ພຣະທຳປະຈຳວັນຂອງພຣະເຈົ້າ | "ພຣະເຈົ້າເອງ, ທີ່ເປັນເອກະລັກ III" | ຄັດຕອນ 126

21 ເດືອນເມສາ 2021

ຊ່ວງເວລາທີຫ້າ: ລູກຫຼານ

ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ ມີລູກປະເພດໃດ; ສິ່ງນີ້ແມ່ນຖືກກຳນົດໂດຍໂຊກຊະຕາຂອງເຂົາເຊັ່ນກັນ, ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ. ນີ້ແມ່ນຊ່ວງເວລາທີຫ້າເຊິ່ງຜູ້ຄົນຕ້ອງຜ່ານ.

ຖ້າຄົນໜຶ່ງເກີດມາເພື່ອປະຕິບັດໜ້າທີ່ເປັນລຸກຂອງບາງຄົນ, ແລ້ວກໍຈະມີຄົນໃດໜຶ່ງລ້ຽງດູຮຸ່ນຕໍ່ໄປເພື່ອເຮັດໜ້າທີ່ເປັນພໍ່ແມ່ຂອງບາງຄົນ. ການປ່ຽນແປງໃນບົດບາດນີ້ເຮັດໃຫ້ຄົນໆໜຶ່ງປະສົບກັບໄລຍະທີ່ແຕກຕ່າງຂອງຊີວິດ ຈາກມຸມມອງທີ່ແຕກຕ່າງກັນ. ມັນຍັງໃຫ້ປະສົບການຊີວິດທີ່ແຕກຕ່າງກັນໂດຍຜ່ານການມາຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ເຊິ່ງຖືກນຳໃຊ້ໃນທາງດຽວກັນສະເໝີ ແລະ ຜ່ານປະສົບການຄວາມຈິງທີ່ວ່າ ບໍ່ມີໃຜສາມາດລ່ວງເກີນ ຫຼື ປ່ຽນແປງຊະຕາກຳຂອງພຣະຜູ້ຊົງສ້າງໄດ້.

1. ຄົນໃດໜຶ່ງບໍ່ສາມາດຄວບຄຸມເໜືອສິ່ງທີ່ເປັນລູກຫຼານຂອງເຂົາໄດ້

ການເກີດ, ການເຕີບໃຫຍ່ ແລະ ການແຕ່ງດອງ ລ້ວນແລ້ວແຕ່ນຳມາເຊິ່ງຄວາມຜິດຫວັງໃນຫຼາຍຮູບແບບ ແລະ ໃນລະດັບທີ່ແຕກຕ່າງກັນ. ບາງຄົນບໍ່ພໍໃຈກັບຄອບຄົວຂອງຕົນ ຫຼື ຮູບລັກສະນະຂອງພວກເຂົາເອງ; ບາງຄົນບໍ່ມັກພໍ່ແມ່ຂອງເຂົາ. ບາງຄົນບໍ່ພໍໃຈ ຫຼື ມີການຈົ່ມວ່າກ່ຽວກັບສະພາບແວດລ້ອມທີ່ພວກເຂົາເຕີບໃຫຍ່ຂຶ້ນ. ສໍາລັບຄົນສ່ວນໃຫຍ່, ທ່າມກາງຄວາມຜິດຫວັງເຫຼົ່ານີ້, ການແຕ່ງດອງເປັນສິ່ງທີ່ບໍ່ໜ້າພໍໃຈຫຼາຍທີ່ສຸດ. ບໍ່ວ່າຄົນຈະບໍ່ພໍໃຈແນວໃດກັບການເກີດຂອງເຂົາ, ການເປັນຜູ້ໃຫຍ່ ຫຼື ການແຕ່ງດອງ, ທຸກຄົນທີ່ໄດ້ກ້າວຜ່ານສິ່ງເຫຼົ່ານີ້ຮູ້ວ່າ ຜູ້ຄົນບໍ່ສາມາດເລືອກໄດ້ວ່າ ພວກເຂົາຕ້ອງເກີດຢູ່ໃສ ຫຼື ເມື່ອໃດ, ພວກເຂົາຈະມີຮູບລັກສະນະແບບໃດ, ໃຜເປັນພໍ່ແມ່ຂອງພວກເຂົາ ແລະ ຄູ່ສົມລົດຂອງພວກເຂົາແມ່ນໃຜ ແຕ່ຕ້ອງຍອມຮັບຄວາມປະສົງຂອງສະຫວັນເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອເຖິງເວລາທີ່ຄົນໃຫ້ກຳເນີດຄົນຮຸ່ນຕໍ່ໄປ, ພວກເຂົາກໍຈະຖ່າຍທອດຄວາມປາດຖະໜາທັງໝົດທີ່ພວກເຂົາບໍ່ໄດ້ເຮັດໃຫ້ເປັນຈິງໃນເຄິງຊີວິດທຳອິດຂອງພວກເຂົາໃຫ້ກັບລູກຫຼານຂອງພວກເຂົາ ໂດຍຫວັງວ່າລູກຫຼານຂອງພວກເຂົາຈະຊົດເຊີຍຄວາມຜິດຫວັງໃນຊ່ວງເຄິງຊີວິດຂອງຕົນໄດ້. ດັ່ງນັ້ນ ຄົນຈິ່ງໝົກມຸ້ນຢູ່ກັບຈິນຕະນາການໃນທຸກຮູບແບບກ່ຽວກັບລູກໆຂອງພວກເຂົາ: ວ່າລູກສາວຂອງພວກເຂົາຈະເຕີບໃຫຍ່ຂຶ້ນມາພ້ອມກັບຄວາມສວຍງາມຫຼືບໍ່, ວ່າລູກຊາຍຂອງພວກເຂົາຈະເປັນສຸພາບບຸລຸດບໍ່; ວ່າລູກສາວຂອງພວກເຂົາຈະໄດ້ຮັບການສັ່ງສອນ ແລະ ມີພອນສະຫວັນ ແລະ ລູກຊາຍຂອງພວກເຂົາເປັນນັກຮຽນດີເດັ່ນ ແລະ ເປັນນັກກິລາຍອດຍ້ຽມຫຼືບໍ່; ວ່າລູກສາວຂອງພວກເຂົາຈະເປັນຄົນສຸພາບອ່ອນໂຍນ, ມີຄຸນນະທຳ ແລະ ມີເຫດຜົນ ສ່ວນລູກຊາຍຂອງພວກເຂົາກໍ່ເປັນຄົນສະຫຼາດ, ມີຄວາມສາມາດ ແລະ ລະອຽດອ່ອນ. ພວກເຂົາຫວັງວ່າລູກຫຼານຂອງພວກເຂົາ ບໍ່ວ່າພວກເຂົາຈະເປັນລູກສາວ ຫຼື ລູກຊາຍກໍ່ຕາມ, ຈະໃຫ້ຄວາມເຄົາລົບຕໍ່ຜູ້ອາວຸໂສຂອງພວກເຂົາ, ມີນ້ຳໃຈຕໍ່ພໍ່ແມ່ຂອງພວກເຂົາ, ໄດ້ຮັບຄວາມຮັກ ແລະ ການຍົກຍ້ອງຈາກທຸກຄົນ... ໃນຈູດນີ້, ຫວັງວ່າ ຊີວິດຈະເບັ່ງບານອີກຄັ້ງ ແລະ ຈະມີສິ່ງບັນດານໃຈໃໝ່ເກີດຂຶ້ນໃນໃຈຂອງຄົນ. ຄົນຮູ້ວ່າພວກເຂົາບໍ່ມີອຳນາດ ແລະ ໝົດຫວັງໃນຊີວິດນີ້, ພວກເຂົາຈະບໍ່ມີໂອກາດ ຫຼື ຄວາມຫວັງອື່ນອີກທີ່ຈະໂດດເດັ່ນຈາກຝູງຊົນ ແລະ ພວກເຂົາບໍ່ມີທາງເລືອກ ແຕ່ຕ້ອງຍອມຮັບໂຊກຊະຕາຂອງຕົນ. ດັ່ງນັ້ນ ພວກເຂົາຈິ່ງມອບຄວາມຫວັງທັງໝົດຂອງພວກເຂົາ, ຄວາມປາດຖະໜາ ແລະ ຄວາມຄິດທີ່ບໍ່ເປັນຈິງຂອງພວກເຂົາສູ່ຄົນຮຸ່ນໃໝ່ ໂດຍຫວັງວ່າລູກຫຼານຂອງພວກເຂົາຈະສາມາດຊ່ວຍພວກເຂົາໃຫ້ບັນລຸຕາມຄວາມຝັນ ແລະ ເຮັດໃຫ້ຄວາມປາດຖະໜາຂອງພວກເຂົາເປັນຈິງໄດ້; ລູກສາວ ແລະ ລຸກຊາຍຂອງພວກເຂົາຈະນຳເອົາຄວມຮຸ່ງເຮືອງມາສູ່ຄອບຄົວ, ກາຍເປັນບຸກຄົນສຳຄັນ, ຮັ່ງມີ ແລະ ມີຊື່ສຽງ. ສະຫຼຸບກໍຄື, ພວກເຂົາຢາກເຫັນຄວາມຮັ່ງມີຂອງລູກໆພວກເຂົາເພີ່ມພູນ. ແຜນການ ແລະ ຈິນຕະນາການຂອງຄົນນັ້ນແມ່ນສົມບູນແບບ; ແຕ່ພວກເຂົາຮູ້ບໍ່ວ່າ ຈຳນວນລູກທີ່ພວກເຂົາມີ, ຮູບລັກສະນະຂອງລູກພວກເຂົາ, ຄວາມສາມາດ ແລະ ອື່ນໆນັ້ນບໍ່ແມ່ນພວກເຂົາເປັນຜູ້ຕັດສິນໃຈ, ໂຊກສະຕາຂອງລູກພວກເຂົາບໍ່ໄດ້ຢູ່ໃນກໍາມືຂອງພວກເຂົາແຕ່ຢ່າງໃດເລີຍ? ມະນຸດບໍ່ແມ່ນເຈົ້ານາຍແຫ່ງໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍຍັງຫວັງທີ່ຈະປ່ຽນແປງໂຊກຊະຕາຂອງຄົນຮຸ່ນໃໝ່; ພວກເຂົາບໍ່ມີອຳນາດທີ່ຈະຫຼົບໜີຈາກໂຊກຊະຕາຂອງຕົວເອງໄດ້, ແຕ່ພວກເຂົາກໍ່ຍັງພະຍາຍາມທີ່ຈະຄວບຄຸມໂຊກຊະຕາຂອງລູກຊາຍ ແລະ ລູກສາວຂອງພວກເຂົາ. ບໍ່ແມ່ນພວກເຂົາປະເມີນຄ່າຕົວເອງສູງເກີນໄປບໍ? ນີ້ບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ຈັກຂອງມະນຸດບໍ? ຄົນຈະພະຍາຍາມສຸດຄວາມສາມາດເພື່ອລູກຫຼານຂອງຕົນ, ແຕ່ທ້າຍທີ່ສຸດແລ້ວ ແຜນການ ແລະ ຄວາມປາດຖະໜາຂອງພວກເຂົາບໍ່ສາມາດບອກໄດ້ວ່າພວກເຂົາຈະມີລູກຈັກຄົນ ແລະ ລູກຫຼານເຫຼົ່ານັ້ນຈະມີຮູບລັກສະນະແບວໃດ. ບາງຄົນບໍ່ມີເງິນ ແຕ່ໃຫ້ກຳເນີດລູກໄດ້ຫຼາຍຄົນ; ບາງຄົນຮັ່ງມີ ແຕ່ບໍ່ມີລູກແມ່ນແຕ່ຄົນດຽວ. ບາງຄົນຢາກໄດ້ລູກສາວ ແຕ່ຄວາມປາດຖະໜານັ້ນຖືກປະຕິເສດ; ບາງຄົນຢາກໄດ້ລູກຊາຍ ແຕ່ບໍ່ສາມາດໃຫ້ກຳເນີດລູກຊາຍໄດ້. ສຳລັບບາງຄົນ ການມີລູກຄືພອນປະເສີດ, ສ່ວນຄົນອື່ນໆ ການມີລູກຄືການສາບແຊ່ງ. ບາງຄູ່ເປັນຄົນສະຫຼາດ ແຕ່ລູກເກີດມາເປັນຄົນໂງ່ຈ້າ; ພໍ່ແມ່ບາງຄົນເປັນຄົນດຸໝັ່ນ ແລະ ຊື່ສັດ ແຕ່ລູກທີ່ພວກເຂົາລ້ຽງດູກັບກາຍເປັນຄົນກຽດຄ້ານ. ພໍ່ແມ່ບາງຄົນເປັນຄົນໃຈດີ ແລະ ບໍລິສຸດ ແຕ່ມີລູກເປັນຄົນຂີ້ໂກງ ແລະ ຊົ່ວຊ້າ. ພໍ່ແມ່ບາງຄົນມີຈິດໃຈ ແລະ ຮ່າງກາຍທີ່ດີ ແຕ່ກັບມີລູກເປັນຄົນພິການ. ພໍ່ແມ່ບາງຄົນເປັນຄົນທຳມະດາ ແລະ ບໍ່ປະສົບຜົນສຳເລັດຫຍັງ ແຕ່ມີລູກທີ່ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ. ພໍ່ແມ່ບາງຄົນມີສະຖານະຕ່ຳ ແຕ່ມີລູກທີ່ກາຍເປັນຜູ້ສູງສົ່ງ...

2. ຫຼັງຈາກລ້ຽງດູຄົນຮຸ່ນຕໍ່ໄປ, ຄົນໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບໂຊກຊະຕາ

ຄົນສ່ວນໃຫຍ່ທີ່ເຂົ້າສູ່ການສົມລົດ ມີອາຍຸປະມານສາມສິບປີ, ເປັນຊ່ວງເວລາໃນຊີວິດທີ່ຜູ້ຄົນຍັງບໍ່ທັນມີຄວາມເຂົ້າໃຈໃດໆກ່ຽວກັບໂຊກຊະຕາມະນຸດ. ແຕ່ເມື່ອຄົນເລີ່ມລ້ຽງລູກ ແລະ ເມື່ອລູກຫຼານຂອງພວກເຂົາເຕີບໃຫຍ່ຂຶ້ນ, ພວກເຂົາກໍເບິ່ງຄົນຮຸ່ນໃໝ່ພາກັນເຮັດຊ້ຳຮອຍຊີວິດ ແລະ ປະສົບການທັງໝົດຂອງຄົນຮຸ່ນກ່ອນ ແລະ ເຫັນອະດີດຂອງຕົວເອງສະທ້ອນໃນຄົນຮຸ່ນໃຫມ່, ພວກເຂົາຮັບຮູ້ວ່າເສັ້ນທາງທີ່ຄົນຮຸ່ນໃໝ່ຍ່າງໄປນັ້ນຄືກັນກັບຂອງຕົວເອງ ເຊິ່ງບໍ່ສາມາດວາງແຜນ ຫຼື ເລືອກໄດ້. ເມື່ອຜະເຊີນກັບຄວາມຈິງນີ້ ພວກເຂົາບໍ່ມີທາງເລືອກ ແຕ່ຕ້ອງຍອມຮັບວ່າ ໂຊກຊະຕາຂອງແຕ່ລະຄົນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ ແລະ ໂດຍບໍ່ຮູ້ຕົວ, ພວກເຂົາກໍຄ່ອຍໆປ່ອຍວາງຄວາມປາດຖະໜາຂອງພວກເຂົາ ແລະ ຄວາມຫຼົງໄຫຼໃນໃຈຂອງພວກເຂົາກໍຈາງຫາຍ ແລະ ຕາຍຈາກໄປ... ຄົນໃນໄລຍະນີ້ ສຸດທ້າຍກໍໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດ, ໄດ້ຮັບຄວາມເຂົ້າໃຈໃໝ່ກ່ຽວກັບຊີວິດ ແລະ ຮັບເອົາທັດສະນະຄະຕິໃໝ່. ຄົນໃນໄວນີ້ສາມາດຄາດຫວັງຈາກອະນາຄົດໄດ້ຫຼາຍປານໃດ ແລະ ຄວາມຄາດຫວັງຫຍັງທີ່ພວກເຂົາລໍຄອຍ? ຜູ້ຍິງອາຍຸຫ້າສິບປີຍັງຈະຝັນເຖິງເຈົ້າຊາຍຮູບງາມຢູ່ບໍ? ຜູ້ຊາຍອາຍຸຫ້າສິບປີຍັງຈະຊອກຫາເຈົ້າຍິງສະໂນໄວ້ຂອງເຂົາຢູ່ບໍ? ຜູ້ຍິງໄວກາງຄົນຍັງຫວັງຈະປ່ຽນຈາກລູກເປັດຂີ້ເຮິໄປເປັນຫົງຢູ່ບໍ? ຜູ້ຊາຍທີ່ສູງອາຍຸສ່ວນໃຫຍ່ຈະມີຄວາມມຸ່ງໝັ້ນໃນອາຊີບຄ້າຍຄືກັນກັບຊາຍໜຸ່ມບໍ? ໂດຍລວມແລ້ວ ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິ່ງກໍ່ຕາມ, ທຸກຄົນທີ່ມີຊີວິດຢູ່ມາຮອດໄວນີ້ມັກຈະມີທັດສະນະຄະຕິທີ່ມີເຫດຜົນ ແລະ ມີຄວາມເປັນຈິງກ່ຽວກັບການແຕ່ງດອງ, ຄອບຄົວ ແລະ ລູກໆ. ຄົນດັ່ງກ່າວນີ້ບໍ່ມີທາງເລືອກເຫຼືອຢູ່ອີກແລ້ວ, ພວກເຂົາບໍ່ມີຄວາມກະຕືລືລົ້ນຢາກທ້າທາຍໂຊກຊະຕາອີກຕໍ່ໄປ. ສໍາລັບປະສົບການຂອງມະນຸດແລ້ວ ເມື່ອຜູ້ຄົນມາຮອດໄວນີ້, ໂດຍທໍາມະຊາດແລ້ວ ພວກເຂົາຈະສ້າງທັດສະນະຄະຕິໃດໜຶ່ງ ເຊັ່ນ: “ຜູ້ຄົນຕ້ອງຍອມຮັບຊະຕາກຳ; ລູກໆແຕ່ລະຄົນກໍມີໂຊກຊະຕາເປັນຂອງຕົວເອງ; ຊະຕາກຳມະນຸດໄດ້ຖືກແຕ່ງຕັ້ງໂດຍສະຫວັນ”. ຄົນສ່ວນໃຫຍ່ທີ່ບໍ່ເຂົ້າໃຈຄວາມຈິງ, ຫຼັງຈາກໄດ້ຜ່ານວິກິດການຕ່າງໆ, ຄວາມຜິດຫວັງ ແລະ ຄວາມຍາກລຳບາກຂອງໂລກນີ້ແລ້ວ ກໍຈະສະຫຼຸບຄວາມເຂົ້າໃຈຂອງເຂົາເຂົ້າໃນຊີວິດດ້ວຍຫ້າຄຳຄື: “ນັ້ນຄືໂຊກຊະຕາ!” ເຖິງແມ່ນວ່າປະໂຫຍກນີ້ສະຫຼຸບຫຍໍ້ໆເຖິງການຮັບຮູ້ຂອງຜູ້ຄົນທີ່ມີຕໍ່ໂຊກຊະຕາມະນຸດ ແລະ ເປັນບົດສະຫຼຸບທີ່ພວກເຂົາສ້າງຂຶ້ນ ແລະ ເຖິງແມ່ນວ່າມັນສະແດງເຖິງຄວາມໄຮ້ປະໂຫຍດຂອງມະນຸດຊາດ ແລະ ສາມາດອະທິບາຍໄດ້ວ່າ ມັນຊັດເຈນ ແລະ ຖືກຕ້ອງ, ມັນບໍ່ແມ່ນຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ບໍ່ແມ່ນການທົດແທນຄວາມຮູ້ກ່ຽວກັບສິດອຳນາດຂອງພຣະຜູ້ຊົງສ້າງ.

ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ

ເບິ່ງເພີ່ມເຕີມ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

Leave a Reply

ແບ່ງປັນ

ຍົກເລີກ

ຕິດຕໍ່ພວກເຮົາຜ່ານທາງ Messenger