ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 168

05 ເດືອນທັນວາ 2025

ໂຢຮັນເກີດດ້ວຍຄໍາສັນຍາ ເຊັ່ນດຽວກັນກັບອີຊາກທີ່ເກີດເພື່ອອັບຣາຮາມ. ເພິ່ນເປັນຜູ້ປູທາງໃຫ້ພຣະເຢຊູ ແລະ ປະຕິບັດພາລະກິດຫຼາຍຢ່າງ, ແຕ່ເພິ່ນບໍ່ແມ່ນພຣະເຈົ້າ. ກົງກັນຂ້າມ, ເພິ່ນເປັນໜຶ່ງໃນຜູ້ປະກາດພຣະທຳ ເພາະເພິ່ນພຽງແຕ່ປູທາງໃຫ້ພຣະເຢຊູ. ພາລະກິດຂອງເພິ່ນກໍຍິ່ງໃຫຍ່ເຊັ່ນກັນ ແລະ ຫຼັງຈາກທີ່ເພິ່ນໄດ້ປູທາງໄວ້ແລ້ວ ພຣະເຢຊູຈຶ່ງເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການ. ສິ່ງທີ່ສຳຄັນທີ່ສຸດກໍຄື ເພິ່ນພຽງແຕ່ໃຫ້ບໍລິການແກ່ພຣະເຢຊູ ແລະ ພາລະກິດທີ່ເພິ່ນປະຕິບັດກໍເປັນການຮັບໃຊ້ພາລະກິດຂອງພຣະເຢຊູ. ຫຼັງຈາກທີ່ເພິ່ນສຳເລັດການປູທາງ, ພຣະເຢຊູກໍເລີ່ມຕົ້ນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ໃໝ່ກວ່າ, ມີຕົວຕົນຫຼາຍຂຶ້ນ ແລະ ມີລາຍລະອຽດຫຼາຍຂຶ້ນ. ໂຢຮັນພຽງແຕ່ປະຕິບັດສ່ວນທຳອິດຂອງພາລະກິດ; ສໍາລັບສ່ວນໃຫຍ່ຂອງພາລະກິດໃໝ່ນັ້ນ ແມ່ນຖືກປະຕິບັດໂດຍພຣະເຢຊູ. ໂຢຮັນປະຕິບັດພາລະກິດໃໝ່ເຊັ່ນກັນ ແຕ່ເພິ່ນບໍ່ແມ່ນຄົນທີ່ເລີ່ມຕົ້ນຍຸກໃໝ່. ໂຢຮັນເກີດດ້ວຍຄໍາສັນຍາ ແລະ ຊື່ຂອງເພິ່ນກໍຖືກມອບໃຫ້ໂດຍທູດສະຫວັນ. ໃນເວລານັ້ນ, ບາງຄົນຕ້ອງການຕັ້ງຊື່ເພິ່ນຕາມພໍ່ຂອງເພິ່ນ ເຊກາຣິຢາ, ແຕ່ແມ່ຂອງເພິ່ນເວົ້າຂຶ້ນວ່າ “ເດັກນ້ອຍຄົນນີ້ບໍ່ສາມາດຖືກຕັ້ງຊື່ນັ້ນໄດ້. ລາວຄວນຖືກເອີ້ນວ່າ ໂຢຮັນ”. ສິ່ງນີ້ລ້ວນແລ້ວແຕ່ເປັນຄຳສັ່ງຂອງພຣະວິນຍານບໍລິສຸດ. ພຣະເຢຊູກໍຖືກຕັ້ງຊື່ຕາມຄຳສັ່ງຂອງພຣະວິນຍານບໍລິສຸດເຊັ່ນກັນ, ແຕ່ພຣະອົງເກີດຈາກພຣະວິນຍານບໍລິສຸດ ແລະ ພຣະອົງຖືກສັນຍາດ້ວຍພຣະວິນຍານບໍລິສຸດ. ພຣະເຢຊູເປັນພຣະເຈົ້າ, ພຣະຄຣິດ ແລະ ບຸດມະນຸດ. ແຕ່ໃນເມື່ອພາລະກິດຂອງໂຢຮັນກໍຍິ່ງໃຫຍ່ເຊັ່ນກັນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຖືກເອີ້ນວ່າພຣະເຈົ້າ? ແມ່ນຫຍັງຄືຄວາມແຕກຕ່າງແທ້ຈິງລະຫວ່າງພາລະກິດທີ່ພຣະເຢຊູປະຕິບັດ ແລະ ພາລະກິດທີ່ໂຢຮັນປະຕິບັດ? ເປັນຍ້ອນເຫດຜົນດຽວທີ່ວ່າໂຢຮັນຄືຄົນປູທາງໃຫ້ພຣະເຢຊູບໍ? ຫຼື ເປັນຍ້ອນວ່າ ສິ່ງທັງໝົດນີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າແລ້ວ? ເຖິງແມ່ນວ່າ ໂຢຮັນໄດ້ເວົ້າວ່າ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” ແລະ ເພິ່ນກໍໄດ້ເທດສະໜາຂ່າວປະເສີດແຫ່ງອານາຈັກສະຫວັນເຊັ່ນກັນ, ແຕ່ພາລະກິດຂອງເພິ່ນກໍບໍ່ໄດ້ພັດທະນາເພີ່ມເຕີມ ແລະ ພຽງແຕ່ກໍ່ຕັ້ງເປັນຈຸດເລີ່ມຕົ້ນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະເຢຊູເລີ່ມຕົ້ນຍຸກໃໝ່ພ້ອມທັງນໍາຍຸກເກົ່າມາສູ່ຈຸດສິ້ນສຸດ ແລະ ນອກຈາກນັ້ນ ພຣະອົງຍັງປະຕິບັດກົດລະບຽບແຫ່ງພຣະສັນຍາເດີມອີກດ້ວຍ. ພາລະກິດທີ່ພຣະອົງປະຕິບັດແມ່ນຍິ່ງໃຫຍ່ກວ່າພາລະກິດຂອງໂຢຮັນ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ມາເພື່ອໄຖ່ມະນຸດຊາດທັງປວງ, ພຣະອົງເຮັດໃຫ້ຂັ້ນຕອນນັ້ນຂອງພາລະກິດສຳເລັດ. ແຕ່ສຳລັບໂຢຮັນ, ເພິ່ນພຽງແຕ່ຈັດກຽມຫົນທາງ. ເຖິງແມ່ນພາລະກິດຂອງເພິ່ນກໍຍິ່ງໃຫຍ່, ຄຳເວົ້າຂອງເພິ່ນກໍມີຫຼາຍ ແລະ ອັກຄະສາວົກທີ່ຕິດຕາມເພິ່ນກໍມີຫຼາຍເຊັ່ນກັນ, ພາລະກິດຂອງເພິ່ນປະຕິບັດແມ່ນພຽງນໍາເອົາຈຸດເລີ່ມຕົ້ນໃໝ່ມາສູ່ມະນຸດເທົ່ານັ້ນ. ມະນຸດບໍ່ເຄີຍໄດ້ຮັບຊີວິດ, ຫົນທາງ ຫຼື ຄວາມຈິງຢ່າງເລິກເຊິ່ງຈາກເພິ່ນ ຫຼື ມະນຸດບໍ່ເຄີຍໄດ້ຮັບການເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າຜ່ານເພິ່ນຈັກເທື່ອ. ໂຢຮັນເປັນຜູ້ປະກາດພຣະທຳທີ່ຍິ່ງໃຫຍ່ (ເອລີຢາ) ຜູ້ເຊິ່ງເປີດເຜີຍສະໜາມໃໝ່ໃຫ້ກັບພາລະກິດຂອງພຣະເຢຊູ ແລະ ຈັດຕຽມຄົນທີ່ຖືກເລືອກ; ເພິ່ນເປັນຜູ້ບຸກເບີກທາງໃຫ້ກັບຍຸກແຫ່ງພຣະຄຸນ. ເລື່ອງດັ່ງກ່າວບໍ່ສາມາດແຍກແຍະໄດ້ຈາກການສັງເກດພຽງແຕ່ຮູບຮ່າງພາຍນອກທຳມະດາຂອງພວກເຂົາເທົ່ານັ້ນ. ສິ່ງນີ້ຍິ່ງເປັນຈິງຫຼາຍຂຶ້ນ ໃນເມື່ອໂຢຮັນກໍໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍພໍສົມຄວນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຖືກສັນຍາໂດຍພຣະວິນຍານບໍລິສຸດ ແລະ ພາລະກິດຂອງເພິ່ນກໍໄດ້ຮັບການສົ່ງເສີມໂດຍພຣະວິນຍານບໍລິສຸດເຊັ່ນກັນ. ເມື່ອເປັນດັ່ງນີ້, ຕ້ອງເບິ່ງຜ່ານພາລະກິດທີ່ພວກເຂົາປະຕິບັດເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດແຍກແຍະຕົວຕົນຂອງພວກເຂົາໄດ້, ຍ້ອນບໍ່ມີທາງທີ່ຈະແຍກແຍະແກ່ນແທ້ຂອງມະນຸດຈາກຮູບຮ່າງພາຍນອກຂອງເຂົາ ຫຼື ບໍ່ມີທາງທີ່ມະນຸດຈະຄົ້ນຫາໃຫ້ແນ່ໃຈວ່າແມ່ນຫຍັງຄືຄຳພະຍານຂອງພຣະວິນຍານບໍລິສຸດ. ພາລະກິດທີ່ໂຢຮັນປະຕິບັດ ແລະ ພາລະກິດທີ່ພຣະເຢຊູປະຕິບັດບໍ່ໄດ້ຄືກັນ ພ້ອມທັງມີທຳມະຊາດທີ່ແຕກຕ່າງກັນ. ການທີ່ຄົນໜຶ່ງກຳນົດວ່າເຂົາເປັນພຣະເຈົ້າ ຫຼື ບໍ່ນັ້ນ ກໍແມ່ນມາຈາກສິ່ງນີ້. ພາລະກິດຂອງພຣະເຢຊູແມ່ນການເລີ່ມຕົ້ນ, ການສືບຕໍ່, ການເຮັດໃຫ້ສຳເລັດ ແລະ ການເຮັດໃຫ້ບັນລຸຜົນ. ພຣະອົງປະຕິບັດແຕ່ລະຂັ້ນຕອນເຫຼົ່ານີ້ ໃນຂະນະທີ່ພາລະກິດຂອງໂຢຮັນເປັນພຽງການສ້າງຈຸດເລີ່ມຕົ້ນ. ໃນຕອນເລີ່ມຕົ້ນ, ພຣະເຢຊູເຜີຍແຜ່ຂ່າວປະເສີດ ແລະ ເທດສະໜາກ່ຽວກັບວິທີແຫ່ງການກັບໃຈ ແລະ ຫຼັງຈາກນັ້ນກໍໃຫ້ບັບຕິດສະມາແກ່ມະນຸດ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ສຸດທ້າຍ, ພຣະອົງກໍໄດ້ໄຖ່ມະນຸດຊາດຈາກຄວາມບາບ ແລະ ເຮັດໃຫ້ພາລະກິດຂອງພຣະອົງໃນຍຸກນັ້ນສໍາເລັດລົງ. ພຣະອົງຍັງເດີນທາງໄປມາທົ່ວທຸກຫົນແຫ່ງ, ເທດສະໜາຕໍ່ມະນຸດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ໃນກໍລະນີນີ້ ພຣະອົງ ແລະ ໂຢຮັນແມ່ນຄືກັນ, ແຕ່ຄວາມແຕກຕ່າງກໍຄື ພຣະເຢຊູເລີ່ມຕົ້ນຍຸກໃໝ່ ແລະ ນໍາຍຸກແຫ່ງພຣະຄຸນມາສູ່ມະນຸດ. ຈາກປາກຂອງພຣະອົງແມ່ນເຕັມໄປດ້ວຍພຣະທຳກ່ຽວກັບສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ຫົນທາງທີ່ມະນຸດຄວນຕິດຕາມໃນຍຸກແຫ່ງພຣະຄຸນ ແລະ ໃນທີ່ສຸດແລ້ວ ພຣະອົງກໍເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ. ໂຢຮັນບໍ່ເຄີຍປະຕິບັດພາລະກິດນີ້ຈັກເທື່ອ. ດ້ວຍເຫດນັ້ນ ຈຶ່ງເປັນພຣະເຢຊູທີ່ປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ແມ່ນພຣະອົງເອງທີ່ເປັນພຣະເຈົ້າ ແລະ ຜູ້ເຊິ່ງເປັນຕົວແທນໃຫ້ກັບພຣະເຈົ້າໂດຍກົງ. ແນວຄິດຂອງມະນຸດບອກວ່າທຸກຄົນທີ່ເກີດໂດຍພຣະສັນຍາ, ເກີດຈາກພຣະວິນຍານ, ໄດ້ຮັບການສົ່ງເສີມຈາກພຣະວິນຍານບໍລິສຸດ ແລະ ຜູ້ເຊິ່ງເປີດເຜີຍຫົນທາງໃໝ່ອອກກໍເປັນພຣະເຈົ້າໄດ້. ອີງຕາມການໃຫ້ເຫດຜົນແບບນີ້, ໂຢຮັນກໍຈະເປັນພຣະເຈົ້າເຊັ່ນກັນ ແລະ ໂມເຊ, ອັບຣາຮາມ ແລະ ເດວິດ... ພວກເຂົາກໍຈະລ້ວນແລ້ວແຕ່ເປັນພຣະເຈົ້າເຊັ່ນກັນ. ນີ້ບໍ່ແມ່ນເລື່ອງຕະລົກທີ່ສຸດບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ