ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 123

21 ເດືອນເມສາ 2021

ຊ່ວງເວລາທີສອງ: ການເຕີບໃຫຍ່

ຂຶ້ນຢູ່ກັບວ່າພວກເຂົາເກີດຢູ່ໃນຄອບຄົວແບບໃດ, ຄົນເຕີບໃຫຍ່ຂຶ້ນໃນເຮືອນທີ່ມີສະພາບແວດລ້ອມແຕກຕ່າງກັນ ແລະ ຮຽນຮູ້ບົດຮຽນທີ່ແຕກຕ່າງກັນຈາກພໍ່ແມ່ຂອງພວກເຂົາ. ປັດໃຈເຫຼົ່ານີ້ກຳນົດສະພາບໃນການເຕີບໃຫຍ່ຂອງຜູ້ຄົນ ແລະ ການເຕີບໃຫຍ່ຂຶ້ນຄືຕົວແທນຊ່ວງເວລາສຳຄັນທີສອງຂອງຊີວິດຄົນ. ແນ່ນອນ, ຜູ້ຄົນບໍ່ມີທາງເລືອກໃນຊ່ວງເວລານີ້ເຊັ່ນກັນ. ມັນໄດ້ຖືກກຳນົດ ແລະ ຖືກຈັດແຈງໄວ້ລ່ວງໜ້າແລ້ວເຊັ່ນກັນ.

1. ພຣະຜູ້ຊົງສ້າງໄດ້ວາງແຜນເງື່ອນໄຂຕາຍຕົວສຳລັບການເຕີບໂຕເປັນຜູ້ໃຫຍ່ຂອງແຕ່ລະຄົນ

ບຸກຄົນໃດໜຶ່ງບໍ່ສາມາດເລືອກຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆທີ່ພວກເຂົາຈະໄດ້ການອົບຮົມ ແລະ ອິດທິພົນໃນຂະນະທີ່ພວກເຂົາເຕີບໃຫຍ່. ຄົນເຮົາບໍ່ສາມາດເລືອກໄດ້ວ່າຄວາມຮູ້ໃດ ຫຼື ທັກສະໃດທີ່ຄົນເຮົາໄດ້ມາ, ນິໄສໃດທີ່ຄົນເຮົາສ້າງຂຶ້ນ. ບໍ່ມີໃຜເວົ້າວ່າໃຜເປັນພໍ່ແມ່ ແລະ ຍາດພີນ້ອງ, ໃນສະພາບແວດລ້ອມແບບໃດທີ່ຄົນເຮົາເຕີບໃຫຍ່ຂຶ້ນ; ຄວາມສຳພັນຂອງບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບໂຕຂອງແຕ່ລະຄົນ ແລະ ວິທີທີ່ພວກມັນມີອິດທິພົນຕໍ່ການພັດທະນາຂອງບຸກຄົນໃດໜຶ່ງລ້ວນແລ້ວແຕ່ຢູ່ເໜືອການຄວບຄຸມຂອງແຕ່ລະຄົນ. ແລ້ວໃຜເປັນຜູ້ຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້? ໃຜເປັນຜູ້ຈັດແຈງພວກມັນ? ເນື່ອງຈາກວ່າຄົນບໍ່ມີທາງເລືອກໃນເລື່ອງນີ້, ເນື່ອງຈາກວ່າພວກເຂົາບໍ່ສາມາດຕັດສິນໃຈໃນສິ່ງຕ່າງໆເຫຼົ່ານີ້ດ້ວຍຕົວພວກເຂົາເອງໄດ້ ແລະ ຍ້ອນວ່າພວກເຂົາບໍ່ໄດ້ມີຮູບຮ່າງໂດຍທຳມະຊາດ, ມັນເຫັນໄດ້ຢ່າງຊັດເຈນແລ້ວວ່າ ການປະຕິຮູບຂອງທຸກຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຢູ່ໃນມືຂອງພຣະຜູ້ຊົງສ້າງ. ແນ່ນອນ, ດັ່ງທີ່ພຣະຜູ້ຊົງສ້າງຈັດແຈງສະພາບການເກີດຂອງແຕ່ລະຄົນ, ເຊັ່ນດຽວກັນ ພຣະອົງກໍຈັດແຈງສະພາບການເຕີບໃຫຍ່ຂອງແຕ່ລະຄົນ. ຖ້າການເກີດຂອງຄົນໃດໜຶ່ງນຳມາເຊິ່ງການປ່ຽນແປງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆອ້ອມຮອບຕົວພວກເຂົາ ການເຕີບໃຫຍ່ ແລະ ການພັດທະນາຂອງບຸກຄົນນັ້ນກໍຈະສົ່ງຜົນກະທົບຕໍ່ພວກເຂົາເຊັ່ນກັນ. ຕົວຢ່າງ: ບາງຄົນເກີດມາໃນຄອບຄົວທີ່ທຸກຍາກ ແຕ່ເຕີບໃຫຍ່ຂຶ້ນອ້ອມຮອບດ້ວຍຄວາມຮັ່ງມີ; ຄົນອື່ນເກີດໃນຄອບຄົວທີ່ຮັ່ງມີ ແຕ່ເຮັດໃຫ້ຄວາມຮັ່ງມີຂອງຄອບຄົວລົດລົງ ດັ່ງນັ້ນພວກເຂົາຈິ່ງເຕີບໃຫຍ່ຂຶ້ນໃນສະພາບແວດລ້ອມທີ່ບໍ່ດີ. ບໍ່ມີການເກີດຂອງໃຜທີ່ຖືກປົກຄອງດ້ວຍກົດລະບຽບຕາຍຕົວ ແລະ ບໍ່ມີໃຜທີ່ເຕີບໃຫຍ່ຂຶ້ນພາຍໃຕ້ສະຖານະການທີ່ຕາຍຕົວ ແລະ ຫຼີກເວັ້ນບໍ່ໄດ້. ນີ້ບໍ່ແມ່ນສິ່ງທີ່ຄົນສາມາດຈິນຕະນາການ ຫຼື ຄວບຄຸມໄດ້; ພວກມັນແມ່ນຜົນຜະລິດແຫ່ງໂຊກຊະຕາຂອງຜູ້ຄົນ ແລະ ໄດ້ຖືກກຳນົດໄວ້ໂດຍໂຊກຊະຕາຂອງຜູ້ຄົນ. ແນ່ນອນວ່າ ໃນຮາກຖານຂອງພວກມັນ ສິ່ງເຫຼົ່ານີ້ໄດ້ຖືກກຳນົດດ້ວຍໂຊກຊະຕາທີ່ພຣະຜູ້ຊົງສ້າງກຳນົດໄວ້ລ່ວງໜ້າສຳລັບແຕ່ລະຄົນ; ພວກມັນໄດ້ຖືກກຳນົດໂດຍອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ທີ່ຢູ່ເໜືອໂຊກຊະຕາຂອງຄົນໆນັ້ນ ແລະ ດ້ວຍແຜນການຂອງພຣະອົງ.

2. ສະຖານະການຕ່າງໆໃນການເຕີບໃຫຍ່ຂອງຜູ້ຄົນເຮັດໃຫ້ເກີດບົດບາດທີ່ແຕກຕ່າງກັນ

ສະຖານະການຕ່າງໆແຫ່ງການເກີດຂອງຄົນໆໜຶ່ງສ້າງສະພາບແວດລ້ອມ ແລະ ສະຖານະການຕ່າງໆໃນລະດັບພື້ນຖານທີ່ພວກເຂົາເຕີບໃຫຍ່ຂຶ້ນ ແລະ ເຊັ່ນດຽວກັນ ສະຖານະການຕ່າງໆທີ່ຄົນໆໜຶ່ງເຕີບໃຫຍ່ຂຶ້ນແມ່ນຜົນຜະລິດຈາກສະຖານະການແຫ່ງການເກີດຂອງພວກເຂົາ. ໃນຊ່ວງເວລານີ້, ຄົນເລີ່ມຮຽນຮູ້ພາສາ ແລະ ຈິດໃຈຂອງເຂົາເລີ່ມຜະເຊີນ ແລະ ຊືມຊັບສິ່ງໃໝ່ໆ, ນີ້ຄືຂະບວນການໜຶ່ງໃນຊ່ວງເວລາທີ່ຜູ້ຄົນກຳລັງເຕີບໃຫຍ່ຂຶ້ນເລື້ອຍໆ. ສິ່ງຕ່າງໆທີ່ຜູ້ຄົນໄດ້ຍິນດ້ວຍຫູຂອງເຂົາ, ເຫັນດ້ວຍຕາຂອງເຂົາ ແລະ ຊືບຊັບດ້ວຍຈິດໃຈຂອງເຂົາຄ່ອຍໆຕື່ມເຕັມ ແລະ ເຮັດໃຫ້ໂລກພາຍໃນຂອງເຂົາມີຊີວິດຊີວາ. ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄົນພົວພັນຢູ່; ສາມັນສຳນຶກ, ຄວາມຮູ້ ແລະ ທັກສະທີ່ຄົນຮຽນຮູ້ ແລະ ວິທີຄິດທີ່ມີອິດທິພົນຕໍ່ຄົນໆໜຶ່ງ ທີ່ຖືກປູກຝັງ ຫຼື ຖືກສັ່ງສອນ ທັງໝົດນັ້ນແມ່ນເປັນແນວທາງ ແລະ ມີອິດທິພົນຕໍ່ໂຊກຊະຕາຊີວິດຂອງທຸກຄົນ. ພາສາທີ່ຄົນຮຽນຮູ້ເມື່ອເຂົາເຕີບໃຫຍ່ຂຶ້ນ ແລະ ວິທີການຄິດຂອງຄົນບໍ່ສາມາດແຍກອອກໄດ້ຈາກສະພາບແວດລ້ອມທີ່ເຂົາໃຊ້ຊີວິດໄວໜຸ່ມຂອງເຂົາ ແລະ ສະພາບແວດລ້ອມນັ້ນປະກອບດ້ວຍພໍ່ແມ່ ແລະ ອ້າຍເອື້ອຍນ້ອງ ແລະ ຄົນອື່ນໆ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຮອບພວກເຂົາ. ດັ່ງນັ້ນ, ຫົນທາງໃນການພັດທະນາຂອງຄົນໃດໜຶ່ງໄດ້ຖືກກຳນົດໂດຍສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ ແລະ ຍັງຂຶ້ນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ບຸກຄົນນັ້ນໄດ້ພົວພັນໃນຊ້ວງເວລານີ້ອີກດ້ວຍ. ເນື່ອງຈາກວ່າເງື່ອນໄຂທີ່ຄົນໆໜຶ່ງເຕີບໃຫຍ່ຂຶ້ນ ໄດ້ຖືກກຳນົດໄວ້ລ່ວງໜ້າເປັນເວລາດົນນານແລ້ວ, ສະພາບແວດລ້ອມທີ່ຄົນໆໜຶ່ງອາໄສຢູ່ໃນຊ່ວງຂະບວນການນີ້ກໍ່ຖືກກຳນົດໄວ້ລ່ວງໜ້າຕາມທຳມະຊາດເຊັ່ນກັນ. ມັນບໍ່ໄດ້ຖືກຕັດສິນໂດຍທາງເລືອກ ແລະ ຄວາມມັກຂອງຄົນໆໜຶ່ງ ແຕ່ຕາມແຜ່ນການຂອງພຣະຜູ້ຊົງສ້າງ, ຖືກກຳນົດໂດຍການຈັດແຈງຢ່າງຮອບຄອບຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕເໜືອໂຊກຊະຕາຊີວິດຂອງຜູ້ຄົນຂອງພຣະອົງ. ດັ່ງນັ້ນ, ຜູ້ຄົນທີ່ບຸກຄົນໃດໜຶ່ງພົບປະໃນໄລຍະການເຕີບໃຫຍ່ ແລະ ສິ່ງຕ່າງໆທີ່ພວກເຂົາພົວພັນນຳ ລ້ວນແລ້ວແຕ່ກ່ຽວຂ້ອງກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງໂດຍທຳມະຊາດ. ຄົນບໍ່ສາມາດເບິ່ງເຫັນຄວາມສຳພັນທີ່ສັບຊ້ອນນີ້ໄດ້ລ່ວງໜ້າ ແລະ ພວກເຂົາບໍ່ສາມາດຄວບຄຸມ ຫຼື ເຂົ້າໃຈມັນໄດ້. ຫຼາຍສິ່ງຫຼາຍຢ່າງ ແລະ ທຸກຄົນມີຄວາມຮັບຜິດຊອບຕໍ່ສະພາບແວດລ້ອມທີ່ເຂົາເຕີບໃຫຍ່ຂຶ້ນ ແລະ ບໍ່ມີມະນຸດຄົນໃດທີ່ມີຄວາມສາມາດໃນການຈັດແຈງ ຫຼື ປັ້ນແຕ່ງເຄືອຂ່າຍເຊື່ອມຕໍ່ຂະໜາດໃຫຍ່ເຊັ່ນນີ້ໄດ້. ບໍ່ມີຄົນໃດ ຫຼື ສິ່ງໃດ ເວັ້ນແຕ່ພຣະຜູ້ຊົງສ້າງທີ່ສາມາດຄວບຄຸມການປາກົດຕົວຂອງທຸກຄົນ, ທຸກສິ່ງ ແລະ ທຸກເຫດການ ຫຼື ພວກເຂົາບໍ່ສາມາດຮັກສາ ຫຼື ຄວບຄຸມການສາບສູນຂອງພວກເຂົາໄດ້. ມັນແມ່ນເຄື່ອຂ່າຍແຫ່ງການເຊື່ອມຕໍ່ຂະໜາດໃຫຍ່ດັ່ງກ່າວນັ້ນທີ່ກຳນົດທຸກຮູບແບບການພັດທະນາຂອງຜູ້ຄົນ ເຊິ່ງໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍພຣະຜູ້ຊົງສ້າງ ແລະ ສ້າງຫຼາກຫຼາຍສະພາບແວດລ້ອມໃຫ້ຄົນໄດ້ເຕີບໃຫຍ່ຂຶ້ນ. ນີ້ຄືສິ່ງທີ່ສ້າງບົດບາດຈໍາເປັນຕ່າງໆສຳລັບພາລະກິດແຫ່ງການຄຸ້ມຄອງຂອງພຣະຜູ້ຊົງສ້າງ, ມັນຄືສິ່ງທີ່ວາງຮາກຖານຢ່າງໝັ້ນຄົງ ແລະ ແຂງແກ່ນເພື່ອໃຫ້ຄົນໄດ້ປະສົບຜົນສຳເລັດໃນການປະຕິບັດພາລະກິດຂອງພວກເຂົາ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ