ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 89
23 ເດືອນທັນວາ 2025
ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນນີ້ແມ່ນເພື່ອໃຫ້ຜູ້ຄົນກະບົດຕໍ່ຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ໄດ້ແທງສຽບຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງການຕີສອນ ແລະ ການພິພາກສາເປັນແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ! ແລ້ວເຖິງແມ່ນວ່າ ການພິພາກສາປະເພດນີ້ເປັນຄືກັບໝາກເຫັບຮ້າຍກາດທີ່ຕົກລົງມາຈາກທ້ອງຟ້າ, ມັນກໍ່ເພື່ອຜົນປະໂຫຍດສຳລັບມະນຸດຫຼາຍທີ່ສຸດ. ຖ້າບໍ່ແມ່ນຍ້ອນການພິພາກສາຄົນແບບນີ້ ມັນກໍ່ຈະບໍ່ມີຜົນຫຍັງຕາມມາ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນຈາກເຫວເລິກແຫ່ງຄວາມທຸກທໍລະມານໄດ້. ຖ້າບໍ່ແມ່ນຍ້ອນພາລະກິດນີ້ ມັນກໍ່ຈະເປັນການຍາກຫຼາຍທີ່ຜູ້ຄົນຈະຫຼຸດພົ້ນຈາກແດນມໍລະນາ, ເພາະຫົວໃຈຂອງພວກເຂົາໄດ້ຕາຍໄປດົນແລ້ວ ແລະ ຈິດວິນຍານຂອງພວກເຂົາກໍ່ຖືກຊາຕານຢຽບຢ່ຳແຕ່ດົນແລ້ວ. ການຊ່ວຍພວກເຈົ້າທີ່ຈົມຢູ່ກັບຄວາມເສື່ອມໂຊມຢ່າງໜັກທີ່ສຸດໃຫ້ລອດພົ້ນແມ່ນຈຳເປັນຕ້ອງມີການເອີ້ນເອົາພວກເຈົ້າຢ່າງແຮງ, ພິພາກສາພວກເຈົ້າຢ່າງໜັກ; ແລ້ວໃນເມື່ອນັ້ນເອງ ມັນຈຶ່ງຈະເປັນໄປໄດ້ທີ່ຈະປຸກຫົວໃຈທີ່ເຢືອກເຢັນຂອງພວກເຈົ້າໃຫ້ຕື່ນຂຶ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ