ຮູບເງົາຂອງຊາວຄຣິດ | “ການສືບຄົ້ນ” A Testimony of Christians Being Caught up During the Catastrophes
22 ພຶດສະພາ 2026
ລິວມູເຈີນ ແລະ ຄົນອື່ນໆ ເປັນຜູ້ເຊື່ອໃນຄຣິສຕະຈັກຕາມເຮືອນ. ເມື່ອເຫັນໄພພິບັດໃຫຍ່ຂຶ້ນເລື້ອຍໆ, ພວກເຂົາກໍສຳຜັດໄດ້ວ່າ ພຣະຜູ້ເປັນເຈົ້າອາດກັບຄືນມາແລ້ວ ແລະ ດິ້ນຮົນເພື່ອຕ້ອນຮັບພຣະອົງ, ສະນັ້ນ ພວກເຂົາຈຶ່ງເລີ່ມສະແຫວງຫາ ແລະ ສືບຄົ້ນໃນອອນລາຍ. ໂດຍບໍ່ຄາດຄິດ, ການສືບຄົ້ນຂອງພວກເຂົາໄດ້ນໍາຄວາມປະຫຼາດໃຈທີ່ໜ້າຍິນດີ: ພວກເຂົາໄດ້ຍິນຖ້ອຍຄຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮູ້ສຶກວ່າພຣະທຳທຸກຂໍ້ຄືຄວາມຈິງ, ນີ້ຄືສຽງຂອງພຣະເຈົ້າ. ເຖິງແມ່ນວ່າພຣະທຳເຫຼົ່ານີ້ຖືກກ່າວອອກມາໂດຍບຸດມະນຸດທີ່ທຳມະດາ, ພວກເຂົາກໍຮັບຮູ້ວ່າພວກມັນຄືຄວາມຈິງທັງໝົດທີ່ສະແດງໂດຍພຣະວິນຍານແຫ່ງຄວາມຈິງ. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້, ພວກເຂົາກໍເລີ່ມແນ່ໃຈວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ໄດ້ກັບຄືນມາ. ບໍ່ວ່າສິດຍາພິບານຂອງພວກເຂົາພະຍາຍາມລົບກວນ ແລະ ຂັດຂວາງພວກເຂົາແນວໃດກໍຕາມ ແລະ ເຖິງແມ່ນວ່າພວກເຂົາຖືກຂັບໄລ່ອອກຈາກຄຣິສຕະຈັກຂອງພວກເຂົາ, ພວກເຂົາກໍຍັງຢືນຢັນທີ່ຈະສືບຄົ້ນເສັ້ນທາງທີ່ແທ້ຈິງ ແລະ ເຂົ້າຮ່ວມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃນທີ່ສຸດ ພວກເຂົາກໍໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຫ່ງອານາຈັກສະຫວັນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ