ເພງຄຣິດສະຕຽນ “ການສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ມີວັນຢຸດຢັ້ງ” ສຽງແຫ່ງການສັນລະເສີນ 2026

18 ເດືອນມັງກອນ 2026

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິສແຫ່ງຍຸກສຸດທ້າຍ,

ສະແດງຄວາມຈິງອອກ ແລະ ປາກົດຕົວຢູ່ທິດຕາເວັນອອກຢ່າງສະຫງ່າລາສີຢ່າງເຕັມປ່ຽມ.

ພວກເຮົາໄດ້ຍິນສຽງຂອງພຣະເຈົ້າ ແລະ ກັບຄືນມາຢູ່ຕໍ່ໜ້າພຣະອົງ.

ພວກເຮົາເພີດເພີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງວິວາຂອງພຣະເມສານ້ອຍ.

ອ້າຍນ້ອງເອີຍ! ຈົ່ງຮ້ອງເພງ! ສັນລະເສີນພຣະເຈົ້າທີ່ສະເດັດລົງມາທ່າມກາງມວນມະນຸດ!

ເອື້ອຍນ້ອງເອີຍ! ຈົ່ງອອກມາຟ້ອນລຳ! ຊີວິດໃນອານາຈັກຈັ່ງແມ່ນປະເສີດແທ້!

ໂອ! ການໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າຈັ່ງແມ່ນເປັນພອນແທ້ໆ!

2

ການພິພາກສາໃນຍຸກສຸດທ້າຍເລີ່ມຕົ້ນທີ່ເຮືອນຂອງພຣະເຈົ້າ.

ການເປີດໂປງ ແລະ ການພິພາກສາຈາກພຣະທໍາຂອງພຣະອົງເຮັດໃຫ້ພວກເຮົາອັບອາຍຈົນບໍ່ມີບ່ອນລີ້.

ຫຼັງຈາກທົນທຸກມາຫຼາຍກັບການຫຼໍ່ຫຼອມ ແລະ ຄວາມເຈັບປວດ, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາກໍຖືກຊໍາລະລ້າງ;

ພວກເຮົາໄດ້ຮັບຄວາມຈິງ ແລະ ຊີວິດ ແລະ ໄດ້ຮັບພອນຢ່າງແທ້ໆ.

ອ້າຍນ້ອງເອີຍ! ຈົ່ງມາເບິ່ງ! ງານລ້ຽງແຫ່ງອານາຈັກຈັ່ງແມ່ນອຸດົມສົມບູນແທ້!

ເອື້ອຍນ້ອງເອີຍ! ຈົ່ງມາຟັງ! ພຣະທຳຂອງພຣະເຈົ້າມີສິດອຳນາດ

ແລະ ໄດ້ເອົາຊະນະໃຈຂອງຜູ້ຄົນນັບລ້ານແລ້ວ!

3

ໃນການປະສົບກັບການພິພາກສາຂອງພຣະເຈົ້າ, ພວກເຮົາເຫັນຄວາມຊອບທຳຂອງພຣະອົງ;

ພວກເຮົາຢຳເກງພຣະເຈົ້າ ແລະ ອ່ອນນ້ອມຕໍ່ການຈັດແຈງທັງໝົດຂອງພຣະອົງ.

ພວກເຮົາຖອດຄວາມຜູກມັດທາງໂລກຖິ້ມ ແລະ ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງສຸດໃຈ;

ພວກເຮົາດຳລົງຊີວິດໃນພຣະທຳຂອງພຣະອົງໂດຍປາສະຈາກຄວາມໂສກເສົ້າ ແລະ ຄວາມເຈັບປວດ.

ອ້າຍນ້ອງເອີຍ! ຈົ່ງມາ! ໃຫ້ພວກເຮົາທຸກຄົນເປັນພະຍານໃຫ້ແກ່ພຣະເຈົ້າ!

ເອື້ອຍນ້ອງເອີຍ! ຈົ່ງຢ່າຢຸດ! ໃຫ້ພວກເຮົາຖວາຍຫົວໃຈທີ່ແທ້ຈິງເພື່ອເຮັດໃຫ້ພຣະເຈົ້າພໍໃຈ!

ໃຫ້ພວກເຮົາປະຕິບັດໜ້າທີ່ຂອງຕົນຢ່າງສຸດໃຈ ແລະ ດ້ວຍຈິດໃຈຂອງພວກເຮົາ!

4

ພຣະເຈົ້າໄດ້ສ້າງກຸ່ມຜູ້ເອົາຊະນະແລ້ວ.

ປະຊາຊົນຂອງພຣະເຈົ້າທຸກຄົນກຳລັງຖ່າຍທອດ ແລະ ເປັນພະຍານເຖິງພາລະກິດຂອງພຣະອົງ.

ພຣະກິດຕິຄຸນແຫ່ງອານາຈັກກຳລັງເຜີຍແຜ່ໄປທຸກປະເທດໃນທົ່ວໂລກ.

ພວກເຮົາໂຮຮ້ອງ ແລະ ສັນລະເສີນພຣະເຈົ້າເນື່ອງຈາກຄວາມຊົງລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງ.

ອ້າຍນ້ອງເອີຍ! ຈົ່ງຮ້ອງເພງໃໝ່! ສັນລະເສີນພຣະເຈົ້າທີ່ໄດ້ຮັບສະຫງ່າລາສີ!

ເອື້ອຍນ້ອງເອີຍ! ຈົ່ງອອກມາຟ້ອນລຳ! ສັນລະເສີນພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າທີ່ສຳເລັດລົງ!

ພວກເຮົາຈະສັນລະເສີນພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ມີວັນຢຸດ!

(ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ