ເພງຄຣິດສະຕຽນ “ພຣະເຈົ້າປົກຄອງເໜືອທຸກສິ່ງແນວໃດ”

01 ເດືອນກຸມພາ 2023

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້,

ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ.

ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ,

ເຈົ້າປະຕິບັດບົດບາດຂອງເຈົ້າ

ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ.

ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ

ແລະ ການເດີນທາງຂ້າງໜ້າ ຂອງເຈົ້າຈະເປັນແນວໃດກໍຕາມ,

ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ

ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້,

ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງ ເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້.

ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ

ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້,

ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບ ຂອງການປ່ຽນແປງສຳລັບສິ່ງທັງປວງ

ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ.

ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ

ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ;

ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ.

ຫົວໃຈ ແລະ ວິນຍານຂອງມະນຸດ ແມ່ນຢູ່ໃນມືຂອງພຣະເຈົ້າ,

ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ

ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່,

ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ,

ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ.

ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າ ປົກຄອງເໜືອທຸກສິ່ງທັງໝົດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ