ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 91

23 ເດືອນທັນວາ 2025

ມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ແລະ ພາລະກິດໃນປັດຈຸບັນ. ພຣະເຢໂຮວານໍາພາຊີວິດຂອງຊາວອິດສະຣາເອນ ແລະ ບໍ່ມີການຂ້ຽນຕີ ແລະ ການພິພາກສາຫຼາຍຢ່າງ, ຍ້ອນໃນເວລານັ້ນ ຜູ້ຄົນເຂົ້າໃຈໜ້ອຍດຽວກ່ຽວກັບໂລກ ແລະ ມີອຸປະນິໄສທີ່ເສື່ອມຊາມພຽງເລັກນ້ອຍ. ໃນຕອນນັ້ນ, ຊາວອິດສະຣາເອນເຊື່ອຟັງພຣະເຢໂຮວາໂດຍສິ້ນເຊີງ. ເມື່ອພຣະອົງບອກພວກເຂົາໃຫ້ສ້າງແທ່ນບູຊາ, ພວກເຂົາກໍສ້າງແທ່ນບູຊາທັນທີ; ເມື່ອພຣະອົງບອກພວກເຂົາໃຫ້ນຸ່ງເສື້ອຄຸມຂອງປະໂລຫິດ, ພວກເຂົາກໍເຊື່ອຟັງ. ໃນຕອນນັ້ນ, ພຣະເຢໂຮວາເປັນຄືກັບຄົນລ້ຽງແກະທີ່ເບິ່ງແຍງຝູງແກະ, ຝູງແກະກໍຕິດຕາມການນໍາພາຂອງຄົນລ້ຽງແກະ ແລະ ກິນຫຍ້າໃນທົ່ງຫຍ້າ; ພຣະເຢໂຮວານໍາພາຊີວິດຂອງພວກເຂົາ, ຊີ້ນໍາພວກເຂົາໃນວິທີທີ່ພວກເຂົາກິນ, ນຸ່ງເຄື່ອງ, ອາໄສ ແລະ ເດີນທາງ. ນັ້ນບໍ່ແມ່ນເວລາສະແດງອຸປະນິໄສຂອງພຣະເຈົ້າ, ຍ້ອນມະນຸດຊາດໃນເວລານັ້ນຫາກໍເກີດໃໝ່; ມີຄົນຈຳນວນເລັກນ້ອຍທີ່ກະບົດ ແລະ ຕໍ່ຕ້ານ, ບໍ່ມີຄວາມສົກກະປົກຫຼາຍໃນທ່າມກາງມະນຸດຊາດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຮັດໜ້າທີ່ເປັນຕົວປະກອບໃນອຸປະນິໄສຂອງພຣະເຈົ້າ. ມັນແມ່ນຜ່ານຜູ້ຄົນທີ່ມາຈາກດິນແດນທີ່ສົກກະປົກ, ຄວາມບໍລິສຸດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ໃນປັດຈຸບັນ, ພຣະອົງໃຊ້ຄວາມສົກກະປົກທີ່ສະແດງອອກໃນຜູ້ຄົນເຫຼົ່ານີ້ທີ່ຢູ່ໃນດິນແດນແຫ່ງຄວາມສົກກະປົກນີ້ເພື່ອພິພາກສາ ແລະ ດັ່ງນັ້ນ ສິ່ງດັ່ງກ່າວຈຶ່ງເປັນສິ່ງທີ່ຖືກສະແດງອອກທ່າມກາງການພິພາກສາ. ເປັນຫຍັງພຣະອົງຈຶ່ງພິພາກສາ? ພຣະອົງສາມາດກ່າວພຣະທຳແຫ່ງການພິພາກສາກໍຍ້ອນພຣະອົງກຽດຊັງຄວາມຜິດບາບ; ພຣະອົງຈະສາມາດໃຈຮ້າຍແບບນັ້ນໄດ້ແນວໃດ ຖ້າພຣະອົງບໍ່ກຽດຊັງຄວາມກະບົດຂອງມະນຸດຊາດ? ຖ້າບໍ່ມີຄວາມເບື່ອໜ່າຍພາຍໃນພຣະອົງ, ບໍ່ມີຄວາມລັງກຽດຢ່າງແຮງ, ຖ້າພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ, ແລ້ວນັ້ນກໍຈະພິສູດວ່າພຣະອົງສົກກະປົກສໍ່າກັບມະນຸດ. ການທີ່ພຣະອົງສາມາດພິພາກສາ ແລະ ຂ້ຽນຕີມະນຸດກໍແມ່ນຍ້ອນພຣະອົງກຽດຊັງຄວາມສົກກະປົກ ແລະ ສິ່ງທີ່ພຣະອົງກຽດຊັງແມ່ນບໍ່ມີຢູ່ໃນພຣະອົງ. ຖ້າມີຄວາມຕໍ່ຕ້ານ ແລະ ຄວາມກະບົດໃນພຣະອົງເຊັ່ນກັນ, ພຣະອົງຈະບໍ່ກຽດຊັງຄົນທີ່ຕໍ່ຕ້ານ ແລະ ກະບົດ. ຖ້າພາລະກິດແຫ່ງຍຸກສຸດທ້າຍຖືກປະຕິບັດໃນອິດສະຣາເອນ, ຈະບໍ່ມີຄວາມໝາຍຫຍັງໃນພາລະກິດນັ້ນເລີຍ. ເປັນຫຍັງພາລະກິດແຫ່ງຍຸກສຸດທ້າຍຈຶ່ງເກີດຂຶ້ນໃນປະເທດຈີນ ເຊິ່ງເປັນສະຖານທີ່ທີ່ມືດມົວທີ່ສຸດ ແລະ ຫຼ້າຫຼັງທີ່ສຸດໃນບັນດາສະຖານທີ່ທັງປວງ? ມັນແມ່ນເພື່ອສະແດງຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະອົງ. ສະຫຼຸບກໍຄື ຍິ່ງສະຖານທີ່ມືດມົວສໍ່າໃດ, ຄວາມບໍລິສຸດຂອງພຣະເຈົ້າກໍຍິ່ງຖືກສະແດງອອກມາຢ່າງຊັດເຈນສໍ່ານັ້ນ. ໃນຄວາມເປັນຈິງແລ້ວ, ທຸກສິ່ງນີ້ແມ່ນເພື່ອເຫັນແກ່ພາລະກິດຂອງພຣະເຈົ້າ. ມີພຽງແຕ່ມື້ນີ້ເທົ່ານັ້ນ ພວກເຈົ້າຈຶ່ງຮັບຮູ້ວ່າພຣະເຈົ້າໄດ້ລົງມາຈາກສະຫວັນເພື່ອຢືນຢູ່ທ່າມກາງພວກເຈົ້າ, ສະແດງຄວາມສົກກະປົກ ແລະ ຄວາມກະບົດຂອງພວກເຈົ້າອອກມາ ແລະ ມີພຽງຕອນນີ້ເທົ່ານັ້ນ ພວກເຈົ້າຈຶ່ງຮູ້ຈັກພຣະເຈົ້າ. ນີ້ບໍ່ແມ່ນເປັນການຍົກຂຶ້ນຢ່າງຍິ່ງໃຫຍ່ທີ່ສຸດບໍ? ໃນຄວາມເປັນຈິງແລ້ວ, ພວກເຈົ້າເປັນກຸ່ມຄົນໃນປະເທດຈີນທີ່ຖືກເລືອກ. ແລ້ວຍ້ອນພວກເຈົ້າຖືກເລືອກ ແລະ ໄດ້ຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ ຍ້ອນພວກເຈົ້າບໍ່ສົມຄວນທີ່ຈະໄດ້ຮັບຄວາມກະລຸນາອັນຍິ່ງໃຫຍ່ດັ່ງກ່າວ, ສິ່ງນີ້ຈຶ່ງພິສູດວ່າ ທຸກສິ່ງນີ້ຄືການຍົກພວກເຈົ້າຂຶ້ນຢ່າງສູງສຸດ. ພຣະເຈົ້າໄດ້ປາກົດຕໍ່ພວກເຈົ້າ ແລະ ສະແດງໃຫ້ພວກເຈົ້າເຫັນເຖິງອຸປະນິໄສອັນບໍລິສຸດທັງໝົດຂອງພຣະອົງ ແລະ ພຣະອົງໄດ້ມອບທຸກສິ່ງນັ້ນໃຫ້ແກ່ພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າໄດ້ຮັບພອນທັງໝົດທີ່ພວກເຈົ້າສາມາດຮັບໄດ້. ບໍ່ພຽງແຕ່ພວກເຈົ້າໄດ້ຊີມລົດຊາດອຸປະນິໄສອັນຊອບທຳຂອງພຣະເຈົ້າ ແຕ່ຍິ່ງໄປກວ່ານັ້ນ ພວກເຈົ້າຍັງໄດ້ຊີມລົດຊາດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ການໄຖ່ຂອງພຣະເຈົ້າ ແລະ ຄວາມຮັກທີ່ໄຮ້ຂອບເຂດ ແລະ ບໍ່ມີສິ້ນສຸດຂອງພຣະເຈົ້າ. ພວກເຈົ້າທີ່ເປັນຄົນທີ່ສົກກະປົກທີ່ສຸດໃນບັນດາຄົນທັງປວງໄດ້ຮັບຄວາມກະລຸນາອັນໃຫຍ່ຫຼວງ, ພວກເຈົ້າບໍ່ໄດ້ຮັບພອນບໍ? ນີ້ບໍ່ແມ່ນການທີ່ພຣະເຈົ້າຍົກພວກເຈົ້າຂຶ້ນບໍ? ພວກເຈົ້າເຊິ່ງເປັນຜູ້ຄົນທີ່ມີວຸດທິພາວະຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງ; ໂດຍທໍາມະຊາດແລ້ວ ພວກເຈົ້າບໍ່ເໝາະສົມທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ດັ່ງກ່າວ, ແຕ່ພຣະເຈົ້າໄດ້ຍົກເວັ້ນ ໂດຍຍົກເຈົ້າຂຶ້ນ. ເຈົ້າບໍ່ຮູ້ສຶກອັບອາຍບໍ? ຖ້າເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ, ແລ້ວເຈົ້າກໍຈະລະອາຍໃຈຕົນເອງຢ່າງທີ່ສຸດ ແລະ ເຈົ້າຈະລົງໂທດຕົນເອງ. ມື້ນີ້, ເຈົ້າບໍ່ໄດ້ຖືກລົງວິໄນ ຫຼື ເຈົ້າບໍ່ໄດ້ຖືກລົງໂທດ; ເນື້ອໜັງຂອງເຈົ້າປອດໄພ ແລະ ເປັນປົກກະຕິດີ, ແຕ່ໃນທີ່ສຸດ ພຣະທຳເຫຼົ່ານີ້ຈະນໍາເຈົ້າໄປສູ່ຄວາມອັບອາຍ. ຈົນເຖິງປັດຈຸບັນ, ເຮົາຍັງບໍ່ໄດ້ຂ້ຽນຕີຜູ້ໃດຜູ້ໜຶ່ງຢ່າງເປີດເຜີຍ; ພຣະທຳຂອງເຮົາອາດຮຸນແຮງ, ແຕ່ຈະໃຫ້ເຮົາປະຕິບັດແນວໃດຕໍ່ຜູ້ຄົນ? ເຮົາຜະເຊີນກັບພວກເຂົາ ແລະ ຕໍານິຕິເຕືອນພວກເຂົາ ແລະ ຕັກເຕືອນພວກເຂົາ. ເຮົາເຮັດແບບນີ້ບໍ່ແມ່ນຍ້ອນເຫດຜົນອື່ນໃດ ນອກຈາກເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ. ພວກເຈົ້າບໍ່ເຂົ້າໃຈເຈດຕະນາຂອງເຮົາແທ້ບໍ? ພວກເຈົ້າຄວນເຂົ້າໃຈໃນສິ່ງທີ່ເຮົາເວົ້າ ແລະ ຄວນຖືກກະຕຸ້ນໂດຍສິ່ງນັ້ນ. ມີພຽງແຕ່ຕອນນີ້ເທົ່ານັ້ນຈຶ່ງມີຫຼາຍຄົນທີ່ເຂົ້າໃຈ. ນີ້ບໍ່ແມ່ນພອນຂອງການເປັນຕົວປະກອບບໍ? ການເປັນຕົວປະກອບບໍ່ແມ່ນສິ່ງທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ໃນທີ່ສຸດແລ້ວ ເມື່ອພວກເຈົ້າໄປເຜີຍແຜ່ຂ່າວປະເສີດ, ພວກເຈົ້າຈະເວົ້າແບບນີ້: “ພວກເຮົາເປັນຕົວປະກອບທຳມະດາ”. ພວກເຂົາຈະຖາມເຈົ້າວ່າ “ມັນໝາຍຄວາມວ່າແນວໃດທີ່ເຈົ້າເປັນຕົວປະກອບທີ່ທຳມະດາ?” ແລ້ວເຈົ້າຈະເວົ້າວ່າ: “ພວກເຮົາເປັນຕົວປະກອບໃນພາລະກິດຂອງພຣະເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ອຸປະນິໄສອັນຊອບທຳທັງໝົດຂອງພຣະເຈົ້າຖືກເປີດເຜີຍສູ່ສາທາລະນະຍ້ອນຄວາມກະບົດຂອງພວກເຮົາ; ພວກເຮົາຄືອຸປະກອນຮັບໃຊ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ພວກເຮົາເປັນສ່ວນຫ້ອຍທ້າຍໃນພາລະກິດຂອງພຣະອົງ ແລະ ຍັງເປັນເຄື່ອງມືຂອງພາລະກິດນັ້ນ”. ເມື່ອພວກເຂົາໄດ້ຍິນສິ່ງນັ້ນ, ພວກເຂົາກໍຈະປະຫຼາດໃຈ. ຕໍ່ໄປ ເຈົ້າກໍຈະເວົ້າວ່າ: “ພວກເຮົາແມ່ນຕົວຢ່າງ ແລະ ແບບຢ່າງສຳລັບການສຳເລັດພາລະກິດແຫ່ງຈັກກະວານທັງປວງຂອງພຣະເຈົ້າ ແລະ ສຳລັບການເອົາຊະນະມະນຸດຊາດທັງປວງຂອງພຣະອົງ. ສະຫຼຸບແລ້ວກໍຄື ບໍ່ວ່າພວກເຮົາບໍລິສຸດ ຫຼື ສົກກະປົກ, ພວກເຮົາກໍຍັງຈະໄດ້ຮັບພອນຫຼາຍກວ່າພວກເຈົ້າ, ຍ້ອນພວກເຮົາໄດ້ເຫັນພຣະເຈົ້າ ແລະ ຜ່ານທາງໂອກາດທີ່ພຣະອົງເອົາຊະນະພວກເຮົາ, ລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຖືກສະແດງອອກ; ມັນເປັນຍ້ອນພວກເຮົາສົກກະປົກ ແລະ ເສື່ອມຊາມເທົ່ານັ້ນ, ອຸປະນິໄສອັນຊອບທຳຂອງພຣະອົງຈຶ່ງປາກົດອອກມາ. ພວກເຈົ້າສາມາດເປັນພະຍານແບບນັ້ນຕໍ່ພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າບໍ? ພວກເຈົ້າບໍ່ມີຄຸນສົມບັດ! ນີ້ບໍ່ແມ່ນຫຍັງເລີຍ ນອກຈາກການທີ່ພຣະເຈົ້າຍົກພວກເຮົາໃຫ້ສູງຂຶ້ນ! ເຖິງແມ່ນພວກເຮົາອາດອວດດີ, ພວກເຮົາກໍສາມາດສັນລະເສີນພຣະເຈົ້າຢ່າງພູມໃຈ ຍ້ອນບໍ່ມີຜູ້ໃດສາມາດສືບທອດສັນຍາອັນຍິ່ງໃຫຍ່ດັ່ງກ່າວ ແລະ ບໍ່ມີຜູ້ໃດສາມາດໄດ້ຮັບພອນອັນຍິ່ງໃຫຍ່ດັ່ງກ່າວ. ພວກເຮົາຮູ້ສຶກດີໃຈຫຼາຍທີ່ພວກເຮົາ ຜູ້ທີ່ສົກກະປົກຫຼາຍ ໄດ້ສາມາດເຮັດໜ້າທີ່ເປັນຕົວປະກອບໃນລະຫວ່າງການຄຸ້ມຄອງຂອງພຣະເຈົ້າ”. ແລ້ວເມື່ອພວກເຂົາຖາມວ່າ “ແມ່ນຫຍັງຄືຕົວຢ່າງ ແລະ ແບບຢ່າງ?” ເຈົ້າກໍເວົ້າວ່າ “ພວກເຮົາແມ່ນຄົນທີ່ກະບົດທີ່ສຸດ ແລະ ສົກກະປົກທີ່ສຸດໃນບັນດາມະນຸດຊາດ; ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງທີ່ສຸດ ແລະ ພວກເຮົາຫຼ້າຫຼັງ ແລະ ມີເນື້ອໜັງທີ່ຕໍ່າຕ້ອຍທີ່ສຸດ. ພວກເຮົາເປັນຕົວຢ່າງແທ້ຈິງຂອງຄົນທີ່ຖືກຊາຕານໃຊ້. ມື້ນີ້ ພວກເຮົາຖືກເລືອກໂດຍພຣະເຈົ້າໃຫ້ເປັນຜູ້ທຳອິດທ່າມກາງມະນຸດຊາດທີ່ຖືກເອົາຊະນະ ແລະ ພວກເຮົາເບິ່ງເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ສືບທອດສັນຍາຂອງພຣະອົງ; ພວກເຮົາຖືກໃຊ້ເພື່ອເອົາຊະນະອີກຫຼາຍຄົນ, ສະນັ້ນ ພວກເຮົາເປັນຕົວຢ່າງ ແລະ ແບບຢ່າງຂອງຄົນທີ່ຖືກເອົາຊະນະໃນບັນດາມະນຸດຊາດ”. ບໍ່ມີຄຳພະຍານໃດທີ່ດີໄປກວ່າຖ້ອຍຄຳເຫຼົ່ານີ້ ແລະ ນີ້ແມ່ນປະສົບການທີ່ດີທີ່ສຸດຂອງເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ