ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 166
05 ເດືອນທັນວາ 2025
ໃນຍຸກແຫ່ງພຣະຄຸນ, ໂຢຮັນປູທາງສຳລັບພຣະເຢຊູ. ເພິ່ນບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງມະນຸດ. ເຖິງແມ່ນໂຢຮັນເປັນຜູ້ບຸກເບີກທາງໃຫ້ກັບພຣະຜູ້ເປັນເຈົ້າ, ເພິ່ນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້; ເພິ່ນພຽງແຕ່ເປັນມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ. ຫຼັງຈາກທີ່ພຣະເຢຊູໄດ້ຮັບບັບຕິດສະມາ, ພຣະວິນຍານບໍລິສຸດກໍລົງມາຢູ່ເທິງພຣະອົງດັ່ງນົກເຂົາ. ຫຼັງຈາກນັ້ນ ພຣະອົງກໍເລີ່ມຕົ້ນພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງເລີ່ມປະຕິບັດພັນທະກິດຂອງພຣະຄຣິດ. ເຫດຜົນທີ່ວ່າເປັນຫຍັງພຣະອົງຈຶ່ງມີຕົວຕົນຂອງພຣະເຈົ້າ ນັ້ນກໍຍ້ອນວ່າ ພຣະອົງມາຈາກພຣະເຈົ້າ. ບໍ່ວ່າຄວາມເຊື່ອຂອງພຣະອົງກ່ອນໜ້ານີ້ຈະເປັນແນວໃດກໍຕາມ, ມັນອາດຈະອ່ອນແອໃນຫຼາຍຄັ້ງ ຫຼື ເຂັ້ມແຂງໃນບາງຄັ້ງ, ທຸກສິ່ງແມ່ນເປັນຍ້ອນຊີວິດມະນຸດທຳມະດາທີ່ພຣະອົງດໍາລົງຢູ່ກ່ອນປະຕິບັດພັນທະກິດຂອງພຣະອົງ. ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ (ນັ້ນກໍຄື ຖືກເຈີມ) ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈຶ່ງຢູ່ກັບພຣະອົງທັນທີ ແລະ ແລ້ວພຣະອົງກໍເລີ່ມປະຕິບັດພັນທະກິດຂອງພຣະອົງ. ພຣະອົງສາມາດເຮັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ປະຕິບັດການອັດສະຈັນ ແລະ ພຣະອົງມີລິດອຳນາດ ແລະ ສິດອຳນາດ, ນັ້ນກໍຍ້ອນພຣະອົງປະຕິບັດພາລະກິດແທນພຣະເຈົ້າໂດຍກົງ; ພຣະອົງປະຕິບັດພາລະກິດຂອງພຣະວິນຍານແທນພຣະອົງ ແລະ ສຳແດງເຖິງສຽງຂອງພຣະວິນຍານ. ສະນັ້ນ ພຣະອົງຈຶ່ງເປັນພຣະເຈົ້າເອງ; ສິ່ງນີ້ ແມ່ນບໍ່ສາມາດໂຕ້ຖຽງໄດ້. ໂຢຮັນແມ່ນຖືກພຣະວິນຍານບໍລິສຸດໃຊ້. ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ ຫຼື ເປັນໄປບໍ່ໄດ້ທີ່ເພິ່ນຈະເປັນຕົວແທນໃຫ້ກັບພຣະເຈົ້າ. ຖ້າເພິ່ນປາຖະໜາທີ່ຈະເຮັດແບບນັ້ນ, ພຣະວິນຍານບໍລິສຸດກໍຈະບໍ່ອະນຸຍາດໃຫ້ເພິ່ນເຮັດໄດ້, ນັ້ນກໍຍ້ອນວ່າ ເພິ່ນຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າຕັ້ງໃຈເຮັດໃຫ້ສຳເລັດ. ບາງເທື່ອມີຫຼາຍສິ່ງໃນຕົວເພິ່ນທີ່ມາຈາກຄວາມປະສົງຂອງມະນຸດ ຫຼື ສິ່ງທີ່ອອກນອກຮູ້ນອກທາງ; ບໍ່ວ່າຈະໃນກໍລະນີໃດກໍຕາມ ເພິ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ໂດຍກົງ. ຄວາມຜິດພາດ ແລະ ຄວາມໄຮ້ເຫດຜົນຂອງເພິ່ນພຽງແຕ່ເປັນຕົວແທນໃຫ້ກັບເພິ່ນເອງ, ແຕ່ພາລະກິດຂອງເພິ່ນເປັນຕົວແທນຂອງພຣະວິນຍານບໍລິສຸດ. ເຖິງຢ່າງໃດກໍຕາມ ເຈົ້າບໍ່ສາມາດເວົ້າວ່າທັງໝົດຂອງເພິ່ນເປັນຕົວແທນໃຫ້ກັບພຣະເຈົ້າ. ການບິດເບືອນ ແລະ ຄວາມຜິດພາດຂອງເພິ່ນສາມາດເປັນຕົວແທນໃຫ້ກັບພຣະເຈົ້າເຊັ່ນກັນບໍ? ມັນເປັນສິ່ງປົກກະຕິທີ່ຈະມີສິ່ງບິດເບືອນໃນການເປັນຕົວແທນໃຫ້ມະນຸດ ແຕ່ຖ້າມີສິ່ງບ່ຽງເບນໃນການເປັນຕົວແທນໃຫ້ກັບພຣະເຈົ້າ, ແລ້ວນັ້ນຈະບໍ່ແມ່ນການບໍ່ເຄົາລົບຕໍ່ພຣະເຈົ້າບໍ? ນັ້ນຈະບໍ່ແມ່ນການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດບໍ? ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າຢ່າງງ່າຍດາຍ ເຖິງແມ່ນເຂົາຈະໄດ້ຮັບການຍົກຍ້ອງສັນລະເສີນຈາກຄົນອື່ນ. ຖ້າເຂົາບໍ່ແມ່ນພຣະເຈົ້າ, ເຂົາກໍຈະບໍ່ສາມາດຍຶດໝັ້ນໃນທີ່ສຸດ. ພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ມະນຸດເປັນຕົວແທນໃຫ້ກັບພຣະເຈົ້າຕາມອຳເພີໃຈຂອງມະນຸດ! ຕົວຢ່າງເຊັ່ນ: ມັນແມ່ນພຣະວິນຍານບໍລິສຸດທີ່ເປັນພະຍານໃຫ້ກັບໂຢຮັນ ແລະ ພຣະວິນຍານບໍລິສຸດຍັງເປັນຜູ້ເປີດເຜີຍເພິ່ນໃຫ້ເປັນຜູ້ປູທາງໃຫ້ກັບພຣະເຢຊູ, ແຕ່ວ່າ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເພິ່ນນັ້ນ ແມ່ນໄດ້ວັດແທກເປັນຢ່າງດີ. ສິ່ງທີ່ຮຽກຮ້ອງຈາກໂຢຮັນແມ່ນໃຫ້ເປັນຜູ້ປູທາງໃຫ້ແກ່ພຣະເຢຊູ ເພື່ອຈັດກຽມຫົນທາງໃຫ້ກັບພຣະອົງ. ນັ້ນໝາຍຄວາມວ່າ ພຣະວິນຍານບໍລິສຸດພຽງແຕ່ສົ່ງເສີມພາລະກິດຂອງເພິ່ນໃນການປູເສັ້ນທາງ ແລະ ອະນຸຍາດໃຫ້ເພິ່ນປະຕິບັດພາລະກິດດັ່ງກ່າວເທົ່ານັ້ນ, ເພິ່ນບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດພາລະກິດອື່ນ. ໂຢຮັນເປັນຕົວແທນໃຫ້ກັບເອລີຢາ ແລະ ເພິ່ນເປັນຕົວແທນໃຫ້ກັບຜູ້ປະກາດພຣະທຳໃນການປູທາງໃຫ້ພຣະອົງເຈົ້າ. ພຣະວິນຍານບໍລິສຸດສົ່ງເສີມເພິ່ນໃນສິ່ງນີ້; ຕາບໃດທີ່ພາລະກິດຂອງເພິ່ນຄືການປູທາງ, ພຣະວິນຍານບໍລິສຸດກໍສົ່ງເສີມເພິ່ນ. ແຕ່ຖ້າຫາກເພິ່ນອ້າງຕົນເອງວ່າເປັນພຣະເຈົ້າ ແລະ ເວົ້າວ່າເພິ່ນໄດ້ມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ, ພຣະວິນຍານບໍລິສຸດກໍຈະຕ້ອງລົງວິໄນເພິ່ນ. ບໍ່ວ່າພາລະກິດຂອງໂຢຮັນຈະຍິ່ງໃຫຍ່ສໍ່າໃດກໍຕາມ ແລະ ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດນັ້ນກໍຕາມ, ພາລະກິດຂອງເພິ່ນແມ່ນມີຂອບເຂດ. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະສົ່ງເສີມພາລະກິດຂອງເພິ່ນແທ້, ແຕ່ລິດອຳນາດທີ່ມອບໃຫ້ກັບເພິ່ນໃນເວລານັ້ນແມ່ນຖືກຈຳກັດພຽງແຕ່ຢູ່ໃນການຈັດກຽມເສັ້ນທາງ. ເພິ່ນບໍ່ສາມາດປະຕິບັດພາລະກິດອື່ນໄດ້, ຍ້ອນເພິ່ນເປັນພຽງໂຢຮັນທີ່ເປັນຜູ້ປູທາງເທົ່ານັ້ນ ແລະ ບໍ່ແມ່ນພຣະເຢຊູ. ສະນັ້ນ ຄຳພະຍານຂອງພຣະວິນຍານບໍລິສຸດແມ່ນກະແຈສຳຄັນ, ແຕ່ວ່າພາລະກິດທີ່ພຣະວິນຍານບໍລິສຸດອະນຸຍາດໃຫ້ມະນຸດປະຕິບັດແມ່ນຍິ່ງສຳຄັນຫຼາຍກວ່າ. ໂຢຮັນບໍ່ໄດ້ເປັນພະຍານຢ່າງແທ້ຈິງບໍໃນເວລານັ້ນ? ພາລະກິດຂອງເພິ່ນບໍ່ໄດ້ຍິ່ງໃຫຍ່ເຊັ່ນກັນບໍ? ແຕ່ເຖິງຢ່າງໃດກໍຕາມ ພາລະກິດທີ່ເພິ່ນປະຕິບັດບໍ່ສາມາດລື່ນພາລະກິດຂອງພຣະເຢຊູໄດ້, ຍ້ອນວ່າ ເພິ່ນເປັນພຽງມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງໄດ້ ແລະ ດ້ວຍເຫດນັ້ນ ພາລະກິດທີ່ເພິ່ນປະຕິບັດຈຶ່ງມີຂໍ້ຈຳກັດ. ຫຼັງຈາກທີ່ເພິ່ນໄດ້ສຳເລັດພາລະກິດແຫ່ງການປູທາງ, ພຣະວິນຍານບໍລິສຸດກໍບໍ່ສົ່ງເສີມຄຳພະຍານຂອງເພິ່ນອີກຕໍ່ໄປ, ບໍ່ມີພາລະກິດໃໝ່ເກີດຂຶ້ນຕາມຫຼັງເພິ່ນ ແລະ ເມື່ອພາລະກິດຂອງພຣະເຈົ້າເອງໄດ້ເລີ່ມຕົ້ນຂຶ້ນ, ໂຢຮັນກໍຈາກໄປ.
ມີບາງຄົນທີ່ຖືກຄອບງຳໂດຍວິນຍານຊົ່ວຮ້າຍ ແລະ ຮ້ອງໂວຍວາຍຂຶ້ນຢ່າງແຮງວ່າ “ເຮົາເປັນພຣະເຈົ້າ!” ແຕ່ໃນທີ່ສຸດ ພວກເຂົາກໍຖືກເປີດໂປງ ຍ້ອນພວກເຂົາຜິດໃນສິ່ງທີ່ພວກເຂົາເປັນຕົວແທນໃຫ້. ພວກເຂົາເປັນຕົວແທນໃຫ້ກັບຊາຕານ ແລະ ພຣະວິນຍານບໍລິສຸດກໍບໍ່ສົນໃຈພວກເຂົາ. ບໍ່ວ່າເຈົ້າຈະຍົກຍ້ອງຕົນເອງຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະຮ້ອງຂຶ້ນດັງສໍ່າໃດກໍຕາມ, ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເປັນຄົນຂອງຊາຕານ. ເຮົາບໍ່ເຄີຍຮ້ອງຂຶ້ນວ່າ “ເຮົາເປັນພຣະເຈົ້າ, ເຮົາເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ!” ແຕ່ພາລະກິດທີ່ເຮົາປະຕິບັດແມ່ນພາລະກິດຂອງພຣະເຈົ້າ. ເຮົາຈຳເປັນຕ້ອງຮ້ອງຂຶ້ນບໍ? ບໍ່ຈຳເປັນຕ້ອງຍ້ອງຍໍສັນລະເສີນ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຕ້ອງການໃຫ້ມະນຸດມອບສະຖານະໃຫ້ກັບພຣະອົງ ຫຼື ມອບນາມມະຍົດອັນສູງສົ່ງໃຫ້ກັບພຣະອົງ: ພາລະກິດຂອງພຣະອົງແມ່ນພຽງພໍທີ່ຈະເປັນຕົວແທນໃຫ້ກັບພຣະອົງ ແລະ ສະຖານະຂອງພຣະອົງ. ກ່ອນພຣະອົງຈະໄດ້ຮັບບັບຕິດສະມາ, ພຣະເຢຊູບໍ່ແມ່ນພຣະເຈົ້າເອງບໍ? ພຣະອົງບໍ່ແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ? ແນ່ນອນ ມັນບໍ່ສາມາດເວົ້າໄດ້ວ່າ ພຽງແຕ່ຫຼັງຈາກທີ່ໄດ້ຮັບຄຳພະຍານ ພຣະອົງຈຶ່ງກາຍເປັນພຣະບຸດອົງດຽວຂອງພຣະເຈົ້າ? ກ່ອນທີ່ພຣະອົງຈະເລີ່ມຕົ້ນພາລະກິດຂອງພຣະອົງ, ໄດ້ມີມະນຸດທີ່ຊື່ວ່າພຣະເຢຊູຢູ່ແລ້ວບໍ? ເຈົ້າບໍ່ສາມາດເລີ່ມຕົ້ນເສັ້ນທາງໃໝ່ ຫຼື ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດໄດ້. ເຈົ້າບໍ່ສາມາດສະແດງເຖິງພາລະກິດຂອງພຣະວິນຍານ ຫຼື ພຣະທຳທີ່ພຣະອົງໄດ້ກ່າວ. ເຈົ້າບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ເຈົ້າກໍບໍ່ສາມາດປະຕິບັດພາລະກິດຂອງພຣະວິນຍານ. ສະຕິປັນຍາ, ການອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດທີ່ພຣະເຈົ້າຂ້ຽນຕີມະນຸດ: ທຸກສິ່ງເຫຼົ່ານີ້ແມ່ນຢູ່ເໜືອຄວາມສາມາດໃນການສະແດງອອກຂອງເຈົ້າ. ສະນັ້ນ ມັນຈະບໍ່ເປັນປະໂຫຍດຫຍັງເລີຍທີ່ຈະພະຍາຍາມອ້າງວ່າເປັນພຣະເຈົ້າ; ເຈົ້າຈະມີພຽງແຕ່ຊື່ສຽງ ແລະ ບໍ່ມີທາດແທ້. ພຣະເຈົ້າເອງໄດ້ສະເດັດມາ, ແຕ່ບໍ່ມີໃຜຮູ້ຈັກພຣະເຈົ້າ, ເຖິງຢ່າງນັ້ນກໍຕາມ ພຣະອົງກໍຍັງສືບຕໍ່ໃນພາລະກິດຂອງພຣະອົງ ແລະ ປະຕິບັດເພື່ອເປັນຕົວແທນໃຫ້ກັບພຣະວິນຍານ. ບໍ່ວ່າເຈົ້າຈະເອີ້ນພຣະອົງວ່າມະນຸດ ຫຼື ພຣະເຈົ້າ, ພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ ຫຼື ເອີ້ນພຣະອົງວ່າເອື້ອຍ, ມັນກໍບໍ່ສຳຄັນ. ແຕ່ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະວິນຍານ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າເອງ. ພຣະອົງບໍ່ສົນໃຈໃນຊື່ທີ່ມະນຸດເອີ້ນພຣະອົງ. ຊື່ນັ້ນສາມາດກຳນົດພາລະກິດຂອງພຣະອົງໄດ້ບໍ? ບໍ່ວ່າເຈົ້າຈະເອີ້ນພຣະອົງຢ່າງໃດກໍຕາມ ເມື່ອເວົ້າເຖິງພຣະເຈົ້າ ພຣະອົງແມ່ນເນື້ອໜັງທີ່ເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງເປັນຕົວແທນໃຫ້ກັບພຣະວິນຍານ ແລະ ໄດ້ຮັບການຮອງຮັບໂດຍພຣະວິນຍານ. ຖ້າເຈົ້າບໍ່ສາມາດຫຼີກທາງໃຫ້ກັບຍຸກໃໝ່ ຫຼື ນໍາຍຸກເກົ່າໄປສູ່ຈຸດຈົບ ຫຼື ເລີ່ມຕົ້ນຍຸກໃໝ່ ຫຼື ປະຕິບັດພາລະກິດໃໝ່, ແລ້ວເຈົ້າກໍບໍ່ສາມາດຖືກເອີ້ນວ່າ ເປັນພຣະເຈົ້າໄດ້!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ