ເພງຄຣິດສະຕຽນ “ຄວາມຮັກຂອງພຣະເຈົ້າບໍ່ໄດ້ຖືກຄອບຄົງໂດຍສິ່ງທີ່ຖືກສ້າງໃດໆ”

25 ເດືອນທັນວາ 2022

ພຣະທຳຂອງພຣະເຈົ້າແບກພະລັງແຫ່ງຊີວິດ,

ຊີ້ນໍາຫົນທາງທີ່ພວກເຮົາຄວນຍ່າງ

ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ.

ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ,

ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ

ແລະ ທ່າທາງໃນການເວົ້າຂອງພຣະອົງ

ແລະ ໂດຍຈິດໃຕ້ສຳນຶກ

ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກ

ສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້.

ພຣະອົງຫຼັ່ງເລືອດຈາກຫົວໃຈຂອງພຣະອົງ

ເພື່ອປະຕິບັດພາລະກິດແທນພວກເຮົາ,

ເສຍການນອນ ແລະ ຄວາມຫິວແທນພວກເຮົາ,

ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ,

ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ,

ທົນຮັບຄວາມອັບອາຍຂາຍໜ້າ

ເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ

ແລະ ຄວາມລອດພົ້ນຂອງພວກເຮົາ;

ແລະ ຄວາມດື້ດ້ານ

ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ

ແລະ ເລືອດຈາກຫົວໃຈຂອງພຣະອົງ.

ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່

ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່

ເສື່ອມຊາມຄົນໃດສາມາດມີ ຫຼື ບັນລຸສິ່ງນີ້ໄດ້.

ພຣະອົງສຳແດງຄວາມອົດທົນ

ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້

ແລະ ຄວາມຮັກຂອງພຣະອົງ

ກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້.

ພຣະອົງຫຼັ່ງເລືອດຈາກຫົວໃຈຂອງພຣະອົງ

ເພື່ອປະຕິບັດພາລະກິດແທນພວກເຮົາ,

ເສຍການນອນ ແລະ ຄວາມຫິວແທນພວກເຮົາ,

ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ,

ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ,

ທົນຮັບຄວາມອັບອາຍຂາຍໜ້າ

ເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ

ແລະ ຄວາມລອດພົ້ນຂອງພວກເຮົາ;

ແລະ ຄວາມດື້ດ້ານ

ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ

ແລະ ເລືອດຈາກຫົວໃຈຂອງພຣະອົງ,

ແລະ ຄວາມດື້ດ້ານ

ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ

ແລະ ເລືອດຈາກຫົວໃຈຂອງພຣະອົງ.

ຄວາມຮັກຂອງພຣະອົງ

ກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ