“ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ” ເບິ່ງຕົວຢາງທັງໝົດ

20 ເດືອນກັນຍາ 2019

ເບິ່ງວິດີໂອຂອງຄຣິສຕຽນເພີ່ມເຕີມ:เพลงประสานเสียงคริสเตียน | “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”|ເບິ່ງຕົວຢາງ: ການເຕັ້ນລໍາແທັບ

https://lo.godfootsteps.org/videos/kingdom-anthem-preview-tap-lead-in.html

ເພງແຫ່ງອານາຈັກທີ່ຕື່ນເຕັ້ນຕັນໃຈໄດ້ດັງຂຶ້ນ ເຊິ່ງປະກາດການມາເຖິງຂອງພຣະເຈົ້າທ່າມກາງມະນຸດແກ່ຈັກກະວານທັງປວງ! ອານາຈັກຂອງພຣະເຈົ້າໄດ້ມາເຖິງແລ້ວ! ທຸກຄົນຮ້ອງໂຮ, ທຸກສິ່ງຍິນດີ! ທຸກສິ່ງທົ່ວທັງສະຫວັນເຕັມໄປດ້ວຍຄວາມມ່ວນຊື່ນ. ແມ່ນຫຍັງຄືເຫດການແຫ່ງຄວາມປິຕິຍິນດີທີ່ຈັບໃຈແບບນີ້?

ທ່າມກາງມະນຸດ, ແມ່ນໃຜທີ່ດຳລົງຊີວິດຢູ່ໃນຄວາມເຈັບປວດ ແລະ ໄດ້ອົດກັ້ນກັບຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ຜູ້ທີ່ບໍ່ປາຖະໜາ, ບໍ່ໃຝ່ຝັນຫາການມາເຖິງຂອງພຣະເຈົ້າ? ມີຜູ້ເຊື່ອ ແລະ ຜູ້ຕິດຕາມຂອງພຣະເຈົ້າຈັກຄົນໃນຍຸກຕ່າງໆ ທີ່ໄດ້ອົດກັ້ນຕໍ່ການທົນທຸກ ແລະ ຄວາມລໍາບາກ, ການຂົມເຫັງ ແລະ ຄວາມແຕກແຍກ ພາຍໃຕ້ອິດທິພົນຂອງຊາຕານ? ແມ່ນໃຜແດ່ທີ່ບໍ່ຫວັງໃຫ້ອານາຈັກຂອງພຣະເຈົ້າມາໄວໆນີ້? ເມື່ອໄດ້ຊີມລົດຊາດແຫ່ງຄວາມສຸກ ແລະ ຄວາມໂສກເສົ້າຂອງຄວາມເປັນມະນຸດ, ມີມະນຸດຊາດຄົນໃດແດ່ທີ່ບໍ່ປາຖະໜາຫາຄວາມຈິງ ແລະ ຄວາມຊອບທຳເພື່ອມີອຳນາດທ່າມກາງມະນຸດ?

ເມື່ອອານາຈັກຂອງພຣະເຈົ້າມາເຖິງ, ມື້ທີ່ປະຊາຊາດ ແລະ ທຸກຄົນລໍຄອຍຢ່າງເອົາເປັນເອົາຕາຍກໍຈະມາເຖິງໃນທີ່ສຸດ! ໃນເວລານີ້, ແມ່ນຫຍັງຈະເປັນເຫດການທ່າມກາງທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກ? ຊີວິດໃນອານາຈັກຈະສວຍງາມພຽງໃດ? ຍ້ອນ “ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ”, ຄຳອະທິຖານແຫ່ງພັນປີຈະກາຍເປັນຈິງ!

ຟ້າແມບເຫຼື້ອມ ທິດຕາເວັນອອກ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຂຶ້ນເນື່ອງຈາກການປາກົດຕົວ ແລະ ກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການກັບມາຄັ້ງທີສອງຂອງພຣະເຍຊູ, ພຣະຄຣິດແຫ່ງຍຸກສຸດທ້າຍ. ຄຣິສຕະຈັກແມ່ນປະກອບມີຜູ້ຄົນທັງໝົດທີ່ຍອມຮັບເອົາກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ແລະ ຜູ້ຖືກເອົາຊະນະໃຈ ແລະ ຊ່ວຍໃຫ້ລອດພົ້ນໂດຍພຣະທໍາຂອງພຣະອົງ. ຄຣິສຕະຈັກແມ່ນຖືກກໍ່ຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເອງ ແລະ ພຣະອົງເປັນຜູ້ນຳພາເໝືອນດັ່ງຄົນລ້ຽງແກະ. ແນ່ນອນວ່າຄຣິສຕະຈັກບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດ. ພຣະຄຣິດຄືຄວາມຈິງ, ຄືວິທີທາງ ແລະ ຄືຊີວິດ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ. ເມື່ອທ່ານອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທ່ານຈະເຫັນວ່າພຣະເຈົ້າໄດ້ປາກົດຕົວແລ້ວ.

ຄຳຖະແຫຼງພິເສດ: ວິດີໂອນີ້ຖືກສ້າງຂຶ້ນເປັນເນື້ອຫາທີ່ບໍ່ຫວັງຜົນກຳໄລ ໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະແດງທີ່ປາກົດໃນວິດີໂອນີ້ກຳລັງສະແດງແບບບໍ່ຫວັງຜົນກຳໄລ ແລະ ບໍ່ໄດ້ຮັບຄ່າຈ້າງໃດໆ. ວິດີໂອນີ້ຈະບໍ່ອະນຸດຍາດໃຫ້ແຈກຢາຍຕໍ່ໃຫ້ພາກສ່ວນທີສາມເພື່ອຫວັງຜົນກຳໄລໃດໆທັງສິ້ນ; ພວກເຮົາຫວັງວ່າທຸກຄົນຈະແບ່ງປັນ ແລະ ແຈກຢາຍມັນໂດຍບໍ່ຄິດຄ່າ. ກະລຸນາໃຫ້ເຄຣດິດແກ່ແຫຼ່ງຂໍ້ມູນໃນເວລາແຈກຢາຍມັນ. ໂດຍບໍ່ມີການຍິນຍອມເຫັນດີນໍາຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ບໍ່ມີອົງການ, ກຸ່ມສັງຄົມ ຫຼື ບຸກຄົນໃດຈະສາມາດປ່ຽນແປງ ຫຼື ບິດເບືອນເນື້ອຫາຂອງວິດີໂອນີ້ໄດ້.

ເນື້ອໃນທັງໝົດຂອງວິດີໂອນີ້ໄດ້ຮັບການແປ ໂດຍນັກແປພາສາມືອາຊີບ. ຢ່າງໃດກໍຕາມ ເນື່ອງຈາກຄວາມແຕກຕ່າງຂອງພາສາ ແລະ ອື່ນໆ ຄວາມຜິດພາດເລັກນ້ອຍໃນການແປອາດຈະຍັງເປັນສິ່ງທີ່ປາສະຈາກບໍ່ໄດ້. ຖ້າທ່ານພົບເຫັນຂໍ້ຜິດພາດດັ່ງກ່າວ ກະລຸນາຖືເອົາຕົ້ນສະບັບທີ່ເປັນພາສາຈີນເປັນບ່ອນອ້າງອີງ ແລະ ກະລຸນາຕິດຕໍ່ຫາພວກເຮົາເພື່ອແຈ້ງໃຫ້ພວກເຮົາຊາບດ້ວຍ.

ບາງເນື້ອຫາໃນວິດີໂອນີ້ມາຈາກ:https://www.holyspiritspeaks.org/special-topic/kingdom-has-descended-on-the-world/copyright_en.html

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ