ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 77

05 ເດືອນພຶດສະພາ 2021

ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າ ພວກເຂົາສືບເສື້ອຊາຍມາຈາກໂມອາບ, ພວກເຂົາໄດ້ແຕ່ຕໍ່ວ່າ, ພາກັນເຊົາສະແຫວງຫາຊີວິດ ແລະ ເປັນກຸ່ມຄົນທີ່ຄິດລົບທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າໄດ້ຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ພາຍໃຕ້ການພິພາກສາ, ເຈົ້າກໍຈະຍົກມືຂຶ້ນສູງກວ່າຄົນອື່ນ, ຍົກສູງກວ່າພຣະເຢຊູອີກ. ແລ້ວກໍພາກັນໂຮ່ຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍດີກວ່າກົ້ມຫົວລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານເຖົ້າ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ສູນເສຍອຳນາດຢ່າງໜ້າສັງເວດ! ຂໍໃຫ້ພຣະເຈົ້າຈົ່ງເຮັດໃຫ້ພວກຂ້ານ້ອຍສົມບູນ!” ສຽງຮ້ອງໂຮ່ຂອງເຈົ້າແມ່ນກ້ອງດັງກວ່າຄົນອື່ນໆ. ແຕ່ເມື່ອເຖິງເວລາແຫ່ງການຂ້ຽນຕີ, ນິໄສອັນເສື່ອມຊາມຂອງມະນຸດຊາດກໍສະແດງອອກມາໃຫ້ເຫັນອີກກຄັ້ງ. ສຽງຮ້ອງໂຮ່ຂອງພວກເຂົາກໍມິດລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ ທີ່ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ໄດ້ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ