ເພງຄຣິດສະຕຽນ “ຜູ້ທີ່ມີອຳນາດອະທິ ປະໄຕເໜືອທຸກສິ່ງ”

25 ເດືອນກຸມພາ 2023

ທົ່ວທັງຈັກກະວານທີ່ກວ້າງໃຫຍ່ໄພສານ, ດາວເຄາະທັງປວງເຄື່ອນຍ້າຍຢ່າງຖືກຕ້ອງພາຍໃນການໂຄຈອນຂອງພວກມັນເອງ. ພາຍໃຕ້ສະຫວັນ, ພູເຂົາ, ແມ່ນໍ້າ ແລະ ທະເລສາບລ້ວນແລ້ວແຕ່ມີຂອບເຂດຂອງພວກມັນ ແລະ ສິ່ງມີຊີວິດທັງປວງກໍດຳລົງຊີວິດ ແລະ ແຜ່ພັນໃນທຸກໆສີ່ລະດູການຕາມກົດເກນແຫ່ງຊີວິດ…. ສິ່ງນີ້ຖືກອອກແບບຢ່າງງົດງາມຫຼາຍ, ມີຜູ້ຍິ່ງໃຫຍ່ໜຶ່ງດຽວທີ່ປົກຄອງ ແລະ ຈັດແຈງທຸກສິ່ງນີ້ບໍ? ນັບຕັ້ງແຕ່ທີ່ເຂົ້າມາໃນໂລກນນີ້ພ້ອມກັບການຮ້ອງໄຫ້, ພວກເຮົາໄດ້ເລີ່ມເຮັດບົດບາດທີ່ແຕກຕ່າງກັນໃນຊີວິດ. ພວກເຮົາເຄື່ອນຍ້າຍຈາກການເກີດໄປຫາຊ່ວງອາຍຸແກ່ ໄປຫາຄວາມເຈັບປ່ວຍ ແລ້ວໄປຫາຄວາມຕາຍ, ພວກເຮົາກ້າວໄປມາລະຫວ່າງຄວາມປິຕິຍິນດີ ແລະ ຄວາມທຸກໃຈ…. ມະນຸດຊາດມາຈາກໃສແທ້ໆ ແລະ ພວກເຮົາຈະໄປໃສແທ້ໆ? ຜູ້ໃດປົກຄອງເໜືອໂຊກຊະຕາຂອງພວກເຮົາ? ຈາກຍຸກບູຮານຈົນເຖິງສະໄໝໃໝ່, ຊົນຊາດທີ່ຍິ່ງໃຫຍ່ໄດ້ເກີດຂຶ້ນ, ລາຊະວົງໄດ້ມາ ແລະ ຈາກໄປ ແລະ ປະເທດຕ່າງໆ ແລະ ຜູ້ຄົນໄດ້ງອກເງີຍ ແລະ ດັບສູນໃນຄື້ນປະຫວັດສາດ…. ດັ່ງກົດເກນຂອງທຳມະຊາດ, ກົດເກນແຫ່ງການພັດທະນາຂອງມະນຸດຊາດປະກອບມີຄວາມເລິກລັບທີ່ບໍ່ສິ້ນສຸດ. ເຈົ້າຕ້ອງການຮູ້ຄຳຕອບສຳລັບຄຳຖາມເຫຼົ່ານັ້ນບໍ? ສາລະຄະດີ ຜູ້ທີ່ມີອຳນາດອະທິປະໄຕເໜືອທຸກສິ່ງ ຈະນໍາພາເຈົ້າໃຫ້ເຂົ້າເຖິງຕົ້ນກໍາເນີດຂອງເລື່ອງນີ້, ເພື່ອເປີດເຜີຍຄວາມເລິກລັບທັງໝົດນີ້!

https://www.holyspiritspeaks.org/special-topic/copyright.html

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ