ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 167

05 ເດືອນທັນວາ 2025

ແມ່ນແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດໃຊ້ກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ນີ້ໝາຍຄວາມວ່າ ມະນຸດດັ່ງກ່າວບໍ່ພຽງບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າ, ແຕ່ພາລະກິດທີ່ພວກເຂົາປະຕິບັດກໍຍັງບໍ່ສາມາດເປັນຕົວແທນໂດຍກົງໃຫ້ກັບພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ປະສົບການຂອງມະນຸດບໍ່ສາມາດຈັດເຂົ້າຢູ່ໃນການຄຸ້ມຄອງຂອງພຣະເຈົ້າໂດຍກົງ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະເຈົ້າໄດ້. ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດໃນເວລານັ້ນຂອງພຣະອົງ ເຊິ່ງພຣະອົງຮຽກຮ້ອງໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ. ສະນັ້ນ ຜູ້ຄົນຈຶ່ງສາມາດຄົ້ນພົບຫົນທາງໃໝ່ແຫ່ງພາລະກິດຂອງພວກເຂົາພຽງແຕ່ພາຍໃນພຣະຄຳພີ ເທົ່ານັ້ນ ພ້ອມທັງເຫັນວ່າ ການປະຕິບັດອີງຕາມພຣະຄໍາພີແມ່ນດີກວ່າ ແລະ ເປັນຈິງກວ່າ. ໃນພາລະກິດຂອງພວກເຂົາ ມະນຸດບໍ່ສາມາດຄົ້ນພົບເຈດຕະນາໃນປັດຈຸບັນຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຄົ້ນພົບພາລະກິດໃໝ່ຂອງພຣະເຈົ້າແຫ່ງຍຸກສຸດທ້າຍວາງແຜນປະຕິບັດ. ນີ້ກໍເພາະວ່າເສັ້ນທາງທີ່ພວກເຂົາຍ່າງຍັງເປັນເສັ້ນທາງເກົ່າ; ບໍ່ມີການເລີ່ມໃໝ່ ແລະ ບໍ່ມີການກ້າວໜ້າ. ພວກເຂົາສືບຕໍ່ຍຶດຖືຄວາມຈິງແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ຮັກສາການປະຕິບັດທີ່ຮຽກຮ້ອງໃຫ້ຜູ້ຄົນກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ, ຍຶດຕິດກັບຄຳເວົ້າທີ່ວ່າ ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຜູ້ຊາຍແມ່ນເປັນຫົວໜ້າຂອງແມ່ຍິງ ແລະ ແມ່ຍິງຕ້ອງເຊື່ອຟັງສາມີຂອງເຂົາ ແລະ ຍິ່ງຍຶດຕິດກັບແນວຄິດຕາມປະເພນີທີ່ວ່າ ເອື້ອຍນ້ອງບໍ່ສາມາດເທດສະໜາໄດ້, ພຽງແຕ່ສາມາດເຊື່ອຟັງເທົ່ານັ້ນ. ຖ້າການນໍາພາໃນລັກສະນະດັ່ງກ່າວຖືກຮັກສາຕໍ່ໄປ, ພຣະວິນຍານບໍລິສຸດຈະບໍ່ສາມາດປະຕິບັດພາລະກິດໃໝ່ຈັກເທື່ອ, ບໍ່ສາມາດເຮັດໃຫ້ມະນຸດເປັນອິດສະຫຼະຈາກກົດລະບຽບ ຫຼື ນໍາພາພວກເຂົາສູ່ອານາຈັກແຫ່ງອິດສະຫຼະ ແລະ ຄວາມສວຍງາມ. ສະນັ້ນ ຂັ້ນຕອນນີ້ຂອງພາລະກິດ ເຊິ່ງເປັນພາລະກິດໃນການປ່ຽນແປງຍຸກ ໄດ້ຮຽກຮ້ອງໃຫ້ພຣະເຈົ້າເອງປະຕິບັດພາລະກິດ ແລະ ກ່າວ; ບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ຈົນເຖິງປັດຈຸບັນນີ້ ພາລະກິດທັງໝົດຂອງພຣະວິນຍານບໍລິສຸດທີ່ຢູ່ນອກກະແສນີ້ໄດ້ມາເຖິງຈຸດທີ່ບໍ່ເໜັງຕີງ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍໄດ້ຫຼົງຈຸດຢືນຂອງພວກເຂົາ. ສະນັ້ນ ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ເຈດຕະນາຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລະກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ຫຼ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່”. ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ