ເພງຄຣິດສະຕຽນ “ພຣະເຈົ້າກຳລັງຊອກຫາຄົນທີ່ຫິວກະຫາຍຫາການປາກົດຕົວຂອງພຣະອົງ”

25 ເດືອນທັນວາ 2022

ຕອນນີ້ໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື:

ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ

ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ

ແມ່ນໄດ້ສູນຫາຍໄປໝົດແລ້ວ.

ເຖິງຢ່າງໃດກໍຕາມ

ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດນີ້

ແລະ ຍັງຄົງໃຫ້ອະໄພແກ່ພວກເຂົາ

ໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ.

ພຣະເຈົ້າສະແຫວງຫາຄົນທີ່

ປາຖະໜາຢາກໃຫ້ພຣະອົງປາກົດຕົວ.

ພຣະອົງສະແຫວງຫາຄົນທີ່ສາມາດ

ໄດ້ຍິນພຣະທຳຂອງພຣະອົງ,

ຄົນທີ່ບໍ່ໄດ້ລືມການມອບໝາຍຂອງພຣະອົງ

ແລະ ຖວາຍຫົວໃຈ ແລະ

ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ.

ພຣະອົງສະແຫວງຫາຄົນທີ່

ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ

ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ.

ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ,

ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ

ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ,

ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ

ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ,

ຈະປະທານພອນຂອງພຣະອົງມາຍັງເຈົ້າ.

ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງອັນຊົງກຽດ,

ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ,

ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ

ແລະ ມີໜ້າມີຕາໃນສັງຄົມ,

ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າ

ຈາກການມາຢູ່ຕໍ່ໜ້າພຣະເຈົ້າ

ເພື່ອຮັບເອົາການຮຽກເອີ້ນຂອງພຣະອົງ

ແລະ ການມອບໝາຍຂອງພຣະອົງແລະ

ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະມີຄວາມໝາຍ

ແລະ ຊອບທຳ.

ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ

ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ,

ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ

ຍິ່ງໄປກວ່ານັ້ນ ແມ່ນຈະຖືກພຣະເຈົ້າກຽດຊັງ.

ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ,

ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ

ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ,

ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ

ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ,

ຈະປະທານພອນຂອງພຣະອົງມາຍັງເຈົ້າ.

ໂອ້, ໂອ້, ໂອ້, ໂອ້...

ບາງເທື່ອ ເຈົ້າເປັນປະທານປະເທດ,

ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່,

ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ,

ຖ້າເຈົ້າເພິ່ງພາຄວາມຮູ້ ແລະ

ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ,

ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ

ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ,

ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ

ແລະ ພຣະອົງຈະບໍ່ຍອມຮັບວ່າ

ອາຊີບຂອງເຈົ້າເປັນອາຊີບທີ່ຊອບທຳ

ຫຼື ຍອມຮັບວ່າ

ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ.

ແຕ່ນໍາພວກເຂົາອອກຈາກການດູແລຂອງພຣະເຈົ້າ.

ພຣະອົງຈະກ່າວວ່າ

ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ,

ສູ່ຄວາມຕາຍ ແລະ

ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ

ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ

ແລະ ການອວຍພອນຂອງພຣະອົງ.

ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ,

ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ

ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ,

ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ

ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ,

ຈະປະທານພອນຂອງພຣະອົງມາຍັງເຈົ້າ,

ພອນຂອງພຣະອົງໃຫ້ກັບເຈົ້າ.

ແມ່ນແລ້ວ, ໂອ້, ໂອ້, ໂອ້...

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ