ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 144
08 ເດືອນກໍລະກົດ 2025
ໃນປັດຈຸບັນ ພວກເຈົ້າຄວນຮູ້ຊັດເຈນແລ້ວວ່າ ໃນຍຸກສຸດທ້າຍນີ້ ຄວາມຈິງແລ້ວພຣະເຈົ້າແມ່ນໄດ້ເຮັດສໍາເລັດ “ພຣະທຳກາຍມາເປັນມະນຸດ” ແລ້ວ. ຜ່ານພາລະກິດທີ່ແທ້ຈິງຂອງພຣະອົງເທິງແຜ່ນດິນໂລກ ພຣະອົງຈຶ່ງເຮັດໃຫ້ມະນຸດຮູ້ຈັກພຣະອົງ, ມີສ່ວນຮ່ວມປະຕິບັດກັບພຣະອົງ ແລະ ເຮັດໃຫ້ພວກເຂົາໄດ້ເຫັນເຖິງການກະທຳທີ່ຂຶ້ນຢູ່ກັບຄວາມເປັນຈິງຂອງພຣະອົງ. ພຣະອົງເຮັດໃຫ້ມະນຸດເຫັນໄດ້ຢ່າງຊັດເຈນວ່າ ພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ມີບາງເວລາທີ່ພຣະອົງກໍບໍ່ສາມາດເຮັດແບບນັ້ນໄດ້, ນີ້ກໍຍ້ອນວ່າການປະຕິບັດພາລະກິດຂອງພຣະອົງໃນແຕ່ລະຍຸກແມ່ນແຕກຕ່າງກັນ. ຈາກສິ່ງນີ້ ເຈົ້າສາມາດເຫັນວ່າ ພຣະເຈົ້າບໍ່ແມ່ນບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ກົງກັນຂ້າມ ພຣະອົງປ່ຽນແປງການປະຕິບັດຂອງພຣະອົງໃຫ້ສຳເລັດໂດຍອີງຕາມພາລະກິດ ແລະ ອີງຕາມຍຸກ. ໃນຂັ້ນຕອນຂອງພາລະກິດໃນປັດຈຸບັນ ພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຫດຜົນທີ່ພຣະອົງສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບາງຢ່າງໃນຍຸກຂອງພຣະເຢຊູກໍຍ້ອນວ່າ ພາລະກິດຂອງພຣະອົງໃນຍຸກນັ້ນແມ່ນແຕກຕ່າງກັນ. ພຣະເຈົ້າບໍ່ປະຕິບັດພາລະກິດດັ່ງກ່າວນັ້ນໃນຍຸກປັດຈຸບັນ ແລະ ບາງຄົນເຊື່ອວ່າ ພຣະອົງບໍ່ສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຄິດວ່າ ຖ້າພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ. ນີ້ບໍ່ແມ່ນຄວາມເຊື່ອທີ່ຜິດບໍ? ພຣະເຈົ້າສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ພຣະອົງກຳລັງປະຕິບັດພາລະກິດໃນຍຸກທີ່ແຕກຕ່າງກັນ ແລະ ດ້ວຍເຫດນີ້ ພຣະອົງຈຶ່ງບໍ່ເຮັດໃນສິ່ງດັ່ງກ່າວ. ຍ້ອນວ່າ ນີ້ແມ່ນຍຸກທີ່ແຕກຕ່າງກັນ ແລະ ຍ້ອນວ່າ ນີ້ແມ່ນບາດກ້າວພາລະກິດທີ່ແຕກຕ່າງກັນ. ສິ່ງທີ່ພຣະເຈົ້າເຮັດເພື່ອໃຫ້ມະນຸດເຂົ້າໃຈໄດ້ງ່າຍນັ້ນກໍແຕກຕ່າງເຊັ່ນດຽວກັນ. ໃນລະຫວ່າງຍຸກໃໝ່ນີ້ ຄວາມເຊື່ອໃນພຣະເຈົ້າຂອງມະນຸດບໍ່ແມ່ນຄວາມເຊື່ອໃນໝາຍສຳຄັນ ແລະ ສິ່ງອັດສະຈັນ, ບໍ່ແມ່ນຄວາມເຊື່ອໃນສິ່ງອັດສະຈັນ, ແຕ່ເປັນຄວາມເຊື່ອໃນພາລະກິດທີ່ຂຶ້ນຢູ່ກັບຄວາມເປັນຈິງຂອງພຣະອົງໃນລະຫວ່າງຍຸກໃໝ່. ມະນຸດມາຮູ້ຈັກພຣະເຈົ້າຜ່ານວິທີທີ່ພຣະເຈົ້າປະຕິບັດພາລະກິດ ແລະ ຄວາມຮູ້ນີ້ຂອງມະນຸດເຮັດໃຫ້ເກີດຄວາມເຊື່ອໃນພຣະເຈົ້າຢ່າງແທ້ຈິງ ເຊິ່ງເວົ້າໄດ້ວ່າ ນັ້ນຄືຄວາມເຊື່ອໃນພາລະກິດ ແລະ ການກະທຳຂອງພຣະເຈົ້າ. ໃນບາດກ້າວນີ້ຂອງພາລະກິດ ພຣະເຈົ້າຖືເອົາການກ່າວພຣະທໍາເປັນຫຼັກ. ດັ່ງນັ້ນ ຢ່າລໍຖ້າເບິ່ງໝາຍສຳຄັນ ແລະ ສິ່ງອັດສະຈັນ; ເຈົ້າຈະບໍ່ເຫັນສິ່ງໃດເລີຍ! ນີ້ກໍ່ຍ້ອນວ່າເຈົ້າບໍ່ໄດ້ເກີດຢູ່ໃນຍຸກແຫ່ງພຣະຄຸນ. ຖ້າເຈົ້າໄດ້ເກີດຢູ່ໃນຍຸກນັ້ນ ເຈົ້າກໍຈະສາມາດເຫັນໝາຍສຳຄັນ ແລະ ສິ່ງອັດສະຈັນ ແຕ່ເຈົ້າເກີດຢູ່ໃນຍຸກສຸດທ້າຍ ແລະ ເຈົ້າສາມາດເຫັນພຽງແຕ່ການເຮັດຕາມຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າ. ຢ່າຄາດຫວັງທີ່ຈະໄດ້ເຫັນພຣະເຢຊູໃນຮູບແບບເໜືອທຳມະຊາດໃນລະຫວ່າງຍຸກສຸດທ້າຍ. ເຈົ້າສາມາດພຽງແຕ່ເຫັນພຣະເຈົ້າທີ່ແທ້ຈິງຜູ້ບັງເກີດເປັນມະນຸດ ຜູ້ທີ່ບໍ່ແຕກຕ່າງຫຍັງຈາກມະນຸດທຳມະດາ. ໃນແຕ່ລະຍຸກ ພຣະເຈົ້າເຮັດໃນສິ່ງທີ່ແຕກຕ່າງໃຫ້ເຂົ້າໃຈໄດ້ງ່າຍ. ໃນແຕ່ລະຍຸກ ພຣະເຈົ້າເຮັດໃຫ້ການກະທຳຕ່າງໆຂອງພຣະເຈົ້າເຂົ້າໃຈໄດ້ງ່າຍ ແລະ ພາລະກິດຂອງແຕ່ລະຍຸກ ສ່ວນໜຶ່ງແມ່ນສະແດງເຖິງອຸປະນິໄສຂອງພຣະເຈົ້າ ແລະ ອີກສ່ວນໜຶ່ງສະແດງເຖິງການກະທຳຂອງພຣະເຈົ້າ. ການກະທຳທີ່ພຣະອົງໄດ້ເຮັດໃຫ້ເຂົ້າໃຈໄດ້ງ່າຍແຕກຕ່າງກັນໄປຕາມຍຸກທີ່ພຣະອົງປະຕິບັດພາລະກິດ ແຕ່ພວກມັນທັງໝົດເຮັດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງເລິກເຊິ່ງຫຼາຍຂຶ້ນ, ມີຄວາມເຊື່ອໃນພຣະເຈົ້າທີ່ເປັນຈິງ ແລະ ທໍາມະດາຫຼາຍຂຶ້ນ. ມະນຸດເຊື່ອໃນພຣະເຈົ້າ ຍ້ອນການກະທຳທັງໝົດຂອງພຣະເຈົ້າ ແລະ ຍ້ອນພຣະເຈົ້າອັດສະຈັນຫຼາຍ, ຍິ່ງໃຫຍ່ຫຼາຍ ຍ້ອນພຣະອົງມີລິດທານຸພາບສູງສຸດ ແລະ ບໍ່ສາມາດຢັ່ງເຖິງໄດ້. ຖ້າເຈົ້າເຊື່ອໃນພຣະເຈົ້າ ຍ້ອນພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ ແລະ ສາມາດຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລ້ວມຸມມອງຂອງເຈົ້າກໍຜິດ ແລະ ບາງຄົນຈະເວົ້າກັບເຈົ້າວ່າ “ວິນຍານຊົ່ວຮ້າຍບໍ່ສາມາດເຮັດສິ່ງດັ່ງກ່າວນັ້ນໄດ້ຄືກັນບໍ?” ນີ້ບໍ່ແມ່ນເພື່ອສືບຕໍ່ເຮັດໃຫ້ພາບລັກຂອງພຣະເຈົ້າ ແລະ ພາບລັກຂອງຊາຕານສັບສົນກັນບໍ? ໃນປັດຈຸບັນ ຄວາມເຊື່ອໃນພຣະເຈົ້າຂອງມະນຸດເກີດຂຶ້ນກໍຍ້ອນວ່າການກະທຳຫຼາຍຢ່າງຂອງພຣະອົງ ແລະ ຍ້ອນພາລະກິດຈຳນວນຫຼວງຫຼາຍທີ່ພຣະອົງປະຕິບັດ ແລະ ຫຼາຍວິທີການທີ່ພຣະອົງກ່າວ. ພຣະເຈົ້ານໍາໃຊ້ຖ້ອຍຄໍາຂອງພຣະອົງເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ເຂົາສົມບູນ. ມະນຸດເຊື່ອໃນພຣະເຈົ້າ ຍ້ອນການກະທຳຫຼາຍຢ່າງຂອງພຣະອົງ ບໍ່ແມ່ນຍ້ອນພຣະອົງສາມາດສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ. ຜູ້ຄົນໄດ້ຮູ້ຈັກພຣະເຈົ້າໂດຍການເປັນພະຍານເຖິງການກະທຳຂອງພຣະອົງ. ມີພຽງການຮູ້ຈັກການກະທຳທີ່ຂຶ້ນຢູ່ກັບຄວາມເປັນຈິງຂອງພຣະເຈົ້າ, ຮູ້ຈັກວິທີທີ່ພຣະອົງປະຕິບັດພາລະກິດ, ວິທີການທີ່ເປັນເລີດທີ່ພຣະອົງນໍາໃຊ້, ວິທີທີ່ພຣະອົງກ່າວ ແລະ ວິທີທີ່ພຣະອົງເຮັດໃຫ້ມະນຸດສົມບູນແບບ, ມີພຽງການຮູ້ຈັກໃນຮູບແບບລັກສະນະເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈການເຮັດຕາມຄວາມເປັນຈິງຂອງພຣະເຈົ້າໄດ້, ເຂົ້າໃຈອຸປະນິໄສຂອງພຣະອົງ, ຮູ້ຈັກສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ ແລະ ວິທີທີ່ພຣະອົງປະຕິບັດພາລະກິດກັບມະນຸດ. ດ້ວຍການຮູ້ຈັກຄວາມມັກ ແລະ ຄວາມບໍ່ມັກຂອງພຣະເຈົ້າ ເຈົ້າຈະສາມາດຈຳແນກຄວາມແຕກຕ່າງລະຫວ່າງສິ່ງທີ່ເປັນທາງບວກ ແລະ ສິ່ງທີ່ເປັນທາງລົບ ແລະ ຜ່ານຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າ, ເຈົ້າຈະມີຄວາມຄືບໜ້າໃນຊີວິດ. ສະຫຼຸບກໍຄື ເຈົ້າຕ້ອງຮັບເອົາຄວາມຮູ້ຂອງພາລະກິດຂອງພຣະເຈົ້າ ແລະ ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ