ເພງຄຣິດສະຕຽນ “ຂໍໃຫ້ພວກເຮົາທຸກຄົນຮູ້ເຖິງຄວາມໜ້າຮັກຂອງພຣະເຈົ້າ” ສຽງແຫ່ງການສັນລະເສີນ 2026

18 ເດືອນມັງກອນ 2026

1

ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງແກ່ພວກເຮົາ, ເພື່ອວ່າພວກເຮົາທຸກຄົນຈະສາມາດຮູ້ຈັກຄວາມໜ້າຮັກຂອງພຣະອົງ, ຮັກພຣະເຈົ້າຂອງພວກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຮົາ ແລະ ສະແດງຄວາມຮັກທີ່ພວກເຮົາທຸກຄົນມີຕໍ່ພຣະເຈົ້າໃນຕຳແໜ່ງທີ່ແຕກຕ່າງກັນຂອງພວກເຮົາ; ຂໍໃຫ້ພຣະເຈົ້າປະທານຫົວໃຈທີ່ໝັ້ນຄົງທີ່ມີຄວາມຮັກແທ້ຈິງສຳລັບພຣະອົງໃຫ້ແກ່ພວກເຮົາ, ນີ້ຄືສິ່ງທີ່ພຣະເຈົ້າຫວັງໄວ້. ພວກເຮົາຜູ້ທີ່ເກີດໃນແຜ່ນດິນແຫ່ງຄວາມໂສໂຄກນີ້ ໄດ້ຮັບຄວາມທຸກທໍລະມານຢ່າງສາຫັດຈາກການຂົ່ມເຫັງຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ດ້ວຍເຫດນີ້ ຈຶ່ງເກີດຄວາມກຽດຊັງຕໍ່ມັນ. ມັນໄດ້ກີດຂວາງຫົວໃຈທີ່ຮັກພຣະເຈົ້າຂອງພວກເຮົາ ແລະ ຊັກຈູງຄວາມໂລພາຂອງພວກເຮົາສຳລັບເສັ້ນທາງໃນອະນາຄົດຂອງພວກເຮົາ. ມັນລໍ້ລວງໃຫ້ພວກເຮົາຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ມັນຄືມັງກອນແດງທີ່ຍິ່ງໃຫຍ່ທີ່ໄດ້ນຳພາພວກເຮົາຢ່າງຜິດໆ, ເຮັດໃຫ້ພວກເຮົາເສື່ອມຊາມ ແລະ ຢຽບຢໍ່າພວກເຮົາຈົນເຖິງປັດຈຸບັນ, ຈົນເຖິງຈຸດທີ່ພວກເຮົາບໍ່ສາມາດຕອບແທນຄວາມຮັກຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຮົາ ແລະ ເຖິງແມ່ນວ່າພວກເຮົາຕ້ອງການຮັກພຣະເຈົ້າໃນຫົວໃຈຂອງພວກເຮົາ, ພວກເຮົາກໍບໍ່ສາມາດຄວບຄຸມການກະທໍາຂອງພວກເຮົາເອງ ແລະ ບໍ່ມີເຫື່ອແຮງຈັກໜ້ອຍເລີຍ.

2

ພວກເຮົາຜູ້ທີ່ເກີດໃນແຜ່ນດິນແຫ່ງຄວາມໂສໂຄກນີ້ ໄດ້ຮັບຄວາມທຸກທໍລະມານຢ່າງສາຫັດຈາກການຂົ່ມເຫັງຂອງມັງກອນແດງທີ່ຍິ່ງໃຫຍ່. ພວກເຮົາທຸກຄົນລ້ວນແຕ່ເປັນຜູ້ຖືກເຄາະຮ້າຍຂອງມັນ. ດ້ວຍເຫດຜົນນີ້, ພວກເຮົາຈຶ່ງກຽດຊັງມັນເຂົ້າກະດູກດໍາ ແລະ ໄດ້ແຕ່ລໍຖ້າໃຫ້ພຣະເຈົ້າທໍາລາຍມັນ. ພວກເຮົາຄວນຕັ້ງໃຈໃນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ນັ້ນກໍຄື ການຮັກພຣະອົງ. ນີ້ຄືເສັ້ນທາງທີ່ພວກເຮົາຄວນຍ່າງ. ມັນຄືວິທີທີ່ພວກເຮົາຄວນໃຊ້ຊີວິດຂອງພວກເຮົາ. ພວກເຮົາຕ້ອງຖືເອົາການປະຕິບັດຕາມຄວາມປະສົງຂອງພຣະເຈົ້າເປັນເປົ້າໝາຍຂອງພວກເຮົາ ແລະ ດໍາເນີນຊີວິດທີ່ມີຄວາມໝາຍອັນສະຫວ່າງສະໄຫວ ແລະ ຮຸ່ງເຮືອງ. ດ້ວຍວິທີນັ້ນ, ພວກເຮົາຈະສາມາດຕາຍໄດ້ໂດຍບໍ່ມີຄວາມເສຍໃຈ ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນ ພວກເຮົາຈຶ່ງຈະຮູ້ສຶກອີ່ມເອມໃຈ. ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງແກ່ພວກເຮົາ, ເພື່ອວ່າພວກເຮົາທຸກຄົນຈະສາມາດຮູ້ຈັກຄວາມໜ້າຮັກຂອງພຣະອົງ, ຮັກພຣະເຈົ້າຂອງພວກເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຮົາ ແລະ ສະແດງຄວາມຮັກທີ່ພວກເຮົາທຸກຄົນມີຕໍ່ພຣະເຈົ້າໃນຕຳແໜ່ງທີ່ແຕກຕ່າງກັນຂອງພວກເຮົາ; ຂໍໃຫ້ພຣະເຈົ້າປະທານຫົວໃຈທີ່ໝັ້ນຄົງທີ່ມີຄວາມຮັກແທ້ຈິງສຳລັບພຣະອົງໃຫ້ແກ່ພວກເຮົາ.

(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເສັ້ນທາງ... (2))

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ