ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 150

26 ເດືອນຕຸລາ 2020

ທໍາອິດ ພຣະເຈົ້າໄດ້ສ້າງອາດາມ ແລະ ເອວາ ແລະ ພຣະອົງຍັງໄດ້ສ້າງງູ. ໃນບັນດາສັບພະສິ່ງທັງໝົດ, ງູມີພິດຫຼາຍທີ່ສຸດ; ຮ່າງກາຍຂອງມັນມີພິດ ເຊິ່ງຊາຕານໄດ້ໃຊ້ພິດນີ້ເພື່ອຜົນປະໂຫຍດ. ມັນແມ່ນງູທີ່ລໍ້ລວງໃຫ້ເອວາເຮັດບາບ. ແລ້ວອາດາມກໍໄດ້ເຮັດບາບຫຼັງຈາກທີ່ເອວາໄດ້ເຮັດ ແລະ ຫຼັງຈານນັ້ນ ທັງສອງຄົນກໍສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ຖ້າພຣະເຢໂຮວາຮູ້ວ່າ ງູຈະລໍ້ລວງເອວາ ແລະ ເອວາຈະລໍ້ລວງອາດາມ ແລ້ວເປັນຫຍັງພຣະອົງຈຶ່ງຈັດພວກເຂົາທັງໝົດຢູ່ໃນສວນ? ຖ້າຫາກວ່າ ພຣະອົງສາມາດຄາດຄະເນສິ່ງເຫຼົ່ານີ້ລ່ວງໜ້າ ແລ້ວເປັນຫຍັງພຣະອົງຈຶ່ງສ້າງງູ ແລະ ວາງໃຫ້ມັນຢູ່ໃນສວນເອເດນ? ເປັນຫຍັງສວນຂອງເອເດນຈຶ່ງມີໝາກໄມ້ຂອງຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ? ພຣະອົງມີຈຸດປະສົງໃຫ້ພວກເຂົາກິນໝາກໄມ້ນັ້ນບໍ? ເມື່ອພຣະເຢໂຮວາສະເດັດມາ, ທັງອາດາມ ແລະ ເອວາບໍ່ກ້າຜະເຊີນໜ້າກັບພຣະອົງ ແລະ ໃນເວລານັ້ນເອງທີ່ພຣະເຢໂຮວາຮູ້ວ່າ ພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ໄດ້ຕົກເປັນເຫຍື່ອຂອງຄວາມຫຼອກລວງຂອງງູໄປແລ້ວ. ສຸດທ້າຍ ພຣະອົງກໍໄດ້ສາບແຊ່ງງູ ແລະ ສາບແຊ່ງອາດາມ ແລະ ເອວາເຊັ່ນກັນ. ໃນເວລາທີ່ທັງສອງກິນໝາກໄມ້ຈາກຕົ້ນໄມ້ນັ້ນ ພຣະເຢໂຮວາບໍ່ໄດ້ຮູ້ວ່າ ພວກເຂົາທັງສອງໄດ້ກິນໝາກໄມ້ຈາກຕົ້ນໄມ້. ມະນຸດໄດ້ກາຍເປັນຄົນເສື່ອມຊາມຈົນຮອດຂັ້ນຊົ່ວຮ້າຍ ແລະ ເກີດມີຕັນຫາທາງເພດ, ເຖິງຂັ້ນທີ່ທຸກສິ່ງທີ່ພວກເຂົາມີຢູ່ໃນຫົວໃຈຂອງພວກເຂົາແມ່ນລ້ວນແລ້ວແຕ່ເປັນສິ່ງຊົ່ວຮ້າຍ ແລະ ຂາດຄວາມຊອບທໍາ; ທຸກສິ່ງແມ່ນສົກກະປົກ. ດັ່ງນັ້ນ, ພຣະເຢໂຮວາຈຶ່ງເສຍໃຈທີ່ໄດ້ສ້າງມະນຸດຊາດ. ຫຼັງຈາກນັ້ນ ພຣະອົງກໍໄດ້ປະຕິບັດພາລະກິດຂອງພຣະອົງ ເພື່ອທໍາລາຍໂລກດ້ວຍນໍ້າຖ້ວມ ເຊິ່ງມີພຽງແຕ່ໂນອາ ແລະ ລູກຊາຍຂອງລາວທີ່ມີຊີວິດລອດ. ຄວາມຈິງແລ້ວ ບາງສິ່ງບາງຢ່າງກໍບໍ່ໄດ້ກ້າວໜ້າ ແລະ ເໜືອທໍາມະຊາດຕາມທີ່ຜູ້ຄົນອາດຈິນຕະນາການ. ບາງຄົນຖາມວ່າ: “ໃນເມື່ອພຣະເຈົ້າຊົງຊາບວ່າ ເທວະທູດຈະທໍລະຍົດຕໍ່ພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ?” ສິ່ງເຫຼົ່ານີ້ແມ່ນຄວາມຈິງ: ໃນສະໄໝທີ່ຍັງບໍ່ມີແຜ່ນດິນໂລກ, ເທວະທູດຄືທູດສະຫວັນທີ່ຍິ່ງໃຫຍ່. ມັນມີອໍານາດຄວບຄຸມທູດສະຫວັນໃນສະຫວັນທັງໝົດ; ນີ້ແມ່ນອໍານາດທີ່ພຣະເຈົ້າຊົງມອບໃຫ້ມັນ. ນອກຈາກພຣະເຈົ້າແລ້ວ, ມັນຄືຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທູດສະຫວັນຂອງສະຫວັນ. ຕໍ່ມາເມື່ອພຣະເຈົ້າຊົງສ້າງມະນຸດ, ເທວະທູດຈຶ່ງດໍາເນີນການທໍລະຍົດຕໍ່ພຣະເຈົ້າຢ່າງໃຫຍ່ຫຼວງເທິງແຜ່ນດິນໂລກ. ເຮົາເວົ້າວ່າ ມັນທໍລະຍົດຕໍ່ພຣະເຈົ້າ ເພາະວ່າມັນຕ້ອງການຄຸ້ມຄອງມະນຸດຊາດ ແລະ ຢູ່ເໜືອອໍານາດຂອງພຣະເຈົ້າ. ມັນເປັນເທວະທູດທີ່ລໍ້ລວງເອວາເຂົ້າສູ່ຄວາມບາບ; ມັນເຮັດແບບນັ້ນ ຍ້ອນມັນຕ້ອງການສ້າງອານາຈັກຂອງມັນເທິງແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຊາດທໍລະຍົດຕໍ່ພຣະເຈົ້າ ແລະ ມາເຊື່ອຟັງມັນແທນ. ເທວະທູດເຫັນວ່າ ມີຫຼາຍສິ່ງທີ່ສາມາດເຊື່ອຟັງມັນ; ທູດສະຫວັນສາມາດເຊື່ອຟັງມັນ ແລະ ຜູ້ຄົນໃນແຜ່ນດິນໂລກກໍສາມາດເຊັ່ນກັນ. ຝູງນົກ, ສັດປ່າ, ຕົ້ນໄມ້, ປ່າດົງ, ພູເຂົາ, ແມ່ນໍ້າ ແລະ ສັບພະສິ່ງທັງໝົດເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການດູແລຂອງມະນຸດ ນັ້ນກໍຄື ອາດາມ ແລະ ເອວາ, ແລ້ວອາດາມ ແລະ ເອວາກໍເຊື່ອຟັງມັນ. ສະນັ້ນ, ເທວະທູດຈຶ່ງປາດຖະໜາຢາກຢູ່ເໜືອອໍານາດຂອງພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ. ຫຼັງຈາກນັ້ນ ມັນກໍນໍາພາທູດສະຫວັນທັງຫຼາຍກະບົດຕໍ່ພຣະເຈົ້າ ເຊິ່ງຕໍ່ມາກໍໄດ້ກາຍເປັນວິນຍານຊົ່ວຮ້າຍຕ່າງໆ. ການພັດທະນາຂອງມວນມະນຸດມາເຖິງທຸກວັນນີ້ບໍ່ແມ່ນເກີດຈາກຄວາມເສື່ອມຊາມຂອງເທວະທູດນັ້ນບໍ? ມວນມະນຸດເປັນດັ່ງທຸກມື້ນີ້ ກໍຍ້ອນເທວະທູດທໍລະຍົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ມະນຸດເສື່ອມຊາມ. ພະລະກິດແຕ່ລະຂັ້ນຕອນນີ້ ແມ່ນບໍ່ໄດ້ເປັນຮູບປະທໍາ ແລະ ງ່າຍດາຍດັ່ງທີ່ຜູ້ຄົນຈິນຕະນາການ. ຊາຕານໄດ້ດຳເນີນການທໍລະຍົດຂອງມັນເພື່ອຜົນປະໂຫຍດໃດໜຶ່ງ, ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈເຖິງຂໍ້ເທັດຈິງນີ້. ເປັນຫຍັງພຣະເຈົ້າຈຶ່ງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງໝົດ, ແລ້ວຍັງສ້າງຊາຕານອີກ? ໃນເມື່ອ ພຣະເຈົ້າຊັງຊາຕານຫຼາຍ ແລະ ຊາຕານແມ່ນສັດຕູຂອງພຣະອົງ, ແລ້ວ ເປັນຫຍັງພຣະອົງຈຶ່ງສ້າງຊາຕານ? ໂດຍການສ້າງຊາຕານ, ພຣະອົງບໍ່ໄດ້ສ້າງສັດຕູບໍ? ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ສ້າງສັດຕູ; ໃນທາງກົງກັນຂ້າມ, ພຣະອົງສ້າງທູດສະຫວັນ ແລະ ຕໍ່ມາ ທູດສະຫວັນໄດ້ທໍລະຍົດພຣະອົງ. ສະຖານະຂອງມັນໄດ້ເຕີບໂຕຂຶ້ນຢ່າງຍິ່ງໃຫຍ່ຈົນມັນຕ້ອງການທໍລະຍົດຕໍ່ພຣະເຈົ້າ. ສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການບັງເອີນ ແຕ່ມັນເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ມັນຄືກັນກັບ ຄົນຕ້ອງຕາຍຢ່າງຫຼີກເວັ້ນບໍ່ໄດ້ຫຼັງຈາກທີ່ໄດ້ເຕີບໃຫຍ່ຂຶ້ນເຖິງຈຸດໃດໜຶ່ງ; ສິ່ງຕ່າງໆແມ່ນພັດທະນາໄປຕາມຂັ້ນຕອນນັ້ນ. ມີບາງຄົນທີ່ໂງ່ຈ້າເວົ້າວ່າ: “ໃນເມື່ອຊາຕານເປັນສັດຕູຂອງພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງສ້າງມັນຂຶ້ນມາ? ພຣະອົງບໍຮູ້ບໍ່ວ່າເທວະທູດສະຫວັນຈະທໍລະຍົດພຣະອົງ? ພຣະອົງບໍ່ສາມາດເຫັນທຸກສິ່ງໄດ້ທັງໝົດຢ່າງນິລັນດອນບໍ? ພຣະອົງບໍ່ຮູ້ຈັກທຳມະຊາດຂອງເທວະທູດບໍ? ໃນເມື່ອພຣະອົງຮູ້ຢ່າງຊັດເຈນວ່າ ມັນຈະທໍລະຍົດພຣະອົງ ແລ້ວເປັນຫຍັງພຣະອົງຈຶ່ງຕັ້ງໃຫ້ມັນເປັນເທວະທູດສະຫວັນ? ບໍ່ພຽງແຕ່ມັນທໍລະຍົດຕໍ່ພຣະອົງ ແຕ່ ມັນຍັງໄດ້ນໍາພາພວກເທວະດາຫຼາຍຕົນທໍລະຍົດພຣະອົງ ແລະ ໄດ້ລົງມາສູ່ໂລກຂອງມະນຸດເພື່ອເຮັດໃຫ້ມະນຸດເສື່ອມຊາມ; ແຕ່ຈົນເຖິງທຸກມື້ນີ້, ພຣະອົງກໍຍັງບໍ່ສາມາດປະຕິບັດຕາມແຜນການຄຸ້ມຄອງຫົກພັນປີຂອງພຣະອົງໃຫ້ສໍາເລັດ”. ຄໍາເວົ້າເຫຼົ່ານັ້ນຖືກຕ້ອງບໍ? ເມື່ອເຈົ້າຄິດແບບນັ້ນ, ເຈົ້າບໍ່ໄດ້ນໍາເອົາບັນຫາມາສູ່ຕົວເອງຫຼາຍຂຶ້ນເກີນຄວາມຈໍາເປັນບໍ? ບາງຄົນຍັງໄດ້ເວົ້າວ່າ: “ຖ້າຊາຕານບໍ່ໄດ້ເຮັດໃຫ້ມວຍມະນຸດເສື່ອມຊາມຈົນຮອດຍຸກປັດຈຸບັນ, ພຣະເຈົ້າກໍຈະບໍ່ໄດ້ນໍາຄວາມລອດພົ້ນມາສູ່ມວນມະນຸດແບບນີ້. ໃນກໍລະນີນີ້, ສະຕິປັນຍາ ແລະ ລິດທານຸພາບຂອງພຣະເຈົ້າກໍຈະເບິ່ງບໍ່ເຫັນ; ແລ້ວສະຕິປັນຍາຂອງພຣະອົງຈະປາກົດຢູ່ໃສ? ດັ່ງນັ້ນ, ພຣະເຈົ້າຈຶ່ງຊົງສ້າງເຜົ່າພັນມະນຸດໃຫ້ຊາຕານ ເພື່ອວ່າໃນອະນາຄົດພຣະເຈົ້າຈະໄດ້ເປີດເຜີຍລິດທານຸພາບຂອງພຣະອົງ, ບໍ່ດັ່ງນັ້ນ, ມະນຸດຈະຄົ້ນພົບສະຕິປັນຍາຂອງພຣະເຈົ້າໄດ້ແນວໃດ? ຖ້າມະນຸດບໍ່ຕໍ່ຕ້ານພຣະອົງ ຫຼື ກະບົດຕໍ່ພຣະອົງ, ມັນກໍບໍ່ຈໍາເປັນທີ່ຈະເປີດເຜີຍການກະທໍາຂອງພຣະອົງ. ຖ້າສັບພະສິ່ງທັງໝົດນະມັດສະການການພຣະອົງ ແລະ ເຊື່ອຟັງພຣະອົງ, ພຣະອົງກໍຈະບໍ່ມີພາລະກິດຕ້ອງເຮັດ”. ສິ່ງນີ້ຍິ່ງຫ່າງໄກຈາກຄວາມເປັນຈິງຫຼາຍ, ເພາະວ່າບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ສົກກະປົກ, ດ້ວຍເຫດນັ້ນ ພຣະອົງແມ່ນບໍ່ສາມາດສ້າງຄວາມສົກກະປົກໄດ້. ພຣະອົງເປີດເຜີຍການກະທໍາຂອງພຣະອົງໃນປັດຈຸບັນພຽງເພື່ອເອົາຊະນະສັດຕູຂອງພຣະອົງ, ເພື່ອຊ່ວຍມະນຸດຊາດ ທີ່ພຣະອົງໄດ້ສ້າງຂຶ້ນມາ, ເພື່ອເອົາຊະນະພວກຜີສາດ ແລະ ຊາຕານທີ່ກຽດຊັງພຣະອົງ, ທໍລະຍົດພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ເປັນຂອງພຣະອົງຕັ້ງແຕ່ເລີ່ມຕົ້ນ. ພຣະເຈົ້າຕ້ອງການເອົາຊະນະພວກຜີສາດເຫຼົ່ານີ້ ແລະ ໃນການກະທຳເຊັ່ນນັ້ນ ພຣະອົງກໍຈະໄດ້ເປີດເຜີຍລິດທານຸພາບຂອງພຣະອົງຕໍ່ທຸກສິ່ງທັງປວງ. ມວນມະນຸດ ແລະ ທຸກສັບພະສິ່ງເທິງແຜ່ນດິນໂລກໃນປັດຈຸບັນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ. ພຣະເຈົ້າຕ້ອງການເປີດເຜີຍການກະທໍາຂອງພຣະອົງຕໍ່ທຸກສັບພະສິ່ງ ເພື່ອວ່າ ຜູ້ຄົນຈະໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນຈະເອົາຊະນະຊາຕານ ແລະ ທໍາລາຍສັດຕຸຂອງພຣະອົງໃຫ້ໝົດສິ້ນ. ພາລະກິດທັງໝົດນີ້ຈະສໍາເລັດໂດຍຜ່ານການເປີດເຜີຍການກະທໍາຂອງພຣະອົງ. ສິ່ງທີ່ມີຊີວິດທັງໝົດຂອງພຣະອົງແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ, ດ້ວຍເຫດນັ້ນ ພຣະອົງຈຶ້ງຕ້ອງການເປີດເຜີຍລິດທານຸພາບສູງສຸດຂອງພຣະອົງໃຫ້ພວກເຂົາເຫັນ ເພື່ອເອົາຊະນະຊາຕານ. ຖ້າບໍ່ມີຊາຕານ ພຣະອົງຈະບໍ່ຈໍາເປັນຕ້ອງເປີດເຜີຍການກະທໍາຂອງພຣະອົງ. ຖ້າບໍ່ແມ່ນຍ້ອນການກໍ່ກວນຂອງຊາຕານ, ພຣະເຈົ້າກໍຈະສ້າງມວນມະນຸດ ແລະ ນໍາພາພວກເຂົາໃຊ້ຊີວິດຢູ່ໃນສວນຂອງເອເດນ. ດ້ວຍເຫດໃດພຣະອົງຈຶ່ງບໍ່ເຄີຍເປີດເຜີຍການກະທໍາຂອງພຣະອົງທັງໝົດໃຫ້ພວກທູດສະຫວັນ ຫຼື ເທວະທູດກ່ອນການທໍລະຍົດຂອງຊາຕານ? ຖ້າພວກທູດສະຫວັນ ແລະ ເທວະທູດໄດ້ຮູ້ຈັກພຣະອົງ ແລະ ເຊື່ອຟັງພຣະອົງແຕ່ເບື້ອງຕົ້ນ, ພຣະອົງກໍຈະບໍ່ໄດ້ດໍາເນີນພາລະກິດທີ່ບໍ່ມີຄວາມໝາຍເຫຼົ່ານີ້. ຍ້ອນການມີຢູ່ຂອງຊາຕານ ແລະ ພວກມານຮ້າຍ ແລະ ມະນຸດເຊັ່ນກັນທີ່ໄດ້ຕໍ່ຕ້ານພຣະອົງ ແລະ ເຕັມໄປດ້ວຍອຸປະນິໄສອັນຊົ່ວຮ້າຍ. ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງການເປີດເຜີຍການກະທໍາຂອງພຣະອົງ. ເນື່ອງຈາກພຣະອົງຕ້ອງການເຮັດສົງຄາມກັບຊາຕານ, ພຣະອົງຈຶ່ງຕ້ອງໃຊ້ອໍານາດຂອງພຣະອົງເອງ ແລະ ທຸກການກະທໍາຂອງພຣະອົງເພື່ອເອົາຊະນະຊາຕານ; ດ້ວຍວິທີນີ້, ພາລະກິດແຫ່ງການລອດພົ້ນຂອງພຣະອົງທີ່ພຣະອົງປະຕິບັດທ່າມກາງມະນຸດຊາດຈະເຮັດໃຫ້ພວກເຂົາເຫັນສະຕິປັນຍາ ແລະ ລິດທານຸພາບອັນສູງສຸດຂອງພຣະອົງ. ພາລະກິດທີ່ພຣະເຈົ້າກະທຳໃນມື້ນີ້ມີຄວາມໝາຍ ແລະ ບໍ່ມີລັກສະນະຄ້າຍຄືກັບທີ່ຄົນບາງຄົນໝາຍເຖິງເມື່ອເມື່ອພວກເຂົາເວົ້າວ່າ: “ພາລະກິດທີ່ພຣະອົງກະທໍາບໍ່ໄດ້ຂັດແຍ້ງກັນບໍ? ການກະທຳພາລະກິດຢ່າງຕໍ່ເນື່ອງແບບນີ້ບໍ່ເປັນພຽງແຕ່ການສ້າງບັນຫາໃຫ້ຕົວພຣະອົງເອງບໍ? ພຣະອົງສ້າງຊາຕານ ແລ້ວປ່ອຍໃຫ້ມັນທໍລະຍົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ. ພຣະອົງສ້າງມວນມະນຸດ ແລະ ຫຼັງຈາກນັ້ນກໍມອບພວກເຂົາໃຫ້ກັບຊາຕານ, ປ່ອຍໃຫ້ອາດາມ ແລະ ເອວາຖືກລໍ້ລວງ. ໃນເມື່ອພຣະອົງໄດ້ເຮັດສິ່ງທັງຫມົດເຫຼົ່ານີ້ໂດຍເຈດຕະນາ, ເປັນຫຍັງພຣະອົງຈຶ່ງຍັງກຽດຊັງມວນມະນຸດ? ເປັນຫຍັງພຣະອົງຈຶ່ງກຽດຊັງຊາຕານ? ສິ່ງເຫຼົ່ານີ້ບໍ່ແມ່ນຜົນຂອງການຊົງສ້າງຂອງພຣະອົງເອງບໍ? ແລ້ວເປັນຫຍັງພຣະອົງຈຶ່ງກຽດຊັງ?” ຂ້ອນຂ້າງມີຄົນໂງ່ຫຼາຍຄົນທີ່ເວົ້າແບບນັ້ນ. ພວກເຂົາຕ້ອງການທີ່ຈະຮັກພຣະເຈົ້າ, ແຕ່ເລິກໆແລ້ວພວກເຂົາຈົ່ມໃຫ້ພຣະເຈົ້າ. ຊ່າງຂັດແຍ້ງກັນແທ້ໆ! ເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າມີຄວາມຄິດເໜືອທຳມະຊາດຫຼາຍເກີນໄປ ແລະ ເຈົ້າຍັງໄດ້ອ້າງວ່າ ນີ້ແມ່ນຄວາມຜິດພາດຂອງພຣະເຈົ້າ, ເຈົ້າຊ່າງໂງ່ຈ້າແທ້ໆ! ມັນແມ່ນເຈົ້າທີ່ເປັນຜູ້ທີ່ບິດເບືອນຄວາມຈິງ; ມັນບໍ່ແມ່ນຄວາມຜິດພາດຂອງພຣະເຈົ້າ! ບາງຄົນເຖິງກັບຈົ່ມແລ້ວຈົ່ມອີກວ່າ: “ມັນແມ່ນພຣະອົງທີ່ເປັນຜູ້ສ້າງຊາຕານ ແລະ ພຣະອົງເປັນຜູ້ທີ່ໂຍນຊາຕານມາສູ່ທ່າມກາງມະນຸດ ແລະ ມອບມະນຸດໃຫ້ກັບມັນ. ເມື່ອມະນຸດຊາດມີອຸປະນິໄສຂອງຊາຕານ, ແທນທີ່ຈະໃຫ້ອະໄພພວກເຂົາ, ພຣະອົງພັດກຽດຊັງພວກເຂົາຈົນເຖິງລະດັບໃດໜຶ່ງ. ຕອນທໍາອິດ ພຣະອົງຮັກມະນຸດຊາດໃນລະດັບໜຶ່ງ ແຕ່ ປັດຈຸບັນພຣະອົງແມ່ນກຽດຊັງພວກເຂົາ. ມັນແມ່ນພຣະອົງທີ່ເປັນຜູ້ກຽດຊັງມະນຸດຊາດ ແລະ ມັນຍັງແມ່ນພຣະອົງທີ່ເປັນຜູ້ຮັກມະນຸດຊາດ. ມັນເກີດຫຍັງຂຶ້ນກັນແທ້? ສິ່ງນີ້ບໍ່ແມ່ນຂັດແຍ້ງກັນບໍ?” ບໍ່ວ່າພວກເຈົ້າຈະເບິ່ງມັນໃນລັກສະນະໃດ, ນີ້ແມ່ນສິ່ງທີ່ເກີດຂຶ້ນໃນສະຫວັນ; ທູດສະຫວັນໄດ້ທໍລະຍົດພຣະເຈົ້າດ້ວຍວິທີນີ້ ແລະ ມະນຸດຊາດຖືກເຮັດໃຫ້ເສື່ອມຊາມດ້ວຍວີທີນີ້ ແລະ ນີ້ຄືເສັ້ນທາງທີ່ມະນຸດຊາດໄດ້ສືບຕໍ່ເດີນມາຈົນເຖິງທຸກວັນນີ້. ບໍ່ວ່າພວກເຈົ້າຈະກ່າວແບບໃດກໍຕາມ, ນີ້ຄືເລື່ອງລາວທັງໝົດ. ແຕ່ພວກເຈົ້າຕ້ອງເຂົ້າໃຈວ່າ ຈຸດປະສົງທີ່ຢູ່ເບື້ອງຫຼັງພາລະກິດທັງໝົດທີ່ພຣະເຈົ້າກໍາລັງປະຕິບັດໃນມື້ນີ້ແມ່ນເພື່ອຊ່ວຍໃຫ້ພວກເຈົ້າລອດພົ້ນ ແລະ ເພື່ອເອົາຊະນະຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ