ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 125

21 ເດືອນເມສາ 2021

ຊ່ວງເວລາທີສີ່: ການແຕ່ງດອງ

ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ ຫ່າງຈາກສະພາບແວດລ້ອມທີ່ເຂົາເກີດມາ ແລະ ເຕີບໃຫຍ່ຂຶ້ນ ແລະ ເລີ່ມສະແຫວງຫາທິດທາງໃນຊີວິດ ແລະ ຕາມຫາເປົ້າໝາຍຊີວິດຂອງຕົນເອງໃນຮູບແບບທີ່ແຕກຕ່າງຈາກພໍ່ແມ່ຂອງຕົນ. ໃນຊ່ວງເວລານີ້, ຜູ້ຄົນຈະບໍ່ຕ້ອງການພໍ່ແມ່ຂອງພວກເຂົາອີກຕໍ່ໄປ, ແຕ່ກົງກັນຂ້າມ ພວກເຂົາຕ້ອງການຄູ່ຊີວິດຜູ້ທີ່ພວກເຂົາສາມາດໃຊ້ຊີວິດຂອງພວກເຂົາຮ່ວມກັນ ນັ້ນກໍຄື ຄູສົມລົດ ເຊິ່ງເປັນຄົນທີ່ຜູກມັດດ້ວຍໂຊກຊະຕາຂອງພວກເຂົາຢ່າງໃກ້ຊິດ. ດັ່ງນັ້ນ, ເຫດການສຳຄັນທຳອິດໃນຊີວິດຫຼັງຈາກຄວາມເປັນອິດສະຫຼະກໍຄືການແຕ່ງດອງ ເຊິ່ງເປັນຊ່ວງເວລາທີສີ່ທີ່ຜູ້ຄົນຕ້ອງຜ່ານ.

1. ຜູ້ຄົນບໍ່ມີທາງເລືອກກ່ຽວກັບການແຕ່ງດອງ

ການແຕ່ງດອງແມ່ນເຫດການສໍາຄັນໃນຊີວິດຂອງຜູ້ຄົນ; ມັນແມ່ນເວລາເມື່ອຄົນເລີ່ມແບກຮັບຄວາມຮັບຜິດຊອບຫຼາກຫຼາຍຮູບແບບຢ່າງແທ້ຈິງ ແລະ ຄ່ອຍໆເຮັດສຳເລັດພາລະກິດຫຼາກຫຼາຍປະເພດ. ຜູ້ຄົນມີພາບລວງຕາກ່ຽວກັບການແຕ່ງດອງກ່ອນທີ່ພວກເຂົາຈະປະສົບກັບມັນດ້ວຍຕົວພວກເຂົາເອງ ແລະ ພາບລວງຕາທັງໝົດນີ້ ກໍຂ້ອນຂ້າງງົດງາມ. ຜູ້ຍິງຈິນຕະນາການວ່າຄູ່ຮັກຂອງພວກເຂົາຈະເປັນເຈົ້າຊາຍຮູບງາມ ແລະ ຜູ້ຊາຍຈິນຕະນາການວ່າພວກເຂົາຈະໄດ້ແຕ່ງດອງກັບນາງສາວສະໂນໄວ້. ຈິນຕະນາການເຫຼົ່ານີ້ສະແດງໃຫ້ເຫັນວ່າ ທຸກຄົນມີເງື່ອນໄຂທີ່ແນ່ນອນສຳລັບການແຕ່ງດອງ, ນັ້ນຄືຄວາມຕ້ອງການ ແລະ ມາດຕະຖານຂອງພວກເຂົາ. ເຖິງແມ່ນວ່າໃນຍຸກແຫ່ງຊົ່ວຮ້າຍນີ້ ມະນຸດຖືກຖະລົ່ມຢ່າງຕໍ່ເນື່ອງດ້ວຍຂໍ້ຄວາມທີ່ບິດເບືອນກ່ຽວກັບການແຕ່ງດອງ ເຊິ່ງຍິ່ງສ້າງເງື່ອນໄຂເພີ່ມຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນຕິດພັນຢູ່ກັບຄວາມຄິດຕ່າງນາໆ ແລະ ມີທັດສະນະຄະຕິທີ່ແປກປະຫຼາດ, ຄົນໃດກໍ່ຕາມທີ່ເຄີຍປະສົບກັບການແຕ່ງດອງຈະຮູ້ວ່າ ບໍ່ວ່າຜູ້ຄົນຈະເຂົ້າໃຈມັນແບບໃດກໍຕາມ, ບໍ່ວ່າຜູ້ຄົນຈະມີທັດສະນະຄະຕິກັບມັນແບບໃດກໍຕາມ, ການແຕ່ງດອງບໍ່ແມ່ນທາງເລືອກຂອງສ່ວນບຸກຄົນ.

ຄົນໜຶ່ງຈະຜະເຊີນກັບຜູ້ຄົນຢ່າງມາກມາຍໃນຊີວິດຂອງເຂົາ ແຕ່ບໍ່ມີໃຜຮູ້ໄດ້ວ່າໃຜຈະກາຍມາເປັນຄູ່ຊີວິດຂອງຕົນ. ເຖິງແມ່ນວ່າແຕ່ລະຄົນມີຄວາມຄິດເປັນຂອງຕົນເອງ ແລະ ຈຸດຢືນສ່ວນຕົວໃນເລື່ອງຂອງການແຕ່ງດອງ, ບໍ່ມີໃຜສາມາດເຫັນລ່ວງໜ້າໄດ້ຢ່າງແທ້ຈິງ ແລະ ທ້າຍທີ່ສຸດແລ້ວ ວ່າແມ່ນໃຜຈະກາຍເປັນຄູ່ຊີວິດຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາກ່ຽວກັບເລື່ອງດັ່ງກ່າວມີຜົນສະທ້ອນພຽງເລັກນ້ອຍ. ຫຼັງຈາກພົບພໍ້ບາງຄົນທີ່ເຈົ້າມັກ, ເຈົ້າສາມາດຕາມຫາຄົນໆນັ້ນໄດ້; ແຕ່ວ່າເຂົາຈະສົນໃຈໃນຕົວເຈົ້າ ຫຼື ບໍ່ນັ້ນ, ເຂົາຈະສາມາດກາຍເປັນຄູ່ຊີວິດຂອງເຈົ້າ ຫຼື ບໍ່ນັ້ນ, ບໍ່ແມ່ນເຈົ້າເປັນຜູ້ຕັດສິນໃຈ. ຈຸດປະສົງແຫ່ງຄວາມຮັກຂອງເຈົ້າ ບໍ່ຈຳເປັນຕ້ອງແມ່ນຄົນທີ່ເຈົ້າສາມາດໃຊ້ຊີວິດຮ່ວມກັບເຂົາ ແລະ ໃນຂະນະດຽວກັນ ບາງຄົນທີ່ເຈົ້າບໍ່ເຄີຍຄາດຫວັງ ອາດຈະເຂົ້າມາໃນຊີວິດຂອງເຈົ້າຢ່າງງຽບໆ ແລະ ກາຍເປັນຄູ່ຊີວິດຂອງເຈົ້າກໍ່ເປັນໄດ້, ກາຍເປັນອົງປະກອບທີ່ສຳຄັນທີ່ສຸດໃນໂຊກຊະຕາຂອງເຈົ້າ, ເປັນຄູ່ຊີວິດຂອງເຈົ້າ, ເປັນຜູ້ທີ່ໂຊກຊະຕາຂອງເຈົ້າຜູກມັດໄວ້ຢ່າງບໍ່ສາມາດແຍກອອກຈາກກັນໄດ້. ດັ່ງນັ້ນ, ເຖິງແມ່ນວ່າມີການແຕ່ງດອງກັນຫຼາຍລ້ານຄົນຢູ່ໃນໂລກ, ແຕ່ລະຄົນແມ່ນມີຄວາມແຕກຕ່າງກັນ: ມີການແຕ່ງດອງຢ່າງຫຼວງຫຼາຍທີ່ບໍ່ພໍໃຈ, ມີຫຼາຍຄູ່ທີ່ມີຄວາມສຸກ; ມີຫຼາຍຄູ່ທັງພາກຕາເວັນອອກ ແລະ ຕາເວັນຕົກ, ມີທັງພາກເໜືອ ແລະ ພາກໃຕ້; ຫຼາຍຄູ່ສົມກັນຢ່າງສົມບູນແບບ, ຫຼາຍຄູ່ມີຖານະທາງສັງຄົມເທົ່າທຽມກັນ; ຫຼາຍຄູ່ມີຄວາມສຸກ ແລະ ເຂົ້າກັນໄດ້ດີ, ຫຼາຍຄູ່ເຈັບປວດ ແລະ ໂສກເສົ້າ, ຫຼາຍຄູ່ສ້າງຄວາມອິດສາໃຫ້ກັບຄົນອື່ນ, ຫຼາຍຄູ່ເຂົ້າໃຈຜິດ ແລະ ເຮັດໜ້າຫຍຸ້ງບໍ່ເຕັມໃຈ, ຫຼາຍຄູ່ເຕັມໄປດ້ວຍຄວາມສຸກ, ຫຼາຍຄູ່ເຮັດໃຫ້ມີນ້ຳຕາ ແລະ ເຮັດໃຫ້ໝົດຫວັງ... ໃນການແຕ່ງດອງປະເພດຕ່າງໆເຫຼົ່ານີ້, ມະນຸດເປີດເຜີຍຄວາມຊື່ສັດ ແລະ ຂໍ້ຜູກມັດຕະຫຼອດຊີວິດກັບການແຕ່ງດອງ; ພວກເຂົາເປີດເຜີຍຄວາມຮັກ, ຄວາມຜູກພັນ, ຄວາມໝັ້ນຄົງ ຫຼື ຄວາມທໍ້ຖອຍ ແລະ ຄວາມບໍ່ເຂົ້າໃຈກັນ. ບາງຄົນທໍລະຍົດຕໍ່ການແຕ່ງດອງຂອງຕົນ ຫຼື ຮູ້ສຶກກຽດຊັງມັນ. ບໍ່ວ່າການແຕ່ງດອງເອງຈະນຳມາເຊິ່ງຄວາມສຸກ ຫຼື ຄວາມເຈັບປວດ, ພາລະກິດໃນການແຕ່ງດອງຂອງແຕ່ລະຄົນ ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ ແລະ ຈະບໍ່ມີວັນປ່ຽນແປງ; ພາລະກິດນີ້ແມ່ນສິ່ງທີ່ທຸກຄົນຕ້ອງເຮັດໃຫ້ສຳເລັດ. ໂຊກຊະຕາຂອງແຕ່ລະຄົນທີ່ຢູ່ເບື່ອງຫຼັງຂອງການແຕ່ງດອງບໍ່ປ່ຽນແປງ ແລະ ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງແຕ່ດົນນານມາແລ້ວ.

2. ການແຕ່ງດອງເກີດຈາກໂຊກຊະຕາຂອງຄູ່ຊີວິດທັງສອງ

ການແຕ່ງດອງແມ່ນຊ່ວງເວລາທີ່ສຳຄັນໃນຊີວິດຂອງຜູ້ຄົນ. ມັນແມ່ນຜົນຜະລິດແຫ່ງໂຊກຊະຕາຂອງຜູ້ຄົນ ແລະ ການເຊື່ອມໂຍງທີ່ສຳຄັນໃນໂຊກຊະຕາຂອງພວກເຂົາ; ມັນບໍ່ໄດ້ຖືກສ້າງຂຶ້ນຈາກຄວາມຕັ້ງໃຈ ຫຼື ຄວາມມັກຂອງບຸກຄົນໃດຄົນໜຶ່ງ ແລະ ບໍ່ໄດ້ຮັບອິດທິພົນຈາກປັດໃຈພາຍນອກໃດໆ ແຕ່ຖືກກຳນົດໂດຍໂຊກຊະຕາຂອງສອງຝ່າຍຢ່າງສົມບູນ ເຊິ່ງຈັດແຈງໂດຍພຣະຜູ້ຊົງສ້າງ ແລະ ຖືກກຳນົດໄວ້ລ່ວງໜ້າເພື່ອໂຊກຊະຕາຂອງຄູ່ຊີວິດທັງສອງ. ໃນດ້ານຜິວເຜີນແລ້ວ ວັດຖຸປະສົງຂອງການແຕ່ງດອງແມ່ນເພື່ອສືບຕໍ່ເຊື້ອຊາດມະນຸດ, ແຕ່ໃນຄວາມເປັນຈິງແລ້ວ ການແຕ່ງດອງບໍ່ແມ່ນເລື່ອງອື່ນໃດ ນອກຈາກພິທີການທີ່ຜູ້ຄົນຕ້ອງຜ່ານໃນການເຮັດສຳເລັດພາລະກິດຂອງຕົນ. ໃນການແຕ່ງດອງ, ຄົນບໍ່ພຽງແຕ່ມີບົດບາດໃນການລ້ຽງດູຄົນຮຸ່ນຫຼັງ; ພວກເຂົາຍັງຮັບເອົາບົດບາດຕ່າງໆທີ່ກ່ຽວຂ້ອງກັບຊີວິດການແຕ່ງດອງ ແລະ ພາລະກິດເຊິ່ງບົດບາດເຫຼົ່ານັ້ນຮຽກຮ້ອງໃຫ້ຄົນເຮັດໃຫ້ສຳເລັດ. ເນື່ອງຈາກວ່າການເກີດຂອງຜູ້ຄົນມີອິດທິພົນຕໍ່ການປ່ຽນແປງຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງ, ການແຕ່ງດອງຂອງຜູ້ຄົນກໍຈະສົ່ງຜົນກະທົບຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆເຫຼົ່ານີ້ຢ່າງບໍ່ສາມາດຫຼີກເວັ້ນໄດ້ເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ກໍຈະປ່ຽນແປງພວກມັນທັງໝົດດ້ວຍວິທີການຕ່າງໆ.

ເມື່ອຄົນໃດໜຶ່ງເປັນອິດສະຫຼະ, ຄົນນັ້ນກໍຈະເລີ່ມຕົ້ນການເດີນທາງໃນຊີວິດຂອງຕົນເອງ ເຊິ່ງນຳພາພວກເຂົາເທື່ອລະກ້າວໄປສູ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄປສູ່ການແຕ່ງດອງຂອງພວກເຂົາ. ໃນຂະນະດຽວກັນ, ອີກຄົນທີ່ຈະຢູ່ໃນການແຕ່ງດອງນັ້ນ ກໍເດີນທາງມາເທື່ອລະກ້າວ ມາຫາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆດັ່ງກ່າວ ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ສອງຄົນທີ່ບໍ່ກ່ຽວຂ້ອງກັນ ແຕ່ມີໂຊກຊະຕາທີ່ກ່ຽວຂ້ອງກັນກໍຄ່ອຍໆເຂົ້າມາສູ່ການແຕ່ງດອງອັນດຽວກັນ ແລະ ກາຍເປັນຄອບຄົວຢ່າງໜ້າອັດສະຈັນ: ເປັນ “ຕັກກະແຕນສອງໂຕຈັບຢູ່ເຊືອກດຽວກັນ”. ດັ່ງນັ້ນ, ເມື່ອຄົນໃດໜຶ່ງເຂົ້າສູ່ການແຕ່ງດອງ, ການເດີນທາງໃນຊີວິດຂອງຄົນນັ້ນຈະມີອິດທິພົນ ແລະ ສຳຜັດກັບຄູ່ຊີວິດຂອງຕົນ ແລະ ເຊັ່ນດຽວກັນ ການເດີນທາງໃນຊີວິດຂອງຄູ່ຊີວິດຂອງຜູ້ກ່ຽວກໍຈະມີອິດທິພົນ ແລະ ສຳຜັດກັບໂຊກຊະຕາຊີວິດຂອງຜູ້ກ່ຽວ. ເວົ້າອີກຢ່າງໜຶ່ງກໍຄື, ໂຊກຊະຕາມະນຸດນັ້ນເຊື່ອມໂຍງກັນແລະກັນ ແລະ ບໍ່ມີໃຜສາມາດເຮັດສຳເລັດພາລະກິດໃນຊີວິດຂອງຕົນ ຫຼື ເຮັດບົດບາດຂອງຕົນຢ່າງສົມບູນຢ່າງເປັນອິດສະຫຼະຈາກຄົນອື່ນ. ການເກີດຂອງບຸກຄົນໃດໜຶ່ງມີຜົນສະທ້ອນຕໍ່ໂສ້ສຳພັນອັນໃຫຍ່ຫຼວງ; ການເຕີບໃຫຍ່ກໍຍັງກ່ຽວຂ້ອງກັບໂສ້ສຳພັນອັນສັບຊ້ອນນີ້ເຊັ່ນດຽວກັນ; ແລະ ໃນທຳນອງດຽວກັນ ການແຕ່ງດອງກໍເກີດຂຶ້ນຢ່າງຫຼີກເວັ້ນບໍ່ໄດ້ ແລະ ຖືກຮັກສາໄວ້ພາຍໃນເຄືອຂ່າຍອັນກວ້າງໃຫຍ່ ແລະ ສັບຊ້ອນແຫ່ງການເຊື່ອມໂຍງຂອງມະນຸດ ເຊິ່ງກ່ຽວຂ້ອງກັບທຸກສະມາຊິກຂອງເຄືອຂ່າຍນັ້ນ ແລະ ມີອິດທິພົນຕໍ່ໂຊກຊະຕາຂອງທຸກຄົນທີ່ເປັນສ່ວນໜຶ່ງຂອງມັນ. ການແຕ່ງດອງບໍ່ແມ່ນຜົນຜະລິດຂອງສະມາຊິກທັງສອງຄອບຄົວ, ສະຖານະການທີ່ພວກເຂົາເຕີບໃຫຍ່ຂຶ້ນ, ຮູບລັກສະນະ, ອາຍຸ, ຄຸນນະພາບ, ພອນສະຫວັນຂອງພວກເຂົາ ຫຼື ປັດໃຈອື່ນໆ; ກົງກັນຂ້າມ, ມັນເກີດຂຶ້ນຈາກພາລະກິດຮ່ວມກັນ ແລະ ໂຊກຊະຕາທີ່ກ່ຽວຂ້ອງກັນ. ນີ້ແມ່ນຕົ້ນກຳເນີດຂອງການແຕ່ງດອງ ເຊິ່ງເປັນຜົນຜະລິດຂອງໂຊກຊະຕາມະນຸດທີ່ຖືກປັ້ນແຕ່ງ ແລະ ຈັດແຈງໄວ້ໂດຍພຣະຜູ້ຊົງສ້າງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ