ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 78

28 ເດືອນສິງຫາ 2025

ເມື່ອເວົ້າເຖິງຄໍາ “ພິພາກສາ”, ເຈົ້າມັກຈະຄິດເຖິງພຣະທຳທີ່ພຣະເຢໂຮວາໄດ້ກ່າວເພື່ອສັ່ງສອນຜູ້ຄົນໃນທຸກຂົງເຂດ ແລະ ພຣະທຳທີ່ພຣະເຢຊູເວົ້າເພື່ອຕຳນິຕິຕຽນພວກຟາຣິຊາຍ. ເຖິງແມ່ນພຣະທຳເຫຼົ່ານີ້ຮຸນແຮງ, ພຣະທຳເຫຼົ່ານີ້ກໍບໍ່ແມ່ນຄໍາພິພາກສາຂອງພຣະເຈົ້າຕໍ່ມະນຸດ, ເປັນພຽງພຣະທຳທີ່ກ່າວໂດຍພຣະເຈົ້າຢູ່ໃນສະຖານະການທີ່ແຕກຕ່າງກັນ, ນັ້ນກໍຄື ບໍລິບົດທີ່ແຕກຕ່າງກັນ. ພຣະທຳເຫຼົ່ານີ້ບໍ່ຄືພຣະທຳທີ່ໄດ້ກ່າວໂດຍພຣະຄຣິດໃນຍຸກສຸດທ້າຍ ດັ່ງທີ່ພຣະອົງພິພາກສາມະນຸດ. ພຣະຄຣິດແຫ່ງຍຸກສຸດທ້າຍໃຊ້ຄວາມຈິງຫຼາກຫຼາຍຢ່າງເພື່ອສັ່ງສອນມະນຸດ, ເພື່ອເປີດໂປງທາດແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນອ່ອນນ້ອມຕໍ່ພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ທາດແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ ແລະ ລິຮານມັນໃນໄລຍະຍາວ. ທັງໝົດຂອງວິທີການເປີດໂປງ ແລະ ລິຮານທີ່ແຕກຕ່າງກັນເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ມະນຸດຈຶ່ງສາມາດຖືກເອົາຊະນະ ແລະ ເຊື່ອໝັ້ນຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈເຈດຕະນາຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າແກ່ນແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ. ຖ້າເຈົ້າບໍ່ຖືຄວາມຈິງເຫຼົ່ານີ້ວ່າເປັນສິ່ງສໍາຄັນ, ຖ້າເຈົ້າຄິດແຕ່ຈະຫຼີກລ້ຽງຈາກຄວາມຈິງນັ້ນຕະຫຼອດ ຫຼື ຄິດຈະຊອກຫາຫົນທາງໃໝ່ທີ່ບໍ່ກ່ຽວພັນກັບຄວາມຈິງນັ້ນ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນບາບໜັກໜາທີ່ສຸດ. ຖ້າເຈົ້າມີຄວາມສັດທາໃນພຣະເຈົ້າ, ແຕ່ບໍ່ສະແຫວງຫາຄວາມຈິງ ຫຼື ເຈດຕະນາຂອງພຣະເຈົ້າ ຫຼື ເຈົ້າບໍ່ຮັກຫົນທາງທີ່ຈະນໍາພາເຈົ້າເຂົ້າໃກ້ພຣະເຈົ້າແລ້ວ, ເຮົາຂໍບອກເຈົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຫຼົບໜີຄໍາພິພາກສາ ແລະ ເຈົ້າຄືຫຸ່ນຕຸກກະຕາ ແລະ ເປັນຄົນທໍລະຍົດທີ່ຫຼົບໜີຈາກບັນລັງຂາວທີ່ຍິ່ງໃຫຍ່. ພຣະເຈົ້າຈະບໍ່ຍົກເວັ້ນຄົນກະບົດຄົນໃດຄົນໜຶ່ງທີ່ຫຼົບໜີຈາກສາຍຕາຂອງພຣະອົງ. ມະນຸດດັ່ງກ່າວຈະໄດ້ຮັບການລົງໂທດຢ່າງຮຸນແຮງຫຼາຍຍິ່ງຂຶ້ນ. ຜູ້ທີ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການລົງໂທດ ແລະ ຍິ່ງໄປກວ່ານັ້ນກໍຄືເພື່ອໄດ້ຖືກຊໍາລະລ້າງໃຫ້ບໍລິສຸດ, ຈະໄດ້ໃຊ້ຊີວິດຢູ່ໃນອານາຈັກຂອງພຣະເຈົ້າຕະຫຼອດໄປ. ແນ່ນອນ, ນີ້ຄືສິ່ງທີ່ຢູ່ໃນອະນາຄົດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ