ຜູ້ຄົນທົ່ວໂລກຮຽນພາສາຈີນ | ຄະນະປະສານສຽງ: ມີພຽງພຣະເຈົ້າເທົ່ານັ້ນທີ່ມີເສັ້ນທາງແຫ່ງຊີວິດ | 2026 ສຽງແຫ່ງການສັນລະເສີນ
15 ເດືອນມັງກອນ 2026
1
ເສັ້ນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ບຸກຄົນໃດກໍສາມາດມີໄດ້ ແລະ ມັນບໍ່ແມ່ນສິ່ງທີ່ຄົນທຸກຄົນກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີເສັ້ນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຈໍານວນຫຼາຍທີ່ມີຄວາມມີຊີວິດຊີວາມາໃຫ້, ພຣະອົງປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ພຣະອົງມີການເສຍສະຫຼະຫຼາຍທີ່ເຮັດໃຫ້ມະນຸດໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນເສັ້ນທາງທີ່ມະນຸດຈະສາມາດຖືກເຮັດໃຫ້ຟື້ນຊີວິດໄດ້.
2
ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງຜູ້ຄົນຕະຫຼອດເວລາ. ພຣະອົງເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດລອດຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດລອດຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ຜູ້ຄົນເກີດໃໝ່ ແລະ ເຮັດໃຫ້ພວກເຂົາສາມາດດຳລົງຊີວິດໃນບົດບາດສ່ວນຕົວຂອງພວກເຂົາເອງຢ່າງໜຽວແໜ້ນ. ການອີງອາໄສອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ໃນຂະນະທີ່ພະລັງແຫ່ງຊີວິດຂອງພຣະເຈົ້າໄດ້ໃຫ້ການຄໍ້າຊູໃນທ່າມກາງມະນຸດຢ່າງສະໝໍ່າສະເໝີ ແລະ ພຣະເຈົ້າໄດ້ເສຍສະຫຼະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະຫຼະມາກ່ອນ.
3
ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ຫຼາຍໄປກວ່ານັ້ນ ມັນຍັງເໜືອກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງດ້ວຍລັດສະໝີທີ່ເປັ່ງປະກາຍ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດມີການປ່ຽນແປງຢ່າງຫຼວງຫຼາຍ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງທຸກຢ່າງອາດດັບສູນໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງມີຢູ່. ນີ້ກໍຍ້ອນວ່າພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດລອດຂອງທຸກສິ່ງທຸກຢ່າງ ແລະ ຮາກຖານທີ່ທຸກສິ່ງທຸກຢ່າງອາໄສເພື່ອມີຊີວິດລອດ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ