍາຍຸກໄປສູ່ເວລາສຸດທ້າຍ ແລະ ບໍ່ມີຍຸກໃໝ່ອີກຕໍ່ໄປ, ແລ້ວຈຳເປັນຕ້ອງອະທິຖານສຳລັບຍຸກຕໍ່ໄປບໍ? ເຮົາຢ້ານວ່າບໍ່ຈຳເປັນ!

ມີຂໍ້ຂັດແຍ້ງຫຼາຍຢ່າງໃນການອະທິບາຍຂອງມະນຸດ. ແນ່ນອນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຂອງມະນຸດ; ຫາກປາສະຈາກການພິຈາລະນາເພີ່ມເຕີມຢ່າງລະອຽດ, ພວກເຈົ້າທຸກຄົນກໍຈະເຊື່ອວ່າ ສິ່ງເຫຼົ່ານັ້ນຖືກຕ້ອງ. ພວກເຈົ້າບໍ່ຮູ້ບໍວ່າແນວຄວາມຄິດດັ່ງກ່າວໃນພຣະເຈົ້າສາມອົງເປັນພຽງແນວຄິດຂອງມະນຸດ? ບໍ່ມີຄວາມຮູ້ໃດຂອງມະນຸດທີ່ສົມບູນ ແລະ ທົ່ວເຖິງ. ມີຄວາມບໍ່ບໍລິສຸດຢູ່ສະເໝີ ແລະ ມະນຸດແມ່ນມີແນວຄິດຫຼາຍເກີນໄປ; ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງຖືກສ້າງບໍ່ສາມາດອະທິບາຍເຖິງພາລະກິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ມີຫຼາຍສິ່ງເກີນໄປໃນຄວາມຄິດຂອງມະນຸດ, ທຸກສິ່ງມາຈາກເຫດຜົນ ແລະ ຄວາມຄິດ ເຊິ່ງຂັດກັບຄວາມຈິງ. ເຫດຜົນຂອງເຈົ້າສາມາດວິເຄາະພາລະກິດຂອງພຣະເຈົ້າໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຮັບເອົາຄວາມເຂົ້າໃຈໃນພາລະກິດທັງໝົດຂອງພຣະເຢໂຮວາບໍ່? ແມ່ນເຈົ້າບໍ ທີ່ເປັນມະນຸດຜູ້ທີ່ເຫັນຜ່ານທຸກສິ່ງ ຫຼື ແມ່ນພຣະເຈົ້າເອງທີ່ສາມາດເຫັນຕະຫຼອດໄປເປັນນິດນິລັນ? ແມ່ນເຈົ້າບໍ ທີ່ສາມາດເຫັນຈາກອະດີດຈົນເຖິງອະນາຄົດຕະຫຼອດໄປເປັນນິດ ຫຼື ເປັນພຣະເຈົ້າທີ່ສາມາດເຮັດແບບນັ້ນໄດ້? ເຈົ້າຈະເວົ້າແນວໃດ? ເຈົ້າຈະສົມຄວນອະທິບາຍພຣະເຈົ້າໄດ້ແນວໃດ? ການອະທິບາຍຂອງເຈົ້າແມ່ນອີງຕາມພື້ນຖານຫຍັງ? ເຈົ້າເປັນພຣະເຈົ້າບໍ? ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງກໍ່ຖືກສ້າງໂດຍພຣະເຈົ້າເອງ. ບໍ່ແມ່ນເຈົ້າທີ່ເຮັດສິ່ງນີ້, ແລ້ວເປັນຫຍັງເຈົ້າຈຶ່ງອະທິບາຍຢ່າງບໍ່ຖືກຕ້ອງ? ບັດນີ້, ເຈົ້າຈະສືບຕໍ່ເຊື່ອໃນພຣະເຈົ້າຕຣີເອການຸພາບຢູ່ບໍ? ເຈົ້າບໍ່ຄິດບໍ່ວ່າ ການເຊື່ອແບບນັ້ນແມ່ນມີພາລະຫຼາຍເກີນໄປ? ມັນຈະເປັນການດີທີ່ສຸດ ຖ້າເຈົ້າເຊື່ອໃນພຣະເຈົ້າໜຶ່ງດຽວ, ບໍ່ແມ່ນໃນພຣະເຈົ້າສາມພຣະອົງ. ມັນເປັນການດີທີ່ສຸດທີ່ຈະເປັນແສງສະຫວ່າງ ເພາະວ່າ ພາລະຂອງພຣະຜູ້ເປັນເຈົ້າຄືແສງສະຫວ່າງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ