ພຣະທຳປະຈຳວັນຂອງພຣະເຈົ້າ | "ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III" | ຄັດຕອນ 74

26 ເດືອນຕຸລາ 2020

ແມ່ນຫຍັງຄືການທົນທຸກທີ່ພຣະເຈົ້າໄດ້ຜະເຊີນເມື່ອພຣະອົງກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດ? ແມ່ນຫຍັງຄືການທົນທຸກນີ້? ມີຜູ້ໃດເຂົ້າໃຈຢ່າງແທ້ຈິງບໍ? ບາງຄົນເວົ້າວ່າ ພຣະເຈົ້າທົນທຸກຢ່າງໃຫຍ່ຫຼວງ, ເຖິງແມ່ນພຣະອົງເປັນພຣະເຈົ້າເອງ, ຜູ້ຄົນກໍບໍ່ເຂົ້າໃຈເຖິງແກ່ນແທ້ຂອງພຣະອົງ, ແຕ່ມັກຈະປະຕິບັດຕໍ່ພຣະອົງຄືກັບບຸກຄົນໃດໜຶ່ງ, ເຮັດໃຫ້ພຣະອົງຮູ້ສຶກເສົ້າເສຍໃຈ ແລະ ຜິດ, ພວກເຂົາເວົ້າວ່າວ່າ ຍ້ອນເຫດຜົນເຫຼົ່ານີ້ ການທົນທຸກຂອງພຣະເຈົ້າຈຶ່ງຍິ່ງໃຫຍ່ຢ່າງແທ້ຈິງ. ບາງຄົນເວົ້າວ່າ ພຣະເຈົ້າໄຮ້ດຽງສາ ແລະ ປາສະຈາກຄວາມຜິດບາບ, ແຕ່ວ່າພຣະອົງໄດ້ທົນທຸກໃນທາງດຽວກັນກັບມະນຸດຊາດ, ພຣະອົງທົນທຸກກັບການຂົ່ມເຫັງ, ການໃສ່ຮ້າຍປ້າຍສີ ແລະ ຄວາມອັບອາຍຄຽງຂ້າງມະນຸດຊາດ; ພວກເຂົາເວົ້າວ່າ ພຣະອົງຍັງອົດກັ້ນຕໍ່ການເຂົ້າໃຈຜິດ ແລະ ການບໍ່ເຊື່ອຟັງຂອງຜູ້ຕິດຕາມຂອງພຣະອົງອີກ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າ ການທົນທຸກຂອງພຣະອົງແມ່ນບໍ່ສາມາດວັດແທກໄດ້ແທ້ໆ. ມັນເບິ່ງຄືກັບວ່າພວກເຈົ້າບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງເລີຍ. ໃນຄວາມເປັນຈິງແລ້ວ, ການທົນທຸກນີ້ທີ່ພວກເຈົ້າເວົ້າເຖິງບໍ່ນັບວ່າເປັນການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າ, ຍ້ອນມີການທົນທຸກທີ່ຍິ່ງໃຫຍ່ກວ່ານີ້. ແລ້ວແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າເອງ? ແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ມະນຸດຊາດທີ່ບໍ່ເຂົ້າໃຈພຣະອົງແມ່ນບໍ່ນັບວ່າເປັນການທົນທຸກ ແລະ ຜູ້ຄົນທີ່ມີຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ບໍ່ເຫັນວ່າພຣະອົງເປັນພຣະເຈົ້າກໍບໍ່ຖືວ່າເປັນການທົນທຸກ. ເຖິງຢ່າງໃດກໍຕາມ, ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າຕ້ອງທົນທຸກກັບຄວາມບໍ່ຍຸຕິທຳຢ່າງໃຫຍ່ຫຼວງ, ໃນລະຫວ່າງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ພຣະອົງບໍ່ສາມາດສະແດງຕົວຕົນຂອງພຣະອົງໃຫ້ແກ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພຣະເຈົ້າລີ້ຢູ່ຢ່າງຖ່ອມຕົນໃນເນື້ອໜັງທີ່ເລັກນ້ອຍ, ສິ່ງນີ້ຕ້ອງເປັນການທໍລະມານຢ່າງໃຫຍ່ຫຼວງສຳລັບພຣະອົງ. ຜູ້ຄົນເອົາໃຈໃສ່ໃນສິ່ງທີ່ພວກເຂົາສາມາດເຂົ້າໃຈ ແລະ ສິ່ງທີ່ພວກເຂົາສາມາດເຫັນຈາກການທົນທຸກຂອງພຣະເຈົ້າ ແລະ ຖ່າຍທອດຄວາມເຫັນອົກເຫັນໃຈທຸກປະເພດຕໍ່ພຣະເຈົ້າ ແລະ ເຖິງກັບໃຫ້ຄຳຍົກຍ້ອງເລັກໆນ້ອຍໆສຳລັບການທົນທຸກຂອງພຣະອົງຢູ່ເລື້ອຍໆ. ໃນຄວາມເປັນຈິງແລ້ວ ມັນມີຄວາມແຕກຕ່າງກັນ; ມີຊ່ອງວ່າງລະຫວ່າງສິ່ງທີ່ຜູ້ຄົນເຂົ້າໃຈກ່ຽວກັບການທົນທຸກຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮູ້ສຶກຢ່າງແທ້ຈິງ. ເຮົາກຳລັງບອກພວກເຈົ້າຄວາມຈິງ, ຍ້ອນສຳລັບພຣະເຈົ້າແລ້ວ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ການທົນທຸກທີ່ໄດ້ບັນຍາຍຢູ່ຂ້າງເທິງບໍ່ແມ່ນການທົນທຸກທີ່ແທ້ຈິງ. ແລ້ວແມ່ນຫຍັງຄືສິ່ງທີ່ພຣະເຈົ້າທົນທຸກຢ່າງແທ້ຈິງ? ໃຫ້ພວກເຮົາເວົ້າກ່ຽວກັບການທົນທຸກຂອງພຣະເຈົ້າ ຈາກທັດສະນະຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ.

ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ກາຍມາເປັນຄົນທຳມະດາ, ສາມັນ, ດຳລົງຊີວິດຢູ່ຄຽງຂ້າງຜູ້ຄົນໃນທ່າມກາງມະນຸດຊາດ, ພຣະອົງບໍ່ສາມາດເຫັນ ແລະ ຮູ້ສຶກເຖິງວິທີການ, ກົດເກນ ແລະ ປັດສະຢາສຳລັບການດຳລົງຊີວິດຂອງຜູ້ຄົນບໍ? ວິທີການ ແລະ ກົດເກນເຫຼົ່ານີ້ສຳລັບການດຳລົງຊີວິດເຮັດໃຫ້ພຣະອົງຮູ້ສຶກແນວໃດ? ພຣະອົງຮູ້ສຶກເຖິງຄວາມກຽດຊັງໃນຫົວໃຈຂອງພຣະອົງບໍ? ເປັນຫຍັງພຣະອົງຈຶ່ງຮູ້ສຶກເຖິງຄວາມກຽດຊັງ? ແມ່ນຫຍັງຄືວິທີການ ແລະ ກົດເກນສຳລັບການດຳລົງຊີວິດຂອງມະນຸດຊາດ? ແມ່ນຫຍັງຄືຫຼັກການທີ່ພວກເຂົາຍຶດຖື? ພວກເຂົາອີງໃສ່ບົນພື້ນຖານຫຍັງ? ວິທີການ, ກົດເກນຂອງມະນຸດ ແລະ ອື່ນໆອີກ ທີ່ກ່ຽວຂ້ອງກັບວິທີການດຳລົງຊີວິດ, ທຸກສິ່ງເຫຼົ່ານີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຂອງເຫດຜົນ, ຄວາມຮູ້ ແລະ ປັດຊະຢາຂອງຊາຕານ. ມະນຸດທີ່ດຳລົງຊີວິດພາຍໃຕ້ກົດເກນປະເພດເຫຼົ່ານີ້ບໍ່ມີຄວາມເປັນມະນຸດ, ບໍ່ມີຄວາມຈິງ, ພວກເຂົາລ້ວນແລ້ວແຕ່ຝ່າຝືນຄວາມຈິງ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ຖ້າພວກເຮົາເບິ່ງແກ່ນແທ້ຂອງພຣະເຈົ້າ, ພວກເຮົາກໍຈະເຫັນໄດ້ວ່າ ແກ່ນແທ້ຂອງພຣະອົງແມ່ນກົງກັນຂ້າມກັບເຫດຜົນ, ຄວາມຮູ້ ແລະ ປັດຊະຢາຂອງຊາຕານທັງໝົດ. ແກ່ນແທ້ຂອງພຣະອົງແມ່ນເຕັມໄປດ້ວຍຄວາມຊອບທຳ, ຄວາມຈິງ ແລະ ຄວາມບໍລິສຸດ ແລະ ຄວາມເປັນຈິງອື່ນໆທີ່ກ່ຽວຂ້ອງກັບທຸກສິ່ງທີ່ເປັນບວກ. ພຣະເຈົ້າຜູ້ທີ່ມີແກ່ນແທ້ນີ້ ແລະ ດຳລົງຊີວິດທ່າມກາງມະນຸດຊາດດັ່ງກ່າວ ຮູ້ສຶກແນວໃດ? ພຣະອົງຮູ້ສຶກແນວໃດໃນຫົວໃຈຂອງພຣະອົງ? ພຣະອົງບໍ່ໄດ້ເຕັມໄປດ້ວຍຄວາມເຈັບປວດບໍ? ຫົວໃຈຂອງພຣະອົງເຈັບປວດ, ເປັນຄວາມເຈັບປວດທີ່ບໍ່ມີຜູ້ໃດສາມາດເຂົ້າໃຈ ຫຼື ເຄີຍພົບພໍ້. ນີ້ກໍຍ້ອນທຸກສິ່ງທີ່ພຣະອົງໄດ້ພົບ, ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບລ້ວນແລ້ວແຕ່ເປັນຄວາມເສື່ອມຊາມ, ຄວາມຊົ່ວຮ້າຍຂອງມະນຸດຊາດ ແລະ ຄວາມກະບົດຂອງພວກເຂົາ ແລະ ການຕໍ່ຕ້ານຄວາມຈິງ. ທຸກສິ່ງທີ່ມາຈາກມະນຸດແມ່ນແຫຼ່ງກຳເນີດຂອງການທົນທຸກຂອງພຣະອົງ. ນັ້ນໝາຍຄວາມວ່າ ຍ້ອນແກ່ນແທ້ຂອງພຣະອົງບໍ່ຄືກັບມະນຸດທີ່ເສື່ອມຊາມ, ຄວາມເສື່ອມຊາມຂອງມະນຸດຈຶ່ງກາຍມາເປັນແຫຼ່ງກຳເນີດຂອງການທົນທຸກຢ່າງໃຫຍ່ຫຼວງທີ່ສຸດຂອງພຣະອົງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງສາມາດຄົ້ນພົບຜູ້ຄົນທີ່ເວົ້າພາສາດຽວກັນກັບພຣະອົງບໍ? ພຣະອົງບໍ່ສາມາດຄົ້ນພົບຜູ້ຄົນດັ່ງກ່າວໃນທ່າມກາງມະນຸດຊາດ. ບໍ່ສາມາດຄົ້ນພົບຜູ້ໃດທີ່ສາມາດສື່ສານ ຫຼື ສາມາດສົນທະນາແບບນີ້ກັບພຣະເຈົ້າໄດ້ເລີຍ, ເຈົ້າວ່າພຣະເຈົ້າຈະມີຄວາມຮູ້ສຶກແບບໃດກ່ຽວກັບສິ່ງນີ້? ສິ່ງຕ່າງໆທີ່ຜູ້ຄົນສົນທະນາ, ຮັກ, ສະແຫວງຫາ ແລະ ປາຖະໜາລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຜິດບາບ ແລະ ແນວໂນ້ມທີ່ຊົ່ວຮ້າຍ. ເມື່ອພຣະເຈົ້າຜະເຊີນກັບທຸກສິ່ງນີ້, ມັນບໍ່ເປັນຄືກັບມີດທີ່ແທງຫົວໃຈຂອງພຣະອົງບໍ? ເມື່ອຜະເຊີນກັບສິ່ງຕ່າງໆເຫຼົ່ານີ້, ພຣະອົງຈະສາມາດມີຄວາມປິຕິຍິນດີໃນຫົວໃຈຂອງພຣະອົງໄດ້ບໍ? ພຣະອົງຈະສາມາດພົບການປອບໃຈໄດ້ບໍ? ຄົນທີ່ດຳລົງຊີວິດກັບພຣະອົງແມ່ນມະນຸດທີ່ເຕັມໄປດ້ວຍຄວາມກະບົດ ແລະ ຄວາມຊົ່ວຮ້າຍ, ຫົວໃຈຂອງພຣະອົງຈະບໍ່ທົນທຸກໄດ້ແນວໃດ? ການທົນທຸກນີ້ຍິ່ງໃຫຍ່ສໍ່າໃດກັນແທ້ ແລະ ຜູ້ໃດຈະສົນໃຈມັນ? ຜູ້ໃດຈະເອົາໃຈໃສ່? ແລ້ວຜູ້ໃດສາມາດເຫັນຄຸນຄ່າມັນໄດ້? ຜູ້ຄົນບໍ່ມີທາງເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້. ການທົນທຸກຂອງພຣະອົງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດເຫັນຄຸນຄ່າໂດຍສະເພາະ ແລະ ຄວາມເຢັນຊາ, ຄວາມດ້ານຊາຂອງມະນຸດຊາດເຮັດໃຫ້ການທົນທຸກຂອງພຣະເຈົ້າໜັກຍິ່ງຂຶ້ນ.

ມີບາງຄົນທີ່ມັກເຫັນອົກເຫັນໃຈສະພາບອັນລຳບາກຂອງພຣະຄຣິດຍ້ອນມີຂໍ້ໜຶ່ງໃນພຣະຄຳພີທີ່ກ່າວວ່າ: “ໝາຈອກກໍມີຮູ ແລະ ນົກກໍມີຮັງ; ແຕ່ບຸດມະນຸດບໍ່ມີບ່ອນວາງຫົວຂອງພຣະອົງເລີຍ”. ເມື່ອຜູ້ຄົນໄດ້ຍິນສິ່ງນີ້, ພວກເຂົາກໍເກັບມັນໃສ່ໃຈ ແລະ ເຊື່ອວ່ານີ້ຄືການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ອົດກັ້ນ ແລະ ການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະຄຣິດໄດ້ອົດກັ້ນ. ບັດນີ້ ມາເບິ່ງສິ່ງນີ້ຈາກທັດສະນະຂອງຂໍ້ແທ້ຈິງ, ສິ່ງນັ້ນເປັນຄວາມຈິງບໍ? ບໍ່; ພຣະເຈົ້າບໍ່ເຊື່ອວ່າຄວາມຫຍຸ້ງຍາກເຫຼົ່ານີ້ເປັນການທົນທຸກ. ພຣະອົງບໍ່ເຄີຍຮ້ອງໄຫ້ອອກມາຕໍ່ຄວາມບໍ່ຍຸຕິທຳ ຍ້ອນຄວາມຫຍຸ້ງຍາກຂອງເນື້ອໜັງຂອງພຣະອົງ ແລະ ພຣະອົງບໍ່ເຄີຍເຮັດໃຫ້ມະນຸດຕອບແທນ ຫຼື ໃຫ້ລາງວັນພຣະອົງດ້ວຍສິ່ງໃດສິ່ງໜຶ່ງ. ເຖິງຢ່າງໃດກໍຕາມ ເມື່ອພຣະອົງໄດ້ເຫັນທຸກສິ່ງກ່ຽວກັບມະນຸດຊາດ ແລະ ຊີວິດທີ່ເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດທີ່ເສື່ອມຊາມ, ເມື່ອພຣະອົງໄດ້ເຫັນວ່າ ມະນຸດຊາດຢູ່ໃນກຳມືຂອງຊາຕານ ແລະ ຖືກຈັບກຸມໂດຍຊາຕານ ແລະ ບໍ່ສາມາດຫຼົບໜີໄດ້, ຜູ້ຄົນທີ່ດຳລົງຊີວິດຢູ່ໃນຄວາມຜິດບາບບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ພຣະອົງກໍບໍ່ສາມາດທົນຕໍ່ຄວາມຜິດບາບທັງໝົດເຫຼົ່ານີ້ໄດ້. ຄວາມກຽດຊັງມະນຸດຂອງພຣະອົງເພີ່ມຂຶ້ນທຸກມື້, ແຕ່ພຣະອົງກໍຕ້ອງອົດກັ້ນຕໍ່ທຸກສິ່ງນີ້. ນີ້ແມ່ນການທົນທຸກອັນຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຈົ້າບໍ່ສາມາດສະແດງແມ່ນແຕ່ສຽງຫົວໃຈຂອງພຣະອົງ ຫຼື ຄວາມຮູ້ສຶກຂອງພຣະອົງອອກທ່າມກາງຜູ້ຕິດຕາມຂອງພຣະອົງໄດ້ຢ່າງຄົບຖ້ວນ ແລະ ບໍ່ມີຜູ້ໃດທ່າມກາງຜູ້ຕິດຕາມຂອງພຣະອົງສາມາດເຂົ້າໃຈການທົນທຸກຂອງພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີຜູ້ໃດແມ່ນແຕ່ພະຍາຍາມ ຫຼື ປອບໃຈພຣະອົງ ເຊິ່ງໄດ້ອົດກັ້ນຕໍ່ການທົນທຸກມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ ແລະ ຄັ້ງແລ້ວຄັ້ງເລົ່າ. ພວກເຈົ້າໄດ້ເຫັນຫຍັງໃນສິ່ງນີ້? ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກມະນຸດເພື່ອຕອບແທນສິ່ງທີ່ພຣະອົງໄດ້ມອບໃຫ້, ແຕ່ຍ້ອນແກ່ນແທ້ຂອງພຣະເຈົ້າ, ພຣະອົງບໍ່ສາມາດອົດທົນຕໍ່ຄວາມຊົ່ວຮ້າຍ, ຄວາມເສື່ອມຊາມ ແລະ ຄວາມຜິດບາບຂອງມະນຸດຊາດແທ້ໆ ແລະ ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດ ແລະ ກຽດຊັງທີ່ສຸດ ເຊິ່ງພາໃຫ້ຫົວໃຈຂອງພຣະເຈົ້າ ແລະ ເນື້ອໜັງຂອງພຣະອົງໄດ້ອົດກັ້ນກັບການທົນທຸກຢ່າງບໍ່ສຸດສິ້ນ. ພວກເຈົ້າໄດ້ເຫັນສິ່ງນີ້ບໍ? ສ່ວນໃຫຍ່ ບໍ່ມີຜູ້ໃດສາມາດເຫັນສິ່ງນີ້ໄດ້, ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດເຂົ້າໃຈພຣະເຈົ້າຢ່າງແທ້ຈິງ. ດົນໄປ ເຈົ້າຈະຜະເຊີນມັນດ້ວຍຕົວເຈົ້າເອງເທື່ອລະໜ້ອຍ.

ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ

ເບິ່ງເພີ່ມເຕີມ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

Leave a Reply

ແບ່ງປັນ

ຍົກເລີກ

ຕິດຕໍ່ພວກເຮົາຜ່ານທາງ Messenger