ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 90

23 ເດືອນທັນວາ 2025

ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ທີ່ຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມກະບົດຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມກະບົດທັງໝົດຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດ້ຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ຄືກັບໝູທີ່ອາໄສຢູ່ໃນບ່ອນສົກກະປົກ. ມັນເປັນຍ້ອນຄວາມສົກກະປົກ ແລະ ຄວາມເສື່ອມຊາມຂອງເຈົ້າ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສາຈາກພຣະທຳເຫຼົ່ານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ; ມັນເປັນຍ້ອນພຣະອົງເຫັນຄວາມກະບົດຂອງມະນຸດຊາດ ພຣະອົງຈຶ່ງເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງຢ່າງແນ່ນອນ. ຄວາມສົກກະປົກ ແລະ ຄວາມເສື່ອມຊາມຂອງມະນຸດຊາດເຮັດໃຫ້ຄວາມບໍລິສຸດຂອງພຣະອົງປາກົດອອກມາ. ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍ່ມີຂໍ້ບົກຜ່ອງ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ. ຖ້າບຸກຄົນໃດໜຶ່ງ ກິ້ງເກືອກໃນບຶງໜອງກັບຄົນອື່ນ ແລະ ບໍ່ມີຫຍັງທີ່ບໍລິສຸດກ່ຽວກັບເຂົາ ແລະ ເຂົາບໍ່ມີອຸປະນິໄສທີ່ຊອບທຳ, ແລ້ວເຂົາກໍຈະບໍ່ມີຄຸນສົມບັດພິພາກສາຄວາມບໍ່ຍຸຕິທໍາຂອງມະນຸດ ຫຼື ເຂົາຈະບໍ່ເໝາະສົມປະຕິບັດການພິພາກສາຂອງມະນຸດ. ຜູ້ຄົນທີ່ສົກກະປົກສໍ່າກັບອີກຄົນໜຶ່ງຈະສາມາດມີຄຸນສົມບັດພິພາກສາຄົນທີ່ເປັນຄືກັບພວກເຂົາໄດ້ແນວໃດ? ມີພຽງແຕ່ພຣະເຈົ້າອົງບໍລິສຸດເທົ່ານັ້ນທີ່ສາມາດພິພາກສາມະນຸດຊາດສົກກະປົກທັງປວງ. ມະນຸດຈະສາມາດພິພາກສາຄວາມຜິດບາບຂອງມະນຸດໄດ້ແນວໃດ? ມະນຸດຈະສາມາດເຫັນຄວາມຜິດບາບຂອງມະນຸດ ແລະ ມະນຸດຈະສາມາດມີຄຸນສົມບັດເພື່ອປະນາມຄວາມຜິດບາບເຫຼົ່ານີ້ໄດ້ແນວໃດ? ຖ້າພຣະເຈົ້າບໍ່ມີຄຸນສົມບັດພິພາກສາຄວາມຜິດບາບຂອງມະນຸດ, ແລ້ວພຣະອົງຈະເປັນພຣະເຈົ້າທີ່ຊອບທຳໄດ້ແນວໃດ? ມັນເປັນຍ້ອນຜູ້ຄົນເປີດເຜີຍອຸປະນິໄສອັນເສື່ອມຊາມພຣະເຈົ້າຈຶ່ງກ່າວເພື່ອພິພາກສາພວກເຂົາ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງສາມາດເຫັນວ່າພຣະອົງແມ່ນພຣະເຈົ້າຜູ້ບໍລິສຸດ. ໃນຂະນະທີ່ພຣະອົງພິພາກສາ ແລະ ຂ້ຽນຕີມະນຸດຍ້ອນຄວາມຜິດບາບຂອງເຂົາ, ໃນຂະນະດຽວກັນກໍເປີດໂປງຄວາມຜິດບາບຂອງມະນຸດ, ບໍ່ມີຜູ້ໃດ ຫຼື ສິ່ງໃດສາມາດຫຼົບໜີການພິພາກສານີ້; ທຸກສິ່ງທີ່ສົກກະປົກແມ່ນຖືກພຣະອົງພິພາກສາ ແລະ ມັນແມ່ນດ້ວຍເຫດນີ້ເທົ່ານັ້ນ ອຸປະນິໄສຂອງພຣະອົງຈຶ່ງຖືກເປີດເຜີຍວ່າຊອບທຳ. ຖ້າບໍ່ດັ່ງນັ້ນ, ມັນຈະສາມາດເວົ້າໄດ້ແນວໃດວ່າພວກເຈົ້າຄືຕົວປະກອບທັງໃນນາມ ແລະ ແທ້ຈິງ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ