ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 145
06 ເດືອນທັນວາ 2025
ບໍ່ວ່າເຈົ້າຈະສະແຫວງຫາແນວໃດ, ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຕ້ອງເຂົ້າໃຈພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນ ແລະ ຕ້ອງຮູ້ຈັກຄວາມໝາຍຂອງພາລະກິດນີ້. ເຈົ້າຕ້ອງເຂົ້າໃຈ ແລະ ຮູ້ຈັກວ່າ ພາລະກິດຂອງພຣະເຈົ້າຈະນໍາຫຍັງມາ ເມື່ອພຣະອົງມາໃນຍຸກສຸດທ້າຍ, ຈິດໃຈແບບໃດທີ່ພຣະອົງຈະນໍາມາ ແລະ ແມ່ນຫຍັງຈະຖືກເຮັດໃຫ້ສົມບູນໃນມະນຸດ. ຖ້າເຈົ້າບໍ່ຮູ້ຈັກ ຫຼື ເຂົ້າໃຈພາລະກິດທີ່ພຣະອົງມາປະຕິບັດໃນເນື້ອໜັງ, ແລ້ວເຈົ້າຈະເຂົ້າໃຈເຈດຕະນາຂອງພຣະອົງໄດ້ແນວໃດ ແລະ ເຈົ້າຈະເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ຕາມຄວາມເປັນຈິງແລ້ວ, ການເປັນຜູ້ໃກ້ຊິດຂອງພຣະເຈົ້າບໍ່ແມ່ນເລື່ອງທີ່ຊັບຊ້ອນ ແຕ່ມັນກໍບໍ່ແມ່ນເລື່ອງທີ່ງ່າຍ. ຖ້າຜູ້ຄົນສາມາດເຂົ້າໃຈມັນຢ່າງລະອຽດ ແລະ ນໍາສິ່ງດັ່ງກ່າວໄປປະຕິບັດ, ມັນກໍຈະບໍ່ຊັບຊ້ອນ; ຖ້າຜູ້ຄົນບໍ່ສາມາດເຂົ້າໃຈສິ່ງດັ່ງກ່າວຢ່າງລະອຽດ, ມັນກໍແຮງຈະຍາກຂຶ້ນກວ່າເກົ່າ ແລະ ນອກຈາກນັ້ນ ມະນຸດກໍຈະມັກສະແຫວງຫາສິ່ງທີ່ຢູ່ທ່າມກາງຄວາມບໍ່ແຈ່ມແຈ້ງ. ຖ້າໃນການສະແຫວງຫາພຣະເຈົ້າ, ມະນຸດບໍ່ມີຈຸດຢືນຂອງຕົນເອງໃຫ້ຮອງຮັບ ແລະ ບໍ່ຮູ້ຈັກຄວາມຈິງທີ່ເຂົາຕ້ອງຍຶດໝັ້ນ, ນັ້ນກໍໝາຍຄວາມວ່າ ເຂົາບໍ່ມີພື້ນຖານ ແລະ ດ້ວຍເຫດນີ້ ມັນຈຶ່ງບໍ່ງ່າຍທີ່ເຂົາຈະຍຶດໝັ້ນຢ່າງໜຽວແໜ້ນ. ປັດຈຸບັນນີ້ ມີຫຼາຍຄົນທີ່ບໍ່ເຂົ້າໃຈຄວາມຈິງ ເຊິ່ງເປັນຄົນທີ່ບໍ່ສາມາດຈຳແນກຄວາມດີ ແລະ ຄວາມຊົ່ວ ຫຼື ບອກສິ່ງທີ່ຄວນຮັກ ຫຼື ຊັງ. ຄົນດັ່ງກ່າວຍຶດໝັ້ນຢ່າງໜຽວແໜ້ນໄດ້ຍາກ. ຄໍາຕອບສູ່ຄວາມເຊື່ອໃນພຣະເຈົ້າແມ່ນຄວາມສາມາດໃນການນໍາຄວາມຈິງໄປປະຕິບັດ, ເພື່ອສະແດງໃຫ້ເຫັນການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ຮູ້ຈັກພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ ເມື່ອພຣະອົງມາເປັນເນື້ອໜັງ ແລະ ຫຼັກການທີ່ພຣະອົງຊົງກ່າວອອກມາ; ຢ່າຕິດຕາມຄົນສ່ວນໃຫຍ່ ແລະ ເຈົ້າຕ້ອງມີຫຼັກການທີ່ເຈົ້າຕ້ອງເຂົ້າຮ່ວມ ແລະ ຕ້ອງຍຶດຕິດກັບພວກມັນ. ການຍຶດຕິດຢ່າງໜຽວແໜ້ນກັບສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນເຈົ້າ ເຊິ່ງພຣະເຈົ້າເຮັດໃຫ້ສະຫວ່າງຂຶ້ນ ເປັນການຊ່ວຍເຫຼືອໃຫ້ແກ່ເຈົ້າ. ຖ້າເຈົ້າບໍ່ເຮັດ, ປັດຈຸບັນ ເຈົ້າຈະປ່ຽນທິດໄປທາງໜຶ່ງ, ໃນອະນາຄົດ ເຈົ້າກໍຈະປ່ຽນໄປອີກທາງໜຶ່ງ ແລະ ເຈົ້າຈະບໍ່ໄດ້ຮັບຫຍັງເລີຍທີ່ເປັນຄວາມຈິງ. ການເປັນແບບນີ້ຈະບໍ່ເປັນປະໂຫຍດໃຫ້ກັບຊີວິດຂອງເຈົ້າເອງ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈຄວາມຈິງຈະຕິດຕາມຄົນອື່ນຢູ່ຕະຫຼອດເວລາ: ຖ້າຜູ້ຄົນກ່າວວ່ານີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍຈະກ່າວວ່າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດຄືກັນ; ຖ້າຄົນອື່ນກ່າວວ່າ ມັນເປັນພາລະກິດຂອງວິນຍານຊົ່ວຮ້າຍ ແລ້ວເຈົ້າກໍຈະສົງໄສເຊັ່ນກັນ ຫຼື ຍັງເວົ້າວ່າ ມັນແມ່ນພາລະກິດຂອງວິນຍານຊົ່ວຮ້າຍ. ເຈົ້າຮຽນແບບຄຳເວົ້າຂອງຄົນອື່ນຢູ່ເປັນປະຈຳ ແລະ ບໍ່ສາມາດຈຳແນກສິ່ງໃດດ້ວຍຕົວເຈົ້າເອງ ແລະ ເຈົ້າກໍບໍ່ສາມາດຄິດເພື່ອຕົວເອງ. ນີ້ແມ່ນຄົນທີ່ບໍ່ມີຈຸດຢືນ ເຊິ່ງບໍ່ສາມາດຈຳແນກຄວາມແຕກຕ່າງ ເຊິ່ງບຸກຄົນດັ່ງກ່າວເປັນຄົນເວດທະນາທີ່ບໍ່ມີຄ່າເລີຍ! ເຈົ້າຕ້ອງເວົ້າຕາມຄຳເວົ້າຂອງຄົນອື່ນຊໍ້າໆ: ໃນປັດຈຸບັນ ມີຄົນບອກວ່າ ນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແຕ່ມີຄວາມເປັນໄປໄດ້ທີ່ມື້ໜຶ່ງ ຈະມີຄົນກ່າວວ່າ ມັນບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ມີຫຍັງເລີຍ ນອກຈາກການກະທຳຂອງມະນຸດ ແຕ່ເຈົ້າກໍຍັງບໍ່ສາມາດເບິ່ງສິ່ງນີ້ອອກ ແລະ ເມື່ອເຈົ້າໄດ້ເຫັນຄົນອື່ນກ່າວມັນອອກມາ ເຈົ້າກໍຈະກ່າວໃນສິ່ງດຽວກັນ. ມັນເປັນພາລະກິດຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແຕ່ເຈົ້າຈະກ່າວວ່າ ມັນເປັນພາລະກິດຂອງມະນຸດ; ເຈົ້າບໍ່ໄດ້ກາຍມາເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນສິ່ງນີ້ ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຍ້ອນເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງໄດ້ບໍ? ໃຜຈະໄປຮູ້, ບາງເທື່ອ ມື້ໜຶ່ງ ຄົນໂງ່ບາງຄົນຈະປາກົດຂຶ້ນ ເຊິ່ງເປັນຄົນທີ່ກ່າວວ່າ “ນີ້ແມ່ນພາລະກິດຂອງວິນຍານຊົ່ວຮ້າຍ” ແລະ ເມື່ອເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້ ເຈົ້າກໍຈະສູນເສຍຈຸດຢືນ ແລະ ອີກຄັ້ງ ເຈົ້າກໍຈະຖືກຄຳເວົ້າຂອງຄົນອື່ນຈໍາກັດ. ທຸກຄັ້ງທີ່ມີບາງຄົນສ້າງຄວາມວຸ້ນວາຍຂຶ້ນ ເຈົ້າກໍຈະບໍ່ສາມາດຢືນໃນຈຸດຢືນຂອງຕົນເອງ ແລະ ມັນກໍຈະເປັນແບບນີ້ ຍ້ອນວ່າເຈົ້າບໍ່ມີຄວາມຈິງ. ການເຊື່ອໃນພຣະເຈົ້າ ແລະ ການສະແຫວງຫາຄວາມຮູ້ຂອງພຣະເຈົ້າບໍ່ແມ່ນບັນຫາທີ່ບໍ່ງ່າຍດາຍ. ພຽງແຕ່ເຕົ້າໂຮມກັນ ແລະ ຮັບຟັງຄຳເທດສະໜາບໍ່ສາມາດເຮັດໃຫ້ບັນລຸສິ່ງນັ້ນໄດ້ ແລະ ຄວາມຮັກຢ່າງຫຼົງໄຫຼຢ່າງດຽວບໍ່ສາມາດເຮັດໃຫ້ເຈົ້າສົມບູນໄດ້. ເຈົ້າຕ້ອງປະສົບກັບ ແລະ ຮູ້ຈັກ ແລະ ມີຫຼັກການໃນການກະທຳຂອງເຈົ້າ ແລະ ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຈົ້າໄດ້ຜ່ານປະສົບການຫຼາຍຢ່າງ ເຈົ້າຈະສາມາດຈຳແນກຄວາມແຕກຕ່າງຫຼາຍຢ່າງ ເຊິ່ງເຈົ້າຈະສາມາດຈຳແນກລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ຊົ່ວ, ລະຫວ່າງສິ່ງທີ່ຍຸຕິທຳ ແລະ ສິ່ງທີ່ຊົ່ວຮ້າຍ, ລະຫວ່າງສິ່ງທີ່ເປັນເນື້ອໜັງ ແລະ ເລືອດເນື້ອ ແລະ ສິ່ງທີ່ເປັນຄວາມຈິງ. ເຈົ້າຄວນສາມາດຈຳແນກລະຫວ່າງທຸກສິ່ງເຫຼົ່ານີ້ ແລະ ດ້ວຍການເຮັດແບບນີ້, ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ ເຈົ້າກໍຈະບໍ່ສູນເສຍຈຸດຢືນຈັກເທື່ອ. ນີ້ຈຶ່ງແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ