ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 148

09 ເດືອນກໍລະກົດ 2025

ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດແບບທໍາມະຊາດສະເໝີ; ພຣະອົງສາມາດວາງແຜນພາລະກິດຂອງພຣະອົງໃນເວລາໃດກໍໄດ້ ແລະ ດໍາເນີນແຜນການນັ້ນໃນເວລາໃດກໍໄດ້. ເປັນຫຍັງເຮົາຈຶ່ງເວົ້າຢູ່ຕະຫຼອດວ່າ ພາລະກິດຂອງພຣະວິນຍານບໍລິສຸດຄືຄວາມເປັນຈິງ, ໃໝ່ສະເໝີ, ບໍ່ເຄີຍເກົ່າ ແລະ ສົດໃສທີ່ສຸດຕະຫຼອດ? ພາລະກິດຂອງພຣະອົງບໍ່ໄດ້ຖືກວາງແຜນໄວ້ໃນເວລາທີ່ໂລກຖືກສ້າງຂຶ້ນ; ນັ້ນບໍ່ແມ່ນສິ່ງທີ່ເກີດຂຶ້ນເລີຍ! ທຸກຂັ້ນຕອນຂອງພາລະກິດແມ່ນເຮັດເພື່ອບັນລຸຜົນທີ່ຖືກຕ້ອງສໍາລັບເວລານັ້ນ ແລະ ຂັ້ນຕອນຕ່າງໆກໍບໍ່ຂັດຂວາງກັນ ແລະ ກັນ. ມີຫຼາຍຄັ້ງທີ່ແຜນການທີ່ຢູ່ໃນຫົວໃຈຂອງເຈົ້າບໍ່ສາມາດທຽບເທົ່າກັບພາລະກິດຫຼ້າສຸດຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະອົງບໍ່ງ່າຍດາຍຄືກັບທີ່ມະນຸດຄິດ ແລະ ມັນກໍບໍ່ຊັບຊ້ອນເທົ່າກັບທີ່ມະນຸດຈິນຕະນາການ; ມັນປະກອບດ້ວຍການສະໜອງຜູ້ຄົນໃນເວລາ ແລະ ສະຖານທີ່ໃດກໍໄດ້ຕາມຄວາມຕ້ອງການຂອງພວກເຂົາໃນປັດຈຸບັນ. ບໍ່ມີໃຜທີ່ຈະມີຄວາມຊັດເຈນກ່ຽວກັບແກ່ນແທ້ຂອງມະນຸດຄືພຣະອົງ ແລະ ຍ້ອນເຫດຜົນນີ້ຈຶ່ງບໍ່ມີສິ່ງໃດສາມາດມີຄວາມແທດເໝາະກັບຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນຄືກັບພາລະກິດຂອງພຣະອົງ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ພາລະກິດຂອງພຣະອົງຈຶ່ງເບິ່ງຄືກັບວ່າໄດ້ມີການວາງແຜນໄວ້ເປັນເວລາຫຼາຍພັນປີມາແລ້ວ. ໃນຂະນະທີ່ພຣະອົງປະຕິບັດພາລະກິດທ່າມກາງພວກເຈົ້າໃນປັດຈຸບັນ, ໃນຂະນະທີ່ກໍາລັງປະຕິບັດ ແລະ ກ່າວ ແລະ ເຝົ້າເບິ່ງສະພາບທີ່ພວກເຈົ້າເປັນ, ພຣະອົງກໍຈະມີພຣະທໍາທີ່ເໝາະສົມເພື່ອກ່າວຕໍ່ທຸກສະພາບການອີງຕາມຄວາມຕ້ອງການຂອງພວກເຈົ້າ. ຍົກຕົວຢ່າງຂັ້ນຕອນທໍາອິດຂອງພາລະກິດຂອງພຣະອົງ ເຊັ່ນ: ເວລາຂອງການຂ້ຽນຕີ. ຫຼັງຈາກນັ້ນ ພຣະເຈົ້າໄດ້ດໍາເນີນພາລະກິດຂອງພຣະອົງອີງຕາມສິ່ງທີ່ຜູ້ຄົນໄດ້ສະແດງອອກມາ, ການຕໍ່ຕ້ານຂອງພວກເຂົາ, ສະພາບທາງບວກ ແລະ ສະພາບທາງລົບທີ່ເກີດຂຶ້ນຈາກພວກເຂົາ, ເຊັ່ນດຽວກັນກັບຂີດຈໍາກັດຕໍ່າສຸດ ທີ່ຜູ້ຄົນຈະລົ້ມລົງ ເມື່ອສະພາບທາງລົບມາເຖິງຈຸດໃດໜຶ່ງ ແລະ ພຣະອົງຊົງຍຶດເອົາສິ່ງເຫຼົ່ານີ້ເພື່ອບັນລຸຜົນສໍາເລັດທີ່ດີກວ່າຈາກພາລະກິດຂອງພຣະອົງ. ໝາຍຄວາມວ່າ ພຣະອົງປະຕິບັດພາລະກິດຂອງພຣະອົງອີງຕາມສະພາບການໃນປັດຈຸບັນຂອງພວກເຂົາ; ພຣະອົງດໍາເນີນທຸກຂັ້ນຕອນຂອງພາລະກິດຂອງພຣະອົງອີງຕາມສະພາບການຕົວຈິງຂອງຜູ້ຄົນ. ສິ່ງຊົງສ້າງທັງໝົດແມ່ນຢູ່ໃນກໍາມືຂອງພຣະອົງ; ແລ້ວພຣະອົງຈະບໍ່ສາມາດຮູ້ຈັກສິ່ງເຫຼົ່ານັ້ນບໍ? ພຣະເຈົ້າດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດທີ່ຄວນເຮັດ ຢູ່ໃນເວລາ ແລະ ສະຖານທີ່ໃດກໍໄດ້ອີງຕາມສະພາບການຂອງຜູ້ຄົນ. ບໍ່ມີທາງທີ່ພາລະກິດດັ່ງກ່າວນີ້ໄດ້ຖືກວາງແຜນໄວ້ກ່ອນລ່ວງໜ້າເປັນເວລາຫຼາຍພັນປີ; ນັ້ນແມ່ນຄວາມຄິດຂອງມະນຸດ! ພຣະອົງປະຕິບັດພາລະກິດໃນຂະນະທີ່ພຣະອົງສັງເກດເບິ່ງຜົນຂອງພາລະກິດຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນມີຄວາມເລິກເຊິ່ງ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ; ແຕ່ລະຄັ້ງ ຫຼັງຈາກໄດ້ສັງເກດເບິ່ງຜົນໄດ້ຮັບຈາກພາລະກິດຂອງພຣະອົງ, ພຣະອົງກໍດໍາເນີນຂັ້ນຕອນຕໍ່ໄປຂອງພາລະກິດຂອງພຣະອົງ. ພຣະອົງໃຊ້ຫຼາຍສິ່ງຫຼາຍຢ່າງເພື່ອການປ່ຽນແປງເທື່ອລະໜ້ອຍ ແລະ ເພື່ອເຮັດໃຫ້ຜູ້ຄົນສາມາດແນມເຫັນພາລະກິດໃໝ່ຂອງພຣະອົງຕາມການເວລາ. ການເຮັດພາລະກິດແບບນີ້ສາມາດສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ ເພາະວ່າພຣະເຈົ້າຮູ້ຈັກຜູ້ຄົນດີ. ນີ້ແມ່ນວິທີທີ່ພຣະອົງດໍາເນີນພາລະກິດຂອງພຣະອົງຈາກສະຫວັນ. ໃນທໍານອງດຽວກັນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍໄດ້ກະທຳພາລະກິດຂອງພຣະອົງດ້ວຍວິທີນີ້ເຊັ່ນກັນ ໂດຍຈັດແຈງ ແລະ ປະຕິບັດພາລະກິດທ່າມກາງມະນຸດອີງຕາມສະພາບການຕົວຈິງ. ບໍ່ໄດ້ມີການຈັດແຈງພາລະກິດຂອງພຣະອົງກ່ອນການສ້າງໂລກ ແລະ ບໍ່ມີການວາງແຜນໄວ້ລ່ວງໜ້າຢ່າງລະອຽດ. ຫຼັງຈາກໂລກນີ້ຖືກສ້າງຂຶ້ນໄດ້ສອງພັນປີ, ພຣະເຢໂຮວາເຫັນວ່າ ມະນຸດໄດ້ເສື່ອມຊາມຫຼາຍຈົນພຣະອົງໄດ້ໃຊ້ປາກຂອງຜູ້ປະກາດພຣະທໍາເອຊາຢາເພື່ອທໍານາຍວ່າ ພາຍຫຼັງຍຸກແຫ່ງພຣະບັນຍັດໄດ້ສິ້ນສຸດລົງ, ພຣະເຢໂຮວາຈະດໍາເນີນພາລະກິດເພື່ອໄຖ່ບາບໃຫ້ກັບມະນຸດຊາດໃນຍຸກຂອງພຣະຄຸນ. ນີ້ແມ່ນແຜນການຂອງພຣະເຢໂຮວາ, ແນ່ນອນ ແຜນການນີ້ແມ່ນໄດ້ສ້າງຂຶ້ນອີງຕາມສະພາບການທີ່ພຣະອົງໄດ້ສັງເກດເຫັນໃນເວລານັ້ນເຊັ່ນກັນ; ພຣະອົງບໍ່ໄດ້ຄົ້ນຄິດແຜນການນີ້ທັນທີຫຼັງຈາກໄດ້ສ້າງອາດາມຢ່າງແນ່ນອນ. ເອຊາຢາພຽງແຕ່ທໍານາຍໄວ້, ແຕ່ພຣະເຢໂຮວາບໍ່ໄດ້ກະກຽມພາລະກິດນີ້ໄວ້ໃນຍຸກແຫ່ງພຣະບັນຍັດ; ໃນທາງກົງກັນຂ້າມ, ພຣະອົງເລີ່ມດໍາເນີນພາລະກິດນີ້ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ເມື່ອທູດສະຫວັນໄດ້ປາກົດຢູ່ໃນຄວາມຝັນຂອງໂຢເຊັບເພື່ອໃຫ້ແສງສະຫວ່າງແກ່ລາວດ້ວຍຂ່າວປະເສີດວ່າ ພຣະເຈົ້າຈະກາຍເປັນເນື້ອໜັງ ແລະ ພຽງເມື່ອນັ້ນ ພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງຈຶ່ງໄດ້ເລີ່ມຕົ້ນຂຶ້ນ. ພຣະເຈົ້າບໍ່ໄດ້ກະກຽມພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະອົງ ຫຼັງຈາກການສ້າງໂລກ ຕາມທີ່ມະນຸດໄດ້ຈິນຕະນາການໄວ້; ມັນພຽງໄດ້ຖືກຕັດສິນອີງຕາມລະດັບການພັດທະນາຂອງມະນຸດ ແລະ ສະຖານະຂອງສົງຄາມຂອງພຣະອົງກັບຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ